ຂັ້ນ​ຕອນ​ເພື່ອ​ປົກ​ປ້ອງ​ຄວາມ​ເປັນ​ສ່ວນ​ຕົວ​ຂອງ​ທ່ານ

ເພື່ອ​ໃຫ້​ທ່ານ​ມີ​ຄວາມ​ເຂົ້າ​ໃຈ​ດີ​ຂຶ້ນ​ວ່າ WeChat ໄດ້​ຖືກ​ອອກ​ແບບ​ມາ​ພ້ອມ​ກັບ​ຄວາມ​ເປັນ​ສ່ວນ​ຕົວ​ຢູ່​ໃນ​ໃຈ​ຂອງ​ທ່ານ​ແນວ​ໃດ ແລະ ເພື່ອ​ໃຫ້​ເຂົ້າ​ໃຈ​ສິດ​ຂອງ​ທ່ານ​ໄດ້​ດີ​ຂຶ້ນ​ກ່ຽວ​ກັບ​ຂໍ້​ມູນ​ຂອງ​ທ່ານ, WeChat ຮຽກ​ຮ້ອງ​ໃຫ້​ທ່ານ​ທົບ​ທວນ​ຄືນ​ເບິ່ງ​ຂໍ້​ມູນ​ສຳ​ຄັນ​ຕໍ່​ໄປ​ນີ້, ຄຳ​ຍິນຍອມ​ຕໍ່​ນະ​ໂຍ​ບາຍ​ຄວາມ​ເປັນ​ສ່ວນ​ຕົວ WeChat ເວີ​ຊັນ​ຫຼ້າ​ສຸດຂອງ​ພວກ​ເຮົາ ແລະ ໃຫ້​ຂໍ້​ມູນ​ທີ່​ຕ້ອງ​ການ​ກ່ຽວ​ກັບ​ຕົວ​ທ່ານ​ເອງ​ນຳ​ອີກ.

ຂັ້ນ​ຕອນ​ຕໍ່​ໄປຢູ່​ໃນ​ຂະ​ບວນ​ການ​ນີ້:

  1. ພາກ​ສັງ​ລວມການ​ປົກ​ປ້ອງ​ຄວາມເປັນສ່ວນ​ຕົວ
  2. ທົບ​ທວນ​ຄືນ​ເບິ່ງ​ນະ​ໂຍ​ບາຍ​ຄວາມ​ເປັນ​ສ່ວນ​ຕົວ​ຂອງ WeChat
  3. ກວດ​ສອບ​ວັນ​ເດືອນ​ປີ​ເກີດ​ຂອງ​ທ່ານ

ສັງ​ລວມ​ກ່ຽວ​ກັບການ​ປົກ​ປ້ອງ​ຄວາມ​ເປັນ​ສ່ວນ​ຕົວ​ຂອງ WeChat

​ພວກ​ເຮົາ​ເກັບ​ເອົາ​ຂໍ້​ມູນ​ຫຍັງ​ແດ່​ກ່ຽວ​ກັບ​ທ່ານ?

ພວກ​ເຮົາ​ເກັບ​ເອົາ​ຂໍ້​ມູນ​ໃນ​ເວລາ​ທີ່​ທ່ານ​ຕັ້ງ​​ບັນຊີ WeChat ຂອງ​ທ່ານ ​ແລະ ​ໃຊ້ການ​ບໍລິການ​ຕ່າງໆ​ທີ່​ມີ​ໃຫ້​ຢູ່​ພາຍ​ໃນ WeChat (​ເຊັ່​ນວ່າ ການ​ໂພສຮູບ​ພາບ​ໃສ່​​ສັງ​ລວມ​ເນື້ອ​ຫາ​ໃນ Moments ຂອງ​ທ່ານ ຫຼື ຕິດຕາມ​ບັນຊີ​ທາງ​ການ​). ​ເພື່ອ​ຕັ້ງ​ບັນຊີ​ຂອງ​ທ່ານ, ພວກ​ເຮົາ​ເກັບ​ເອົາ​ຊື່​ຫຼິ້ນ, ​ເບີ​ມື​ຖືຂອງ​ທ່ານ ​ແລະ ລະຫັດ​ຜ່ານ. ທ່ານ​ສາມາດ​ປັບປຸງ ​ແລະ ​ແກ້​ໄຂ​ໂປຣໄຟລ໌ຂອງ​ທ່ານ​ດ້ວຍ​ຂໍ້​ມູນ​ເພີ່ມ​ເຕີມ​ໄດ້. ​ເພີ່ມ​ເຕີມ...

ພວກ​ເຮົາ​ໃຊ້​ຂໍ້​ມູນ​ຂອງ​ທ່ານ​ແນວ​ໃດ?

ພວກ​ເຮົາ​ໃ​ຊ້ຂໍ້​ມູນ​ຂອງ​ທ່ານ​ເພື່ອ​ໃຫ້ WeChat ​ແກ່​ທ່ານ, ອະນຸຍາດ​ໃຫ້​ທ່ານ​ສື່ສານ​ກັ​ບຜູ້​ໃຊ້​ຄົນ​ອື່ນ ​ແລະ ​ໃຊ້​ຄຸນສົມບັດ​ຕ່າງໆ​ຂອງ​ແພ​ລດຟອມ WeChat. ພວກ​ເຮົາ​ໃຊ້​ຂໍ້​ມູນ​ຂອງ​ທ່ານ​ສຳລັບ​ການ​ຕັ້ງ​ບັນຊີ, ​ເພື່ອ​ອຳນວຍ​ຄວາມ​ສະດວກ​ການ​ສື່ສານ, ​ໃຫ້ການ​ຊ່ວຍ​ເຫຼືອ, ອະນຸຍາດ​ໃຫ້​ທ່ານ​ເຂົ້າ​ເຖິງ​ຄຸນສົມບັດ​ຕ່າງໆ​ຂອງ WeChat ​ແລະ ປັບປຸງ WeChat ​ໃຫ້​ດີ​ຂຶ້ນ. WeChat ​ໃຊ້​ຊ່ອງ​ທາງ​ການ​ຕິດ​ຕໍ່​ທີ່​ທ່ານ​ສະໜອງ​ໃຫ້ ​ເຊັ່ນ​ວ່າ ​ເບີ​ມື​ຖື ຫຼື ທີ່ຢູ່​ອີ​ເມ​ວ ສຳລັບ​ການກວດ​ຢືນຢັນ ​ແລະ ການ​ປົກ​ປ້ອງ​ບັນຊີ​ຂອງ​ທ່ານ ​ແລະ ສຳລັບ​ເຫດຜົນ​ດ້ານ​ການ​ບໍລິຫານ​ທີ່​ສຳຄັນ ​ແລະ ບໍ່​ໃຊ້​ຊ່ອງ​ທາງ​ເຫຼົ່ານີ້​​ເພື່ອ​ຈຸດປະສົງ​​ການສົ່ງ​ເສີມ​ການ​ຂາຍ ຫຼື ການ​ຕະຫຼາດ. ​ເພີ່ມ​ເຕີມ...

ພວກ​ເຮົາ​ແບ່ງປັນ​ຂໍ້​ມູນ​ຂອງ​ທ່ານ​ກັບ​ໃຜ​ແດ່?

​ພວກ​ເຮົາ​ໃຊ້​ພາກສ່ວນ​ທີ​ສາມ​ສຳລັບ​ການ​ບໍລິການ​ຊ່ວຍ​ເຫຼືອ ​ເຊັ່ນ​ວ່າ ຜູ້​ໃຫ້​ບໍລິການ SMS ສຳລັບ​ການ​ກວດ​ຮັບຮອງ​ບັນຊີ, ການ​ບໍລິການ​ສ້າງ​ແຜນ​ທີ່ ​ແລະ ຈຸດ​ຄວາມສົນ​ໃຈ, ການບໍລິການ​ແປ​ພາສາ ​ແລະ ການ​ບໍລິການ​ຊ່ວຍ​ເຫຼືອ. ​ພວກ​ເຮົາ​ໃຊ້​ການ​ບໍລິການ​ພາກສ່ວນ​ທີ​ສາມ​​ເຫຼົ່ານີ້​ພຽງ​ແຕ່​ເພື່ອ​ປະ​​ມວນ ຫຼື ​ເກັບ​ຮັກສາ​ຂໍ້​ມູນ​ຂອງ​ທ່ານ​ສຳລັບ​ຈຸດປະສົງທີ່​ອະທິບາຍ​ໄວ້​ໃນ​ນະ​ໂຍບາຍ​ນີ້​ເທົ່າ​ນັ້ນ. ນອກ​ນັ້ນ ພວກ​ເຮົາ​ຍັງ​​ແບ່ງປັນ​ຂໍ້​ມູນ​ຂອງ​ທ່ານ​ກັບ​ກຸ່ມ​ບໍລິສັດ​ທີ່​ກ່ຽວຂ້ອງ​ຂອງ Tencent ​ແລະ ຕາມ​ທີ່ກົດໝາຍ​ກຳນົດ​ໄວ້. ນອກຈາກ​ຈຸດປະສົງ​ທີ່​ເວົ້າ​ເຖິງຜ່າ​ນມາ​ແລ້ວ, WeChat ບໍ່​​ແບ່ງປັນ​ຂໍ້​ມູນ​ຂອງ​ທ່ານ​ກັບ​ພາກສ່ວນ​ທີ​ສາມ​ໂດຍ​ບໍ່​ມີ​ການ​ຍິນ​ຍອມ​ເຫັນ​ດີ​ຢ່າງ​ຈະ​ແຈ້ງ​ກ່ອນ​ລ່ວງ​ໜ້າ​ຈາກ​ທ່ານ. ​ເພີ່ມ​ເຕີມ...

ພວກ​ເຮົາ​ປະມວນ​ຜົນ​ຂໍ້​ມູນ​ຂອງ​ທ່ານ​ຢູ່​ໃສ?

​ເຊີບ​ເວີ​ຂອງ​ພວກ​ເຮົາ​ຕັ້ງ​ຢູ່​​ໃນ​ ອອນ​ຕາຣີ​ໂອ, ກາ​ນາ​ດາ ​ແລະ ຮ່ອງ​ກົງ. ນອກ​ນັ້ນ ພວກ​ເຮົາ​ຍັງ​ມີ​ທີ​ມສະໜັບສະໜຸນ,​ ທີ​ມວິສະວະກອນ ​ແລະ ທີ​ມ​ອື່ນໆ​ທີ່ສະໜັບສະໜຸນ​ການ​ໃຫ້ WeChat ​ແກ່​ທ່ານ ​ເຊິ່ງຕັ້ງ​ຢູ່​ທົ່ວ​ໂລກ. ອາດ​ຈະ​ມີ​ການ​ເຂົ້າ​ເຖິງ​ຂໍ້​ມູນ​ຂອງ​ທ່ານ​ຈາກ​ສະຖານ​ທີ່​ດັ່ງກ່າວ​ໄດ້. ພວກ​ເຮົາ​ດຳ​ເນີນ​ມາດ​ຕະການ​ພາຍ​ໃນ​ທີ່​ເຂັ້ມ​ງວດ​ເພື່ອ​ຈຳກັດ​ການ​ເຂົ້າ​ເຖິງ​ຂໍ້​ມູນ​ຂອງ​ທ່ານ​ຢ່າງ​ເຄັ່ງ​ຄັດ​​ໃຫ້​ສະ​ເພາະ​​ແຕ່​ສະມາຊິກ​ທີມງານ​ທີ່​ກຳນົດ​ໄວ້​. ​ເພີ່ມ​ເຕີມ...

ພວກ​ເຮົາ​ຮັກສາ​ຂໍ້​ມູນ​ຂອງ​ທ່ານ​ໄວ້​ດົນ​ປານ​ໃດ?

​ເວລາ​ທີ່​ພວກ​ເຮົາ​ຮັກສາຂໍ້​ມູນ​ຂອງ​ທ່ານ​ໄວ້​​​ຂຶ້ນ​ຢູ່ກັບປະ​ເພດ​ຂໍ້​ມູນ – ຕົວຢ່າງ: ຂໍ້​ມູນ​ການ​ເຂົ້າ​ສູ່​ລະບົບ​ຖືກ​ຮັກສາ​ໄວ້​ເປັນ​ເວລາ​ບໍ່​ເກີນ 90 ວັນ​ນັບ​ຈາກ​ວັນ​ທີ​ເກັບ​ເອົາ​ຂໍ້​ມູນັ້ນ. ຖ້າ​ທ່ານ​ແນະນຳ​ໃຫ້ພວກ​ເຮົາ​ລຶບ​ບັນຊີ WeChat ຂອງ​ທ່ານ, ຂໍ້​ມູນ​ຂອງ​ທ່ານ​ຖືກ​ລຶບ​ພາຍ​ໃນ 60 ວັນ​ນັບ​ຈາກ​ການກວດ​ຢືນຢັນ​ຄວາມ​ເປັນ​ເຈົ້າ​ຂອງ​ບັນຊີ ​ແລະ ​ໄດ້​ຮັບ​ຄຳ​ຮ້ອງ​ຂໍ​ລຶບ​ບັນຊີ​ຂອງທ່ານ ​ໂດຍ​ເອົາ​ອັນ​ນຳ​ຫຼັງ. ​ເພີ່ມ​ເຕີມ...

ຂ້ອຍ​ສາມາດ​​ໃຊ້ສິດທິ​ຂອງ​ຂ້ອຍ​ຕໍ່​ກັບ​ຂໍ້​ມູນ​ຂອງ​ຂ້ອຍ​ໄດ້​ແນວ​ໃດ?

​ທ່ານ​ອາດ​ຈະ​ມີ​ສິດທິ​ພິ​ເສດ​ຕໍ່​ກັບ​ຂໍ້​ມູນ​ຂອງ​ທ່ານ ​ແລະ ຕໍ່ກັບ​ວ່າ​ພວກ​ເຮົາ​ໃຊ້​ມັນ​ແນວ​ໃດ. ສິດທິ​ເຫຼົ່ານີ້​ລວມມີ​ວິທີ​ທີ່​ທ່ານ​ສາມາດ​ເຂົ້າ​ເຖິງ​ຂໍ້​ມູນ, ການ​ລຶບ​ຂໍ້​ມູນ, ການຈຳກັດ​ວ່າ​ຈະ​ໃຫ້​ໃຊ້ຂໍ້​ມູນ​ຂອງ​ທ່ານ​ແນວ​ໃດ, ການ​ຄັດຄ້ານ​ບໍ່​ໃຫ້​ໃຊ້​ຂໍ້​ມູນ ​ແລະ ການ​ຂໍ​ເອົາ​ສຳ​ເນົາ​ຂໍ້​ມູນ​ຂອງ​ທ່ານ. ​ເພີ່ມ​ເຕີມ...

ພວກ​ເຮົາ​ຈະ​ແຈ້ງ​ບອກ​ທ່ານ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ແນວ​ໃດ?

ຖ້າ​ມີ​ການ​ປ່ຽນ​ແປງ​ທີ່​ສຳຄັນ​ຕໍ່​ກັບ​ນະ​ໂຍບາຍ​ຄວາມ​ເປັນ​ສ່ວນ​ຕົວ​ນີ້, ພວກ​ເຮົາ​ຈະ​ສົ່ງ​ການ​ແຈ້ງ​ບອກ​ຫາ​ທ່ານ​ກ່ອນ​ທີ່​ການ​ປ່ຽນ​ແປ​ງນັ້ນ​ຈະ​ມີ​ຜົນ​ນຳ​ໃຊ້. ຖ້າ​ທ່ານ​ມີ​ບັນຫາ​ກັງ​ວົນ​ໃຈ​ກ່ຽວ​ກັບ​ຄວາມ​ເປັນ​ສ່ວນ​ຕົວ ຫຼື ການ​ໃຊ້​ຂໍ້​ມູນ​ທີ່​ພວກ​ເຮົາ​ຍັງ​ບໍ່​ທັນ​ໄດ້​ແກ້​​ໄຂຢ່າງ​​ເປັນ​ທີ່​ເພິ່ງ​ພໍ​ໃຈ, ກະລຸນາ​ຕິດ​ຕໍ່​ຫາ​ຜູ້​ໃຫ້​ບໍລິການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ພາກສ່ວນ​ທີ​ສາມຂອງ​ພວກ​ເຮົາ​ທີ່ຢູ່​ໃນ​ສະຫະລັດ (​ໂດຍ​ບໍ່​ເສຍ​ຄ່າ) ​ໄດ້​ທີ່ https://feedback-form.truste.com/watchdog/request. ​ເພີ່ມ​ເຕີມ...

ຂໍ້​ມູນ​ຕິດ​ຕໍ່​ສຳລັບ​ການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ

ຖ້າ​ທ່ານ​ມີ​ຄວາມ​ກັງວົນ​ໃຈ ຫຼື ການ​ຮ້ອງ​ຮຽນ​ໃດໆ​ກໍ​ຕາມ, ກະລຸນາ​ຕິດ​ຕໍ່​ຫາ​ພວກ​ເຮົາ ທີ່​ນີ້.

​ຜູ້​ຄວບ​ຄຸມ​ຂໍ້​ມູນ:

ຖ້າ​ທ່ານ:

ທ່ານ​ຂຶ້ນ​ກັບ ຂໍ້​ກຳນົດ​ການ​ບໍລິການ​ຂອງ Weixin ​ແລະ ນະ​ໂຍບາຍ​ຄວາມ​ເປັນ​ສ່ວນ​ຕົວ​ຂອງ Weixin ​ແລະ ບໍ່​ແມ່ນ​ຂຶ້ນ​ກັບ​ນະ​ໂຍບາຍ​ຄວາມ​ເປັນ​ສ່ວນ​ຕົວ​ນີ້.

​ເຈົ້າ​ໜ້າ​ທີ່ຝ່າຍ​ປົກ​ປ້ອງ​ຂໍ້​ມູນ:


​ນະ​ໂຍບາຍ​ຄວາມ​ເປັນ​ສ່ວນ​ຕົວຂອງ WeChat

Last Modified: @date@

ການ​​ແນະນຳ

ຍິນ​ດີ​ຕ້ອນຮັບ​ສູ່ WeChat!

ພວກ​ເຮົາ​ໃຫ້​ຄວາມ​ສຳຄັນ​ກັບ​ຄວາມ​​ເປັນ​ສ່ວນ​ຕົວ​ຂອງ​ທ່ານ. ນະ​ໂຍບາຍ​ຄວາມ​ເປັນສ່ວນ​ຕົວ​ນີ້​ແຈ້ງ​ບອກ​ທ່ານ​ກ່ຽວ​ກັບ​ທາງ​ເລືອກ​ຂອງ​ທ່ານ ​ແລະ ວິ​ປະຕິບັດ​ຂອງ​ພວກ​ເຮົາ​ກ່ຽວ​ກັບ​ຂໍ້​ມູນ​ຕ່າງໆ​ທີ່​ທ່ານ​ໃຫ້​ພວກ​ເຮົາ ຫຼື ທີ່​ທ່ານ​ສ້າງ​ຂຶ້ນ​ຢູ່ໃນ​ການ​ໃຊ້ WeChat.

​ການ​ໃຊ້​ການ​ບໍລິການ​ຂອງ​ພວກ​ເຮົາ (​ບໍ່​ວ່າ​ຈະ​ເປັນ​ແອັບ​ມື​ຖື WeChat, ​ເວັບ​ໄຊ www.wechat.com ຫຼື ​ແພ​ລດຟອມພາກ​ສ່ວນ​ທີ​ສາມ​ໃດໆ​ກໍ​ຕາມ​ທີ່​ໃຫ້​ບໍລິການ WeChat) (ລວມກັນ​ເອີ້ນ​ວ່າ "WeChat" ) ​ແມ່ນ​ກ່ຽວຂ້ອງ​ກັບ​ການ​ປະມວນ​ຜົນ​ຂໍ້​ມູນ​ຂອງ​ທ່ານ. ມັນ​ສຳຄັນ​ສຳລັບ​ທ່ານ​​ໃນ​ການ​ເຂົ້າ​ໃຈ​ກ່ຽວ​ກັບ​ວ່າສິ່ງ​ນີ້​ເກີດ​ຂຶ້ນ​ແນວ​ໃດ ​ແລະ ທ່ານ​ສາມາດ​ຄວບ​ຄຸມ​ມັນ​ໄດ້​ແນວ​ໃດ. ກະລຸນາ​ອ່ານ​ນະ​ໂຍບາຍ​ຄວາມ​ເປັນ​ສ່ວນ​ຕົວ​ນີ້​ໃຫ້​ລະອຽດ.

​ໂດຍ​ການ​ໃຊ້ WeChat ທ່ານ​ເຫັນ​ດີ​ນຳ​ການ​ປະມວນ​ຜົນຂໍ້​ມູນ​ຂອງ​ທ່ານ​ອີງ​ຕາມ​ນະ​ໂຍບາຍ​ຄວາມ​ເປັນ​ສ່ວນ​ຕົວ​ນີ້.

​ເມື່ອ​ທ່ານ​ໃຊ້​ຄຸ​ນສົມບັດ​ສະ​ເພາະ​ ຈະ​ມີ​ການ​ຮ້ອງ​ຂໍ​ໃຫ້​ທ່ານ​ເຫັນ​ດີ​ນຳ​ການ​ປະ​ມວນຜົນ​ຂໍ້​ມູນ​ຂອງ​ທ່ານ​ໃນ​ແບບ​ສະ​ເພາະ (ຕົວຢ່າງ: ​ເມື່ອ​ທ່ານ​ຕິດຕາມ​ບັນຊີ​ທາງ​ການ, ທ່ານ​ຈະ​ຖືກ​ຖາມ​ວ່າ​ທ່ານ​ເ​ຫັນ​ດີ​ນຳ​ການ​ໂອນ​ຂໍ້​ມູນ​ຂອງ​ທ່ານ​ໄປ​ໃຫ້​ພາກສ່ວນ​ທີ​ສາມຫຼືບໍ່). ທ່ານ​ສາມາດ​​ເບິ່ງ​ຂໍ້​ມູນ​ກ່ຽວ​ກັບ​ວິທີ​ຄວບ​ຄຸມ​ການຕັ້ງ​ຄ່າ​ຂອງ​ທ່ານ ​ແລະ ການ​ໃຊ້​ຂໍ້​ມູນ​ຂອງ​ທ່ານ​ຜ່ານ​ບັນຊີ​ຂອງ​ທ່ານ​ໄດ້​ທີ່ here. ສຳລັບ​ບາງຂໍ້​ມູນ​ສະ​ເພາະ ທ່ານ​ສາມາດ​ຖອນ​ການ​ເຫັນ​ດີ​ຂອງ​ທ່ານ​ຕໍ່​ກັບການ​ປະມວນ​ຜົນຂໍ້​ມູນ​ນັ້ນ​ອີງ​ຕາມ​ນະ​ໂຍບາຍ​ຄວາມ​ເປັນ​ສ່ວນ​ຕົວ​ນີ້​ໄດ້.

ຖ້າ​ທ່ານ​ບໍ່​ເຫັນ​ດີ​ນຳ​ນະ​ໂຍບາຍ​ຄວາມ​ເປັນ​ສ່ວນ​ຕົວ​ນີ້, ທ່ານ​ຕ້ອງ​ບໍ່​ໃຊ້ WeChat.

ຕິດຕໍ່

​ໃນ​ນະ​ໂຍບາຍ​ຄວາມ​ເປັນ​ສ່ວນ​ຕົວ​ນີ້, "ພວກ​ເຮົາ" , "ຂອງ​ພວກ​ເຮົາ" ຫຼື "ເຮົາ" ໝາຍ​ເຖິງ:

ຖ້າ​ທ່ານ​ມີ​ຄຳ​ຖາມ​ ຫຼື ກາ​ນຮ້ອງ​ຮຽນ​ໃດໆກໍ​ຕາມ​ກ່ຽວ​ກັບ​ນະ​ໂຍບາຍ​ຄວາມ​ເປັນ​ສ່ວນ​ຕົວ​ນີ້ ຫຼື ການ​ໃຊ້​ຂໍ້​ມູນ​ສ່ວນ​ຕົວ​ຂອງ​ທ່ານ,​ ກະລຸນາ​ຕິດ​ຕໍ່​ຫາ​ເຈົ້າ​ໜ້າ​ທີ່​ຝ່າຍ​ປົກ​ປ້ອງ​ຂໍ້​ມູນ​ຂອງ​ພວກ​ເຮົາ​ຜ່ານ​ທາງ​ອີ​ເມ​ວທີ່ dataprotection@wechat.com ຫຼື ຜ່ານ​ທາງ​​ຈົດໝາຍ​ໄປສະນີຫາ​ທີ່ຢູ່ 26.04 on the 26th floor of Amstelplein 54, 1096 BC Amsterdam, the Netherlands (ສົ່ງ​ເຖິງ: Data Protection Officer, Legal Department).

ຖ້າ​ທ່ານ​ຕ້ອງການ​ເຮັດ​ການ​ຮ້ອງ​ຮຽນ​ໃດໆ​ກໍ​ຕາມ​ກ່ຽວ​ກັບ​ນະ​ໂຍບາຍ​ຄວາມ​ເປັນ​ສ່ວນ​ຕົວ​ນີ້ ຫຼື ການຈັດ​ຕັ້ງ​ປະຕິບັດ​ນະ​ໂຍບາຍ​ນີ້​ໂດຍ​ພວກ​ເຮົາ, ກະລຸນາ​ຕິດ​ຕໍ່​ຫາ​ພວກ​ເຮົາ​ຜ່ານ​ຂໍ້​ມູນຕິດ​ຕໍ່​ຂ້າງ​ເທິງ. ກະລຸນາ​ຮັບ​ຊາບ​ວ່າ​ຖ້າ​ທ່ານ​ແມ່ນ​ຜູ້​ຢູ່​ອາ​ໄສ​ໃນ​ສະຫະພາບ​ເອີຣົບ ທ່ານ​ມີ​ສິດ​ຍື່ນ​ກາ​ນຮ້ອງ​ຮຽນ​ນຳ​ໜ່ວຍ​ງານ​ປົກ​ປ້ອງ​ຂໍ້​ມູນ​​ໃນ​ປະ​ເທດ​ຂອງ​ທ່ານ​ໄດ້.

ຂອບ​ເຂດ ​ແລະ ການ​ນຳ​ໃຊ້​ນະ​ໂຍບາຍ​ຄວາມ​ເປັນ​ສ່ວນ​ຕົວ​ນີ້

ນະ​ໂຍບາຍ​ຄວາມ​ເປັນ​ສ່ວນ​ຕົວ​ນີ້​ນຳ​ໃຊ້​ກັບ WeChat ​ແລະ ການ​ບໍລິການ​ຕ່າງໆ​ທີ່​ເຂົ້າ​ເຖິງ​ໄດ້​ໃນ​ແພ​ລດຟອມ WeChat ທີ່​ລະບຸ​ວ່າ​ນະ​ໂຍບາຍ​ຄວາມ​ເປັນ​ສ່ວນ​ຕົວ​ນີ້​ນຳ​​ໃຊ້​ກັບ​ການ​ໃຊ້​ການ​ບໍລິການ​ດັ່ງກ່າວ (​ຕົວຢ່າງ: ຜູ້​ໃຊ້​ທີ່​ປະຕິບັດ​ຕາມ ຫຼື ​ໃຊ້​ບັນຊີທາງ​ການ, ມິ​ນິ​ໂ​ປຣ​ແກຣມ ​ແລະ ການ​ເຂົ້າ​ສູ່​ລະບົບດ້ວຍ WeChat ສຳລັບ​ແອັບ​ພລິ​ເຄຊັນ​ຂອງ​ພາກສ່ວນ​ທີ​ສາມ). ການ​ບໍລິການ WeChat ​ເຫຼົ່ານັ້ນ​ອາດ​ຈະ​ມີ​ຂໍ້​ກຳນົດ​ທີ່​ກ່ຽວຂ້ອງ​ກັບ​ຄວາມ​ເປັນ​ສ່ວນ​ຕົວ​ເພີ່ມ​ເຕີມ​ທີ່​ທ່ານ​ຕ້ອງ​ເຫັນ​ດີ​ນຳ ຖ້າ​ທ່ານ​ໃຊ້​ການ​ບໍລິການ​ເຫຼົ່ານັ້ນ. ຄຳ​ສັບ​ທີ່​ເປັນ​ຕົວ​ພິມ​ໃຫຍ່​ທີ່​ໃຊ້​ໃນ​ນ​ະ​ໂຍບາຍ​ຄວາມ​ເປັນ​ສ່ວນ​ຕົວ​ນີ້​ມີ​ຄວາມ​ໝາຍ​ຄື​ກັນ​ກັບ​ຄຳ​ສັບ​ທີ່​ໃຫ້​ນິຍາມ​ໄວ້​ທີ່​ເທົ່າ​ທຽມ​ກັນ​ໃ​ນຂໍ້​ກຳນົດ​ການ​ບໍລິການ​ຂອງ WeChat, ​ເວັ້ນ​ເສຍ​ແຕ່​ວ່າ​ພວກ​ມັນ​ຖືກ​ກຳນົດ​ຄວາມ​ໝາຍ​ເປັນ​ຢ່າງ​ອື່ນ​ໃນ​ນະ​ໂຍບາຍ​ຄວາມ​ເປັນ​ສ່ວນ​ຕົວ​ນີ້.

ກະລຸນາ​ຮັບ​ຊາບ​ວ່າ​ນະ​ໂຍບາຍ​ຄວາມ​ເປັນ​ສ່ວນ​ຕົວ​ນີ້​ບໍ່​ນຳ​ໃຊ້​ກັບ​ຂໍ້​ມູນ​ທີ່​ທ່ານ​ເລືອກ​ເປີດ​ເຜີຍ ຫຼື ສົ່ງ​ໃຫ້:

a) ການ​ບໍລິການ​ຕ່າງໆ​ນອກຈາກ WeChat (​ເຊັ່ນ​ວ່າ ຜະລິດ​ຕະພັນ ຫຼື ການ​ບໍລິການ​ອື່ນໆ​ທີ່​ສະໜອງ​ໃຫ້ ຫຼື ​ດຳ​ເນີນ​ໂດຍ​ພວກ​ເຮົາ ຫຼື ສະມາຊິກຂອງ​ພວກ​ເຮົາ) ທີ່​ບໍ່​​ໄດ້ລະບຸ​ຢ່າງ​ຈະ​ແຈ້ງວ່າ​ນຳ​ໃຊ້ນະ​ໂຍບາຍ​ຄວາມ​ເປັນ​ສ່ວນ​ຕົວ​ນີ້;

b) ການ​ບໍລິກາ​ນພາກສ່ວນ​ທີ​ສາມ​ຕ່າງໆ (ລວມທັງ​ເວັບ​ໄຊ​ພາກສ່ວນ​ທີ​ສາມ) ທີ່​ທ່ານ​ອາດ​ຈະ​ເຂົ້າ​ເຖິງ​ຜ່ານ WeChat; ຫຼື

c) ບໍລິສັດ ຫຼື ອົງການ​ຕ່າງໆ​ທີ່​​ໂຄສະນາ​ຜະລິດ​ຕະພັນ ຫຼື ການບໍລິການ​ໃນ WeChat.

ຖ້າ​ທ່ານ​ກຳລັງ​ໃຊ້ WeChat ​ໃນ​ນາມ​ຕາ​ງໜ້າ​ໃຫ້​ບໍລິສັດ, ຄູ່​ຮ່ວມ​ງານ, ສະມາຄົມ, ລັດຖະບານ ຫຼື ອົງການ​ອື່ນໆ (​ເອີ້ນ​ວ່າ "ອົງການ" ຂອງ​ທ່ານ), ທ່ານ​ເຫັນ​ດີ​ແຈ້ງ​ບອກ​ເຈົ້າ​ຂອງທີ່​ກ່ຽວຂ້ອງ​, ຜູ້​ຖື​ຮຸ້ນ, ຜູ້ອຳ​ນວຍ​ການ, ​ເຈົ້າ​ໜ້າ​ທີ່, ຜູ້​ຈັດການ, ພະນັກງານ ​ແລະ ບຸກຄົນ​ອື່ນ​ທີ່​ກ່ຽວ​ຂ້ອງຂອງ​ອົງການ​ຂອງ​ທ່ານຜູ້​ທີ່​ພວ​ກ​ເຮົາ​ເກັບ​ເອົາ ຫຼື ທ່ານ​ໃຫ້​ຂໍ້​ມູນ​ຂອງ​ເຂົາ​ເຈົ້າ​ແກ່​ພວກ​ເຮົາ​ໃນ​ບາງ​ຄັ້ງ​ຄາວ (​ເອີ້ນ​ວ່າ "ບຸກຄົນກ່ຽວຂ້ອງ​" ) ຂອງ​ການ​ເກັບ​ເອົາ​​ຂໍ້​ມູນ​ສ່ວນ​ຕົວ​ຂອງ​ເຂົາ​ເຈົ້າ ​ແລະ ທ່ານ​ເຫັນ​ດີຂໍ​ເອົາ​ການ​ຍິນ​ຍອມ​ເຫັນ​ດີ​ຂອງ​ບຸກຄົນ​ກ່ຽວຂ້ອງ​ຂອງ​ທ່ານ​ຕໍ່​ກັບ​ການ​ປະມວນ​ຜົນ​ຂໍ້​ມູນ​ສ່ວນ​ຕົວ​ຂອງ​ເຂົາ​ເຈົ້າອີງ​ຕາມ​ນະ​ໂຍບາຍ​ຄວາມ​ເປັນສ່ວນຕົວ​ນີ້ ຕາມ​ທີ່​ກຳນົດ​ໄວ້​ໂດຍ​ກົດໝາຍ ​ແລະ ກົດ​ລະບຽບ​ທີ່​ບັງຄັບ​ໃຊ້. ​ເມື່ອ​ນະ​ໂຍບາຍ​ຄວາມ​ເປັນສ່ວນ​ຕົວ​ນີ້​ກ່າວ​ເຖິງ "ທ່ານ" ຫຼື "ຂອງ​ທ່ານ" ນີ້​ລວມ​ເອົາ​ຕົວ​ທ່ານ ​ແລະ ບຸກຄົນ​ກ່ຽວຂ້ອງ​ຕ່າງໆ. ​ຖ້າ​ທ່ານ ຫຼື ບຸກຄົນ​ກ່ຽວຂ້ອງ​ຕ່າງໆ​ຕ້ອງການ​ຮ້ອງ​ຂໍ​ໃຫ້​ລຶບ​ຂໍ້​ມູນ​ສ່ວນ​ຕົວ​ຂອງ​ທ່ານ​ອອກ​ຈາກ​ຖານ​ຂໍ້​ມູນ​ຂອງ​ພວກ​ເຮົາ,​ ກະລຸນາ​ຕິດ​ຕໍ່​ຫາ​ພວກ​ເຮົາ​ໄດ້​ທີ່ dataprotection@wechat.com.

ກາ​ນປ່ຽນ​ແປງ​ຕໍ່​ກັບ​ນະ​ໂຍບາຍ​ຄວາມ​ເປັນ​ສ່ວນ​ຕົວ​ນີ້

ພວກ​ເຮົາ​ອາດ​ຈະ​ປັບປຸງ​ແກ້​ໄຂ ຫຼື ​ເພີ່ມ​ຄຳ​ແນະນຳ, ນະ​ໂຍບາຍ ​ແລະ ຂໍ້​ກຳນົດ​ສະ​ເພາະ​ໃສ່​ນະ​ໂຍບາຍ​ຄວາມ​ເປັນ​ສ່ວນ​ຕົວ​ນີ້​ເປັນ​ບາງ​ຄັ້ງ​ຄາວ. ຄຳ​ແນະນຳ​, ນະ​ໂຍບາຍ ​ແລະ ຂໍ້​ກຳນົດ​ເຫຼົ່ານີ້​ປະກອບ​ເປັນ​ສ່ວນ​ໜຶ່ງ​ຂອງ​ນະ​ໂຍບາຍ​ຄວາມ​ເປັນ​ສ່ວນ​ຕົວ​ນີ້.

​ໃນ​ທຸກ​ຄັ້ງ​ທີ່​ພວກ​ເຮົາ​ເຮັດ​ການ​ປ່ຽນ​ແປງ​ຕໍ່​ກັບ​ນະ​ໂຍບາ​ຍຄວາມ​ເປັນ​ສ່ວນ​ຕົວ​ນີ້​ເຊິ່ງ​ສຳຄັນ​ວ່າ​ທ່ານ​ຕ້ອງ​ຮູ້, ພວກ​ເຮົາ​ຈະ​ປະກາດ​ນະ​ໂຍບາຍ​ຄວາມ​ເປັນ​ສ່ວນ​ຕົວ​ທີ່​ອັບ​ເດດ​ໃໝ່​ຢູ່​ລິ້ງນີ້ ​ແລະ ​ແຈ້ງ​ບອກ​ທ່ານ​ຜ່ານ WeChat ຫຼື ວິທີ​ການ​ອື່ນ​ກ່ອນ​ທີ່​ການ​ປ່ຽນ​ແປງ​ດັ່ງກ່າວ​ຈະ​ມີ​ຜົນ​ບັງຄັບ​ໃຊ້.

ປະ​ເພດ​ຂໍ້​ມູນ​ທີ່​ພວກ​ເຮົາ​ປະມວນ​ຜົນ

​ພວກ​ເຮົາ​ປະມວນ​ຜົນ​ຂໍ້​ມູນ​ປະ​ເພດ​ຕ່າງໆ​ໃນ​ການ​ໃຫ້ WeChat. ຂໍ້​ມູນ​ເຫຼົ່ານີ້​ມີ​ລາຍ​ລະອຽດ​ຂ້າງ​ລຸ່ມ:

ການ​ກ່າວ​ເຖິງ "ຂໍ້​ມູນ" ​ໃນ​ນະ​ໂຍບາຍ​ຄວາມ​ເປັນ​ສ່ວນ​ຕົວ​ນີ້​ໝາຍ​ເຖິງ​ທັງ​ຂໍ້​ມູນສ່ວນ​ຕົວ ​ແລະ ຂໍ້​ມູນ​ທີ່​ບໍ່​ແມ່ນ​ຂໍ້​ມູນ​ສ່ວນ​ຕົວ.

ພວ​ກ​ເຮົາ​ປະມວນ​ຜົນ​ຂໍ້​ມູນ​ຂອງ​ທ່ານ​ແນວ​ໃດ

​ສິ່ງ​ຕໍ່​ໄປ​ນີ້​ບອກ​ວ່າ​ພວກ​ເຮົາ​ເກັບ​ເອົາ​ຂໍ້​ມູນ​ສ່ວນ​ຕົວ​ໃດ​ແດ່, ພວກ​ເຮົາ​ໃຊ້​ມັນ​ແນວ​ໃດ (ແລະ ພື້ນຖານ​ດ້ານ​ກົດໝາຍ​ສຳລັບ​ການ​ປະມວນ​ຜົນ​​ຂໍ້​ມູນ​ສ່ວນ​ຕົວ​ນັ້ນ​ພາຍ​ໃຕ້​ກົດໝາຍ​ຂອງ​ສະຫະພາບ​ເອີຣົບ​ໃນ​ຂອບ​ເຂດ​ທີ່​ນຳ​ໃຊ້):

ຂໍ້ມູນຈຸດປະສົງ​ຂອງ​ການ​ປະມວນ​ຜົນ
​ຂໍ້​ມູນ​ການ​ລົງທະບຽນ ​ແລະ ຂໍ້​ມູນ​ການ​ເຂົ້າສູ່​ລະບົບ. ຊື່, ນາມ​ແຝງຜູ້​ໃຊ້, ​ເບີ​ໂທລະສັບ​ມື​ຖື, ລະຫັດ​ຜ່ານ,​ ​ເພດ​ ​ແລະ ທີ່ຢູ່ IP ຂອງ​ທ່ານ.
ພື້ນຖານ​ດ້ານ​ກົດໝາຍ (EU): ​ສັນຍາ
  • ເພື່ອ​ຕັ້ງ ​ແລະ ​ເຂົ້າ​ສູ່​ລະບົບ​ບັນຊີ​ຜູ້​ໃຊ້​ໃນ WeChat;
  • ເພື່ອ​ແຈ້ງ​ບອກທ່ານ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຕໍ່​ກັບ WeChat;
  • ເພື່ອ​ອຳນວຍ​ຄວາມ​ສະດວກ​ການ​ສື່ສານ;
  • ເພື່ອ​ໃຫ້ການ​ຊ່ວຍ​ເຫຼືອຜູ້​ໃຊ້​ແກ່​ທ່ານ;
  • ເພື່ອ​ບັງຄັບ​ໃຊ້​ຂໍ້​ກຳນົດ​, ​ເງື່ອນ​ໄຂ​ ​ແລະ ນະ​ໂຍບາຍ​ຂອງ​ພວກ​ເຮົາ;
  • ເພື່ອ​ດຳ​ເນີນ​ການ​ໂທ VoIP ​ໂດຍ​ໃຊ້ WeChat;
  • ເພື່ອ​ສື່ສານ​ກັບ​ທ່ານ;
  • ເພື່ອ​ໃຫ້​ຄ​ວາ​ມຊ່ວຍ​ເຫຼືອ ​ແລະ ຄຳ​ແນະນຳ​ທີ່​ປັບ​ແຕ່ງ​ເປັນ​ແບບ​ສ່ວນ​ຕົວ;
  • ເພື່ອ​ເຂົ້າ​ໃຈ​ໄດ້​ດີກ​ວ່າ​ກ່ຽວ​ກັບ​ວ່າ​ທ່ານ​ເຂົ້າ​​ເຖິງ ​ແລະ ​ໃຊ້ WeChat ​ແນວ​ໃດ;
  • ເພື່ອ​ພັດທະນາ​ການ​ບໍລິການ​​ໃໝ່ ​ແລະ ປັບປຸງ​ການ​ບໍລິການ​ທີ່​ມີ​ຢູ່​ແລ້ວ;
  • ເພື່ອ​ໃຫ້ການ​ປັບ​ແຕ່ງ​ພາສາ ​ແລະ ທີ່​ຕັ້ງ;
  • ເພື່ອ​ປົກ​ປ້ອງ​ສິດທິ, ຊັບ​ສິນ ຫຼື ຄວາມ​ປອດ​ໄພ​ຂອງ​ພວກ​ເຮົາ, ບໍລິສັດ​ໃນ​ເຄືອ​ຂອງ​ພວກ​ເຮົາ ຫຼື ຜູ້​ໃຊ້​ອື່ນ​ຂອງ WeChat; ​ແລະ
  • ເພື່ອ​​ຄຸ້ມ​ຄອງ​ບໍລິຫານ WeChat ​ແລະ ສຳລັບ​ການ​ດຳ​ເນີ​ນງານ​ພາຍ​ໃນ ລວມທັງ​​​ຈຸດປະສົງການ​ແກ້​ໄຂ​ບັນຫາ, ການ​ວິ​ເຄາະ​ຂໍ້​ມູນ, ການ​ທົດ​ສອບ, ການ​ຄົ້ນຄວ້າ​ວິ​ໄຈ, ການ​ຮັກສາຄວາມ​ປອດ​ໄພ, ການກວດຫາ​ການ​ສໍ້​ໂກງ, ກາ​ນຈັດການ​ບັນຊີ ​ແລະ ການ​ສຳ​ຫຼວດ.
ຂໍ້​ມູນ​ການ​ຄົ້ນ​ຫາໂປຣໄຟລ໌ຜູ້​ໃຊ້. ບັນທຶກ​ຄຳ​ຄົ້ນ​ຫາ​ຕ່າງໆ.
ພື້ນຖານ​ດ້ານ​ກົດໝາຍ (EU): ​ສັນຍາ
  • ເພື່ອ​ໃຫ້ການ​ເຂົ້າ​ເຖິງ​ການ​ຄົ້ນ​ຫາ​ຜ່ານ​ມາ​ໄດ້​ຢ່າງ​ວ່ອງ​ໄວ.
ຂໍ້​ມູນ​ທີ່​ແບ່ງປັນ - ຂໍ້​ມູນ​ໂປຣ​ໄຟລ໌. ຂໍ້​ມູນ​​ໃດໆ​ກໍ​ຕາມ​ທີ່​ທ່ານ​ລວມ​ເອົາ​ເຂົ້າ​ໃນໂປຣໄຟລ໌ WeChat ທີ່​ເປີດ​ເຜີຍ​ຕໍ່​ສາທາລະນະ​ຂອງ​ທ່ານ ​ເຊິ່ງອາດ​ຈະ​ລວມ​ມີ ID, ຊື່ ​ແລະ ຮູບ​ໂປຣ​​ໄ​ຟລ໌ຂອງ​ທ່ານ.
ພື້ນຖານ​ດ້ານ​ກົດໝາຍ (EU): ​ສັນຍາ
  • ເພື່ອ​ຄຸ້ມ​ຄອງ​ບໍລິຫານ​ແພ​ລດຟອມ WeChat ອີງ​ຕາມ​ຄຳ​ແນະນຳ ​ແລະ ຄຳ​ຮ້ອງ​ຂໍ​ຂອງທ່ານ;
  • ເພື່ອ​ໃຫ້​ຄ​ວາ​ມຊ່ວຍ​ເຫຼືອ ​ແລະ ຄຳ​ແນະນຳ​ທີ່​ປັບ​ແຕ່ງ​ເປັນ​ແບບ​ສ່ວນ​ຕົວ;
  • ເພື່ອ​ໃຫ້ການ​ປັບ​ແຕ່ງ​ພາສາ ​ແລະ ທີ່​ຕັ້ງ;
  • ເພື່ອ​ພັດທະນາ​ການ​ບໍລິການ​​ໃໝ່ ​ແລະ ປັບປຸງ​ການ​ບໍລິການ​ທີ່​ມີ​ຢູ່​ແລ້ວ;
  • ເພື່ອ​ເຂົ້າ​ໃຈ​ໄດ້​ດີກ​ວ່າ​ກ່ຽວ​ກັບ​ວ່າ​ທ່ານ​ເຂົ້າ​​ເຖິງ ​ແລະ ​ໃຊ້ WeChat ​ແນວ​ໃດ;
  • ເພື່ອ​ຄຸ້ມ​ຄອງຮັກສາ​ບັນຊີ WeChat ຂອງ​ທ່ານ ອີງ​ຕາມ​ຄຳ​ແນະນຳ ​ແລະ ຄຳ​ຮ້ອງ​ຂໍ​ຂອງທ່ານ.
ຂໍ້​ມູນ​ທີ່​ແບ່ງປັນ - ສື່​ໂປຣ​ໄຟລ໌. ​ນີ້​ປະກອບ​ມີ​ຂໍ້​ມູນ​ທັງ​ໝົດ​ທີ່​ທ່ານ​ເຮັດ​ໃຫ້​ມີ​ໃຫ້​ແກ່​ຜູ້​ໃຊ້​ອື່ນ​ຜ່ານ WeChat ​ເຊິ່ງປະກອບ​ມີ:
  • ໂພສ​ໃນ WeChat Moments ​ແລະ ກາ​ນຕອບ​ຄື​ນຕໍ່​ກັບ WeChat Moments ຂອງ​ຄົນ​ອື່ນ; ​ແລະ
  • ຂໍ້​ມູນ​ທີ່​ເຮັດ​ໃຫ້​ມີ​​ໂດຍ​ຜູ້​ໃຊ້​ຄົນ​ອື່ນ​ກ່ຽວ​ກັບ​ທ່ານ​ຜ່ານ​ການ​ໃຊ້ WeChat – ຕົວຢ່າງ:​ ຂໍ້​ມູນ​ທີ່​ແບ່ງປັນ​ໃດໆ​ກໍ​ຕາມ​ທີ່​ຄົ​ນອື່ນທີ່​ໃຊ້ WeChat ​ເຮັດ​ໃຫ້​ໃຫ້​ມີ​ກ່ຽວ​ກັບ​ທ່ານ​ຜ່ານ WeChat Moments ​ແລະ ການ​ສື່ສານ​ຕ່າງໆທີ່​ພວກ​ເຂົາ​ເຮັດ​ກັບ​ທ່ານ ​ແລະ ຄົນ​ອື່ນ​ໂດຍ​ໃຊ້ WeChat.
    ພື້ນຖານ​ດ້ານ​ກົດໝາຍ (EU): ​ສັນຍາ
    • ເພື່ອ​ຄຸ້ມ​ຄອງ​ບໍລິຫານ​ແພ​ລດຟອມ WeChat;
    • ເພື່ອ​ໃຫ້​ຄ​ວາ​ມຊ່ວຍ​ເຫຼືອ ​ແລະ ຄຳ​ແນະນຳ​ທີ່​ປັບ​ແຕ່ງ​ເປັນ​ແບບ​ສ່ວນ​ຕົວ;
    • ເພື່ອ​ໃຫ້ການ​ປັບ​ແຕ່ງ​ພາສາ ​ແລະ ທີ່​ຕັ້ງ;
    • ເພື່ອ​ພັດທະນາ​ການ​ບໍລິການ​​ໃໝ່ ​ແລະ ປັບປຸງ​ການ​ບໍລິການ​ທີ່​ມີ​ຢູ່​ແລ້ວ;
    • ເພື່ອ​ຄຸ້ມ​ຄອງ​ຮັກສາ​ບັນຊີ WeChat ຂອງ​ທ່ານ;
    • ເພື່ອ​ເຂົ້າ​ໃຈ​ໄດ້​ດີກ​ວ່າ​ກ່ຽວ​ກັບ​ວ່າ​ທ່ານ​ເຂົ້າ​​ເຖິງ ​ແລະ ​ໃຊ້ WeChat ​ແນວ​ໃດ.
    ຄວາມ​ປອດ​ໄພ​ບັນຊີ​ເພີ່ມ​ເຕີມ. Voiceprint (ຄຸນສົມບັດ​ຄວາມ​ປອດ​ໄພ​ແບບ​ເລື​ອກ​ໄດ້​ສຳລັບ​ທ່ານ), ລາ​ຍຊື່​ຕິດ​ຕໍ່​ສຸກ​ເສີນ, ອຸປະກອນ​ທີ່​ມີ​ກາ​ນຈັດການ, ທີ່ຢູ່​ອີ​ເມ​ວ, Facebook Connect OpenID, Facebook Connect Token, QQ ID.
    ພື້ນຖານ​ດ້ານ​ກົດໝາຍ (EU): ​ສັນຍາ
    • ເພື່ອ​ກວດ​ຢືນຢັນຕົວ​ຕົນ​ຂອງ​ທ່ານ
    • ຄວາມ​ປອດ​ໄພ​ບັນຊີ.
    ​ຂໍ້​ມູນ​ການ​ສົນທະນາ. ​ເນື້ອ​ຫາ​ຂອງ​ການ​ສື່ສານ​ລະຫວ່າງ​ທ່ານ​ກັບ​ຜູ້​ໃຊ້​ ຫຼື ກຸ່ມ​ຜູ້​ໃຊ້​ອື່ນ. ຂໍ້​ມູນ​ນີ້​ຖືກ​ເກັບ​ໄວ້​ໃນ​ອຸປະກອນ​ຂອງ​ທ່ານ ​ແລະ ອຸປະກອນ​ຂອງ​ຜູ້​ໃຊ້​ທີ່​ທ່ານ​ໄດ້​ສົ່ງ​ການ​ສື່ສານ​ຫາ. ພວກ​ເຮົາ​ບໍ່​ເກັບ​ຮັກສາ​ຂໍ້​ມູນ​ນີ້​ໄວ້​ໃນ​ເຊີບ​ເວີ​ຂອງ​ພວກ​ເຮົາ​ຢ່າງ​ຖາວອນ ​ແລະ ມັນ​ພຽງ​ໄປ​ຜ່ານ​ເຊີບ​ເວີ​ຂອງ​ພວກ​ເຮົາ ​ເພື່ອ​ໃຫ້​ສາມາດ​ແຈກ​ຢາຍ​ຂໍ້​ມູນ​ນີ້​​ໃຫ້​ແ​ກ່​ຜູ້​ໃຊ້​ທີ່​ທ່ານ​ໄດ້​ເລືອກ​ສົ່ງ​ການ​ສື່ສານ​ຫາ.
    ພື້ນຖານ​ດ້ານ​ກົດໝາຍ (EU): ​ສັນຍາ
    • ເພື່ອ​ອຳ​ນວຍ​ການນຳສົ່ງ​ການ​ສື່ສານ​ຫາ​ຜູ້​ໃຊ້​ອື່ນ.
    ລາຍການລາຍຊື່ຕິດຕໍ່. ລາຍການ​ລາຍ​ຊື່​ຕິດ​ຕໍ່​ໃນ​ອຸປະກອນ​ຂອງ​ທ່ານ.
    ພື້ນຖານ​ດ້ານ​ກົດໝາຍ (EU): ​ສັນຍາ
    • ເພື່ອ​ເຊື່ອມ​ຕໍ່​ທ່ານ​ກັບ​ຜູ້​ໃຊ້ WeChat ອື່ນ ​ໂດຍ​ໃຊ້​ຟັງ​ຊັນ "​ໝູ່​ທີ່​ແນະນຳ".
    OpenID. ພວກ​ເຮົາ​ສ້າງ OpenID ຂຶ້ນ​ໃນ​ແຕ່​ລະກໍລະນີ​ທີ່​ບັນຊີ WeChat ຂອງ​ທ່ານ​ເປີດ​ນຳ​ໃຊ້​ການ​ບໍລິການ WeChat Open Platform ຂອງ​ພາກສ່ວນ​ທີ​ສາມ. ​ມັນ​ແມ່ນ​ຕົວ​ລະບຸ​ສະ​ເພາະ​ທີ່​ປະກົດ​ມີ​ສຳລັບ​ບັນຊີ​ດຽວ​ທີ່​ເຊື່ອມ​ຕໍ່​ກັບ​ການ​ບໍລິການ​ດຽວ​ເທົ່າ​ນັ້ນ ​ແລະ ອະນຸຍາດ​ໃຫ້​ມັນ​ຖືກ​ລະບຸ​ຕົວ​ໂດຍ​ບໍ່​ໃຊ້​ຂໍ້​ມູນ​ສ່ວນ​ຕົວ​ອື່ນ – ​ເຊັ່ນ​ວ່າ ຊື່ ​ຫຼື ທີ່ຢູ່​ອີ​ເມ​ວຂອງ​ທ່ານ. ນອກ​ນັ້ນ, ພວກ​ເຮົາ​ສ້າງ UnionID ສຳລັບ​ແຕ່​ລະ​ກໍລະນີ​ທີ່​ບັນຊີ WeChat ​ເຊື່ອມ​ຕໍ່​ກັບ​ການ​ບໍລິການ​​ໃດ​ໜຶ່ງ ຫຼື ຫຼາຍການ​ບໍລິການ​ທີ່​​ດຳ​ເນີນ​ໂດຍ​ຜູ້​ໃຫ້​ບໍລິການ​ພາກສ່ວນ​ທີ​ສາມ. ນີ້​ອະນຸຍາດ​ໃຫ້​ຜູ້​ໃຫ້​ບໍລິການ​ພາກສ່ວນ​ທີ​ສາມ​ເຊື່ອມ​ໂຍງ​ການ​ເຄື່ອນ​ໄຫວ​ຂອງ​ທ່ານ​ໄດ້​ງ່າຍ​ຂຶ້ນ​ໃນ​ທົ່ວ​ການ​ບໍລິການ​ທີ່​ກ່ຽວຂ້ອງ​ພາຍ​ໃນ​ທີ່​ສະໜອງ​ໃຫ້​ໂດຍ​ຜູ້​ໃຫ້​ບໍລິການ​ດຽວ​ກັນ.
    ພື້ນຖານ​ດ້ານ​ກົດໝາຍ (EU): ​ສັນຍາ
    • ເພື່ອ​ອະນຸຍາດ​ໃຫ້​ທ່ານຕິດຕາມ​ບັນຊີ​ທາງ​ການ;
    • ເພື່ອ​ອະນຸຍາດ​ໃຫ້​ທ່ານ​ໃຊ້​ມິ​ນິ​ໂປຣ​ແກຣມ; ​ແລະ
    • ເພື່ອ​ອະນຸຍາດ​ໃຫ້​ທ່ານ​ໃຊ້ WeChat ID ​ເພື່ອ​ເຂົ້າ​ສູ່​ລະບົບ​ການ​ບໍລິການ​​ພາກສ່ວນ​ທີ​ສາມ.
    ຂໍ້​ມູນ​ບັນທຶກ. ​ເບິ່ງ​ຄຳ​ນິຍາມ​ຂ້າງ​ເທິງ.
    ພື້ນຖານ​ດ້ານ​ກົດໝາຍ (EU): ສິດທິ​ປະ​ໂຫຍ​ດທີ່​ຖືກຕ້ອງ​ຕາມ​ກົດໝາຍ
    • ເພື່ອ​ເຂົ້າ​ໃຈ​ໄດ້​ດີກ​ວ່າ​ກ່ຽວ​ກັບ​ວ່າ​ທ່ານ​ເຂົ້າ​​ເຖິງ ​ແລະ ​ໃຊ້ WeChat ​ແນວ​ໃດ;
    • ເພື່ອ​ຄຸ້ມ​ຄອງ​ບໍລິຫານ WeChat;
    • ສຳລັບ​ການ​ດຳ​ເນີ​ນງານ​ພາຍ​ໃນ ລວມທັງ​​​ຈຸດປະສົງການ​ແກ້​ໄຂ​ບັນຫາ, ການ​ວິ​ເຄາະ​ຂໍ້​ມູນ, ການ​ທົດ​ສອບ, ການ​ຄົ້ນຄວ້າ​ວິ​ໄຈ, ການ​ຮັກສາຄວາມ​ປອດ​ໄພ, ການກວດຫາ​ການ​ສໍ້​ໂກງ ​ແລະ ກາ​ນຈັດການ​ບັນຊີ.
    ຂໍ້ມູນທີ່ຕັ້ງ. ​ເບິ່ງ​ຄຳ​ນິຍາມ​ຂ້າງ​ເທິງ.
    ພື້ນຖານ​ດ້ານ​ກົດໝາຍ (EU): ​ສັນຍາ
    ກະລຸນາຈົດຈຳໄວ້ວ່າ ການໃຊ້ງານຂອງຜະລິດຕະພັນ ແລະ ບໍລິການທີ່ໃຊ້ຂໍ້ມູນຕຳແຫນ່ງ, ເມື່ອໃຊ້ຢູ່ນອກປະເທດສາທາລະນະລັດ ປະຊາຊົນຈີນ ແມ່ນຂຶ້ນຢູ່ກັບ HERE ເງື່ອນໄຂການໃຊ້ງານ ແລະ HERE ນະໂຍບາຍຄວາມເປັນສ່ວນຕົວ.
    • ສຳລັບ​ການ​ຮັກສາຄວາມ​ປອດ​ໄພ, ການກວດ​ຫາ​ການ​ສໍ້​ໂກງ ​ແລະ ກາ​ນຈັດການ​ບັນຊີ (​ເຊັ່ນ​ວ່າ ​ເພື່ອ​ຮັບປະກັນ​ບໍ່​ໃຫ້​ມີ​ການ​ເຂົ້າສູ່​ລະບົບ​ແບບ​ຫຼາຍບັນຊີ ຫຼື ການ​ເຂົ້າ​ສູ່​ລະບົບ​ທີ່​ໜ້າ​ສົງ​ໄສ​ຢູ່​ໃນ​ບັນຊີ​ຂອງ​ທ່ານ);
    • ເພື່ອ​ໃຫ້ທ່ານ​ມີ​ການ​ບໍລິການ​ທີ່​ອີງ​ໃ​ສ່ທີ່​ຕັ້ງ​ທີ່​ທ່ານ​ເລືອກ​ໃຊ້​​:
      • ແບ່ງປັນ​ທີ່​ຕັ້ງ (​ເ​ມື່ອທ່ານ​ເລືອກ​ແບ່ງປັນ​ທີ່​ຕັ້ງ​ຂອງ​ທານ​ຢູ່​ພາຍ​ໃນ​ການ​ສົນທະນາ​ກັບ​ຜູ້​ໃຊ້​ອື່ນ);
      • Moments/ສະຖານ​ທີ່​ໜ້າ​ສົນ​ໃຈ (ການ​ຕິດ​ປ້າຍ​ທາງ​ທີ່ຕັ້ງພູມ​ສາດ​ໃຫ້​ແກ່​ສະຖານ​ທີ່​ໃດ​ໜຶ່ງ​ໃນ​ໂພສ Moments);
      • WeRun (​ເມື່ອ​ທ່ານ​ເລືອກ​ໃຊ້​ຄຸ​ນສົມບັດ​ນີ້ WeChat ​ໃຊ້​ເຄື່ອງ​ວັດ​ຄວາມ​ເລັ່ງຂອງ​ທ່ານ ​ແລະ gy
      • ບັນຊີ​ທາງ​ການ (ຖ້າ​ທ່ານ​ເລືອກ​ເປີດ​ເຜີຍ​ທີ່​ຕັ້ງ​ຂອງ​ທ່ານ​ຕໍ່​ກັບ​ບັນຊີ​ທາງ​ການ​ໃດ​ໜຶ່ງ,​ ຂໍ້​ມູນ​ນັ້ນ​ຈະ​ຖືກ​ແບ່ງປັນ​ກັບ​ບັນຊີ​ທາງ​ການ​ນັ້ນ);
      • ມິ​ນິ​ໂປຣ​ແກຣມ (ຖ້າ​ທ່ານ​ເລືອກ​ເປີດ​ເຜີຍ​​ທີ່​ຕັ້ງ​ຂອງ​ທ່ານ​ກັບ​ມິ​ນິ​ໂປຣ​ແກຣມ​ໃດ​ໜຶ່ງ ຫຼື ​ເລືອກ​ຊອກ​ຫາ​ມິ​ນິ​ໂປຣ​ແກຣມທີ່ຢູ່​ໃກ້​ຄຽງ);
      • ຜູ້​ຄົນທີ່ຢູ່​ໃກ້​ຄຽງ, ສັ່ນ, ຂໍ້ຄວາມ​ໃນ​ໃນ​ຂວດ (ສິ່ງ​​​ເຫຼົ່ານີ້​ແມ່ນ​ການ​ບໍລິການ​ທີ່​ອີງ​ໃສ່​ທີ່​ຕັ້ງ​ທີ່​ທ່ານ​ສາມາດ​ເລືອກ​​ໃຊ້​ເພື່ອ​ເປີດ​ເຜີຍ​ທີ່​ຕັ້ງ​ທົ່ວ​ໄປ​ຂອງທ່ານ​ເປັນ​ໄລ​ຍະ​ເວລາ​ທີ່​ຈຳ​ກັດ (​ແລະ ທ່ານ​ສາມາດ​ເລືອກລຶບລ້າງ​ຂໍ້​ມູນ​ທີ່​ຕັ້ງ​ດັ່ງກ່າວ​ໄດ້​ທຸກ​ເວລາ);
      • ຂ່າວ​ເດັ່ນ (ຖ້າ​ທ່ານ​ເຂົ້າ​ເຖິງ​ຄຸນສົມບັດ​ນີ້, ພວກ​ເຮົາ​ໃຊ້​ທີ່​ຕັ້ງ​ຂອງ​ທ່ານ​ເພື່ອ​ປັບ​​ເນື້ອ​ຫາ​ຂ່າວ​ທີ່​ກ່ຽວຂ້ອງ​ໃນ​ທ້ອງ​ຖິ່ນ​​ໃຫ້​ເໝາະ​ສົມສຳລັບ​ທ່ານ);
      • ການ​ຄົ້ນ​ຫາ (ຖ້າ​ທ່ານ​ເຮັດ​ການ​ຄົ້ນ​ຫາ​ພາຍ​ນອກ​ໂດຍ​ໃຊ້ WeChat, ການ​ບໍລິການ​ໃຊ້​ທີ່​ຕັ້ງ​ຂອງ​ທ່ານ​ເພື່ອ​ໃຫ້​ຂໍ້​ມູນ​​ທີ່​ກ່ຽວຂ້ອງ​ໃນ​ທ້ອງ​ຖິ່ນ​ແກ່​ທ່ານ);
    • ເພື່ອ​ໃຫ້ການ​ປັບ​ແຕ່ງ​ພາສາ ​ແລະ ທີ່​ຕັ້ງ.
    ຂໍ້​ມູນ​ບັດ​ເຄຣດິດ
    ພື້ນຖານ​ດ້ານ​ກົດໝາຍ (EU): ພວກ​ເຮົາ​ປະມວນ​ຜົນ​ຂໍ້​ມູນ​ນີ້​ອີງ​ຕາມ​ພັນທະ​ຂອງ​ພວກ​ເຮົາ​ພາຍ​ໃຕ້​ກົດໝາຍ​ທີ່​ບັງຄັບ​ໃຊ້.
    • ໃນ​ບາງ​ພາກ​ພື້ນ, ມີ​ການ​ເກັບ​ເອົາຂໍ້​ມູນ​ບັດ​ເຄຣດິດ ​ແລະ ກວດ​ຢືນຢັນ​ຂໍ້​ມູນ​ບັດ​ນັ້ນ​ຜ່ານ​ການ​ບໍລິການ​ດຳ​ເນີນ​ການ​ຊຳລະ​ເງິນຂອງ​ພາກສ່ວນ​ທີ​ສາມ​​ເພື່ອ​ຈຸດປະສົງ​ກວດ​ຢືນຢັນ​ການ​ຍິນ​ຍອມ​ເຫັນ​ດີ​ຂອງພໍ່​ແມ່ ຫຼື ຜູ້​ປົກຄອງ​ໃນ​ການ​ອະນຸຍາດ​ໃຫ້​ຜູ້​ເຍົາອາຍຸ​ບໍ່​ທັນບັນລຸ​ຕິ​ນິພາວະ​ໃຊ້ WeChat. ​ຂໍ້​ມູນ​ນີ້​ບໍ່​ຖືກ​ເກັບ​ໄວ້​ຢ່າງ​ຖາວອນ​ໃນ​ເຊີບ​ເວີ​ຂອງ WeChat ​ແລະ ຖືກ​ກຳຈັດ​ຖິ້ມ​ໃນ​ທັນທີ​ຫຼັງຈາກ​ການ​ບໍລິການ​ດຳ​ເນີນ​ການ​ຊຳລະ​ເງິນ​ຂອງ​ພາກ​ສ່ວນທີ​ສາມ​ໄດ້​ປະຕິບັດ​ຄຳ​ຮ້ອງ​ຂໍ​ກວດ​ຢືນຢັນ​ແລ້ວ​.
    ຂໍ້​ມູນ​ການ​ຊ່ວຍ​ເຫຼືອລູກ​ຄ້າ. ຂໍ້​ມູນ​ໃດໆກໍ​ຕາມ​ທີ່​ທ່ານ​ສະໜອງ​ໃຫ້​ແກ່​ທີ​ມຊ່ວຍ​ເຫຼືອລູກຄ້າ​ຂອງ​ພວກ​ເຮົາ.
    ພື້ນຖານ​ດ້ານ​ກົດໝາຍ (EU): ​ສັນຍາ
    • ເພື່ອ​ສືບສວນ​ບັນຫາ​ການ​ຊ່ວຍ​ເຫຼືອຂອງ​ທ່ານ.
    ຂໍ້​ມູນ​ອຸປະກອນ. ສື່​ທີ່​ເກັບ​ໄວ້​ໃນ​ອຸປະກອນ​ຂອງ​ທ່ານ.
    ພື້ນຖານ​ດ້ານ​ກົດໝາຍ (EU): ​ສັນຍາ
    • ເພື່ອ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ແບ່ງປັນ​ສື່​ດັ່ງກ່າວ​​ໂດຍ​ໃຊ້ WeChat.
    ຂໍ້​ມູນ​ການ​ເຊື່ອມ​ຕໍ່​ສື່​ສັງຄົມ​ອອນ​ລາຍ. QQ ID ຫຼື Facebook Connect Token ຂອງ​ທ່ານ (ຕາມ​ທີ່​ກ່ຽວຂ້ອງ).
    ພື້ນຖານ​ດ້ານ​ກົດໝາຍ (EU): ​ສັນຍາ
    • ຖ້າ​ທ່ານ​ເລືອກ​ເຊື່ອມ​ຕໍ່​ບັນຊີ​ສື່​ສັງຄົມ​ອອນ​ລາຍ​ພາກສ່ວນ​ທີ​ສາມ​ກັບ​ບັນຊີ WeChat ຂອງ​ທ່ານ, ພວກ​ເຮົາ​ປະມວນ​ຜົນ​ຂໍ້​ມູນ​ນີ້​ເພື່ອ​ອຳນວຍ​ຄວາມ​ສະດວກ​​ໃຫ້​ແກ່​ການ​ເຂົ້າ​ສູ່​ລະບົບ WeChat ຜ່ານ​ບັນຊີ​ສື່​ສັງຄົມ​ອອນ​ລາຍ.
    • ຖ້າ​ທ່ານ​ເຜີຍ​ແຜ່​ເນື້ອຫາ​ໃນ Moments ຂອງ​ທ່ານ,​ WeChat ຈະ​ອຳນວຍ​ຄວາມສະດວກ​ໃຫ້​ແກ່​ການ​ເຜີຍ​ແຜ່​ຫາ​ບັນຊີ​ສື່​ສັງຄົມ​ອອນ​ລາຍ​ພາກສ່ວນ​ທີ​ສາມ​ທີ່​​ຮັບຮອງ​ຄວາມ​ຖືກຕ້ອງ​ແລ້ວ ຖ້າ​ທ່ານ​ເລືອກ​ແບ່ງປັນ​​ເນື້ອ​ຫາ​ນີ້​ກັບ​ບັນຊີ​ພາກສ່ວນ​ທີ​ສາມ​ນັ້ນ
    ​ການ​ສໍາ​ຫຼວດ. ຖ້າ​ທ່ານ​ເລືອກ​ເຂົ້າ​ຮ່ວມ​ການ​ສຳ​ຫຼວດ​ໃດ​ໜຶ່ງ, ພວກ​ເຮົາ​ອາດ​ຈະ​ຮ້ອງ​ຂໍ​ເອົາ​ບາງຂໍ້​ມູນ​ສ່ວນ​ຕົວ​ສະ​ເພາະຈາກ​ທ່ານ. ພວກ​ເຮົາ​ອາດ​ຈະ​ໃຊ້​ຜູ້​ໃຫ້​ບໍລິການ​ພາກສ່ວນ​ທີ​ສາມ​ເພື່ອ​ດຳ​ເນີນ​ການ​ສຳ​ຫຼວດ​ເຫຼົ່ານີ້ ​ແລະ ຈະ​ມີ​ການ​ແຈ້ງ​ບອກ​ສິ່ງ​ນີ້​ໃຫ້​ທ່ານ​ຊາບ​ກ່ອນ​ທີ່​ທ່ານ​ຈະ​​​ເຮັດ​ການ​ສຳ​ຫຼວດ.
    ພື້ນຖານ​ດ້ານ​ກົດໝາຍ (EU): ​ການ​​ຍິນ​ຍອມ​ເຫັນ​ດີ
    • ເພື່ອ​ເຂົ້າ​ໃຈ​ໄດ້​ດີກ​ວ່າ​ກ່ຽວ​ກັບ​ວ່າ​ທ່ານ​ເຂົ້າ​​ເຖິງ ​ແລະ ​ໃຊ້ WeChat ​ແນວ​ໃດ;
    • ເພື່ອ​ໃຫ້​ຄ​ວາ​ມຊ່ວຍ​ເຫຼືອ ​ແລະ ຄຳ​ແນະນຳ​ທີ່​ປັບ​ແຕ່ງ​ເປັນ​ແບບ​ສ່ວນ​ຕົວ;
    • ເພື່ອ​ພັດທະນາ​ການ​ບໍລິການ​​ໃໝ່ ​ແລະ ປັບປຸງ​ການ​ບໍລິການ​ທີ່​ມີ​ຢູ່​ແລ້ວ;
    • ເພື່ອ​ປັບປຸງ WeChat ​ແລະ ຕອບ​ສະໜອງ​ຕໍ່​ກັບ​ຄຳ​ຮ້ອງ​ຂໍ​ ​ແລະ ຄວາ​ມຕ້ອງການ​ຂອງລູກ​ຄ້າ.
    ຂໍ້​ມູນ​ການ​ແຂ່ງຂັນ. ຂໍ້​ມູນ​ໃດໆ​ກໍ​ຕາມ​ທີ່​ທ່ານ​ສະໜອງ​ໃຫ້​ແກ່​ພວກ​ເຮົາ​ໃນ​ການ​ສົ່ງ​ຂໍ້​ມູນ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ທີ່​ສະ​ເໜີ​ໃຫ້​ໃນ WeChat.
    ພື້ນຖານ​ດ້ານ​ກົດໝາຍ (EU): ​ສັນຍາ
    • ເພື່ອ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​​ເຂົ້າ​ຮ່ວມ​ໃນ​ການ​ແຂ່ງຂັນນັ້ນ;
    • ເພື່ອ​ໃຫ້​ລາງວັນ, ຖ້າ​ກ່ຽວຂ້ອງ.
    ຂໍ້​ມູນ​ທີ່​ໃຊ້​ນາມ​ແຝງ ​ແລະ ຂໍ້​ມູນ​ແບບລວມກັນ. ພວກ​ເຮົາ​ໃຊ້​ນາມ​ແຝງ ​ແລະ ລວມບາງ​ຂໍ້​ມູນ​ສ່ວນຕົວ​ສະ​ເພາະ​ເຂົ້າກັນ​ເພື່ອ​ປັບປຸງ​ການ​ບໍລິການ​ຂອງ​ພວກ​ເຮົາ
    ພື້ນຖານ​ດ້ານ​ກົດໝາຍ (EU): ສິດທິ​ປະ​ໂຫຍ​ດທີ່​ຖືກຕ້ອງ​ຕາມ​ກົດໝາຍ
    • ການ​ວິ​ເຄາະ​ວ່າ​ຄຸນສົມບັດ​ໃດ ຫຼື ການ​ດຳ​ເນີນ​ການ​ໃດ​ທີ່​ຕ້ອງ​ເຮັດຢູ່​ພາຍ​​ໃນ​ແອັບ​ເພື່ອ​ປັບປຸງ​ປະສົບ​ການ​ໃຊ້​ແອັບ
    • ການກວດ​ຫາ​ການ​ສໍ້​ໂກງ ​ແລະ ການ​ວິ​ເຄາະ​ຄວາມ​ປອດ​ໄພ​ບັນຊີ
    • ການ​ວິ​ເຄາະ​​ສະຖິຕິປະຊາກອນກ່ຽວ​ກັບ​ລາຍການ​ຕ່າງໆ ​ເຊັ່ນ​ວ່າ ພາກ​ພື້ນ, ລຸ້ນ​ໂທລະສັບ, ​ແພ​ລດຟອມລະບົບ​ປະຕິບັດ​ການ, ພາສາ​ລະບົບ ​ແລະ ​ເວີ​ຊັນ​ WeChat ​ເພື່ອ​ເຂົ້າ​ໃຈ​ໄດ້​ດີກ​ວ່າ​ກ່ຽວ​ກັບ​ວ່າ​ຜູ້​ໃຊ້​ຂອງ​ພວກ​ເຮົາ​ກຳລັງ​ໃຊ້ WeChat ​ແນວ​ໃດ
    • ສະຖິຕິ​ການ​ຮັບ​ສົ່ງ​ຂໍ້​ມູນ​ໃນ​ເວັບ ​ແລະ ບັນຊີ​ກ່ຽວ​ກັບ​ວ່າ​​ເນື້ອ​ຫາ ​ແລະ ການ​ບໍລິການ​ໃດ​​ຖືກ​ນຳ​ໃຊ້​ໃນ​ເວລາ​ທີ່​ຜູ້​ໃຊ້​ເຂົ້າ​ຫາ​ການ​ບໍລິການ​ພາກສ່ວນ​ທີ​ສາມ​ໃນ​ແພ​ລດຟອມ​ເປີດ WeChat ​ເປັ​ນວິທີ​ການ​ສຳລັບ​ການ​​ແຈ້ງ​ບອກ​ຜູ້​ໃຫ້​ບໍລິການ​ພາກສ່ວນ​ທີ​ສາມ​ກ່ຽວກັບ​ການ​ວິ​ເຄາະ​ວ່າການ​ບໍລິການ​ຂອງ​ເຂົາ​ເຈົ້າ​ກຳລັງ​ຖືກ​ໃຊ້​ແນວ​ໃດ​ໂດຍ​ຜູ້​ໃຊ້ WeChat
    ​ຄຸກ​ກີ້. ພວກ​ເຮົາ​ອະທິບາຍ​ການ​ເກັບ​ຂໍ້​ມູນ​ດັ່ງກ່າວ​ເພີ່ມ​ເຕີມ​ໃນຂໍ້ **"​ເຕັກ​ໂນ​ໂລ​ຊີ​ການ​ຕິດຕາມ".
    ພື້ນຖານ​ດ້ານ​ກົດໝາຍ (EU):** ​ສັນຍາ
    • ເພື່ອ​ອຳ​ນວຍ​ຄວາມ​ສະດວກ​ການ​ເຂົ້າ​ສູ່​ລະບົບ ​ແລະ ກ​ານກວດ​ຢືນຢັນ​ບັນຊີ;
    • ເພື່ອ​ປະ​ເມີນ​ປະສິດທິ​ຜົນຂອງ ​ແລະ ປັບປຸງ​ການ​ໂຄສະນາ ​ແລະ ກິດຈະກຳ​ການ​ຕະຫຼາດ ​ແລະ ສົ່ງ​ເສີມ​ການ​ຂາຍ​ອື່ນໆ.

    ​ບາງ​ຄົນ​ສົມບັດ​ຂອງ WeChat ພຽງ​ແຕ່​ມີ​ໃຫ້​ແກ່​ຜູ້​ໃຊ້​ໃນ​ບາງ​ເຂດ​ອຳນາດ​ເທົ່າ​ນັ້ນ. ສຳລັບ​ຄຸນສົມບັດ​ເຫຼົ່ານີ້ ພວກ​ເຮົາ​ເກັບ​ເອົາ​ຂໍ້​ມູນ​ເພີ່​ມ​ເຕີມ​ດັ່ງ​ຕໍ່ໍ​ໄປ​ນີ້:

    ຂໍ້ມູນຈຸດປະສົງ​ຂອງ​ການ​ປະມວນ​ຜົນ
    ຂໍ້​ມູນ​ການ​ລົງທະບຽນ​ເພີ່ມ​ເຕີມ – ບັນຊີ​ທີ່​ກວດ​ຢືນຢັນ​ແລ້ວ. ​ສັນຊາດ, ວັນ​ເດືອນ​ປີ​ເກີດ, ທີ່ຢູ່​ອາ​ໄສ, ສຳ​ເນົາ​ຫຼັກຖາ​ນສະ​ແດງ​ທີ່ຢູ່, ສຳ​ເນົາ​ເອກະສານ​ລະບຸ​ຕົວ​ຕົນ (​ເຊັ່ນ​ວ່າ ໜັງສືຜ່ານ​ແດນ, ບັດປະຈຳຕົວ, ​ໃບ​ອະນຸຍາດ​ກັບ​ຄືນ​ບ້ານ​ເກີດ ​ແລະ ອື່ນໆ), ​​ເລກທີເອກະສານ​ລະບຸ​ຕົວ​ຕົນ​ບຸກຄົນ, ອາຊີບ ​ແລະ ​ແຫຼ່ງທຶນ.
    ການ​ມີ​ໃຫ້: ຄຸນສົມບັດ​ນີ້​ມີ​ໃຫ້​ແກ່​ຜູ້​ໃຊ້​ທີ່​ມີ​ເບີ​ມື​ຖື​ທີ່​ອອກ​ໃຫ້​ໃນ​ບາງ​ເຂດ​ອຳນາດ​ສະ​ເພາະ​ເທົ່າ​ນັ້ນ (​ເຊັ່ນ​ວ່າ ຮ່ອງ​ກົງ)ຖ້າ​ທ່ານ​ເລືອກ​ຂໍ​ເອົາ​ການກວດ​ຢືນຢັນ​ບັນຊີ (​ເພື່ອ​ປົດ​ລັອກຄຸນສົມບັດ​ການ​ຊຳລະ​ເງິນ ​ແລະ ການ​ຊຳລະ​ສະ​ສາງ​ເງິນທຶນ​ເພີ່ມ​ເຕີມ​ໃນ WeChat), ພວກ​ເຮົາ​​ໃຊ້​ຂໍ້​ມູນ​ນີ້​:
  • ເພື່ອ​ກວດ​ຢືນຢັນຕົວ​ຕົນ​ຂອງ​ທ່ານ; ​ແລະ
  • ເພື່ອ​ອຳນວຍ​ຄວາມ​ສະດວກ​ກາ​ນຊຳລະ​ເງິນ ​ແລະ ການຊຳລະສະ​ສາງ​ເງິນ​ທຶນ.
  • ​ຂໍ້​ມູນ​ການ​ຊໍຳລ​ະ​ເງິນ. ​ເລ​ກທີ​ບັດ​ເຄຣດິດຂອງ​ທ່ານ, ວັນ​ທີ​ໝົດ​ອາຍຸ,​ CVC ​ແລະ ຊື່​ຜູ້​ຖື​ບັດ. ກະລຸນາ​ຮັບ​ຊາບ​ວ່າ​ຖ້າ​ການ​ຊຳລະ​ເງິນ​ຖືກ​ດຳ​ເນີນ​ໂດຍ​ຜູ້​ໃຫ້​ບໍລິການ​ພາກສ່ວນທີ​ສາມ, ພວກ​ເຮົາ​ບໍ່​ເກັບ​ເອົາ ຫຼື ​ເກັບ​ຮັກສາ​ຂໍ້​ມູນ​ສ່ວນ​ຕົວ​ໃດໆ​, ​ເຖິງ​ແມ່ນ​ວ່າ​ພວກ​ເຮົາ​ອາດຈະ​ໄດ້​ຮັບ​ຂໍ້​ມູນ​ສັງ​ລວມກ່ຽວ​ກັບ​ທຸລະ​ກຳ​ຕ່າງໆ​ກໍ​ຕາມ.
    ການ​ມີ​ໃຫ້: ຄຸນສົມບັດ​ນີ້​ມີ​ໃຫ້​ແກ່​ຜູ້​ໃຊ້​ທີ່​ມີ​ເບີ​ມື​ຖື​ທີ່​ອອກ​ໃຫ້​ໃນ​ບາງ​ເຂດ​ອຳນາດ​ສະ​ເພາະ​ເທົ່າ​ນັ້ນ (​ເຊັ່ນ​ວ່າ ຮ່ອງ​ກົງ)
    • ເພື່ອ​ອຳນວຍ​ຄວາມ​ສະດວກ​ການ​ຊື້​ຂອງ​ທ່ານ​ຢູ່​ພາຍ​ໃນ WeChat; ​ແລະ
    • ເພື່ອ​ຮັບຮອງ​​ຊື່​ແທ້​ຂອງ​ທ່ານ​ເພື່ອ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ສ້າງ​ບັນຊີ WeChat Pay ຂອງ​ທ່ານ.

    ຂໍ້​ມູນ​ສ່ວນ​ຕົວ​ຢູ່​ພາ​ຍ​ໃນ​ຄຳຍິນ​ຍອມ​ເຫັນ​ດີ​ຂອງທ່ານ

    ​ຖ້າ​ຂໍ້​ມູນ​ສ່ວນ​ຕົວ​ຂອງ​ທ່ານ​ໃດໆ​ກໍ​ຕາມ​ປະກອບ​ເປັນຄຳ​ຍິນ​ຍອມ​ເຫັນ​ດີ​ຂອງ​ທ່ານ (ຕາມ​ທີ່​ກຳນົດ​ໄວ້​ໃນ​ຂໍ້​ກຳນົດ​ການ​ບໍລິການ​ຂອງ WeChat), ພວກ​ເຮົາ ​ແລະ ບໍລິສັດ​ໃນ​ເຄືອ​ຂອງ​ພວກ​ເຮົາ​ອາດ​ຈະ (​ໂດຍ​ປະ​ຕິ​ບັດ​ຕາມ​ນະ​ໂຍບາຍ​ຄວາມ​ເປັນ​ສ່ວນ​ຕົວ​ນີ້) ​ໃຊ້​ຂໍ້​ມູນ​ສ່ວນ​ຕົວ​ດັ່​ງກ່າວ​ອີງ​ຕາມຂໍ້ "ການ​ຍິນ​ຍອມ​ເຫັນ​ດີ​ຂອງ​ທ່ານ" ຂອງ​ຂໍ້​ກຳນົດ​ການ​ບໍລິການ​ຂອງ WeChat.

    ການ​ແບ່ງປັນ​ຂໍ້​ມູນ​ສ່ວນ​ຕົວ​ຂອງ​ທ່ານ

    ພວກ​ເຮົາ​ຈະບໍ່​ໂອນ​ຂໍ້​ມູນ​ສ່ວນ​ຕົວ​ຂອງ​ທ່ານ​ໃຫ້​ພາກສ່ວນ​ທີ​ສາມ​ອື່ນ​ໃດໆ ຍົກ​ເວັ້ນຕາມ​ທີ່​ລະບຸ​ໄວ້​ຂ້າງ​ລຸ່ມ ຫຼື ​ໃນ​ສະພາບ​ການ​ທີ່​ທ່ານ​ຍິນ​ຍອມ​ເຫັນ​ດີ​ຕໍ່​ກັບ​ການ​ໂອນ​ດັ່ງກ່າວ.

    ພວກ​ເຮົາ​ແບ່ງປັນ​ຂໍ້​ມູນ​ຂອງ​ທ່ານ​ກັບ​ຜູ້​ຮັບ​ທີ່​ເລືອກ​ໄວ້ຜູ້​ທີ່​ມີ​ພື້ນຖານ​ດ້ານ​ກົດໝາຍ ​ແລະ ອຳນາດ​ທີ່​ຕ້ອງການ​ໃນ​ກາ​ນຮ້ອງ​ຂໍ​ເອົາ​ຂໍ້​ມູນ​ດັ່ງກ່າວ. ປະ​ເພດ​ຜູ້​ຮັບ​ຂໍ້​ມູນ​​ເຫຼົ່ານີ້ລວມມີ:

    ຂໍ້​ມູນ​ທີ່​ແບ່ງປັນ

    WeChat ​ເຮັດ​ໃຫ້​ສາມາດ​ແບ່ງປັນ​ບາງ​ຂໍ້​ມູນ​ສ​ະ​ເພາະ​ໄດ້​ຢ່າງ​ເປີດ​ເຜີຍ​ກັບ​ລາຍ​ຊື່​ຕິດ​ຕໍ່​ໃນ WeChat ​ແລະ ຜູ້​ໃຊ້ WeChat ອື່ນ. ທ່ານ​ສາມາດ​ເ​ຊື່​ອງ​ໂປຣ​ໄຟລ໌ຂອງ​ທ່ານ​ຈາກ​​ການ​ເບິ່ງ​ເຫັນ ​ແລະ ການ​ຄົ້ນ​ຫາຂອງ​ສາທາລະນະ​ໄດ້​ທຸກ​ເວລາ ​ໂດຍ​ການ​ຖອນ​ໝາຍ​ເອົາ "ອະນຸຍາດ​ໃຫ້​ຊອກ​ເຫັນ​ຕາມ​ເບີ​ໂທລະສັບ, WeChat ID ຫຼື QQ ID" ຢູ່​ໃນ​ການ​ຕັ້ງ​ຄ່າ​ບັນຊີ​ຂອງ​ທ່ານ. ນີ້​ໝາຍ​ຄວາມ​ວ່າ​ຜູ້​ໃຊ້​ WeChat ອື່ນຈະ​ບໍ່ສາມາດ​ຊອກ​ເຫັນ​ທ່ານ. ພວກ​ເຮົາ​ເອີ້ນ​ຂໍ້​ມູນ​ປະ​ເພດ​ນີ້​ຢູ່​ຂ້າງ​ເທິງ​ເປັນ​ຂໍ້​ມູນ​ທີ່​ແບ່ງ​ປັນ. ຂໍ້​ມູນ​ທີ່​ແບ່ງປັນ​ຈະ​ຍັງ​ຄົງ​ມີ​ໃຫ້​ຢ່າງ​ເປີດ​ເຜີຍ​ຕາບ​ໃດ​ທີ່​ທ່ານ ຫຼື ຜູ້​ໃຊ້​ທີ່​ໄດ້​ແບ່ງປັນ​ຂໍ້​ມູນ​ດັ່ງກ່າວ​ຍັງ​ຮັກສາ​ມັນ​ໄວ້ຢູ່. ​ເຖິງ​ແມ່ນ​ຫຼັງຈາກ​ທີ່​ທ່ານ​ລຶບ​ຂໍ້​ມູນ​ທີ່​ແບ່ງປັນ​ແລ້ວ, ມັນ​ອາດ​ຈະ​ຍັງ​ຖືກ​ຈັດ​ເກັບ​ໄວ້​, ອັດ​ສຳ​ເນົາ ຫຼື ​ເກັບຮັກສາ​ໄວ້​ແຍກ​ຕ່າງຫາກ​ ຫຼື ຍັງ​ຄົງ​ເປີດ​ເຜີຍ​ຕໍ່​ສາທາລະນະ ​ໂດຍ​ຜູ້​ໃຊ້​ອື່ນ ຫຼື ພາກສ່ວນ​ທີ​ສາມ​ຜູ້​ທີ່​ບໍ່​ກ່ຽວຂ້ອງ​ກັບ ​ແ​ລະ ບໍ່​ຢູ່​ພາຍ​​ໃຕ້​ການ​ຄວບ​ຄຸມ​ຂອງ​ພວ​ກ​ເຮົາ.

    ຖ້າ​ທ່ານ​ໄດ້​ຮ້ອງ​ຂໍ​ໃຫ້​ພວກ​ເຮົາ​ລຶບ​ຂໍ້​ມູນ​ສ່ວນ​ຕົວ​ຂອງ​ທ່ານ​ທີ່​ພວກ​ເຮົາ​ໄດ້​ເປີດ​ເຜີຍ​ຕໍ່​ສາທາລະນະ ​ແລະ ມີ​​ເຫດຜົນ​ສຳລັບ​ການ​ລຶບ, ພວກ​ເຮົາ​ຈະ​ໃຊ້​ຂັ້ນ​ຕອນ​ທີ່​ສົມ​ເຫດສົມ​ຜົນ​ເພື່ອ​ພະຍາຍາມ​ບອກ​​ໃຫ້ຄົນ​ອື່ນ​ທີ່​ສະ​ແດງ​ຂໍ້​ມູນ​ສ່ວນ​ຕົວ​ຂອງ​ທ່ານ ຫຼື ​ໃຫ້​ລິ້ງ​ເຊື່ອມ​ໂຍງ​ກັບ​ຂໍ້​ມູນ​ຂອງ​ທ່ານ​ລຶບ​​ມັນ​ເຊັ່ນ​ກັນ.

    ກະລຸນາ​ພິຈາລະນາ​​ສິ່ງ​ທີ່​ທ່ານ​ໂພສ ​ແລະ ສື່ສານ​ຜ່ານ WeChat ຢ່າງລະອຽດ. ​ໃນ​ບາງ​ກໍລະນີ, ທ່ານ​ອາດ​ຈະ​ຄວບ​ຄຸມ​ໄດ້​ວ່າຈະ​ໃຫ້​ສາທາລະນະ​ຊົນ​ທົ່ວ​ໄປ​ມີ​ການ​ເຂົ້າ​ເຖິງ​ໃດ​ແດ່ຕໍ່​ກັບ​ຂໍ້​ມູນ​ທີ່​ແບ່ງປັນຂອງ​ທ່ານ​ຜ່ານ​ການ​ຕັ້​ງຄ່າ​ຄວາມ​ເປັນ​ສ່ວນ​ຕົວ​ໃນ WeChat.

    ການ​ສື່ສານ​ຈາກ​ພວກ​ເຮົາ

    ພວກ​ເຮົາ​ອາດ​ຈະ​ສົ່ງ​ການ​ປະກາດ​ທີ່​ກ່ຽວຂ້ອງ​ກັບ​ການ​ບໍລິການ​ໃຫ້​ທ່ານ​​​ໃນ​ບາງ​ຄັ້ງ​ຄາວ​ເມື່ອ​ພວກ​ເຮົາ​ພິຈາລະນາ​ວ່າ​ມັນ​ຈຳ​ເປັນ​ໃນ​ການ​ເຮັດ​ເຊັ່ນ​ນັ້ນ (​ເຊັ່ນ​ວ່າ ​ເມື່ອ​ພວກ​ເຮົາ​​ໂຈະ​ການ​ໃຊ້ WeChat ​ໄວ້ຊົ່ວຄາວສຳລັບ​ການ​ບຳລຸງ​ຮັກສາ ຫຼື ຄວາມ​ປອດ​ໄພ, ຄວາມ​ເປັນ​ສ່ວນ​ຕົວ ຫຼື ການ​ສື່ສານ​ທີ່​ກ່ຽວຂ້ອງກັບ​ການ​ບໍລິຫານ). ​ພວກ​ເຮົາ​ສົ່ງ​ສິ່ງ​ເຫຼົ່ານີ້​ຫາ​ທີ່ຢູ່​ອີ​ເມ​ວຂອງ​ທ່ານ ຫຼື ຜ່ານ SMS. ທ່ານ​ສາມາດ​ເລືອກ​ບໍ່​ຮັບ​ການ​ປະກາດ​ທີ່​ກ່ຽວຂ້ອງ​ກັບ​ການ​ບໍລິການ​​ເຫຼົ່ານີ້​ໄດ້ ​ເຊິ່ງບໍ່​ມີ​ລັກສະນະດ້ານ​ການ​ສົ່ງ​ເສີມ​ການ​ຂາຍ ​ແລະ ຖືກ​ໃຊ້​​ເພື່ອປົກ​ປ້ອງ​ບັນຊີ​ຂອງ​ທ່ານ ​ແລະ ​ແຈ້ງ​ບອກ​ທ່າ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ທີ່​ສຳຄັນ​ຕໍ່​ກັບ WeChat ​ເທົ່າ​ນັ້ນ.

    ຂໍ້​ມູນ​ສ່ວນ​ຕົວທີ່​ອ່ອນ​ໄຫວ

    ​ໃນ​ບາງ​ເຂດ​ອຳນາດ, ຂໍ້​ມູນ​ສ່ວນ​ຕົວ​ບາງ​ປະ​ເພດສະ​ເພາະ ​ເຊັ່ນວ່າ ຂໍ້​ມູນ​ກ່ຽວ​ກັບ​ເຊື້ອ​ຊາດ ຫຼື ຊົນ​ເຜົ່າ​ຂອງ​ທ່ານ, ຄວາມ​ເຊື່ອ​ທາງ​ສາ​ສະໜາ ຫຼື ປັດ​ຊະ​ຍາ​ຂອງ​ທ່ານ ຫຼື ສຸຂະພາບ​ສ່ວນ​ຕົວ ຖື​ວ່າ​​ເປັນ​ຂໍ້​ມູນ "ອ່ອນ​ໄຫວ" ​ແລະ ຂຶ້ນ​ກັບ​ກົດ​ລະບຽບ​ທີ່​ເຄັ່ງ​ຄັດ​ກວ່າ​ຂໍ້​ມູນ​ສ່ວນ​ຕົວ​ປະ​ເພ​ດອື່ນ. ກະລຸນາ​ຮັບ​ຊາບ​ວ່າ​ເນື້ອ​ຫາ ​ແລະ ຂໍ້​ມູນ​ທີ່​ທ່ານ​ປ້ອນ​ເຂົ້າ​ໃນ WeChat ​ເຊັ່ນ​ວ່າ ຮູບ​ຖ່າຍ ຫຼື ຂໍ້​ມູນ​ກ່ຽວ​ກັບ​ໂຮງຮຽນ,​ ກິດຈະກຳ​ທາງ​ສັງຄົມ ອາດ​ຈະ​ເປີດ​ເຜີຍ​ຂໍ້​ມູນ​ສ່ວນ​ຕົວ​ທີ່​ອ່ອນ​ໄຫ​ວຕໍ່​ກັບ​ຄົນ​ອື່ນ​ໄດ້.

    ກ່ອນ​ທີ່​ຈະ​ສື່ສານ​ຂໍ້​ມູນ​ສ່ວນ​ຕົວ​ໃດໆ​ທີ່​ມີ​ລັກສະນະ​ອ່ອນ​ໄຫວ​ຢູ່​ພາຍ​ໃນ WeChat, ກະລຸນາ​ພິຈາລະນາ​ວ່າ​ມັນ​ເໝາະ​ສົມ​ໃນ​ການ​ເຮັດ​ເຊັ່ນ​ນັ້ນ​ຫຼືບໍ່.

    ​ໂດຍ​ການ​ໂພສຂໍ້​ມູນ​ສ່ວນ​ຕົວ​ທີ່​ມີ​ລັກສະນະອ່ອນ​ໄຫວ​ໃດໆ​ກໍ​ຕາມ​ຢູ່​ພາຍ​ໃນ WeChat, ທ່ານ​ກຳລັງ​ຍິນ​ຍອມ​​ໃຫ້​ຂໍ້​ມູນ​ດັ່ງກ່າວ​ມີ​ໃຫ້​ຢູ່​ພາຍ​ໃນ​ການ​ຄວບ​ຄຸມທີ່​ທ່ານ​ໄດ້​ເລືອກ (ຕົວຢ່າງ: ມີ​ໃຫ້​ແກ່​ຜູ້​​ໃຊ້​ທີ່​ເລືອກ​ເປັນ​ຜູ້​ທີ່​ສາມາດ​ເບິ່ງ​ໂພສ ຫຼື ຂໍ້​ມູນ​ໂປ​ຣ​ໄຟລ໌ຂອງ​ທ່ານ​ໄດ້).

    ການ​ແບ່ງປັນ​ໃນສື່​ສັງ​ຄົມ​ອອນ​ລາຍ

    ​ການ​ແບ່ງປັນ​ຂໍ້​ມູນ WeChat ຂອງ​ທ່ານ​ຢູ່​ນອກ WeChat

    ພວກ​ເຮົາ​ໃຫ້​ຄຸນສົມບັດ​ທີ່​ກ່ຽວຂ້ອງ​ກັບ WeChat ອື່ນໆ​ທີ່​ອະນຸຍາດ​ໃຫ້​ທ່ານ​ເປີດ​ເຜີຍ​ຂໍ້​ມູນ​ທີ່​ແບ່ງປັນ​ຕໍ່​ກັບ​ຜູ້​ຊົມ​ໃຊ້ທີ່ຢູ່​ນອກ​ເຄືອ​ຂ່າຍ WeChat ຂອງ​ທ່ານ – ຕົວຢ່າງ: ບລັອກຂໍ້​ມູນ ​ແລະ ​ເວທີ​ສົນທະນາ​ທີ່​ສາທາລະນະ​ເຂົ້າ​ເຖິງ​ໄດ້ ຫຼື ບາງຄຸນສົມບັດສື່​ສັງຄົມ​ອອນ​ລາຍ​ສະ​ເພາະ​ຢູ່​ພາຍ​ໃນ WeChat (​ເຊັ່ນ​ວ່າ "ປລັກ​ອິນ" (​ເ​ຊິ່ງສ້າງ​ລິ້ງ​ເຊື່ອມ​ໂຍງ​ໂດຍ​ກົງ​ລະຫວ່າງ​ສອງ​ເວັບ​ໄຊ) ​ແລະ "ວິດ​ເຈັດ" (​ເຊິ່ງ​ເປັນ​ມິ​ນິ​ໂປຣ​ແກຣ​ໂຕ້​ຕອບ​ທີ່​​ໃຫ້ການ​ບໍລິການ​ພາກສ່ວນ​ທີ​ສາມ​ຢູ່​ພາຍ​ໃນ WeChat)) ອະນຸຍາດ​ໃຫ້​ທ່ານ​ໂພສ​ໃໝ່ ​ແລະ ​ເປີດ​ເຜີຍ​ຂໍ້​ມູນ​ທີ່​ແບ່ງປັນ​ໄດ້. ຂໍ້​ມູນ​​ໃດໆ​ກໍ​ຕາມ​ທີ່​ທ່ານ​ແຈ​ກຢາຍ​ໂດຍ​ໃຊ້​ຄຸນສົມບັດ​ດັ່ງກ່າວ​ອາດ​ຈະ​ຖືກ​ອ່ານ,​​ ​ເກັບ​ເອົາ ​ແລະ ນຳ​ໃຊ້​ໂດຍ​ພາກສ່ວນ​ທີ​ສາມທີ່​ບໍ່​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ WeChat.

    ​ທ່ານ​ອາດ​ຈະ​ເຊື່ອມ​ໂຍງ​ລາຍການລາຍ​ຊື່ຕິດ​ຕໍ່​ໃນ WeChat ຂອງ​ທ່ານ​ກັບ​ລາຍການລາຍ​ຊື່​ຕິດ​ຕໍ່​​ໃນ​ອຸປະກອນ​ຂອງ​ທ່ານ ​ແລະ/ຫຼື ​ໃນ​ບັນຊີ​ຂອງ​ທ່ານ​ຢູ່​ໃນ​ການ​ບໍລິການ​ພາກສ່ວນ​ທີ​ສາມ​ຕ່າງໆ ​ເພື່ອ​ຄົ້ນ​ຫາ ​ແລະ ​ເຊື່ອມ​ຕໍ່​ກັບ​ລາຍ​ຊື່​ຕິດ​ຕໍ່​ໃນ​ລາຍການ​ລາຍ​ຊື່​ຕິດ​ຕໍ່​ເຫຼົ່ານັ້ນ​ຜູ້​ທີ່​​ມີ​ບັນຊີ WeChat ​ເຊັ່ນ​ກັນ. WeChat ​ຈະ​ຮ້ອງ​ຂໍ​ໃຫ້​ທ່ານ​ຍິນ​ຍອມ​ເຫັນ​ດີ​ຕໍ່​ກັບ​ການ​ເຂົ້າ​ເຖິງ​ລາຍການ​ລາ​ຍຊື່​ຕິດ​ຕໍ່ຂອງ​ທ່ານ​ກ່ອນ​ທີ່​ຈະ​ເຮັດ​ເຊັ່ນ​ນັ້ນ.

    ການ​ເຂົ້າ​ເຖິງ ​ແລະ ການ​ນຳ​ເຂົ້າ​ຂໍ້​ມູນ​ໂດຍ​ໃຊ້ WeChat

    WeChat ອະນຸຍາດ​ໃຫ້​ທ່ານ​ເຊື່ອມ​ໂຍງ​ການ​ບໍລິການ WeChat ຂອງ​ທ່ານ​ກັບ​ການ​ບໍລິ​ການ​ສື່​ສັງຄົມ​ອອນ​ລາຍ​ພາກສ່ວນ​ທີ​ສາມ​​ທີ່​ເລືອກ​ໄວ້ ​ແລະ ນຳ​ເຂົ້າ​ບາງເນື້ອ​ຫາ​ ​ແລະ ຂໍ້​ມູນ​ສະ​ເພາະ​ຈາກ​ການ​ບໍລິການ​ພາກສ່ວນ​ທີ​ສາມ​ດັ່ງກ່າວ. ​ຕົວຢ່າງ:

    ​ແພລດຟອມສື່​ສັງຄົມ​ອອນ​ລາຍ​ພາກສ່ວນ​ທີ​ສາມ​​ຖືກ​ສະໜອງ​ໃຫ້​ໂດຍ​ພາກສ່ວນ​ທີ​ສາມ​ທີ່​ກ່ຽວຂ້ອງ​ນັ້ນ. ການ​ບໍລິການ WeChat ​ແມ່ນ​ພວກ​ເຮົາ​ເປັນ​ຜູ້​ສະ​ໜອງ​ໃຫ້. ພາກສ່ວນ​ທີ​ສາມ​ທີ່​ໃຫ້ການ​ບໍລິການ​ພາກສ່ວນ​ທີ​ສາມ​ອາດ​ຈະ​ເກັບ​ເອົາ​ຂໍ້​ມູນ​ຂອງ​ທ່ານ (ລວມທັງ​ຂໍ້​ມູນ​ສ່ວນ​ຕົວ ​ແລະ ຂໍ້​ມູນ​ບັນທຶກ​ຂອງ​ທ່ານ) ​ແລະ ຕັ້ງ​ຄຸກ​ກີ້​ຢູ່​ໃນ​ຄອມ​ພິວ​ເຕີ​ ຫຼື ອຸປະກອນ​ຂອງ​ທ່ານ​ເພື່ອ​​ເຮັດ​ໃຫ້​ຄຸນສົມບັດ​​ດັ່ງກ່າວ​ສາມາດ​ເຮັດ​ວຽກ​ໄດ້​ຢ່າງ​ຖືກຕ້ອງ.

    ການ​ໃຊ້​ການ​ບໍລິການ​ພາກສ່ວນ​ທີ​ສາມ​ໃດໆ​ກໍ​ຕາມ​ຂອງ​ທ່ານ (ບໍ່​ວ່າ​ຈະ​ເປັນ​ການ​ບໍລິການ​ສື່​ສັງຄົມ​ອອນ​ລາຍ ຫຼື ​ຢ່າງ​ອື່ນ) ລວມທັງ​ຂໍ້​ມູນ​ສ່ວນ​ຕົວ​​ໃດໆ​ກໍ​ຕາມ​ທີ່​ທ່ານ​ສະໜອງ​ໃຫ້​ແກ່​ພາກສ່ວນ​ທີ​ສາມ​ດັ່ງກ່າວ ​ແລະ ການ​ເກັບ​ເອົາ ​ແລະ ການ​ໃຊ້​ຂໍ້​ມູນ​ສ່ວນ​ຕົວ​ຂອງ​ທ່ານ​​ໂດຍ​​ເຂົາ​ເຈົ້າ ​ແມ່ນ​ຂຶ້ນ​ກັບ​ຂໍ້​ກຳນົດ​ການ​ບໍລິການ ​ແລະ ນະ​ໂຍບາຍ​ຄວາມ​ເປັນ​ສ່ວນ​ຕົວ​ຂອງ​ພາກສ່ວນ​ທີ​ສາມ​ທີ່​ກ່ຽວຂ້ອງນັ້ນ ​ແລະ ບໍ່​ແມ່ນຂຶ້ນ​ກັບ​ຂໍ້​ກຳນົດ​ການ​ບໍລິການ​ຂອງ WeChat ​ຫຼື ນະ​ໂຍບາຍ​ຄວາມ​ເປັນ​ສ່ວນ​ຕົວ​ນີ້, ສະ​ນັ້ນ ກະລຸນາ​ກວດ​ເບິ່ງ​ຂໍ້​ກຳນົດ​ຂອງ​ພາກສ່ວນ​ທີ​ສາມ​ເຫຼົ່ານັ້ນ​ໃຫ້​ລະອຽດ.

    ນະ​ໂຍບາຍ​ຄວາມ​ເປັນ​ສ່ວນ​ຕົວ​ນີ້​ນຳ​ໃຊ້​ກັບ​ຂໍ້​ມູນ​ໃດໆ​ກໍ​ຕາມ​ທີ່​ພວກ​ເຮົາເກັບ​ເອົາ​​ ​ແລະ ບໍ່​ນຳ​ໃຊ້​ກັບ​ການ​ບໍລິການ​​​ໃດໆ​ທີ່​ສະໜອງ​ໃຫ້​ໂດຍ ຫຼື ​ວິທີ​ປະຕິບັດ​ດ້ານ​ຂໍ້​ມູນ​ຂອງ​ພາກສ່ວນ​ທີ​ສາມ​ໃດໆກໍ​ຕາມ. ​ຖ້າ​ທ່ານ​ເລືອກ​ໃຊ້​ການ​ບໍລິການ​ ຫຼື ຄຸນສົມບັດ​ພາກສ່ວນ​ທີ​ສາມ​ທີ່​ມີ​ໃຫ້​ຢູ່​ພາຍ​ໃນ WeChat (ຕົ​ວຢ່າງ: ທ່ານ​ເລືອກ​ຕິດຕາມ​ບັນຊີທາງ​ການ ຫຼື ​ໃຊ້​ມິ​ນິ​ໂປຣ​ແກຣມ), ຈາກ​ນັ້ນ ພວກ​ເຮົາ​ຈະ​ແບ່ງປັນ​ຂໍ້​ມູນ​ສະ​ເພາະກັບ​ພາກສ່ວນ​ທີ​ສາມ​ນັ້ນ​ເພື່ອ​​ໃຫ້​ທ່ານ​ສາມາດໃຊ້​ການ​ບໍລິກາ​ນພາກສ່ວນ​ທີ​ສາມ​ນັ້ນ​ໄດ້. ມີ​ການ​ອະທິບາຍ​ຂໍ້​ມູນ​ທີ່​ພວກ​ເຮົາ​ແບ່ງປັນ​ກັບ​ພາກສ່ວນ​ທີ​ສາມ​ດັ່ງກ່າວ​ໃຫ້​ທ່ານ​ຮູ້​ໃນ​ເວລາ​ທີ່​ທ່ານ​ໃຊ້​ການ​ບໍລິການ ຫຼື ຄຸນສົມບັດ​ນັ້ນ​ເປັນ​ຄັ້ງ​ທຳ​ອິດ. ທ່ານ​ສາມາດ​ຄວບ​ຄຸມ​ວ່າ​ຈະ​ໃຫ້​ພາກສ່ວນ​ທີ​ສາມ​ໃດ​ມີ​ການ​ເຂົ້າ​ເຖິງ​ຂໍ້​ມູນ​ນີ້​ໄດ້​ໃນ ບັນຊີ ຂອງ​ທ່ານ. ທ່ານ​ສາມາດ​ຖອນ​ການ​ເຫັນ​ດີ​ຂອງ​ທ່ານ​ຕໍ່​ກັບ​ການ​ແບ່ງປັນ​ຂໍ້​ມູນ​ນັ້ນ​ໄດ້​ທຸກ​ເວລາ​ໂດຍ​ການ​ປະຕິບັດ​ຕາມ​ຄຳ​ແນະນຳທີ່​ກຳນົດ​ໄວ້​ຢູ່ ທີ່​ນີ້. ​ແນວ​​ໃດ​ກໍ​ຕາມ ກະລຸນາ​ຮັບ​ຊາບ​ວ່າ​ຖ້າ​ທ່ານ​ຕ້ອງ​ຂໍ​ບໍ່​ໃຫ້​ພວກ​ເຮົາ​ແບ່ງປັນ​ຂໍ້​ມູນ​ນັ້ນ​ກັບ​ພາກສ່ວນ​ທີ​ສາມ​ດັ່ງກ່າວ, ທ່ານ​ອາດ​ຈະ​ບໍ່​ສາມາດ​ໃຊ້​ການ​ບໍລິການ​ ຫຼື ຄຸນສົ​ມບັດ​ນັ້ນ​ໄດ້​ອີກ​ຕໍ່​ໄປ. ພວກ​ເຮົາ​ບໍ່​ຮັບຜິດຊອບສຳລັບການ​ໃຊ້ຂໍ້​ມູນ​ທີ່​ທ່ານ​ສະໜອງ​ໃຫ້​​ເຂົາ​ເຈົ້າຂອງ​ພາກສ່ວນ​ທີ​ສາມ​ໃດໆ​.

    ຂໍ້​ຈຳກັດ​ດ້ານ​ອາຍຸ

    WeChat ບໍ່​ມີ​​ຈຸດປະສົງ​ມີ​ໃຫ້​ແກ່​ເດັກນ້ອຍ. ​ເດັກນ້ອຍ​ອາຍຸ​ຕໍ່າ​ກວ່າ 16 ປີ ຕ້ອງ​ບໍ່​ໃຊ້ WeChat ສຳລັບ​ຈຸດປະສົງ​ໃດໆກໍ​ຕາມ​ໂດຍ​ບໍ່​ໄດ້​ຮັບ​ການ​ຕົກລົງ​ເ​ຫັນ​ດີ​ຂອງພໍ່​ແມ່/ຜູ້​ປົກຄອງ​ຕໍ່​ກັບ​ນະ​ໂຍບາຍ​ຄວາມ​ເປັນ​ສ່ວນ​ຕົວ​ນີ້ກ່ອນ (ທັງ​ສຳລັບ​ຕົວ​ເຂົາ​ເຈົ້າ​ເອງ ​ແລະ ​ໃນ​ນາມ​ຕາງໜ້າ​ໃຫ້​ທ່ານ). ​ພວກ​ເຮົາ​ບໍ່​ເຈດ​ຕະນາ​ເກັບ​ເອົາ​ຂໍ້​ມູນ​ສ່ວນ​ຕົວ​ຈາກ​ເດັກ​ນ້ອຍ​ອາຍຸ​ຕໍ່າ​ກວ່າ 16 ປີ​ໂດຍ​ບໍ່​ມີ​ການ​ຍິນ​ຍອມ​ເຫັນ​ດີ​ດັ່​ງກ່າວ. ກະລຸນາ​ຕິດ​ຕໍ່​ຫາ​​ເຈົ້າ​ໜ້າ​ທີ່​ຝ່າຍ​ປົກ​ປ້ອງ​ຂໍ້​ມູນ​ຂອງ​ພວກ​ເຮົາ​ ຖ້າ​ທ່ານ​ເຊື່ອ​ວ່າ​ພວກ​ເຮົາ​ມີ​ຂໍ້​ມູນ​ສ່ວນ​ຕົວ​ໃດໆ​ກໍ​ຕາມ​ຈາກ​ເດັກນ້ອຍ​ອາຍຸ​ຕໍ່າ​ກວ່າ 16 ປີ ​ໂດຍ​ບໍ່​ມີ​ການ​ຍິນ​ຍອມ​ເຫັນ​ດີ​ຂອງ​ພໍ່​ແມ່/ຜູ້​ປົກຄອງດັ່ງກ່າວ – ພວກ​ເຮົາ​ຈະ​ສືບສວນ​ (​ແລະ ລຶບ​) ຂໍ້​ມູນສ່ວນ​ຕົວ​ດັ່ງກ່າວ​​ໃນ​ທັນທີ.

    ສະຖານທີ່​ຕັ້ງ​ຂອງ​ຂໍ້​ມູນ​ສ່ວນ​ຕົວ​ຂອງ​ທ່ານ

    ​ຂໍ້​ມູນ​ສ່ວນ​ຕົວ​ທີ່​ພວກ​ເຮົາ​ເກັບ​ເອົາ​ຈາກ​ທ່ານ​ຈະ​ຖືກ​ໂອນ​ໄປ, ​ເກັບ​ຮັກສາ​ໄວ້ ຫຼື ປະມວນ​ຜົນ​ຢູ່​ໃນ:

    ​ທີ​ມວິ​ສະ​ວະ​ກອນ, ທີ​ມຊ່ວຍ​ເຫຼືອດ້ານ​ເຕັກນິກ ​ແລະ ທີ​ມອື່ນໆ​ຂອງ​ພວກ​ເຮົາ​ທີ່​ສະໜັບສະໜຸນ​ການ​ສະໜອງ WeChat ​ໃຫ້​ແກ່​ທ່ານ​ປະຈຳການ​ຢູ່​ບັນດາ​ຫ້ອງການ​ຂອງ​ພວກ​ເຮົາ​ໃນ​ທົ່ວ​ໂລກ (ລວມທັງ​ສິ​ງກະ​ໂປ, ຮ່ອງ​ກົງ ​ແລະ ​ເນ​ເທີ​ແລນ) ​ແລະ ອາດ​ຈະ​ມີ​ການ​ເຂົ້າ​ເຖິງ​ຂໍ້​ມູນ​ຂອງ​ທ່ານ​ໂດຍ​ບັງ​ເອີນ​ເພື່ອ​ໃຫ້ການ​ບໍລິການ (ຕົວຢ່າງ: ​ເພື່ອ​ແກ້​ໄຂ​ບັນຫາ​ດ້ານ​ເຕັກນິກ​ທີ່​ທ່ານ​ລາຍ​ງານ). ພວກ​ເຮົາ​ອີງ​ໃສ່​ສັນ​ຍາ​ຕົວ​ແບບ​ຂອງ​ຄະນະ​ກະ​ມະ​ການ​ເອີຣົບສຳລັບ​ການ​ໂອນ​ຍ້າຍ​ຂໍ້​ມູນ​ສ່ວນ​ຕົວ​ໄປ​ປະ​ເທດ​ທີ​ສາມດັ່ງກ່າວ (​ເຊັ່ນ​ວ່າ ຂໍ້​ສັນຍາ​ມາດຕະຖານ), ​ໂດຍ​ປະຕິບັດ​ຕາມ​ຄຳ​ຕັດສິນ 2001/497/EC (​ໃນ​ກໍລະນີ​ການ​ໂອນ​ຍ້າຍ​ຫາ​ຜູ້​ຄວບ​ຄຸມ​ຂໍ້​ມູນ) ​ແລະ ຄຳ​ຕັດສິນ 2004/915/EC (​ໃນ​ກໍລະນີ​ການ​ໂອນ​ຍ້າຍ​​ຫາ​ຜູ້​ປະມວນ​ຜົນ​ຂໍ້​ມູນ).

    ການ​ຮັກສາຄວາມ​ປອດ​ໄພ​ຂອງ​ຂໍ້​ມູນ​ສ່ວນ​ຕົວ​ຂອງ​ທ່ານ

    ​ພວກ​ເຮົາ​ໃຊ້​ເຕັກ​ໂນ​ໂລ​ຊີ​ ​ແລະ​ ຂັ້ນ​ຕອນ​ການ​ຮັກສາຄວາມ​ປອດ​ໄພ​ທີ່​ຫຼາກຫຼາຍ​ເພື່ອ​ຈຸດປະສົງ​ປ້ອງ​ກັນ​ການ​ສູນ​ເສຍ, ການ​ໃຊ້​ໃນ​ທາງ​ທີ່​ຜິດ, ກາ​ນ​ເຂົ້າ​ເຖິງ​ທີ່​ບໍ່​ໄດ້​ຮັບ​ອະນຸຍາດ ຫຼື ການ​ເປີດ​ເຜີຍ​ຂໍ້​ມູນ – ຕົວຢ່າງ: ພວກ​ເຮົາ​ໃຊ້​ເຕັກ​ໂນ​ໂລ​ຊີ​ການ​ເຂົ້າ​ລະຫັດລັບ (​ເຊັ່ນ​ວ່າ SSL) ​ເພື່ອ​ປົກ​ປ້ອງ​ຂໍ້​ມູນ​ທີ່​ອ່ອນ​ໄຫວ​ສະ​ເພາະ (​ເຊັ່ນ​ວ່າ ຂໍ້ມູນ​ທີ່​ຕັ້ງ) ທີ່​ທ່ານ​ສະໜອງ​ໃຫ້​ແກ່​ພວກ​ເຮົາ.

    ​ກະລຸນາ​ຮັບ​ຊາບ​ວ່າ​ເຖິງ​ແມ່ນ​ຈະ​ມີ​ຄວາມ​ພະຍາຍາມ​ຕ່າງໆ​ຂອງ​ພວກ​ເຮົາ, ບໍ່​ມີ​ມາດ​ຕະການ​ດ້ານ​ກາ​ນຮັກສາ​ຄວາມ​ປອດ​ໄພ​ຂໍ້​ມູນ​ໃດໆ​ສາມາດ​ຮັບປະກັນ​ຄວາມ​ປອດ​ໄພ​ 100% ຢູ່​ຕະຫຼອດ​ເວ​ລາ. ພວກ​ເຮົາ​ບໍ່​ຮັບປະກັນ ຫຼື ຄໍ້າປະກັນ​ຄວາມ​ປອດ​ໄພ​ຂອງ WeChat ຫຼື ຂໍ້​ມູນ​ໃດໆ​ກໍ​ຕາມ​ທີ່​ທ່ານສະໜອງ​ໃຫ້​ພວກ​ເຮົາ​ຜ່ານ WeChat.

    ໄລຍະ​ເວລາກາ​ນ​ໃຊ້​ຂໍ້​ມູນ​ສ່ວນ​ຕົວ​ຂອງ​ທ່ານ

    ​ພວກ​ເຮົາ​ຈະຮັກສາ​ຂໍ້​ມູນ​ສ່ວນ​ຕົວ​ຂອງ​ທ່ານ​ໄວ້​ຕາມ​ທີ່​ກຳນົດ​ໄວ້​ໃນ​ຕາຕະລາງ​ຕໍ່​ໄປ​ນີ້,​ ຍົກ​ເວັ້ນຖ້າ​ພວກ​ເຮົາ​ຖືກກຳນົດ​ເປັນຢ່າງ​ອື່ນ​ໃນ​ການ​ຮັກສາ​ຂໍ້​ມູນ​ດັ່ງກ່າວໄວ້​ອີງ​ຕາມ​ກົດໝາຍ. ຖ້າ​ທ່ານ ຫຼື ພວກ​ເຮົາ​ຢຸດ​ເຊົາ​ບັນຊີ​ຂອງ​ທ່ານ​ດ້ວຍ​ເຫດຜົນ​ໃດໆ​ກໍ​ຕາມ, ພວກ​ເຮົາ​ຈະ​ດຳ​ເນີນ​ຂັ້ນ​ຕອນ​ເພື່ອ​ຮັບປະກັນ​ບໍ່​ໃຫ້​ຂໍ້​ມູນ​ສ່ວນ​ຕົວ​ຂອງ​ທ່ານ​ມີ​ໃຫ້​ຜ່ານ WeChat ຫຼື ​ໃຊ້​ໂດຍ​ພວກ​ເຮົາອີກ​ຕໍ່​ໄປ ພາຍ​ໃນ​ໄລຍະ​ເວລາ​ທີ່​ເໝາະ​ສົມ (ອີງ​ຕາມ​ຂໍ້​ຈຳກັດ​ດ້ານ​ເຕັກນິກ) ຫຼັງຈາກ​ການ​ຢຸດ​ເຊົາ​ບັນຊີ​ດັ່ງກ່າວ.

    ປະ​ເພດ​ຂໍ້​ມູນ​​ໄລຍະ​​ເວລາ​ເກັບ​ຮັກສາ​ໄວ້
    ຂໍ້​ມູນ​ການ​ລົງ​ທະບຽນ​ຈົນ​ກວ່າຮອດ​ເວລາທີ່​ທ່ານ​ແນະນຳ​ໃຫ້ WeChat ລຶບ​ບັນຊີ​ຂອງ​ທ່ານ ຫຼື ທ່ານ​ບໍ່​ເຂົ້າ​ສູ່​ລະບົບ​ເປັນ​ເວລາ 180 ວັນ. ບັນຊີ​ຂອງ​ທ່ານ​ຈະ​ຖືກ​ລຶບຖິ້ມ​ຢ່າງ​ຖາວອນ​ພາຍ​ໃນ 60 ວັນ​ນັບ​ຈາກ​ທັງການກວດ​ຢືນຢັນ​​ຄວາມ​ເປັນ​ເຈົ້າ​ຂອງ​ບັນຊີ ​ແລະ ຄຳ​ຮ້ອງ​ຂໍ​ລຶບ​ບັນຊີ.
    ​ຂໍ້​ມູນ​ການ​ເຂົ້າ​ສູ່​ລະບົບ​ຂໍ້​ມູນ​ຖືກ​ຮັກສາ​ໄວ້​ເປັນ​ໄລຍະ​ເວລາ 3 ​ເດືອນ​ນັບ​ຈາກ​ວັນ​ທີ​ເຂົ້າ​ສູ່​ລະບົບ​ດັ່ງກ່າວ.
    ຂໍ້​ມູນ​ການ​ຄົ້ນ​ຫາໂປຣໄຟລ໌ຜູ້​ໃຊ້ຈົນ​ກວ່າ​ວ່າທ່ານ​ຮ້ອງ​ຂໍ​ການ​ລຶບ​ອອກ ຫຼື ການປັບປຸງ​ແກ້​ໄຂ​ຂໍ້​ມູນ​ສ່ວນ​ຕົວ ຫຼື ບັນຊີ​ຂອງ​ທ່ານ​ຖືກ​ລຶບ, ​ເອົາ​ອັນ​ຮອດ​ກ່ອນ.
    ຂໍ້​ມູນໂປຣໄຟລ໌ ​ແລະ ສື່ໂປຣໄຟລ໌ (​ເບິ່ງ​ເຫັນ​​ໄດ້​ໂດຍ​ຜູ້​ໃຊ້​ທຸກ​ຄົນ)ຈົນ​ກວ່າ​ທ່ານ​ຮ້ອງ​ຂໍ​ການ​ລຶບ​ອອກ ຫຼື ການ​ປັບປຸງ​ແກ້​ໄຂ​ຂໍ້​ມູນ​ສ່ວນ​ຕົວ ຫຼື ບັນຊີ​ຂອງ​ທ່ານ​ຖືກ​ລຶບ ​ໂດຍ​ເອົາ​ອັນ​ຮອດ​ກ່ອນ (​ແນວ​ໃດ​ກໍ​ຕາມ, ຂໍ້​ມູນ​ອາດ​ຈະ​ມີ​ໃຫ້​ຖ້າ​ຖືກ​ຈັດ​ເກັບ​ໄວ້​ໃນ​ການ​ບໍລິການ​ພາກສ່ວນ​ທີ​ສາມ).
    ຂໍ້​ມູນໂປຣໄຟລ໌ (​ເບິ່ງ​ເຫັນ​ໄດ້​ຫຼັງຈາ​ກການກວດ​ຢືນຢັນ​ໝູ່​ເພື່ອນ)ຈົນ​ກວ່າ​ທ່ານ​ຮ້ອງ​ຂໍ​ການ​ລຶບ​ອອກ ຫຼື ການ​ປັບປຸງ​ແກ້​ໄຂ​ຂໍ້​ມູນ​ສ່ວນ​ຕົວ ຫຼື ບັນຊີ​ຂອງ​ທ່ານ​ຖືກ​ລຶບ ​ໂດຍ​ເອົາ​ອັນ​ຮອດ​ກ່ອນ (​ແນວ​ໃດ​ກໍ​ຕາມ, ຂໍ້​ມູນ​ອາດ​ຈະ​ມີ​ໃຫ້​ຖ້າ​ຖືກ​ຈັດ​ເກັບ​ໄວ້​ໃນ​ການ​ບໍລິການ​ພາກສ່ວນ​ທີ​ສາມ).
    ຄວາມ​ປອດ​ໄພ​ບັນຊີ​ເພີ່ມ​ເຕີມຈົນ​ກວ່າ​ທ່ານ​ຮ້ອງ​ຂໍ​ການ​ລຶບ​ອອກ ຫຼື ການ​ປັບປຸງ​ແກ້​ໄຂ​ຂໍ້​ມູນ​ສ່ວນ​ຕົວ ຫຼື ບັນຊີ​ຂອງ​ທ່ານ​ຖືກ​ລຶບ ​ໂດຍ​ເອົາ​ອັນ​ຮອດ​ກ່ອນ (​ແນວ​ໃດ​ກໍ​ຕາມ, ຂໍ້​ມູນ​ອາດ​ຈະ​ມີ​ໃຫ້​ຖ້າ​ຖືກ​ຈັດ​ເກັບ​ໄວ້​ໃນ​ການ​ບໍລິການ​ພາກສ່ວນ​ທີ​ສາມ).
    ການ​ສົນທະນາ – ການ​ສື່ສານ​ບໍ່​ຕໍ່​ເນື່ອງ ​ແລະ ​ເຄິ່ງຕໍ່​ເນື່ອງ​ລະຫວ່າງ​ຜູ້​ໃຊ້ຂໍ້​ມູນ​ຖືກ​ຮັກສາ​ໄວ້​ເປັນ​ໄລຍ​ະ​ເວລາ 72 ຊົ່ວ​ໂມງ​ນັບ​ຈາກ​ເວລາ​ເກີດ​ການ​ຕິດ​ຕໍ່​ສື່ສານ​ທີ່​ກ່ຽວຂ້ອງ ​ແລະ ຈາກ​ນັ້ນ​ຖືກ​ລຶບ​ຖິ້ມຢ່າງ​ຖາວອນ.
    ການ​ສົນທະນາ – ມີ​ເດຍ​ເຊັ່ນ: ຮູບ, ວິ​ດີ​ໂອ, ສຽງ ແລະ ໄຟ​ລ໌ຂໍ້​ມູນ​ຖືກ​ຮັກສາ​ໄວ້​ເປັນ​ໄລຍ​ະ​ເວລາ 120 ຊົ່ວ​ໂມງ​ນັບ​ຈາກ​ເວລາ​ເກີດ​ການ​ຕິດ​ຕໍ່​ສື່ສານ​ທີ່​ກ່ຽວຂ້ອງ ​ແລະ ຈາກ​ນັ້ນ​ຖືກ​ລຶບ​ຖິ້ມຢ່າງ​ຖາວອນ.
    ລາຍການລາຍຊື່ຕິດຕໍ່ຈົນ​ກວ່າ​ວ່າທ່ານ​ຮ້ອງ​ຂໍ​ການ​ລຶບ​ອອກ ຫຼື ການປັບປຸງ​ແກ້​ໄຂ​ຂໍ້​ມູນ​ສ່ວນ​ຕົວ ຫຼື ບັນຊີ​ຂອງ​ທ່ານ​ຖືກ​ລຶບ, ​ເອົາ​ອັນ​ຮອດ​ກ່ອນ.
    ການ​ບໍລິການ​ທີ່​ອີງ​ໃສ່​ທີ່​ຕັ້ງ ​ແລະ ສື່​ທີ່​ອີງ​ໃສ່​ທີ່​ຕັ້ງຂໍ້​ມູນ​ຖືກ​ຮັກສາ​ໄວ້​ເປັນ​ໄລຍ​ະ​ເວລາ 72 ຊົ່ວ​ໂມງ​ນັບ​ຈາກ​ເວລາ​ເກີດ​ການ​ຕິດ​ຕໍ່​ສື່ສານ​ທີ່​ກ່ຽວຂ້ອງ ​ແລະ ຈາກ​ນັ້ນ​ຖືກ​ລຶບ​ຖິ້ມຢ່າງ​ຖາວອນ.
    Moments ແລະ ລາຍການ​ທີ່​ມັກ -- ຂໍ້​ມູນ ​ແລະ ສື່ຈົນ​ກວ່າ​ທ່ານ​ຮ້ອງ​ຂໍ​ການ​ລຶບ​ອອກ ຫຼື ການ​ປັບປຸງ​ແກ້​ໄຂ​ຂໍ້​ມູນ​ສ່ວນ​ຕົວ ຫຼື ບັນຊີ​ຂອງ​ທ່ານ​ຖືກ​ລຶບ ​ໂດຍ​ເອົາ​ອັນ​ຮອດ​ກ່ອນ (​ແນວ​ໃດ​ກໍ​ຕາມ, ຂໍ້​ມູນ​ອາດ​ຈະ​ມີ​ໃຫ້​ຖ້າ​ຖືກ​ຈັດ​ເກັບ​ໄວ້​ໃນ​ການ​ບໍລິການ​ພາກສ່ວນ​ທີ​ສາມ).
    OpenID ​ແລະ ສື່ Open ID (​ເອົາ​ໃຫ້​ພາກສ່ວນ​ທີ​ສາມ)​ຈົນ​ກວ່າ​ວ່າ​ທ່ານ​​ເຊົາ​ຕິດຕາມ​ແອັບ​ພລິ​ເຄຊັນ​ຂອງ​ຜູ້​ພັດທະນາ​ພາກ​ສ່ວນ​ທີ​ສາມ, ບັນຊີ​ທາງ​ການ, ມິ​ນິ​ໂປຣ​ແກຣມ ຫຼື ຄ້າຍຄືກັນ ຫຼື ບັນຊີ​ຂອງ​ທ່ານ​ຖືກ​ລຶບ, ​ເອົາ​ອັນ​ຮອດ​ກ່ອນ.
    ການ​ໃຫ້​ຜະລິດ​ຕະພັນ ​ແລະ ການ​ບໍລິການ​ພາກສ່ວນ​ທີ​ສາມ (​ເຊັ່ນ​ວ່າ ຖ້າ​ທ່ານ​ແມ່ນຜູ້​ໃຫ້​ບັນຊີ​ທາງ​ການ ຫຼື ມິ​ນິ​ໂປຣ​ແກຣມ)ຈົນ​ກວ່າ​ຮອດ​ເວລາ​ທີ່​ທ່ານ​ແນະນຳ​ໃຫ້ WeChat ລຶບ​ບັນຊີ​ຂອງ​ທ່ານ. ບັນຊີ​ຂອງ​ທ່ານ​ຈະ​ຖືກ​ລຶບຖິ້ມ​ຢ່າງ​ຖາວອນ​ພາຍ​ໃນ 60 ວັນ​ນັບ​ຈາກ​ທັງການກວດ​ຢືນຢັນ​​ຄວາມ​ເປັນ​ເຈົ້າ​ຂອງ​ບັນຊີ ​ແລະ ຄຳ​ຮ້ອງ​ຂໍ​ລຶບ​ບັນຊີ. ກະລຸນາ​ຮັບ​ຊາບ​ວ່າ​ຂໍ້​ມູນ​ທີ່​ເປີດ​ເຜີຍ​ຕໍ່​ກັບ​ພາ​ກສ່ວນ​ທີ​ສາມ​ແມ່ນ​ເຂົາ​ເຈົ້າ​ເປັນ​ຜູ້​ຄວບ​ຄຸມ. ພວກ​ເຮົາ​ຈະ​ໃຊ້​ຄວາມ​ພະຍາຍາມ​ຢ່າງ​ສົມ​ເຫດ​ສົມ​ຜົນ​ເພື່ອ​ຮ້ອງ​ຂໍ​ໃຫ້​ເຂົາ​ເຈົ້າ​ລຶບ​ຂໍ້​ມູນ​ດັ່ງກ່າວ​ເມື່ອ​ພວກ​ເຮົາ​ລຶບ.
    ຂໍ້​ມູນ​ທີ່​ສະໜອງ​ໃຫ້​ແກ່​ບັນຊີ​ທາງ​ການ / ມິ​ນິ​ໂປຣ​ແກຣມ​ຈົນ​ກວ່າຮອດ​ເວລາທີ່​ທ່ານ​ແນະນຳ​ໃຫ້ WeChat ລຶບ​ບັນຊີ​ຂອງ​ທ່ານ ຫຼື ທ່ານ​ຖອນ​ການ​ອະນຸຍາດ​ຂອງ​ທ່ານ / ​ເຊົາ​ຕິດຕາມ​ພາກສ່ວນ​ທີ​ສາມ​ດັ່ງກ່າວ. ກະລຸນາ​ຮັບ​ຊາບ​ວ່າ​ຂໍ້​ມູນ​ທີ່​ເປີດ​ເຜີຍ​ຕໍ່​ກັບ​ພາ​ກສ່ວນ​ທີ​ສາມ​ແມ່ນ​ເຂົາ​ເຈົ້າ​ເປັນ​ຜູ້​ຄວບ​ຄຸມ. ພວກ​ເຮົາ​ຈະ​ໃຊ້​ຄວາມ​ພະຍາຍາມ​ຢ່າງ​ສົມ​ເຫດ​ສົມ​ຜົນ​ເພື່ອ​ຮ້ອງ​ຂໍ​ໃຫ້​ເຂົາ​ເຈົ້າ​ລຶບ​ຂໍ້​ມູນ​ດັ່ງກ່າວ​ເມື່ອ​ພວກ​ເຮົາ​ລຶບ.
    ຂໍ້​ມູນ​ທີ່​ສະໜອງ​ໃຫ້​ແກ່ການ​ບໍລິການ​ລູກ​ຄ້າຈົນ​ກວ່າ​ຮອດ​ເວລາ​ທີ່​ທ່ານ​ແນະນຳ​ໃຫ້ WeChat ລຶບ​ບັນຊີ​ຂອງ​ທ່ານ. ບັນຊີ​ຂອງ​ທ່ານ​ຈະ​ຖືກ​ລຶບຖິ້ມ​ຢ່າງ​ຖາວອນ​ພາຍ​ໃນ 60 ວັນ​ນັບ​ຈາກ​ຄຳ​ຮ້ອງ​ຂໍ​ລຶບ​ບັນຊີ.
    ຂໍ້​ມູນ​ເມ​ຕາ / ຂໍ້​ມູນ​ບັນທຶກຂໍ້​ມູນ​ຖືກ​ຮັກສາ​ໄວ້​ເປັນເວລາ 3 ​ເດືອນນັບ​ຈາກ​ວັນ​​ທີ​ເຂົ້າ​ສູ່​ລະບົບ ​ແລະ ຈາກ​ນັ້ນ​ຖືກ​ລຶບ​ຖິ້ມຢ່າງ​ຖາວອນ.
    ຂໍ້​ມູນ​ອຸປະກອນຈົນ​ກວ່າ​ຮອດ​ເວລາ​ທີ່​ທ່ານ​ແນະນຳ​ໃຫ້ WeChat ລຶບ​ບັນຊີ​ຂອງ​ທ່ານ. ບັນຊີ​ຂອງ​ທ່ານ​ຈະ​ຖືກ​ລຶບຖິ້ມ​ຢ່າງ​ຖາວອນ​ພາຍ​ໃນ 60 ວັນ​ນັບ​ຈາກ​ຄຳ​ຮ້ອງ​ຂໍ​ລຶບ​ບັນຊີ.
    ຂໍ້​ມູນ​ການ​ເຊື່ອມ​ຕໍ່​ສື່​ສັງຄົມ​ອອນ​ລາຍ​ຈົນ​ກວ່າຮອດ​ເວລາທີ່​ທ່ານ​ແນະນຳ​ໃຫ້ WeChat ລຶບ​ບັນຊີ​ຂອງ​ທ່ານ ຫຼື ຍົກ​ເລີກ​ການ​ຜູກ​ມັດ​ບັນຊີ​ສື່​ສັງຄົມ​ອອນ​ລາຍ​ຂອງ​ທ່ານ​ຈາກ​ບັນຊີ WeChat ຂອງ​ທ່ານ. ບັນຊີ​ຂອງ​ທ່ານ​ຈະ​ຖືກ​ລຶບຖິ້ມ​ຢ່າງ​ຖາວອນ​ພາຍ​ໃນ 60 ວັນ​ນັບ​ຈາກ​ຄຳ​ຮ້ອງ​ຂໍ​ລຶບ​ບັນຊີ.
    ​ຄຸກ​ກີ້ຂໍ້​ມູນ​ຖືກ​ຮັກສາ​ໄວ້​ເປັນເວລາ 3 ​ເດືອນນັບ​ຈາກ​ວັນ​​ທີ​ເຂົ້າ​ສູ່​ລະບົບ ​ແລະ ຈາກ​ນັ້ນ​ຖືກ​ລຶບ​ຖິ້ມຢ່າງ​ຖາວອນ.

    ​ສິດທິ​ຂອງ​ທ່ານ

    ຂໍ້​ຕໍ່​ໄປ​ນີ້​ນຳ​ໃຊ້​ສະ​ເພາະ​ກັບ​ບຸກຄົນ​ທີ່​ອາ​ໄສຢູ່​ໃນ​ສະພາບ​ເອີຣົບ​ເທົ່າ​ນັ້ນ.

    ທ່ານ​ມີ​ສິດທິ​ສະ​ເພາະ​ທີ່​ກ່ຽວຂ້ອງ​ກັບ​ຂໍ້​ມູນ​ສ່ວນ​ຕົວ​ທີ່​ພວກ​ເຮົາ​ມີ​ກ່ຽວ​ກັບ​ທ່ານ. ບາງ​ສິດທິ​ເຫຼົ່ານີ້​ນຳ​ໃຊ້​ໃນ​ສະພາບ​ການສະ​ເພາະ​​ຕາມ​ທີ່​ກຳນົດ​ໄວ້​ໃນ​ລາຍ​ລະອຽດ​ເພີ່ມ​ເຕີມ​ຂ້າງ​ລຸ່ມ​ເທົ່າ​ນັ້ນ.

    ພວກ​ເຮົາອະທິບາຍ​ວິທີ​ປະຕິບັດ​ສິດທິ​ເຫຼົ່ານັ້ນ. ​ກະລຸນາ​ຮັບ​ຊາບ​ວ່າ​ພວກ​ເຮົາ​ຈະ​ກຳນົດ​ໃຫ້​ທ່ານ​ກວດຢືນຢັນ​ຕົວ​ຕົນ​ຂອງ​ທ່ານ​ກ່ອນ​ທີ່​ຈະ​ຕອບ​ສະໜອງ​ຕໍ່ກັບ​ຄຳ​​ຂໍ​ຕ່າງໆ​ໃນ​ການ​ປະຕິບັດ​ສິດທິ​ຂອງ​ທ່ານ. ພວກ​ເຮົາ​ຕ້ອງ​ຕອບ​ສະໜອງຕໍ່​ກັບ​ຄຳ​ຮ້ອງ​ຂໍ​ຈາກ​ທ່ານ​ໃນ​ການ​ປະຕິບັດ​ສິດທິ​ເຫຼົ່ານັ້ນ​ໂດຍ​ບໍ່​ມີ​ການ​ຊັກ​ຊ້າ​ທີ່​ບໍ່​ຈຳ​ເປັນ ​ແລະ ຢ່າງ​ໜ້ອຍ​ພາຍ​ໃນ​ໜຶ່ງ​ເດືອນ (​ເຖິງ​ແມ່ນ​ວ່າ​ນີ້​ອາດ​ຈະ​ຂະຫຍາຍ​ໄດ້​ເພີ່ມ​ອີກ​ສອງ​ເດືອນ​ໃນ​ບາງ​ສະ​ພາບ​ການສະ​ເ​ພາະ ​ເຊັ່ນ​ວ່າ ​ໃນ​ບ່ອນ​ທີ່​ຄຳ​ຮ້ອງ​ຂໍ​ກ່ຽວຂ້ອງ​ກັບ​ປະລິມານ​ຂໍ້​ມູນ​ທີ່​ຫຼວງຫຼາຍ ຫຼື ມີ​ຄວາມສັບສົນ). ​ເພື່ອ​ປະຕິບັດ​ສິດທິ​​ໃດໆ​ກໍ​ຕາມຂອງ​ທ່ານ, ກະລຸນາ​ປະກອບ ​ແບບ​ຟອມຄຳ​ຮ້ອງ ​ແລະ ປະຕິບັດ​ຕາມຂັ້ນ​ຕອນ​ສຳລັບ​ການ​ສົ່ງ.

    ​ການ​ເຂົ້າ​ເຖິງ ​ແລະ ການ​ແກ້​ໄຂ​ໃຫ້​ຖືກຕ້ອງ

    ຫຼັງຈາກ​ມີ​ການ​ຮ້ອງ​ຂໍ WeChat ຈະ​ໃຫ້​ຂໍ້​ມູນ​ແກ່​ທ່ານ​ກ່ຽວ​ກັບ​ວ່າ​ພວກ​ເຮົາ​ຮັກສາຂໍ້​ມູນ​ສ່ວນ​ຕົວ​ຂອງ​ທ່ານ​ໄວ້​ຫຼືບໍ່. ນອກ​ນັ້ນ​ ທ່ານ​ຍັງ​ມີ​ສິດ​ເຂົ້າ​ເຖິງ​ຂໍ້​ມູນ​ສ່ວນ​ຕົວ​ທີ່​ພວກ​ເຮົາ​ຮັກສາ​ໄວ້​ກ່ຽວ​ກັບ​ທ່ານ, ພວກ​ເຮົາ​ໃຊ້​ມັນ​ແນວ​ໃດ ​ແລະ ພວກ​ເຮົາ​​ແບ່ງປັນ​ມັນ​ກັບ​ໃຜ. ທ່ານ​ຍັງ​ມີ​ສິດ​ແກ້​ໄຂ​ຂໍ້​ມູນ​ນັ້ນ​ໃຫ້​ຖືກຕ້ອງນຳ​ອີກ.

    ທ່ານ​ສາມາດ​ເຂົ້າ​ເຖິງ ​ແລະ ​ແກ້​ໄຂ​ຂໍ້​ມູນ​ສ່ວນ​ຕົວ​ຂອງ​ທ່ານ​ໄດ້​ໂດຍ​ການ​ເຂົ້າສູ່​ລະບົບ ບັນຊີ WeChat ຂອງທ່ານ​ໄດ້​ທຸກ​ເວລາ. ​ຕົວຢ່າງ: ທ່ານ​ສາມາດ​ລຶບ​ຂໍ້​ມູນ​ທີ່​ຕັ້ງ​ສະ​ເພາະ​ທີ່​ທ່ານ​ເຄີຍ​ສະໜອງ​ໃຫ້​ພວກ​ເຮົາ​ຜ່ານ​ການ​ຕັ້ງ​ຄ່າ​ອຸປະກອນ​ຂອງ​ທ່ານ ຫຼື ຕົວ​ເລືອກ "ລຶບລ້າງ​ທີ່​ຕັ້ງ" ຢູ່​ພາຍ​ໃນ WeChat.

    ຖ້າ​ທ່ານ​ເຊື່ອ​ວ່າ​ພວກ​ເຮົາ​ຮັກສາ​ຂໍ້​ມູນ​ສ່ວນ​ຕົວ​ອື່ນ​ໄວ້ ຫຼື ທ່ານ​ຕ້ອງການ​ແກ້​ໄຂ​ຂໍ້​ມູນ​ທີ່​ທ່ານ​ບໍ່​ສາມາດ​ແກ້​ໄຂ​ໂດຍ​ໃຊ້​ບັນຊີ​ຂອງທ່ານ​ໄດ້, ກະລຸນາ​ປະກອບ​ແບບ​ຟອມຄຳ​ຮ້ອງ​ໄດ້ ທີ່​ນີ້. ​ພວກ​ເຮົາ​ອາດ​ຈະ​ບໍ່​ສາມາດ​ໃຫ້​ບາງຂໍ້​ມູນ​ສ່ວນ​ຕົວ​ສະ​ເພາະ​ແກ່​ທ່ານ​ໄດ້ ຖ້າ​ການ​ໃຫ້​ຂໍ້​ມູນ​ນັ້ນ​ຈະ​ລົບ​ກວນ​ສິດທິ​ຂອງ​ຄົນ​ອື່ນ (​ເຊັ່ນ​ວ່າ ຖ້າ​ການ​ໃຫ້​ຂໍ້​ມູນ​ສ່ວນ​ຕົວ​ທີ່​ພວກ​ເຮົາ​ຮັກສາ​ໄວ້​ກ່ຽວ​ກັບ​ທ່ານ​ຈະ​ເປີດ​ເຜີຍ​ຂໍ້​ມູນ​ກ່ຽວ​ກັບ​ບຸກຄົນ​ອື່ນ).

    ກ່ຽວ​ກັບ​ຄຳ​ຮ້ອ​ງຂໍ​ແກ້​ໄ​​ຂຂໍ້​ມູນ​, ຖ້າ​ພວກ​ເຮົາ​ເຫັນ​ດີ​ວ່າ​ຂໍ້​ມູນ​ສ່ວນ​ຕົວ​ນັ້ນ​ບໍ່​ຖືກຕ້ອງ ຫຼື ບໍ່​ຄົບ​ຖ້ວນ, ພວກ​ເຮົາ​ຈະ​ພະຍາຍາມ​ບອກ​ພາກສ່ວນ​ທີ​ສາມ​ຕ່າງໆ​ທີ່​ພວກ​ເຮົາ​ໄດ້​​ເປີດ​ເຜີຍ​ຂໍ້​ມູນ​ສ່ວນ​ຕົວ​ທີ່​ກ່ຽວຂ້ອງ​ນັ້ນກັບ ​ເພື່ອ​ໃຫ້​ພວກ​ເຂົາ​ສາມາດ​ແກ້​ໄຂ​ຂໍ້​ມູນ​ສ່ວນ​ຕົວ​ນັ້ນ​​ໃຫ້​ຖືກຕ້ອງເຊັ່ນ​ກັນ.

    ການ​ລຶບ

    ທ່ານ​ສາມາດ​ລຶບ​ບັນຊີ​ຂອງ​ທ່ານ ຫຼື ລຶບ​ຂໍ້​ມູນ​ສ່ວນ​ຕົວ​ສະ​ເພາະ​ອອກ​ໄດ້ ​ໂດຍ​ການ​ເຂົ້າ​ສູ່​ລະບົບ​ບັນຊີ WeChat ຂອງ​ທ່ານ ​ແລະ ປະຕິບັດ​ຕາມ​ຄຳ​ແນະນຳ​ການ​ລຶບ​ບັນຊີ​ຢູ່ ທີ່​ນີ້. ຖ້າ​ມີ​ຂໍ້​ມູນ​ສ່ວນ​ຕົວ​ອື່ນ​ໃດ​ໆ​ກໍ​ຕາມ​ທີ່​ທ່ານ​ເຊື່ອ​ວ່າ​ພວກ​ເຮົາ​ປະມວນ​ຜົນ​ທີ່​ທ່ານ​ຕ້ອງການ​ໃຫ້ພວກ​ເຮົາ​ລຶບ, ກະລຸນາ​ປະກອບ​ແບບ​ຟອມຄຳ​ຮ້ອງ​ຢູ່ ທີ່​ນີ້.

    ​ທ່ານ​ອາດ​ຈະ​ຮ້ອງ​ຂໍ​ໃຫ້​ພວກ​ເຮົາ​ລຶບ​ຂໍ້​ມູນ​ສ່ວນ​ຕົວ​ທີ່​ພວກ​ເຮົາ​ຮັກສາ​ໄວ້​ກ່ຽວ​ກັບ​ທ່ານ​​ໄດ້​ໃນ​ສະພາບ​ການ​ຕໍ່​ໄປ​ນີ້:

    ນອກ​ນັ້ນ ກະລຸນາ​ຮັບ​ຊາບ​ວ່າ​ທ່ານ​ສາມາດ​​ປະຕິບັດ​ສິດທິ​ຂອງ​ທ່ານ​ໃນ​ການຈຳກັດ​ການ​ປະມວນ​ຜົນ​ຂໍ້​ມູນ​ສ່ວນ​ຕົວ​ຂອງ​ທ່ານ​ໂດຍ​ພວກ​ເຮົາ​ໄດ້ (ຕາມ​ທີ່​ອະທິບາຍ​ໄວ້​ຂ້າງ​ລຸ່ມ) ​ໃນ​ຂະນະ​ທີ່​ພວກ​ເຮົາ​ພິຈາລະນາ​ຄຳ​ຮ້ອງ​ຂໍ​ລຶບ​ຂໍ້​ມູນ​ຂອງ​ທ່ານ.

    ​ແນວ​ໃດ​ກໍ​ຕາມ ກະລຸນາ​ຮັບ​ຊາ​ບວ່າພວກ​ເຮົາ​ອາດ​ຈະ​ຮັກສາ​ຂໍ້​ມູນ​ສ່ວນ​ຕົວ​ໄວ້ ຖ້າ​ມີ​ເຫດຜົນ​ທີ່​ຖືກຕ້ອງອີງ​ຕາມ​ກົດໝາຍ​​ສຳລັບ​ພວກ​ເຮົາ​ໃນ​ການ​ເຮັດ​​ເຊັ່ນ​ນັ້ນ (​ເຊັ່ນ​ວ່າ ສຳລັບ​ການ​ປົກ​ປ້ອງ​ການ​ຮ້ອງ​ຟ້ອງ​ທາງກົດໝາຍ, ​ເສລີພາບ​ໃນ​ການສະ​ແດງ​ອອກ ຫຼື ບາງ​ພັນທະ​ທາງ​ກົດໝາຍ​ອື່ນໆ) ​ແຕ່​ພວກ​ເຮົາ​ຈະ​ແຈ້ງ​ໃຫ້​ທ່ານ​ຮູ້​ຖ້າ​ເປັນ​ເຊັ່ນ​ນັ້ນ.

    ຖ້າ​ທ່ານ​ໄດ້​ຮ້ອງ​ຂໍ​ໃຫ້​ພວກ​ເຮົາ​ລຶບ​ຂໍ້​ມູນ​ສ່ວນ​ຕົວ​ຂອງ​ທ່ານ​ທີ່​ພວກ​ເຮົາ​ໄດ້​ເປີດ​ເຜີຍ​ຕໍ່​ສາທາລະນະ ​ແລະ ມີ​​ເຫດຜົນ​ສຳລັບ​ການ​ລຶບ, ພວກ​ເຮົາ​ຈະ​ໃຊ້​ຂັ້ນ​ຕອນ​ທີ່​ສົມ​ເຫດສົມ​ຜົນ​ເພື່ອ​ພະຍາຍາມ​ບອກ​​ໃຫ້ຄົນ​ອື່ນ​ທີ່​ສະ​ແດງ​ຂໍ້​ມູນ​ສ່ວນ​ຕົວ​ຂອງ​ທ່ານ ຫຼື ​ໃຫ້​ລິ້ງ​ເຊື່ອມ​ໂຍງ​ກັບ​ຂໍ້​ມູນ​ຂອງ​ທ່ານ​ລຶບ​​ມັນ​ເຊັ່ນ​ກັນ.

    ການຈຳ​ກັດ​ການ​ປະມວນ​ຜົນ​ຂໍ້​ມູນ​ເປັນ​ການ​​ເກັບ​ຮັກສາ​ໄວ້​ເທົ່າ​ນັ້ນ

    ​ທ່ານ​ມີ​ສິດ​ຮຽກຮ້ອງ​ໃຫ້​ພວກ​ເຮົາ​ຢຸດ​​ເຊົາປະມວນ​ຜົນ​ຂໍ້​ມູນ​ສ່ວນ​ຕົວ​ທີ່​ພວກ​ເຮົາ​ມີ​ກ່ຽວ​ກັບ​ທ່ານ ນອ​ກ​ເໜືອຈາກ​ສຳລັບ​ຈຸດປະສົງ​ການ​ເກັບ​ຮັກສາ​ໄວ້​ໃນ​ສະພາບ​ການສະ​ເພາະ​ເທົ່າ​ນັ້ນ. ​ແນວ​​ໃດ​ກໍ​ຕາມ, ກະລຸນາ​ຮັບ​ຊາບ​ວ່າຖ້າ​ພວກ​ເຮົາ​ຢຸດ​ເຊົາ​ປະ​ມວນ​ຜົນ​ຂໍ້​ມູນ​ສ່ວນ​ຕົວ, ພວກ​ເຮົາ​ອາດ​ຈະ​ໃຊ້​ມັນ​ອີກ​ຄັ້ງ​ຖ້າ​ມີ​​ເຫດຜົນ​ທີ່​ຖືກຕ້ອງ​ອີງ​ຕາມ​ກົດໝາຍ​ວ່າ​ດ້ວຍ​ການ​ປົກ​ປ້ອງ​ຂໍ້​ມູນ​ສຳລັບ​ພວກ​ເຮົາ​ໃນ​ການ​ເຮັດ​ເຊັ່ນ​ນັ້ນ (​ເຊັ່ນ​ວ່າ ສຳລັບ​ການ​ປົກ​ປ້ອງ​ກາ​ນອ້າງ​ສິດ​ທາງ​ກົດໝາຍ ຫຼື ການ​ປົກ​ປ້ອງ​ຄົນ​ອື່ນ).

    ຖ້າ​ພວກ​ເຮົາ​ເຫັນ​ດີ​ຢຸດ​ເຊົາ​ປະມວນ​ຜົນ​ຂໍ້​ມູນ​ສ່ວນ​ຕົວ, ພວກ​ເຮົາ​ຈະ​ພະຍາຍາມ​ບອກ​ພາກສ່ວນ​ທີ​ສາມ​ຕ່າງໆ​ທີ່​ພວກ​ເຮົາ​ໄດ້​​ເປີດ​ເຜີຍ​ຂໍ້​ມູນ​ສ່ວນ​ຕົວ​ທີ່​ກ່ຽວຂ້ອງ​ນັ້ນກັບ ​ເພື່ອ​ໃຫ້​ພວກ​ເຂົາ​ສາມາດຢຸດ​ເຊົາ​ປະມວນ​ຜົນ​ຂໍ້​ມູນ​ນັ້ນເຊັ່ນ​ກັນ.

    ທ່ານ​ສາມາດ​ຮ້ອງ​ຂໍ​ໃຫ້​ພວກ​ເຮົາ​ຢຸດ​ເຊົາ​ປະມວນ​ຜົນ ​ແລະ ພຽງ​ແຕ່​ເກັບ​ຮັກສາ​ຂໍ້​ມູນ​ສ່ວນ​ຕົວ​ທີ່​ພວກ​ເຮົາ​ມີ​ກ່ຽວ​ກັບທ່ານ​ໄວ້​ເທົ່າ​ນັ້ນ​ໄດ້​ຖ້າ:

    ການ​ໄດ້ຮັບ​ສຳ​ເນົາ

    ​ທ່ານ​ມີ​ສິ​ດ​ໄດ້​ຮັບ​ສຳ​ເນົາຂອງ​ຂໍ້ມູນ​ສ່ວນ​ຕົວ​ສະ​ເພາະ​ທີ່​ພວກ​ເຮົາ​ເກັບ​ເອົາ​ຈາກ​ທ່ານ​. ອັນ​ນີ້​ປະ​ກອບ​ດ້ວຍ​ຂໍ້​ມູນ​ສ່ວນ​ຕົວ​ໃດ​ໜຶ່ງ​ທີ່​ພວກ​ເຮົາ​ດຳ​ເນີນ​ການ​ບົນ​ພື້ນ​ຖານ​ຄຳ​ຍິນຍອມ​ຂອງ​ທ່ານ (ຕົວ​ຢ່າງ: ຂໍ້​ມູນ​ໂປ​ຣ​ໄຟ​ລ໌​ທີ່​ໃຫ້​ມາ​ດ້ວຍ​ຄວາມ​ສະ​ໝັກ​ໃຈ, ເນື້ອ​ໃນ​ສື່​ສັງ​ຄົມ​ອອນ​ລາຍ​ທີ່​ໂພ​ສ​ລົງ​ໃນ​ເຫດ​ການ​ສຳ​ຄັນ, ເນື້ອ​ໃນ​ທີ່​ເລືອກ​ເກັບໄປ​ໄວ້​ໃນ​ລາຍ​ການ​ທີ່​ມັກ ຫຼື ອີງ​ຕາມ​ສັນ​ຍາ​ຂອງ​ພວກ​ເຮົາ​ທີ່​ມີ​ກັບ​ທ່ານ) ດັ່ງ​ທີ່​ໄດ້​ອະ​ທິ​ບາຍ​ໄວ້​ຢູ່​ໃນ​ພາກ "ພວກ​ເຮົາ​ປະມວນ​ຜົນ​ຂໍ້​ມູນ​ຂອງ​ທ່ານ​ແນວ​ໃດ". ​ທ່ານ​ມີ​ສິດ​ໄດ້​ຮັ​ບຂໍ້​ມູນ​ນີ້​ໃນ​ຮູບ​ແບບທີ່​ມີ​ໂຄງ​ສ້າງ, ​ໃຊ້​ກັນ​ທົ່ວ​ໄປ ​ແລະ ​ເຄື່ອງ​ຈັກ​ສາມາດ​ອ່ານ​ໄດ້. ນອກ​ນັ້ນ ທ່ານ​ຍັງ​ມີ​ສິ​ດຮ້ອງ​ຂໍ​ໃຫ້​ພວກ​ເຮົາ​ໂອນ​​ຂໍ້​ມູນ​ສ່ວນ​ຕົວ​ນັ້ນ​​ໄປໃຫ້​ພາກສ່ວນ​ອື່ນ​ໄດ້. ທ່ານ​ສາມາດ​​ໃຊ້​ສິດທິ​ຂອງ​ທ່ານ​ໃນ​ການ​ສົ່ງ​ອອກ​ຂໍ້​ມູນ​ຂອງ​ທ່ານ​ໄດ້​ໂດຍ​ການ​ປະຕິບັດ​ຕາມ​ຄຳ​ແນະນຳ​ຢູ່ ທີ່​ນີ້.

    ​ຖ້າ​ທ່ານ​ຕ້ອງການ​ໃຫ້​ພວກ​ເຮົາ​ໂອນ​ຍ້າຍ​ຂໍ້​ມູນ​ສ່ວນ​ຕົວ​ໄປ​​ໃຫ້​ພາກສ່ວນ​ທີ​ສາມ​ໃດ​ໜຶ່ງ, ກະລຸນາ​ຮັບປະກັນ​ວ່າ​ທ່ານ​ໃຫ້​ລາຍ​ລະອຽດ​ຂອງ​ພາກສ່ວນ​ນັ້ນ. ຈົ່ງ​ຮັບ​ຊາບ​ວ່າ​ພວກ​ເຮົາ​ສາມາດ​ເຮັດ​​​ໄດ້ຖ້າ​ມີ​ຄວາມ​ເປັນ​ໄປ​ໄດ້​ທາງ​ເຕັກນິກ​ເທົ່າ​ນັ້ນ. ພວກ​ເຮົາ​ບໍ່​ຮັບຜິດຊອບ​ສຳລັບ​ຄວາມ​ປອດ​ໄພ​ຂອງ​ຂໍ້​ມູນ​ສ່ວນ​ຕົວນັ້ນ ຫຼື ການ​ປະມວນ​ຜົນ​ຂອງ​ມັນ​ເມື່ອ​ພາກສ່ວນ​ທີ​ສາມ​ໄດ້​ຮັບ​ຂໍ້​ມູນ​ແລ້ວ. ນອກ​ນັ້ນ ​ພວກ​ເຮົາ​ອາດ​ຈະ​ບໍ່​ສາມາດ​ໃຫ້​ຂໍ້​ມູນ​ສ່ວນ​ຕົວ​ສະ​ເພາະ​ແກ່​ທ່ານ​ໄດ້ ຖ້າ​ການ​ໃຫ້​ຂໍ້​ມູນ​ນັ້ນ​ຈະ​ລົບ​ກວນ​ສິດທິ​ຂອງ​ຄົນ​ອື່ນ (​ເຊັ່ນ​ວ່າ ຖ້າ​ການ​ໃຫ້​ຂໍ້​ມູນ​ສ່ວນ​ຕົວ​ທີ່​ພວກ​ເຮົາ​ຮັກສາ​ໄວ້​ກ່ຽວ​ກັບ​ທ່ານ​ຈະ​ເປີດ​ເຜີຍ​ຂໍ້​ມູນ​ກ່ຽວ​ກັບ​ບຸກຄົນ​ອື່ນ ຫຼື ​ເຄັດ​ລັບ​ທາງ​ການ​ຄ້າ ຫຼື ຊັບ​ສິນ​ທາງ​ປັນຍາ​ຂອງ​ພວກ​ເຮົາ).

    ​ກາ​ນຄັດຄ້ານ

    ທ່ານ​ອາດ​ຈະ​ຄັດຄ້ານ​ການ​ໃຊ້​ຂໍ້​ມູນ​ສ່ວນ​ຕົວ​ຂອງ​ທ່ານ​ໂດຍ​ພວກ​ເຮົາ​ໄດ້ ຖ້າ​ພວກ​ເຮົາ​ໃຊ້​ຂໍ້​ມູນ​ຂອງ​ທ່ານໂດຍ​ອີງ​ໃສ່​ສິດຜົນ​ປະ​ໂຫຍ​ດທີ່​ຖືກຕ້ອງ​ຕາມ​ກົດໝາຍ​ຂອງ​ພວກ​ເຮົາ (​ເຊັ່ນ​ວ່າ ​ໃນ​ເວລາ​ທີ່​ພວກ​ເຮົາ​ໃຊ້​ຂໍ້​ມູນ​ສ່ວນ​ຕົວ​ຂອງ​ທ່ານ​ສຳລັບ​ການ​ຮັກສາ​ຄວາມ​ປອດ​ໄພ​ບັນຊີ ​ເຊັ່ນ​ວ່າ ​ເພື່ອ​ປ້ອງ​ກັນ​ການ​ເຂົ້າສູ່​ລະບົບ​ທີ່​ມີ​ເຈດ​ຕະນາ​ຮ້າຍ). ຖ້າ​ທ່ານ​ຄັດຄ້ານ​ການ​ປະມວນ​ຜົນ​ດັ່ງກ່າວ, ກະລຸນາ​ກວດ​ເບິ່ງ ​ແລະ ສົ່ງ​ແບບ​ຟອມຢູ່ ທີ່​ນີ້ ​ໂດຍ​ໃຫ້​​ເຫດຜົນ​ລະອຽດ.

    ​​ໃນ​ຂອບ​ເຂດ​ທີ່​ກົດໝາຍ ​ແລະ ກົດ​ລະບຽບ​ທີ່​ກ່ຽ​ວຂ້ອງ​ກຳນົດ​ໄວ້, ທ່ານ​ສາມາດ​ຖອນ​ການ​ຍິນ​ຍອມ​ເຫັນ​ດີ​ທີ່​ທ່ານ​ເຄີຍ​ໃຫ້​ພວກ​ເຮົາ​ໃນ​ເມື່ອ​ກ່ອນ​ໄດ້​ ​ໂດຍ​ການ​ປະຕິບັດ​ຕາມ​ຄຳ​ແນະນຳ​ທີ່ອະທິບາຍ​ໄວ້​ຢູ່ ທີ່​ນີ້.

    TRUSTe

    Using the WeChat Open Platform

    You are using the WeChat Open Platform because you activated a service from a third-party by following an Official Account, opening a Mini Program, or using WeChat Login on a third-party app or web site. When activating a service, a small amount of data about you (user alias, profile photo, region, gender) is transferred and stored on our secure servers in the China mainland in order to make this information accessible to the third-party service. Transfers of data outside of the European Economic Area are governed by the European Commission’s Standard Contractual Clauses as specified in the WeChat Privacy Policy. Any other information you disclose to the 3rd-party service (e.g. contact info) is governed by the 3rd-party service operator's Privacy Policy and WeChat does not have access to such information.

    If you don't wish to use the WeChat Open Platform, Learn how to remove my data from the WeChat Open Platform.


    ນະໂຍບາຍວ່າດ້ວຍຄວາມເປັນສ່ວນຕົວຂອງ WeChat

    ແກ້ໄຂຫຼ້າສຸດ: 2024-02-20

    ສະຫຼຸບໂດຍສັງເຂບ

    ຂອບໃຈທີ່ທ່ານນຳໃຊ້ WeChat! ພວກເຮົາເຄົາລົບໃນຄວາມກັງວົນຂອງທ່ານກ່ຽວກັບຂໍ້ມູນຄວາມເປັນສ່ວນຕົວຂອງທ່ານ ແລະ ຮູ້ສຶກຍິນດີທີ່ທ່ານໄດ້ໃຫ້ຄວາມໄວ້ວາງໃຈ ແລະ ເຊື່ອໝັ້ນໃນພວກເຮົາ.

    ນີ້ແມ່ນບົດສະຫຼຸບຫຍໍ້ທາງດ້ານຂໍ້ມູນທີ່ນອນນີຢູ່ໃນນະໂຍບາຍວ່າດ້ວຍຄວາມເປັນສ່ວນຕົວສະບັບນີ້ ("ນະໂຍບາຍວ່າດ້ວຍຄວາມເປັນສ່ວນຕົວ"). ບົດສະຫຼຸບໂດຍສັງເຂບສະບັບດັ່ງກ່າວນີ້ ຈະຊ່ວຍໃຫ້ທ່ານຊອກຫາຂໍ້ມູນ ສຳລັບນະໂຍບາຍວ່າດ້ວຍຄວາມເປັນສ່ວນຕົວ ແລະ ບໍ່ແມ່ນເພື່ອທົດແທນຂໍ້ຄວາມທີ່ອ່ານກວມລວມທັງໝົດ! ທ່ານສາມາດໃຊ້ໄຮເປີລິ້ງຂ້າງລຸ່ມ ເພື່ອເຂົ້າໄປຫາພາກສ່ວນສະເພາະທີ່ນອນໃນ ນະໂຍບາຍວ່າດ້ວຍຄວາມເປັນສ່ວນຕົວໂດຍກົງ.

    ນະໂຍບາຍວ່າດ້ວຍຄວາມເປັນສ່ວນຕົວສະບັບດັ່ງກ່າວນີ້ ມີຜົນບັງຄັບໃຊ້ກັບທ່ານ ຫຼື ບໍ?

    ນະໂຍບາຍວ່າດ້ວຍຄວາມເປັນສ່ວນຕົວສະບັບນີ້ ຈະມີຜົນບັງຄັບໃຊ້ກັບທ່ານເທົ່ານັ້ນ ຖ້າວ່າຫາກທ່ານເປັນ ຜູ້ໃຊ້ WeChat, ໝາຍຄວາມວ່າ ທ່ານໄດ້ລົງທະບຽນໂດຍການເຊື່ອມຕໍ່ເບີໂທລະສັບມືຖືທີ່ໃຊ້ລະຫັດການໂທລະຫວ່າງປະເທດອື່ນໆທີ່ນອກເໜືອຈາກລະຫັດ +86 ("ເບີໂທລະສັບມືຖືທີ່ບໍ່ແມ່ນເບີໂທຈາກຈີນແຜ່ນດິນໃຫຍ່").

    ນະໂຍບາຍວ່າດ້ວຍຄວາມເປັນສ່ວນຕົວສະບັບດັ່ງກ່າວນີ້ ຈະບໍ່ມີຜົນບັງຄັບໃຊ້ກັບທ່ານ ຖ້າວ່າຫາກທ່ານເປັນ ຜູ້ໃຊ້ Weixin. ທ່ານເປັນຜູ້ໃຊ້ Weixin ຖ້າວ່າຫາກທ່ານໄດ້ມີການນໍາໃຊ້ດັ່ງຕໍ່ໄປນີ້:

    ຖ້າວ່າຫາກທ່ານເປັນຜູ້ໃຊ້ Weixin, ທ່ານກໍຕ້ອງປະຕິບັດຕາມ ຂໍ້​ຕົກ​ລົງ​ການ​ບໍ​ລິ​ການ ແລະ ການ​ອະ​ນຸ​ຍາດ​ຊອບ​ແວ Tencent Weixin ຂອງ Weixin ແລະ ຄໍາແນະນໍາກ່ຽວກັບການປົກປ້ອງຄວາມເປັນສ່ວນຕົວຂອງ Weixin ແລະ ບໍ່ແມ່ນນະໂຍບາຍວ່າດ້ວຍຄວາມເປັນສ່ວນຕົວສະບັບນີ້.

    ທ່ານສາມາດກວດເບິ່ງວ່າທ່ານເປັນຜູ້ໃຊ້ WeChat ຫຼື Weixin ໄດ້ໂດຍຄລິກທີ່ “ຂ້ອຍ” > “ການຕັ້ງຄ່າ” > “ກ່ຽວກັບ” ແລະ ຈາກນັ້ນກໍຄລິກລິ້ງເຊື່ອມໂຍງກັບໄປຍັງ "ຂໍ້ກຳນົດຂອງການບໍລິການ". ຖ້າວ່າທ່ານເຫັນ WeChat – ມີຂໍ້ກຳນົດຂອງການບໍລິການ, ສະແດງວ່າ ທ່ານແມ່ນຜູ້ໃຊ້ WeChat. ຖ້າວ່າທ່ານເຫັນວ່າຂໍ້ຕົກລົງວ່າດ້ວຍສິດໃນໃຊ້ງານຊອບແວ ແລະ ການບໍລິການຂອງ Tencent Weixin ສະແດງວ່າ ທ່ານເປັນຜູ້ໃຊ້ Weixin. ອີກທາງເລືອກໜຶ່ງ, ຖ້າວ່າທ່ານກໍາລັງໃຊ້ WeChat ເວີຊັນລ້າສຸດຢູ່, ທ່ານກໍຍັງສາມາດກວດເບິ່ງໄດ້ວ່າທ່ານເປັນຜູ້ໃຊ້ WeChat ຫຼື Weixin ໂດຍການຢືນຢັນຊື່ການບໍລິການທີ່ລະບຸໄວ້ຢູ່ໃນສ່ວນຫົວຢູ່ເທິງສຸດຂອງໜ້າຈໍ "ສົນທະນາ". ຖ້າວ່າທ່ານເຫັນ "WeChat" ຢູ່ໃນສ່ວນຫົວ ກໍສະແດງວ່າທ່ານເປັນຜູ້ໃຊ້ WeChat, ໃນຂະນະທີ່ຜູ້ໃຊ້ Weixin ຈະເຫັນ "Weixin" (ຫຼື "微信" ສໍາລັບບັນດາຜູ້ໃຊ້ທີ່ກຳລັງເບິ່ງຈໍສະແດງຜົນເປັນພາສາຈີນ).

    ຖ້າວ່າທ່ານໄດ້ມີການປ່ຽນເບີໂທລະສັບຂອງທ່ານໃນເວລາຕໍ່ມາ (ຈາກເບີມືຖືຈີນແຜ່ນດິນໃຫຍ່ໄປເປັນເບີມືຖືທີ່ບໍ່ແມ່ນເບີຈີນແຜ່ນດິນໃຫຍ່ ຫຼື ໃນທາງກັບກັນ) ທ່ານຈຳເປັນຕ້ອງປ່ຽນບັນຊີຂອງທ່ານ (ເປັນບັນຊີ WeChat ຫຼື Weixin, ໂດຍຂຶ້ນຢູ່ກັບເບີໂທລະສັບໃໝ່ຂອງທ່ານ). ຖ້າວ່າທ່ານປ່ຽນບັນຊີ Weixin ຂອງທ່ານເປັນບັນຊີ WeChat, ນະໂຍບາຍວ່າດ້ວຍຄວາມເປັນສ່ວນຕົວສະບັບນີ້ກໍຍັງຈະມີຜົນບັງຄັບໃຊ້ກັບທ່ານ ນັບຕັ້ງແຕ່ວັນທີທີ່ລະບົບຂອງພວກເຮົາບັນທຶກການປ່ຽນແປງດັ່ງກ່າວ. ຖ້າວ່າທ່ານປ່ຽນບັນຊີ WeChat ຂອງທ່ານເປັນບັນຊີ Weixin, ນະໂຍບາຍວ່າດ້ວຍຄວາມເປັນສ່ວນຕົວສະບັບນີ້ກໍບໍ່ບັງຄັບໃຊ້ກັບທ່ານ ນັບຕັ້ງແຕ່ວັນທີເດືອນປີທີ່ລະບົບຂອງພວກເຮົາໄດ້ບັນທຶກການປ່ຽນແປງດັ່ງກ່າວ.

    ທ່ານຈຳເປັນຕ້ອງສະໜອງຂໍ້ມູນຫຍັງແດ່ໃຫ້ແກ່ WeChat?

    ເມື່ອທ່ານລົງທະບຽນນໍາໃຊ້ບັນຊີ WeChat, ພວກເຮົາຕ້ອງການເບີມືຖື ແລະ ນາມແຝງຂອງທ່ານ. ທ່ານສາມາດປັບແຕ່ງ ແລະ ເຕີມເຕັມໂປຣໄຟລ໌ຂອງຕົນດ້ວຍຂໍ້ມູນເພີ່ມຕື່ມໃນພາຍຫຼັງ. ຖ້າທ່ານໃຊ້ຟັງຊັນໃດໜຶ່ງທີ່ມີຢູ່ພາຍໃນ WeChat (ເຊັ່ນ: ການໂພສທ໌ຮູບໃສ່ຊ່ວງເວລາທີ່ສຳຄັນຂອງທ່ານ), ພວກເຮົາຈະປະມວນຜົນຂໍ້ມູນຂອງທ່ານ ເພື່ອສະໜອງຟັງຊັນເຫຼົ່ານີ້. ຂໍ້ມູນເພີ່ມຕື່ມ

    ພວກເຮົາຈະນໍາໃຊ້ຂໍ້ມູນຂອງທ່ານຄືແນວໃດແດ່?

    ພວກເຮົາໃຊ້ຂໍ້ມູນຂອງທ່ານເພື່ອສະໜອງ WeChat ໃຫ້ແກ່ທ່ານ, ເພື່ອເຮັດໃຫ້ທ່ານສາມາດສື່ສານກັບຜູ້ໃຊ້ຄົນອື່ນໆ, ເພື່ອເຮັດໃຫ້ທ່ານສາມາດນຳໃຊ້ຄຸນສົມບັດຕ່າງໆທີ່ມີຢູ່ໃນ WeChat ແລະ ເພື່ອປັບປຸງ ແລະ ສະໜັບສະໜູນປະສົບການນໍາໃຊ້ WeChat ຂອງທ່ານ. ຖ້າວ່າທ່ານແມ່ນພໍ່ແມ່ ຫຼື ຜູ້ປົກຄອງ ເຊິ່ງເປັນຜູ້ທີ່ໄດ້ອະນຸຍາດໃຫ້ລູກຫຼານຂອງທ່ານນໍາໃຊ້ WeChat, ແລ້ວພວກເຮົາກໍຈະເກັບຮັກສາຂໍ້ມູນຕິດຕໍ່ທີ່ທ່ານໄດ້ສະໜອງໃຫ້ ເພື່ອຮັບປະກັນວ່າພວກເຮົາສາມາດຢືນຢັນການຮ້ອງຂໍ ຫຼື ຄຳຖາມທີ່ທ່ານອາດມີກ່ຽວກັບບັນຊີນໍາໃຊ້ WeChat ຂອງລູກຫຼານຂອງທ່ານ. ຂໍ້ມູນເພີ່ມຕື່ມ

    ພວກເຮົາຈະແບ່ງປັນຂໍ້ມູນຂອງທ່ານໃຫ້ກັບຜູ້ໃດແດ່?

    ພວກເຮົາຈະບໍ່ແບ່ງປັນຂໍ້ມູນຂອງທ່ານໃຫ້ກັບບຸກຄົນທີສາມ, ນອກຈາກໃນກໍລະນີຈໍາເປັນທີ່ພວກເຮົາຈຳເປັນຕ້ອງໄດ້ແບ່ງປັນ ເພື່ອໃຫ້ການບໍລິການ (ເຊັ່ນ: ຜູ້ໃຫ້ບໍລິການ SMS) ຫຼື ຖ້າວ່າພວກເຮົາໄດ້ຮັບຄຳສັ່ງຈາກສານ, ໜ່ວຍງານທີ່ມີສິດອຳນາດ ຫຼື ຖືກບັງຄັບໂດຍກົດໝາຍ. ພວກເຮົານໍາໃຊ້ການບໍລິການຂອງບຸກຄົນທີສາມເຫຼົ່ານີ້ ພຽງແຕ່ເພື່ອປະມວນຜົນ ຫຼື ເກັບກຳຂໍ້ມູນຂອງທ່ານ ສຳລັບຈຸດປະສົງຕ່າງໆທີ່ໄດ້ອະທິບາຍໄວ້ໃນນະໂຍບາຍວ່າດ້ວຍຄວາມເປັນສ່ວນຕົວສະບັບນີ້. ບຸກຄົນທີສາມໃດໆກໍຕາມທີ່ພວກເຮົາແບ່ງປັນຂໍ້ມູນຜູ້ໃຊ້ໃຫ້ ແມ່ນຈຳເປັນຕ້ອງມີການປົກປ້ອງຂໍ້ມູນຜູ້ໃຊ້ໃນລັກສະນະດຽວກັນ ຫຼື ເທົ່າທຽມກັນ ຕາມທີ່ໄດ້ລະບຸໄວ້ໃນ ນະໂຍບາຍວ່າດ້ວຍຄວາມເປັນສ່ວນຕົວສະບັບນີ້. ຂໍ້ມູນເພີ່ມຕື່ມ

    ພວກເຮົາຈະປະມວນຜົນຂໍ້ມູນຂອງທ່ານຢູ່ໃສ?

    ເຊີຟເວີຂອງພວກເຮົາຕັ້ງຢູ່ໃນປະເທດສິງກະໂປ ແລະ ເຂດປົກຄອງພິເສດຮົງກົງ ("ຮົງກົງ SAR"). ພວກເຮົາຍັງມີທີມງານທີ່ໃຫ້ການສະໜັບສະໜູນ, ທິມວິສະວະກອນ ແລະ ທີມງານອື່ນໆ ທີ່ສະໜັບສະໜູນການສະໜອງບໍລິການ WeChat ໃຫ້ແກ່ທ່ານ ໂດຍຕັ້ງຢູ່ທົ່ວໂລກ (ລວມທັງປະເທດສິງກະໂປ ແລະ ປະເທດເນເທີແລນ) ເຊິ່ງເປັນຜູ້ທີ່ຈະສາມາດເຂົ້າເຖິງຂໍ້ມູນຂອງທ່ານ. ມາດຕະການໃນການຄວບຄຸມພາຍໃນທີ່ເຄັ່ງຄັດທີ່ພ້ອມໃຊ້ງານເພື່ອຈຳກັດການເຂົ້າເຖິງຂໍ້ມູນຂອງທ່ານໂດຍບຸກຄະລາກອນທີ່ໄດ້ຮັບການມອບໝາຍຢ່າງເຂັ້ມງວດ. ຂໍ້ມູນເພີ່ມຕື່ມ

    ພວກເຮົາຈະຮັກສາຂໍ້ມູນຂອງທ່ານໄວ້ດົນປານໃດ?

    ໄລຍະເວລາທີ່ພວກເຮົາຈະເກັບຮັກສາຂໍ້ມູນ ແມ່ນຂຶ້ນກັບປະເພດຂອງຂໍ້ມູນ, ຕົວຢ່າງເຊັ່ນ: ຂໍ້ມູນການເຂົ້າສູ່ລະບົບຈະຖືກເກັບຮັກສາໄວ້ນານຈົນເຖິງ 90 ວັນ ນັບຕັ້ງແຕ່ວັນທີທີ່ເກັບກຳຂໍ້ມູນມາໄດ້. ພວກເຮົາຈະບໍ່ເກັບຮັກສາຂໍ້ມູນຂອງທ່ານໄວ້ດົນເກີນກວ່າໄລຍະເວລາທີ່ກຳນົດໄວ້ໃນກົດໝາຍ. ຂໍ້ມູນເພີ່ມຕື່ມ

    ທ່ານຈະສາມາດໃຊ້ສິດຂອງທ່ານຕໍ່ຂໍ້ມູນຂອງທ່ານໄດ້ແນວໃດ?

    ໂດຍອີງຕາມສະຖານທີ່ໆທ່ານອາໄສຢູ່, ທ່ານອາດຈະມີສິດພິເສດຕໍ່ກັບຂໍ້ມູນຂອງທ່ານ ແລະ ວິທີທີ່ພວກເຮົາສາມາດນຳໃຊ້ພວກມັນ. ສິດເຫຼົ່ານີ້ຈະລວມມີວິທີການທີ່ທ່ານສາມາດເຂົ້າເຖິງຂໍ້ມູນ, ລຶບຂໍ້ມູນ, ຈຳກັດວິທີການນຳໃຊ້ຂໍ້ມູນຂອງທ່ານ, ມີສິດຄັດຄ້ານການນຳໃຊ້ຂອງພວກເຮົາ ແລະ ຂໍສຳເນົາຂໍ້ມູນຂອງທ່ານ. ຂໍ້ມູນເພີ່ມຕື່ມ

    ພາກຜະໜວກສະເພາະອານາເຂດນ່ານນ້ຳນ່ານຟ້າໃດໜຶ່ງ

    ຖ້າວ່າທ່ານເປັນຜູ້ໃຊ້ທີ່ອາໄສຢູ່ (ຕາມທີ່ກໍານົດໂດຍເບີມືຖືທີ່ໃຊ້ລົງທະບຽນໃນປັດຈຸບັນຂອງທ່ານ) ໃນປະເທດອົດສະຕຣາລີ, ບຣາຊິນ, ລັດຄາລິຟໍເນຍ, ປະເທດການາດາ, ຈີນໄຕ້ຫວັນ, ເຂດປົກຄອງພິເສດຮົງກົງ, ອິນໂດເນເຊຍ, ຍີ່ປຸ່ນ, ເຂດປົກຄອງພິເສດມາເກົາ, ມາເລເຊຍ, ເມັກຊິໂກ, ຟີລິບປິນ, ຣັດເຊຍ, ເຊີເບຍ, ສິງກະໂປ, ເກົາຫຼີໃຕ້, ສີລັງກາ, ໄທ, ຕວກກີ, ສະຫະລັດອາຣັບເອມີເຣດ, ສະຫະລາຊະອານາຈັກ ຫຼື ຫວຽດນາມ, ແມ່ນຈະມີຂໍ້ກຳນົດສະເພາະເຂດນ່ານນ້ຳນ່ານຟ້າເພີ່ມເຕີມທີ່ນຳໃຊ້ກັບທ່ານ. ທ່ານສາມາດເບິ່ງບັນດາຂໍ້ກຳນົດເຫຼົ່ານີ້ໂດຍໄປທີ່ ໜ້າ ນີ້.

    ພວກເຮົາຈະມີການແຈ້ງໃຫ້ທ່ານຮັບຊາບເຖິງການປ່ຽນແປງໄດ້ແນວໃດ?

    ຖ້າວ່າເກີດມີການປ່ຽນແປງໃດໜຶ່ງທີ່ສຳຄັນຕໍ່ກັບນະໂຍບາຍວ່າດ້ວຍຄວາມເປັນສ່ວນຕົວສະບັບດັ່ງກ່າວນີ້, ພວກເຮົາຈະມີການອັບເດດມັນໄວ້ໃນນະທີ່ນີ້ ແລະ ຈະແຈ້ງໃຫ້ທ່ານຮັບຊາບກ່ອນທີ່ຈະມີການປ່ຽນແປງດັ່ງກ່າວທີ່ຈະມີຜົນບັງຄັບໃຊ້. ຂໍ້ມູນເພີ່ມຕື່ມ

    ຜູ້ຄວບຄຸມຂໍ້ມູນ

    ຕິດຕໍ່ພວກເຮົາ

    ຖ້າວ່າທ່ານມີຄຳຖາມ ຫຼື ຄຳຮ້ອງທຸກໃດໜຶ່ງ ກ່ຽວກັບນະໂຍບາຍວ່າດ້ວຍຄວາມເປັນສ່ວນຕົວສະບັບນີ້ ຫຼື ການນຳໃຊ້ຂໍ້ມູນສ່ວນຕົວຂອງທ່ານ, ກະລຸນາຕິດຕໍ່ຫາເຈົ້າໜ້າທີ່ປົກປ້ອງຂໍ້ມູນຂອງພວກເຮົາ ທາງອີເມວທີ່ dataprotection@wechat.com ຫຼື ທາງໄປສະນີທີ່ Buitenveldertselaan 1-5, 1082 VA, Amsterdam, the Netherlands (ສົ່ງເຖິງ: ເຈົ້າໜ້າທີ່ຝ່າຍປົກປ້ອງຂໍ້ມູນ, ພະແນກກົດໝາຍ).

    ກະລຸນາຊາບວ່າ ຖ້າວ່າທ່ານເປັນຜູ້ອາໄສຢູ່ໃນ EEA, UK ຫຼື ປະເທດສະວິດເຊີແລນ, ທ່ານມີສິດຍື່ນຄຳຮ້ອງທຸກກັບໜ່ວຍງານປົກປ້ອງຂໍ້ມູນໃນປະເທດຂອງທ່ານ.

    ຖ້າວ່າຫາກທ່ານຍັງມີຄວາມກັງວົນດ້ານຄວາມເປັນສ່ວນຕົວທີ່ຍັງບໍ່ທັນໄດ້ຮັບການແກ້ໄຂ ຫຼື ການນໍາໃຊ້ຂໍ້ມູນ ທີ່ພວກເຮົາທີ່ຍັງບໍ່ທັນໄດ້ແກ້ໄຂໃຫ້ເປັນທີ່ເພິ່ງພໍໃຈ, ກະລຸນາຕິດຕໍ່ຜູ້ໃຫ້ບໍລິການໃນການແກ້ໄຂຂໍ້ຂັດແຍ່ງບຸກຄົນທີສາມຂອງພວກເຮົາ (ໂດຍບໍ່ເສຍຄ່າ) ທີ່ https://feedback-form.truste.com/watchdog/request.

    ການເຮັດວຽກຮ່ວມກັນກັບ Weixin

    WeChat ເຮັດວຽກຮ່ວມກັນກັບ Weixin, ໃນລະດັບທີ່ທ່ານສາມາດສື່ສານກັບຜູ້ໃຊ້ Weixin ແລະ ເບິ່ງຂໍ້ຄວາມ ໂພສທ໌ໃນຊ່ວງເວລາທີ່ສຳຄັນ ແລະ ສະຖານະຂອງກັນ ແລະ ກັນ. ທ່ານຍັງສາມາດນໍາໃຊ້ຄຸນສົມບັດທີ່ສະເພາະເຊິ່ງດຳເນີນງານໂດຍ Weixin ຕາມຂໍ້ກຳນົດທີ່ບັງຄັບໃຊ້. ທ່ານສາມາດເບິ່ງລາຍຊື່ຂອງຄຸນສົມບັດຕ່າງໆ ທີ່ດຳເນີນການໂດຍ Weixin ໄດ້ຢູ່ ບ່ອນນີ້. ເມື່ອທ່ານຕິດຕໍ່ພົວພັນກັບຜູ້ໃຊ້ Weixin (ຫຼື ໃນທາງກັບກັນ) ຫຼື ນໍາໃຊ້ ຫຼື ໄດ້ຮັບການແຈ້ງເຕືອນ ຫຼື ຄຳເຊີນຈາກຄຸນສົມບັດໃດໜຶ່ງທີ່ດຳເນີນການໂດຍ Weixin (ເອີ້ນຮ່ວມກັນວ່າ "ການຕິດຕໍ່ພົວພັນທີ່ເຮັດວຽກຮ່ວມກັນ"), ພວກເຮົາຈະແບ່ງປັນຂໍ້ມູນຂອງທ່ານກັບ Weixin ໃນຂອບເຂດທີ່ຈຳເປັນ ເພື່ອອຳນວຍຄວາມສະດວກໃຫ້ແກ່ການໂຕ້ຕອບທີ່ເຮັດວຽກຮ່ວມກັນ. ນອກຈາາກນັ້ນແລ້ວ, ການຕິດຕໍ່ພົວພັນທີ່ເຮັດວຽກຮ່ວມກັນຂອງທ່ານກໍຍັງຕ້ອງປະຕິບັດຕາມ ຄໍາແນະນໍາກ່ຽວກັບການປົກປ້ອງຄວາມເປັນສ່ວນຕົວຂອງ Weixin ອີກດ້ວຍ.

    1. ພາກສະເໜີ

    ຍິນດີຕ້ອນຮັບສູ່ WeChat!

    ເມື່ອທ່ານໃຊ້ແອັບມືຖື WeChat, ແອັບເດສທັອບ ຫຼື ເວັບໄຊທ໌ www.wechat.com ຫຼື help.wechat.com (ພ້ອມກັນກັບ, "WeChat"), ບາງຂໍ້ມູນສ່ວນຕົວຂອງທ່ານ (ທີ່ໄດ້ກຳນົດໄວ້ຢູ່ຂ້າງລຸ່ມ) ຈະຖືກເກັບກຳ ແລະ ດຳເນີນການໂດຍພວກເຮົາ.

    ນະໂຍບາຍວ່າດ້ວຍຄວາມເປັນສ່ວນຕົວສະບັບນີ້ ໄດ້ອະທິບາຍກ່ຽວກັບວັນເວລາ, ວິທີການ ແລະ ເຫດຜົນໃນການປະມວນຜົນຂໍ້ມູນຂອງທ່ານທີ່ເຊື່ອມໂຍງກັບ WeChat ແລະ ກຳນົດທາງເລືອກ ແລະ ສິດຂອງທ່ານກ່ຽວຂ້ອງກັບຂໍ້ມູນສ່ວນຕົວດັ່ງກ່າວນັ້ນ.

    ກະລຸນາຊາບວ່າ ນະໂຍບາຍວ່າດ້ວຍຄວາມເປັນສ່ວນຕົວນີ້ຈະມີຜົນບັງຄັບໃຊ້ກັບ WeChat ເທົ່ານັ້ນ. ຖ້າ​​ທ່ານ​ນໍາ​ໃຊ້​ຜະ​ລິດ​ຕະ​ພັນ​ ຫຼື​ ການ​ບໍ​ລິ​ການ​ອື່ນໆ​ ກະ​ລຸ​ນາ​ເບິ່ງ​ນະ​ໂຍ​ບາຍ​ວ່າດ້ວຍຄວາມ​ເປັນ​ສ່ວນ​ຕົວ​ສໍາ​ລັບ​ຜະ​ລິດ​ຕະ​ພັນ ​ຫຼື​ ການ​ບໍ​ລິ​ການ​ສະ​ເພາະນັ້ນໆ.

    ຖ້າວ່າທ່ານບໍ່ເຫັນດີກັບການປະມວນຜົນຂໍ້ມູນສ່ວນຕົວຂອງທ່ານໄປໃນລັກສະນະທີ່ນະໂຍບາຍວ່າດ້ວຍຄວາມເປັນສ່ວນຕົວສະບັບນີ້ໄດ້ກຳນົດໄວ້, ກະລຸນາຢ່າໃຫ້ຂໍ້ມູນສ່ວນຕົວຂອງທ່ານ ເມື່ອມີການຮ້ອງຂໍ ແລະ ໃຫ້ຢຸດນໍາໃຊ້ WeChat. ການນໍາໃຊ້ WeChat ສະແດງວ່າທ່ານຍອມຮັບວິທີການປະມວນຜົນຂໍ້ມູນສ່ວນຕົວຂອງທ່ານຂອງພວກເຮົາຕາມທີ່ໄດ້ກຳນົດໄວ້ໃນນະໂຍບາຍວ່າດ້ວຍຄວາມເປັນສ່ວນຕົວສະບັບນີ້.

    ໃນນະໂຍບາຍວ່າດ້ວຍຄວາມເປັນສ່ວນຕົວສະບັບນີ້, ຮຽກວ່າ "ພວກເຮົາ", "ຂອງພວກເຮົາ" ຫຼື "ພວກເຮົາ" ໝາຍເຖິງ:

    ນິຕິບຸກຄົນແຕ່ລະຫົວໜ່ວຍທີ່ຢູ່ຂ້າງເທິງຍັງເປັນ ຜູ້ຄວບຄຸມຂໍ້ມູນ ສຳລັບຜູ້ໃຊ້ທີ່ຢູ່ໃນຂອບເຂດສິດອຳນາດຂອງສານທີ່ໄດ້ກ່າວໄວ້ໃນຂ້າງເທິງ.

    ຂໍ້ກຳນົດແຕ່ລະຂໍ້ທີ່ຂຶ້ນຕົ້ນດ້ວຍຕົວອັກສອນໃຫຍ່ທີ່ຖືກນໍາໃຊ້ໃນນະໂຍບາຍວ່າດ້ວຍຄວາມເປັນສ່ວນຕົວສະບັບນີ້ ມີຄວາມໝາຍດຽວກັນກັບຂໍ້ກຳນົດທຽບເທົ່າທີ່ລະບຸໄວ້ໃນຂໍ້ກຳນົດຂອງການບໍລິການຂອງ WeChat, ນອກຈາກຂໍ້ກຳນົດເຫຼົ່ານັ້ນຈະຖືກລະບຸແຍກກັນຕ່າງຫາກໃນນະໂຍບາຍວ່າດ້ວຍຄວາມເປັນສ່ວນຕົວສະບັບນີ້.

    ຕິດຕໍ່

    ຖ້າວ່າທ່ານມີຄຳຖາມ ຫຼື ຄຳຮ້ອງທຸກໃດໜຶ່ງ ກ່ຽວກັບນະໂຍບາຍວ່າດ້ວຍຄວາມເປັນສ່ວນຕົວສະບັບນີ້ ຫຼື ການນຳໃຊ້ຂໍ້ມູນສ່ວນຕົວຂອງທ່ານ, ກະລຸນາຕິດຕໍ່ຫາເຈົ້າໜ້າທີ່ປົກປ້ອງຂໍ້ມູນຂອງພວກເຮົາທາງອີເມວທີ່ dataprotection@wechat.com ຫຼື ທາງໄປສະນີທີ່ Buitenveldertselaan 1-5, 1082 VA, Amsterdam, the Netherlands (ສົ່ງເຖິງ: ເຈົ້າໜ້າທີ່ຝ່າຍປົກປ້ອງຂໍ້ມູນ, ພະແນກກົດໝາຍ). ພວກເຮົາໄດ້ລະບຸລາຍຊື່ບັນດາຜູ້ຕາງໜ້າ ເພື່ອຈຸດປະສົງໃນການປົກປ້ອງຂໍ້ມູນໄວ້ຢູ່ບ່ອນນີ້.

    ກະລຸນາຊາບວ່າ ຖ້າວ່າທ່ານເປັນຜູ້ອາໄສຢູ່ໃນ EEA, UK ຫຼື ປະເທດສະວິດເຊີແລນ, ທ່ານມີສິດຍື່ນຄຳຮ້ອງທຸກກັບໜ່ວຍງານປົກປ້ອງຂໍ້ມູນໃນປະເທດຂອງທ່ານ.

    2. ຂອບເຂດ ແລະ ການນໍາໃຊ້

    ນະໂຍບາຍວ່າດ້ວຍຄວາມເປັນສ່ວນຕົວສະບັບນີ້ ຈະມີຜົນບັງຄັບໃຊ້ກັບທ່ານ ຖ້າວ່າຫາກທ່ານເປັນ ຜູ້ໃຊ້ WeChat.

    ນະໂຍບາຍວ່າດ້ວຍຄວາມເປັນສ່ວນຕົວສະບັບດັ່ງກ່າວນີ້ ຈະບໍ່ມີຜົນບັງຄັບໃຊ້ກັບທ່ານ ຖ້າວ່າຫາກທ່ານເປັນ ຜູ້ໃຊ້ Weixin. ທ່ານເປັນຜູ້ໃຊ້ Weixin ຖ້າວ່າຫາກທ່ານໄດ້ນອນໃນເງື່ອນໄຂຕໍ່ໄປນີ້:

    ຖ້າວ່າຫາກທ່ານເປັນຜູ້ໃຊ້ Weixin, ທ່ານກໍຕ້ອງປະຕິບັດຕາມ ຂໍ້​ຕົກ​ລົງ​ການ​ບໍ​ລິ​ການ ແລະ ການ​ອະ​ນຸ​ຍາດ​ຊອບ​ແວ Tencent Weixin ຂອງ Weixin ແລະ ຄໍາແນະນໍາກ່ຽວກັບການປົກປ້ອງຄວາມເປັນສ່ວນຕົວຂອງ Weixin ແລະ ບໍ່ແມ່ນນະໂຍບາຍວ່າດ້ວຍຄວາມເປັນສ່ວນຕົວສະບັບນີ້.

    ທ່ານສາມາດກວດເບິ່ງວ່າທ່ານເປັນຜູ້ໃຊ້ WeChat ຫຼື Weixin ໄດ້ໂດຍຄລິກທີ່ “ຂ້ອຍ” > “ການຕັ້ງຄ່າ” > “ກ່ຽວກັບ” ແລະ ຈາກນັ້ນກໍຄລິກລິ້ງເຊື່ອມໂຍງກັບໄປຍັງ "ຂໍ້ກຳນົດຂອງການບໍລິການ". ຖ້າວ່າທ່ານເຫັນ WeChat – ມີຂໍ້ກຳນົດຂອງການບໍລິການ, ສະແດງວ່າ ທ່ານແມ່ນຜູ້ໃຊ້ WeChat. ຖ້າວ່າທ່ານເຫັນວ່າຂໍ້ຕົກລົງວ່າດ້ວຍສິດໃນໃຊ້ງານຊອບແວ ແລະ ການບໍລິການຂອງ Tencent Weixin ສະແດງວ່າ ທ່ານເປັນຜູ້ໃຊ້ Weixin. ອີກທາງເລືອກໜຶ່ງ, ຖ້າວ່າທ່ານກໍາລັງໃຊ້ WeChat ເວີຊັນລ້າສຸດຢູ່, ທ່ານກໍຍັງສາມາດກວດເບິ່ງໄດ້ວ່າທ່ານເປັນຜູ້ໃຊ້ WeChat ຫຼື Weixin ໂດຍການຢືນຢັນຊື່ການບໍລິການທີ່ລະບຸໄວ້ຢູ່ໃນສ່ວນຫົວຢູ່ເທິງສຸດຂອງໜ້າຈໍ "ສົນທະນາ". ຖ້າວ່າທ່ານເຫັນ "WeChat" ຢູ່ໃນສ່ວນຫົວ ກໍສະແດງວ່າທ່ານເປັນຜູ້ໃຊ້ WeChat, ໃນຂະນະທີ່ຜູ້ໃຊ້ Weixin ຈະເຫັນ "Weixin" (ຫຼື "微信" ສໍາລັບບັນດາຜູ້ໃຊ້ທີ່ກຳລັງເບິ່ງຈໍສະແດງຜົນເປັນພາສາຈີນ).

    ຖ້າວ່າທ່ານໄດ້ມີການປ່ຽນເບີໂທລະສັບຂອງທ່ານໃນເວລາຕໍ່ມາ (ຈາກເບີມືຖືຈີນແຜ່ນດິນໃຫຍ່ໄປເປັນເບີມືຖືທີ່ບໍ່ແມ່ນເບີຈີນແຜ່ນດິນໃຫຍ່ ຫຼື ໃນທາງກັບກັນ) ທ່ານຈຳເປັນຕ້ອງປ່ຽນບັນຊີຂອງທ່ານ (ເປັນບັນຊີ WeChat ຫຼື Weixin, ໂດຍຂຶ້ນຢູ່ກັບເບີໂທລະສັບໃໝ່ຂອງທ່ານ). ຖ້າວ່າທ່ານປ່ຽນບັນຊີ Weixin ຂອງທ່ານເປັນບັນຊີ WeChat, ນະໂຍບາຍວ່າດ້ວຍຄວາມເປັນສ່ວນຕົວສະບັບນີ້ກໍຍັງຈະມີຜົນບັງຄັບໃຊ້ກັບທ່ານ ນັບຕັ້ງແຕ່ວັນທີທີ່ລະບົບຂອງພວກເຮົາບັນທຶກການປ່ຽນແປງດັ່ງກ່າວ. ຖ້າວ່າທ່ານປ່ຽນບັນຊີ WeChat ຂອງທ່ານເປັນບັນຊີ Weixin, ນະໂຍບາຍວ່າດ້ວຍຄວາມເປັນສ່ວນຕົວສະບັບນີ້ກໍບໍ່ບັງຄັບໃຊ້ກັບທ່ານ ນັບຕັ້ງແຕ່ວັນທີເດືອນປີທີ່ລະບົບຂອງພວກເຮົາໄດ້ບັນທຶກການປ່ຽນແປງດັ່ງກ່າວ.

    ນະໂຍບາຍວ່າຄວາມເປັນສ່ວນຕົວສະບັບນີ້ ບໍ່ມີຜົນບັງຄັບໃຊ້ກັບຂໍ້ມູນສ່ວນຕົວທີ່ຖືກເກັບກຳໂດຍການບໍລິການຂອງບຸກຄົນທີສາມທີ່ທ່ານອາດເຂົ້າເຖິງຜ່ານແພລດຟອມ WeChat (ເຊັ່ນ: ຄຸນສົມບັດຕ່າງໆ ທີ່ດໍາເນີນງານໂດຍ Weixin ເຊັ່ນ: ການຄົ້ນຫາຂັ້ນສູງ, ຊ່ອງ, ເລື່ອງລາວຍອດນິຍົມ ແລະ WeBeans; ການບໍລິການແພລດຟອມເປີດຂອງ Weixin ເຊິ່ງປະກອບດ້ວຍ ບັນຊີທາງການ, ໂປຣແກຣມຂະໜາດນ້ອຍ ແລະ ການເຂົ້າສູ່ລະບົບດ້ວຍ Weixin, Weixin Pay ຫຼື WeChat Pay ຫຼື ເວັບໄຊຈາກບຸກຄົນທີສາມ ທີ່ເບິ່ງຜ່ານບລາວເຊີພາຍໃນ) ແລະ ຂໍ້ມູນສ່ວນຕົວທີ່ທ່ານເລືອກຈະແບ່ງປັນກັບຜູ້ໃຊ້ Weixin. ກະລຸນາເບິ່ງທີ່ນະໂຍບາຍວ່າດ້ວຍຄວາມເປັນສ່ວນຕົວຂອງການບໍລິການທີ່ກ່ຽວຂ້ອງຂອງບຸກຄົນທີສາມ. ສຳລັບຂໍ້ມູນເພີ່ມຕື່ມ, ກະລຸນາເບິ່ງພາກສ່ວນທີ່ມີຫົວຂໍ້ວ່າ "ພວກເຮົາຈະແບ່ງປັນຂໍ້ມູນຂອງທ່ານກັບຜູ້ໃດ?" ທີ່ຢູ່ຂ້າງລຸ່ມ.

    ຖ້າວ່າຫາກທ່ານກຳລັງນໍາໃຊ້ WeChat ໂດຍຕາງໜ້າໃຫ້ກັບບໍລິສັດ, ຫຸ້ນສ່ວນ, ສະມາຄົມ, ລັດຖະບານ ຫຼື ອົງການອື່ນໆ ("ອົງການ" ຂອງທ່ານ), ທ່ານເຫັນດີທີ່ຈະແຈ້ງບຸກຄົນດັ່ງກ່າວໃນອົງການຂອງທ່ານທີ່ພວກເຮົາໄດ້ເກັບກຳຂໍ້ມູນສ່ວນຕົວ (ລະບຸໄວ້ຂ້າງລຸ່ມ) ຫຼື ທ່ານສະໜອງຂໍ້ມູນໃຫ້ແກ່ພວກເຮົາ ("ບຸກຄົນທີ່ມີການເຊື່ອມຕໍ່ເຊື່ອມໂຍງ") ແລະ ທ່ານເຫັນດີທີ່ຈະຮັບການຍິນຍອມຂອງບຸກຄົນທີ່ມີການເຊື່ອມໂຍງດັ່ງກ່າວເພື່ອປະມວນຜົນຂໍ້ມູນສ່ວນຕົວຕາມນະໂຍບາຍວ່າດ້ວຍຄວາມເປັນສ່ວນຕົວສະບັບນີ້ ຕາມທີ່ຮຽກຮ້ອງໂດຍກົດໝາຍ ແລະ ລະບຽບການທີ່ມີຜົນບັງຄັບໃຊ້ທີ່ກ່ຽວຂ້ອງ. ເມື່ອນະໂຍບາຍວ່າດ້ວຍຄວາມເປັນສ່ວນຕົວສະບັບດັ່ງກ່າວນີ້ໄດ້ກ່າວເຖິງ "ທ່ານ" ຫຼື "ຂອງທ່ານ", ການກ່າວເຖິງນີ້ກໍລວມມີທ່ານ ແລະ ບຸກຄົນເຊື່ອມໂຍງກັບບຸກໍ່ຄົນໃດໜຶ່ງ. ຖ້າວ່າທ່ານ ຫຼື ບຸກຄົນທີ່ມີການເຊື່ອມໂຍງກັບຄົນໃດໜຶ່ງທີ່ຕ້ອງການຮ້ອງຂໍໃຫ້ສົ່ງຂໍ້ມູນສ່ວນຕົວຂອງທ່ານອອກຈາກຖານຂໍ້ມູນຂອງພວກເຮົາ, ກະລຸນາຕິດຕໍ່ພວກເຮົາທີ່ dataprotection@wechat.com.

    3. ນິຍາມຄຳສັບ

    "ຂໍ້ມູນຕຳແໜ່ງທີ່ຕັ້ງ" ແມ່ນຂໍ້ມູນທີ່ໄດ້ຮັບມາຈາກ GPS (ພິກັດ GPS), WiFi (ສະຖານທີ່ຕັ້ງຂອງເມືອງໂດຍປະມານ), ລະຫັດທີ່ຢູ່ IP (ສະຖານທີ່ຕັ້ງຂອງປະເທດ) ຫຼື ໂພສທ໌ສາທາລະນະຂອງທ່ານທີ່ປະກອບມີຂໍ້ມູນດ້ານສະຖານທີ່ຕັ້ງ (ສະຖານທີ່ຕັ້ງທີ່ທ່ານແທັກສະຖານທີ່). ຂໍ້ມູນສະຖານທີ່ຕັ້ງຈະຖືກເປີດເຜີຍ (ຕໍ່ພວກເຮົາ, ຜູ້ໃຊ້ຄົນອື່ນໆ ຫຼື ທັງສອງ):

    ທ່ານອາດຈະປິດການເກັບກຳ ແລະ ນຳໃຊ້ຂໍ້ມູນສະຖານທີ່ຕັ້ງຂອງທ່ານ ຜ່ານການຕັ້ງຄ່າລະດັບຂອງອຸປະກອນ.

    "ລອກເກັບຂໍ້ມູນ" ແມ່ນຂໍ້ມູນທີ່ຖືກເກັບກຳໂດຍອັດຕະໂນມັດ ເມື່ອທ່ານເຂົ້າໃຊ້ WeChat, ເຊິ່ງປະກອບດ້ວຍ:

    "ຂໍ້ມູນສ່ວນຕົວ" ແມ່ນຂໍ້ມູນໃດໜຶ່ງ ຫຼື ການປະສົມປະສານຂອງຂໍ້ມູນທີ່ກ່ຽວຂ້ອງກັບທ່ານ ເຊິ່ງສາມາດຖືກນຳໃຊ້ (ທາງກົງ ຫຼື ທາງອ້ອມ) ເພື່ອລະບຸຕົວທ່ານ, ເຊິ່ງພວກເຮົາປະມວນຜົນໂດຍເຊື່ອມໂຍງກັບການນຳໃຊ້ WeChat ຂອງທ່ານ. ກະລຸນາເບິ່ງທີ່ພາກສ່ວນທີ່ມີຫົວຂໍ້ວ່າ "ພວກເຮົາຈະໃຊ້ຂໍ້ມູນຂອງທ່ານແນວໃດ?" ຢູ່ຂ້າງລຸ່ມສຳລັບຕົວຢ່າງ.

    "ຂໍ້ມູນທີ່ແບ່ງປັນ" ແມ່ນຂໍ້ມູນທີ່ທ່ານເອົາໄວ້ໃນໂປຣໄຟລ໌ WeChat ທີ່ສາມາດເບິ່ງເຫັນໄດ້ໃນສາທາລະນະ, ຂໍ້ມູນທີ່ທ່ານໃຫ້ຜູ້ໃຊ້ຄົນອື່ນໆເຫັນໄດ້ຜ່ານ WeChat (ເຊັ່ນ: ຜ່ານຊ່ວງເວລາທີ່ສຳຄັນ ແລະ ໂພສທ໌ສະຖານະຂອງທ່ານ), ຂໍ້ມູນກ່ຽວກັບທ່ານທີ່ຜູ້ໃຊ້ຄົນອື່ນໄດ້ໃຫ້ຜ່ານການນໍາໃຊ້ WeChat ຫຼື Weixin ຂອງພວກເຂົາ ແລະ ຂໍ້ມູນຈຸດຕຳແໜ່ງທີ່ຕັ້ງ.

    4. ພວກເຮົາຈະນໍາໃຊ້ຂໍ້ມູນຂອງທ່ານຄືແນວໃດແດ່?

    ໃນພາກນີ້ຈະໃຫ້ລາຍລະອຽດເພີ່ມເຕີມກ່ຽວກັບປະເພດຂໍ້ມູນສ່ວນຕົວທີ່ພວກເຮົາເກັບກຳໄດ້ຈາກທ່ານ, ຈຸດປະສົງໃນການປະມວນຜົນ ແລະ ໄລຍະເວລາຂອງການເກັບຮັກສາສຳລັບຂໍ້ມູນສ່ວນຕົວໃນແຕ່ລະປະເພດ.

    ສຳລັບຜູ້ໃຊ້ທີ່ອາໄສຢູ່ໃນເຂດອຳນາດການປົກຄອງທີ່ກ່ຽວຂ້ອງ, ຍັງຈະລະບຸເຖີງຸເຖິງພື້ນຖານດ້ານກົດໝາຍທີ່ພວກເຮົາໃຊ້ປະມວນຜົນຂໍ້ມູນຂອງທ່ານ. ເພື່ອຈຸດປະສົງຂອງນະໂຍບາຍວ່າດ້ວຍຄວາມເປັນສ່ວນຕົວສະບັບນີ້, "ເຂດນ່ານນ້ຳນ່ານຟ້າທີ່ກ່ຽວຂ້ອງ" ປະກອບມີ EEA, UK, ປະເທດສະວິດເຊີແລນ, ປະເທດບຣາຊີນ, ປະເທດອິນໂດເນເຊຍ, ປະເທດໄທ ແລະ ປະເທດຕວກກີ.

    ພວກເຮົາຈະບໍ່ເກັບຮັກສາຂໍ້ມູນສ່ວນຕົວເປັນເວລາດົນກວ່າທີ່ຈຳເປັນ ນອກຈາກກົດໝາຍທີ່ກ່ຽວຂ້ອງໄດ້ກຳນົດ ຫຼື ໄດ້ອະນຸຍາດໃຫ້ພວກເຮົາເຮັດເຊັ່ນນັ້ນເທົ່ານັ້ນ. ຖ້າວ່າພວກເຮົາຈຳເປັນຕ້ອງເກັບຮັກສາຂໍ້ມູນສ່ວນຕົວຂອງທ່ານໂດຍຢູ່ນອກເໜືອຈາກຊ່ວງໄລຍະຂອງການເກັບຮັກສາຂໍ້ມູນທີ່ຖືກກຳນົດໄວ້ຂ້າງລຸ່ມ ຕົວຢ່າງ: ເພື່ອປະຕິບັດຕາມກົດໝາຍທີ່ມີຜົນບັງຄັບໃຊ້, ພວກເຮົາຈະຮັກສາຂໍ້ມູນໂດຍແຍກອອກຈາກຂໍ້ມູນສ່ວນຕົວປະເພດອື່ນໆ. ຂໍ້ມູນການລົງທະບຽນລວມ (ເຊິ່ງບໍ່ມີຂໍ້ມູນສ່ວນຕົວ) ແມ່ນຖືກເກັບຮັກສາໄວ້ເພື່ອຈຸດປະສົງໃນການປ້ອງກັນສະແປມ ແລະ ຄວາມປອດໄພຂອງລະບົບ. ສຳລັບລາຍລະອຽດເພີ່ມຕື່ມກ່ຽວກັບໄລຍະເວລາທີ່ພວກເຮົາຈະຕ້ອງໄດ້ເກັບຮັກສາຂໍ້ມູນຂອງທ່ານ, ກະລຸນາເບິ່ງທີ່ໄລຍະເວລາການເກັບຮັກສາຂໍ້ມູນທີ່ກຳນົດໄວ້ຢູ່ຂ້າງລຸ່ມ.

    ຂໍ້ມູນຂ່າວສານຈຸດປະສົງຂອງການປະມວນຜົນໄລຍະເວລາການເກັບຮັກສາ
    ຂໍ້ມູນການລົງທະບຽນ ແລະ ຂໍ້ມູນການເຂົ້າສູ່ລະບົບ. ຊື່, ນາມແຝງ, Apple ID, Facebook ID, ທີ່ຢູ່ IP, ເບີມືຖື, ພາກພື້ນ, ສະຖານທີ່ຕັ້ງຕາມທີ່ກໍານົດໂດຍເບີມືຖືທີ່ໃຊ້ລົງທະບຽນໃນປັດຈຸບັນຂອງທ່ານ, ບັນຊີ Facebook, ທີ່ຢູ່ອີເມວທີ່ໃຊ້ເພື່ອລົງທະບຽນບັນຊີ WeChat ແລະ ວັນທີລົງທະບຽນ.
    ພື້ນຖານທາງດ້ານກົດໝາຍ (ເຂດນ່ານນ້ຳນ່ານຟ້າທີ່ກ່ຽວຂ້ອງເທົ່ານັ້ນ): ຈຳເປັນຕ້ອງໄດ້ປະຕິບັດຕາມສັນຍາລະຫວ່າງເຮົາກັບທ່ານໃນການສ້າງໂປຣໄຟລ໌ WeChat ຂອງທ່ານ ແລະ ໃນການສະໜອງການບໍລິການຕ່າງໆຂອງ WeChat.
    - ເພື່ອສ້າງບັນຊີ WeChat ຂອງທ່ານ ແລະ ການອຳນວຍຄວາມສະດວກໃຫ້ແກ່ການເຂົ້າສູ່ລະບົບຂອງທ່ານ;
    - ເພື່ອອຳນວຍຄວາມສະດວກໃຫ້ແກ່ການສື່ສານລະຫວ່າງຜູ້ໃຊ້ WeChat ແລະ Weixin;
    - ເພື່ອອຳນວຍຄວາມສະດວກໃນການນໍາໃຊ້ຄຸນສົມບັດ Weixin ຂອງທ່ານ;
    - ເພື່ອບັງຄັບໃຊ້ຂໍ້ກຳນົດ, ເງື່ອນໄຂ ແລະ ນະໂຍບາຍຂອງພວກເຮົາ;
    - ເພື່ອດຳເນີນການໂທຜ່ານ VoIP ໂດຍໃຊ້ WeChat;
    - ເພື່ອສື່ສານກັບທ່ານໃນການແຈ້ງໃຫ້ທ່ານຮັບຊາບກ່ຽວກັບການປ່ຽນແປງໃນ WeChat;
    - ເພື່ອໃຫ້ການຊ່ວຍເຫຼືອຜູ້ໃຊ້ສະເພາະບຸກຄົນແກ່ທ່ານ;
    - ເພື່ອພັດທະນາການບໍລິການໃໝ່ ແລະ ປັບປຸງການບໍລິການທີ່ມີຢູ່ແລ້ວ ພ້ອມທັງບັນດາເຄື່ອງມືຕ່າງໆທີ່ພວກເຮົາໃຊ້ເພື່ອກວດຈັບການລະເມີດຂອງບັນຊີ ແລະ ຍົກລະດັບຄວາມປອດໄພ ແລະ ຄຸນນະພາບຂອງບັນຊີ;
    - ເພື່ອໃຫ້ການກຳນົດພາສາ ແລະ ສະຖານທີ່ຕັ້ງເອງ;
    - ເພື່ອປົກປ້ອງສິດໃດໜຶ່ງ, ຊັບສິນ ຫຼື ຄວາມປອດໄພຂອງພວກເຮົາ, ບໍລິສັດໃນເຄືອຂອງພວກເຮົາ ຫຼື ຜູ້ໃຊ້ WeChat ຄົນອື່ນໆ ແລະ
    - ເພື່ອດູແລ WeChat ແລະ ສຳລັບຈຸດປະສົງໃນການແກ້ໄຂບັນຫາ, ການວິເຄາະຂໍ້ມູນ, ການທົດສອບ, ການວິໄຈ, ຄວາມປອດໄພ, ການກວດຈັບການສໍ້ໂກງ, ການຄຸ້ມຄອງບັນຊີ ແລະ ການສຳຫຼວດ
    ຂໍ້​ມູນ​ການ​ລົງ​ທະ​ບຽນ ​ຈະ​ຖືກ​ເກັບ​ຮັກ​ສາ​ໄວ້​ຈົນ​ກວ່າ​ບັນ​ຊີ​ຂອງ​ທ່ານ​ຈະ​ຖືກ​ລຶບຖິ້ມ ຫຼື ​ຈົນກວ່າ​ທ່ານຈະ​ຍົກ​ເລີກ​​ເຊື່ອມ​ຕໍ່​ບັນ​ຊີ WeChat ຂອງ​ທ່ານ​ຈາກ​ບັນ​ຊີ Apple ຫຼື Facebook ຂອງ​ທ່ານ, ແລ້ວແຕ່ວ່າອັນ​ໃດ​​ຈະ​ເກີດຂຶ້ນກ່ອນ.
    ຂໍ້ມູນການເຂົ້າສູ່ລະບົບ ແມ່ນຈະຖືກເກັບຮັກສາໄວ້ເປັນໄລຍະເວລາ 3 ເດືອນ ນັບຕັ້ງແຕ່ວັນທີເດືອນປີເຂົ້າສູ່ລະບົບດັ່ງກ່າວ.
    ຂໍ້ມູນທີ່ຖືກແບ່ງປັນ – ຂໍ້ມູນໂປຣໄຟລ໌. ຂໍ້ມູນໃດໜຶ່ງທີ່ທ່ານລວມເອົາໄວ້ໃນໂປຣໄຟລ໌ WeChat ຂອງທ່ານທີ່ສາມາດເບິ່ງເຫັນໄດ້ໂດຍສາທາລະນະ ເຊິ່ງອາດປະກອບມີ WeChat ID, ຊື່, ເພດ, ພາກພື້ນ ແລະ ຮູບຂອງທ່ານ.
    ພື້ນຖານທາງດ້ານກົດໝາຍ (ເຂດນ່ານນ້ຳນ່ານຟ້າທີ່ກ່ຽວຂ້ອງເທົ່ານັ້ນ): ຈຳເປັນຕ້ອງປະຕິບັດຕາມສັນຍາລະຫວ່າງພວກເຮົາກັບທ່ານໃນການຈັດກຽມໂປຣໄຟລ໌ WeChat ຂອງທ່ານ ແລະ ໃນການໃຫ້ການບໍລິການຕ່າງໆຂອງ WeChat.
    - ເພື່ອອະນຸຍາດໃຫ້ຂໍ້ມູນໂປຣໄຟລ໌ຂອງທ່ານຖືກແບ່ງປັນກັບຜູ້ໃຊ້ WeChat ແລະ Weixin ຄົນອື່ນໆ;
    - ເພື່ອອະນຸຍາດໃຫ້ທ່ານນໍາໃຊ້ WeChat ID ຂອງທ່ານເພື່ອເຂົ້າສູ່ລະບົບ ຫຼື ຖ້າບໍ່ດັ່ງນັ້ນ ກໍ່ເພື່ອເຊື່ອມຕໍ່ກັນກັບການບໍລິການຂອງບຸກຄົນທີສາມ;
    - ເພື່ອອຳນວຍຄວາມສະດວກໃນການນໍາໃຊ້ຄຸນສົມບັດ Weixin ຂອງທ່ານ;
    - ເພື່ອໃຫ້ການຊ່ວຍເຫຼືອຜູ້ໃຊ້ສະເພາະບຸກຄົນແກ່ທ່ານ;
    - ເພື່ອໃຫ້ການກຳນົດພາສາ ແລະ ສະຖານທີ່ຕັ້ງເອງ;
    - ເພື່ອພັດທະນາການບໍລິການໃໝ່ ແລະ ປັບປຸງການບໍລິການທີ່ມີຢູ່ແລ້ວ ແລະ ປະສົບການຂອງແອັບ;
    - ເພື່ອບຳລຸງຮັກສາ ແລະ ດູແລລະບົບ WeChat ແລະ
    - ສຳລັບການແກ້ໄຂບັນຫາ, ການວິເຄາະຂໍ້ມູນ, ການທົດສອບ, ການວິໄຈ, ຄວາມປອດໄພ, ການກວດຈັບການສໍ້ໂກງ ແລະ ການຈັດການບັນຊີ.
    ຈົນກວ່າທ່ານຈະຮ້ອງຂໍໃຫ້ມີການນລຶບຂໍ້ມູນທີ່ຖືກແບ່ງປັນອອກ ຫຼື ບັນຊີຂອງທ່ານຖືກລົບຖິ້ມ, ແລ້ວແຕ່ອັນໃດຈະເກີດຂຶ້ນກ່ອນ (ເຖິງແນວໃດກໍຕາມ, ຂໍ້ມູນດັ່ງກ່າວອາດຈະຖືກຈັດເກັບໄວ້ໃນການບໍລິການຂອງບຸກຄົນທີສາມ ແລະ ຖືກເກັບຮັກສາໄວ້ຕາມນະໂຍບາຍວ່າດ້ວຍຄວາມເປັນສ່ວນຕົວຂອງພວກເຂົາເອງ).
    ຂໍ້ມູນຂ່າວສານທີ່ແບ່ງປັນ - ສື່ໂປຣໄຟລ໌. ຂໍ້ມູນນີ້ປະກອບມີຂໍ້ມູນທັງໝົດທີ່ທ່ານໃຫ້ແກ່ຜູ້ໃຊ້ຄົນອື່ນ ຫຼື ຂໍ້ມູນກ່ຽວກັບທ່ານທີ່ຖືກສ້າງຂື້ນໂດຍຜູ້ໃຊ້ WeChat ແລະ Weixin ຄົນອື່ນໆ ເຊິ່ງລວມເຖິງໂພສທ໌ໃນຊ່ວງເວລາທີ່ສຳຄັນ ແລະ ສະຖານະ.
    ພື້ນຖານທາງດ້ານກົດໝາຍ (ເຂດນ່ານນ້ຳນ່ານຟ້າທີ່ກ່ຽວຂ້ອງເທົ່ານັ້ນ): ຈຳເປັນຕ້ອງປະຕິບັດຕາມສັນຍາລະຫວ່າງພວກເຮົາກັບທ່ານໃນການຈັດກຽມໂປຣໄຟລ໌ WeChat ຂອງທ່ານ ແລະ ໃນການໃຫ້ການບໍລິການຕ່າງໆຂອງ WeChat.
    - ເພື່ອອະນຸຍາດໃຫ້ສື່ໂປຣໄຟລ໌ຂອງທ່ານຖືກແບ່ງປັນກັບຜູ້ໃຊ້ WeChat ແລະ Weixin ຄົນອື່ນໆ;
    - ເພື່ອໃຫ້ມີການກຳນົດສະຖານທີ່ຕັ້ງເອງ;
    - ເພື່ອພັດທະນາການບໍລິການໃໝ່ ແລະ ປັບປຸງການບໍລິການທີ່ມີຢູ່ແລ້ວ ແລະ ປະສົບການຂອງແອັບ;
    - ເພື່ອບຳລຸງຮັກສາ ແລະ ດູແລລະບົບ WeChat;
    - ສຳລັບການແກ້ໄຂບັນຫາ, ການວິເຄາະຂໍ້ມູນ, ການທົດສອບ, ການວິໄຈ, ຄວາມປອດໄພ, ການກວດຈັບການສໍ້ໂກງ ແລະ ການຈັດການບັນຊີ ແລະ
    - ເພື່ອພັດທະນາ ແລະ ປັບປຸງບັນດາເຄື່ອງມືຕ່າງໆທີ່ພວກເຮົາໃຊ້ເພື່ອກວດຈັບການລະເມີດຂອງບັນຊີ ແລະ ຍົກລະດັບຄວາມປອດໄພ ແລະ ຄຸນນະພາບຂອງບັນຊີ WeChat.
    ຈົນກວ່າທ່ານຈະຮ້ອງຂໍໃຫ້ມີການນລຶບຂໍ້ມູນທີ່ຖືກແບ່ງປັນອອກ ຫຼື ບັນຊີຂອງທ່ານຖືກລົບຖິ້ມ, ແລ້ວແຕ່ອັນໃດຈະເກີດຂຶ້ນກ່ອນ (ເຖິງແນວໃດກໍຕາມ, ຂໍ້ມູນດັ່ງກ່າວອາດຈະຖືກຈັດເກັບໄວ້ໃນການບໍລິການຂອງບຸກຄົນທີສາມ ແລະ ຖືກເກັບຮັກສາໄວ້ຕາມນະໂຍບາຍວ່າດ້ວຍຄວາມເປັນສ່ວນຕົວຂອງພວກເຂົາເອງ).
    ຂໍ້ມູນດ້ານຄວາມປອດໄພເພີ່ມເຕີມຂອງບັນຊີ (ຖ້າທ່ານເລືອກທີ່ຈະເຮັດໃຫ້ບັນຊີຂອງທ່ານປອດໄພ). ລະຫັດຜ່ານ, ລາຍຊື່ຕິດຕໍ່ສຸກເສີນ, ອຸປະກອນຈັດການ, ທີ່ຢູ່ອີເມວ ແລະ QQ ID.
    ພື້ນຖານທາງດ້ານກົດໝາຍ (ເຂດນ່ານນ້ຳນ່ານຟ້າທີ່ກ່ຽວຂ້ອງເທົ່ານັ້ນ): ຈຳເປັນຕ້ອງມປະຕິບັດສັນຍາຂອງເຮົາກັບທ່ານໃນການຈັດກຽມ ແລະ ເຮັດໃຫ້ບັນຊີ WeChat ຂອງທ່ານປອດໄພ.
    ເພື່ອໃຫ້ຄວາມປອດໄພເພີ່ມຕື່ມແກ່ບັນຊີຂອງທ່ານ.ຈົນກວ່າທ່ານຈະຮ້ອງຂໍໃຫ້ມີການນໍາອອກຂໍ້ມູນ ຫຼື ບັນຊີຂອງທ່ານຈະຖືກລຶບຖິ້ມ, ແລ້ວແຕ່ກໍລະນີໃດເກີດຂຶ້ນກ່ອນ.
    ການຕັ້ງຄ່າສ່ວນຕົວ. ການຕັ້ງຄ່າເຫຼົ່ານີ້ລວມເຖິງການຕັ້ງຄ່າບັນຊີສ່ວນຕົວທີ່ທ່ານສາມາດເບິ່ງເຫັນໄດ້ ແຕ່ບໍ່ມີການແບ່ງປັນກັບຜູ້ໃຊ້ຄົນອື່ນໆ ເຊັ່ນ: ການຕັ້ງຄ່າເພື່ອປັບແຕ່ງປະສົບການ WeChat ຂອງທ່ານ, ຄໍາບັນຍາຍສ່ວນຕົວ ແລະ ລາຍລະອຽດຕ່າງໆ ທີ່ທ່ານເພີ່ມໃສ່ບັນຊີຂອງທ່ານເອງ ແລະ ລາຍຊື່ຕິດຕໍ່ຂອງທ່ານ.
    ພື້ນຖານທາງດ້ານກົດໝາຍ (ເຂດນ່ານນ້ຳນ່ານຟ້າທີ່ກ່ຽວຂ້ອງເທົ່ານັ້ນ): ມີຄວາມຈໍາເປັນເພື່ອໃຫ້ການບໍລິການທີ່ປັບແຕ່ງໃຫ້ເຂົ້າກັບຄວາມຕ້ອງການຂອງທ່ານແກ່ທ່ານ.
    ເພື່ອໃຫ້ການບໍລິການທີ່ປັບແຕ່ງໃຫ້ເຂົ້າກັບຄວາມຕ້ອງການຂອງທ່ານແກ່ທ່ານ.ຈົນກວ່າທ່ານຈະຮ້ອງຂໍໃຫ້ມີການນໍາອອກຂໍ້ມູນ ຫຼື ບັນຊີຂອງທ່ານຈະຖືກລຶບຖິ້ມ, ແລ້ວແຕ່ກໍລະນີໃດເກີດຂຶ້ນກ່ອນ.
    ຂໍ້ມູນແຊັດ. ເນື້ອໃນຫາຂອງການສື່ສານລະຫວ່າງທ່ານ ແລະ ຜູ້ໃຊ້ ຫຼື ກຸ່ມຜູ້ໃຊ້ຄົນອື່ນໆ. ພວກເຮົາບໍ່ເກັບຮັກສາຂໍ້ມູນແຊັດໄວ້ໃນເຊີບເວີຂອງພວກເຮົາຢ່າງຖາວອນ ແລະ ມັນຈະຜ່ານເຊີຟເວີຂອງພວກເຮົາ ເພື່ອເຮັດໃຫ້ສາມາດແຈກຢາຍແກ່ຜູ້ຮັບທີ່ທ່ານຕ້ອງການເທົ່ານັ້ນ. ຂໍ້ມູນແຊັດຈະຖືກເກັບບັນທຶກໄວ້ໃນອຸປະກອນຂອງທ່ານ ແລະ ອຸປະກອນຂອງຜູ້ໃຊ້ທີ່ທ່ານໄດ້ສົ່ງການສື່ສານໄປຫາເທົ່ານັ້ນ ນອກຈາກຜູ້ຮັບຂອງທ່ານເພີ່ມການສື່ສານໃດໜຶ່ງຂອງທ່ານໃສ່ລາຍການທີ່ມັກຂອງພວກເຂົາ ຫຼື ມັນເປັນຂໍ້ຄວາມທີ່ເຈົ້າຂອງ ຫຼື ຜູ້ຈັດການກຸ່ມຂອງທ່ານໄດ້ເພີ່ມເປັນແຈ້ງການກຸ່ມ.
    ພື້ນຖານທາງດ້ານກົດໝາຍ (ເຂດນ່ານນ້ຳນ່ານຟ້າທີ່ກ່ຽວຂ້ອງເທົ່ານັ້ນ): ຈຳເປັນຕ້ອງມີເພື່ອປະຕິບັດສັນຍາຂອງເຮົາກັບທ່ານໃນການສະໜອງການບໍລິການແຊັດຂອງ WeChat.
    ເພື່ອສະໜອງການບໍລິການດ້ານການສື່ສານຂອງພວກເຮົາ.ຂໍ້ຄວາມແຊັດ ຈະຖືກລຶບຖິ້ມໂດຍອັດຕະໂນມັດ ແລະ ຢ່າງຖາວອນຈາກເຊີຟເວີຂອງພວກເຮົາພາຍໃນ 3 ຊົ່ວໂມງ ຫຼັງຈາກສົ່ງຫາອຸປະກອນຂອງຜູ້ຮັບ ແລະ ໃນກໍລະນີໃດກໍຕາມ ມັນຈະຖືກລຶບຖິ້ມຢ່າງຖາວອນ ຫຼັງຈາກ 72 ຊົ່ວໂມງທີ່ທ່ານໄດ້ສົ່ງພວກມັນ. ຮູບພາບ, ສຽງ, ວີດີໂອ ແລະ ໄຟລ໌ຈະຖືກລຶບຖິ້ມໂດຍອັດຕະໂນມັດ ແລະ ຢ່າງຖາວອນຈາກເຊີຟເວີຂອງພວກເຮົາ ຫຼັງຈາກ 120 ຊົ່ວໂມງທີ່ທ່ານໄດ້ສົ່ງພວກມັນ.
    ລາຍຊື່ຕິດຕໍ່ ແລະ ໝູ່. ລາຍຊື່ຕິດຕໍ່ໃນອຸປະກອນ ແລະ ລາຍຊື່ກຸ່ມແຊັດ ແລະ ລາຍຊື່ໝູ່ໃນ WeChat.
    ພື້ນຖານທາງດ້ານກົດໝາຍ (ເຂດນ່ານນ້ຳນ່ານຟ້າທີ່ກ່ຽວຂ້ອງເທົ່ານັ້ນ): ຈຳເປັນຕ້ອງມີເພື່ອປະຕິບັດສັນຍາຂອງເຮົາກັບທ່ານໃນການສະໜອງ WeChat ແລະ ເຊື່ອມຕໍ່ທ່ານກັບໝູ່ເພື່ອນຂອງທ່ານ.
    - ເພື່ອເຊື່ອມຕໍ່ທ່ານກັບຜູ້ໃຊ້ WeChat ແລະ Weixin ຄົນອື່ນໆ;
    - (ກ່ຽວ​ກັບ​​ລາຍ​ຊື່ກຸ່ມແຊັດ ​ແລະ ລາຍ​ຊື່ໝູ່​ຂອງ​ທ່ານ​) ເພື່ອພັດທະນາ ແລະ ປັບປຸງບັນດາເຄື່ອງມືຕ່າງໆທີ່ພວກເຮົາໃຊ້ເພື່ອກວດຈັບການລະເມີດຂອງບັນຊີ ແລະ ຍົກລະດັບຄວາມປອດໄພ ແລະ ຄຸນນະພາບຂອງບັນຊີ WeChat ແລະ
    - ເພື່ອອຳນວຍຄວາມສະດວກໃນການນໍາໃຊ້ WeChat Out ຂອງທ່ານ.
    ຈົນກວ່າທ່ານຈະຮ້ອງຂໍໃຫ້ມີການນໍາອອກ ຫຼື ການແກ້ໄຂຂໍ້ມູນສ່ວນຕົວ ຫຼື ບັນຊີຂອງທ່ານຈະຖືກລຶບຖິ້ມ, ແລ້ວແຕ່ກໍລະນີໃດເກີດຂຶ້ນກ່ອນ.
    ຂໍ້ມູນບັນທຶກ. ເບິ່ງນິຍາມຂ້າງເທິງ.
    ພື້ນຖານທາງດ້ານກົດໝາຍ (ເຂດນ່ານນ້ຳນ່ານຟ້າທີ່ກ່ຽວຂ້ອງເທົ່ານັ້ນ): ມັນແມ່ນເພື່ອຜົນປະໂຫຍດໂດຍຖືກຕ້ອງຕາມກົດໝາຍຂອງພວກເຮົາທີ່ຈະຮັບປະກັນຄວາມປອດໄພຂອງການບໍລິການຂອງພວກເຮົາ, ຈັດການການລົງທະບຽນ ແລະ ປັບປຸງການບໍລິການຂອງພວກເຮົາ.
    - ສຳລັບການແກ້ໄຂບັນຫາ, ການວິເຄາະຂໍ້ມູນ, ການທົດສອບ, ການວິໄຈ, ຄວາມປອດໄພ, ການກວດຈັບການສໍ້ໂກງ ແລະ ການຈັດການບັນຊີ.ລຶບອອກຢ່າງຖາວອນ 3 ເດືອນ ນັບຕັ້ງແຕ່ວັນທີທີ່ເກັບກຳ.
    ຂໍ້ມູນຕຳແໜ່ງທີ່ຕັ້ງ. ເບິ່ງນິຍາມຂ້າງເທິງ.
    ພື້ນຖານທາງດ້ານກົດໝາຍ (ເຂດນ່ານນ້ຳນ່ານຟ້າທີ່ກ່ຽວຂ້ອງເທົ່ານັ້ນ): ຈຳເປັນຕ້ອງມີເພື່ອປະຕິບັດສັນຍາຂອງເຮົາກັບທ່ານໃນການສະໜອງການບໍລິການຕາມຕຳແໜ່ງທີ່ຢູ່ຂອງ WeChat.
    ກະລຸນາຊາບວ່າ ການນໍາໃຊ້ການບໍລິການທີ່ອີງໃສ່ສະຖານທີ່ຕັ້ງ ແມ່ນຂຶ້ນກັບຂໍ້ກຳນົດການນໍາໃຊ້ ແລະ ນະໂຍບາຍວ່າດ້ວຍຄວາມເປັນສ່ວນຕົວຂອງຜູ້ໃຫ້ບໍລິການທີ່ເປັນບຸກຄົນທີສາມ ທີ່ສະໜອງການບໍລິການທີ່ອີງໃສ່ສະຖານທີ່ຕັ້ງຂອງການບໍລິການດັ່ງກ່າວ.
    - ເພື່ອອຳນວຍຄວາມສະດວກໃຫ້ແກ່ການນໍາໃຊ້ບໍລິການທີ່ອີງໃສ່ສະຖານທີ່ຕັ້ງຂອງທ່ານ ເຊັ່ນ:
      • ການແບ່ງປັນສະຖານທີ່ຕັ້ງຕົວຈິງຂອງທ່ານຜ່ານການແຊັດ ເຊິ່ງອາໄສ GPS ຂອງທ່ານ;
      • ການແທັກສະຖານທີ່ຕັ້ງທາງພູມສາດດ້ວຍຕົນເອງໃນການໂພສທ໌ຊ່ວງເວລາທີ່ສຳຄັນ ຫຼື ສະຖານະ;
      • ຄົນທີ່ຢູ່ໃກ້ຄຽງ ແລະ ສັ່ນ ເຊິ່ງອາໄສ GPS ຂອງທ່ານ;
    - ສຳລັບຄວາມປອດໄພ, ການກວດຈັບການສໍ້ໂກງ ແລະ ການຈັດການບັນຊີ ແລະ
    - ເພື່ອໃຫ້ມີການກຳນົດພາສາ ແລະ ສະຖານທີ່ຕັ້ງເອງ.
    ຂໍ້ມູນສະຖານທີ່ຕັ້ງທີ່ຖືກນໍາໃຊ້ສຳລັບບໍລິການຕາມຕຳແໜ່ງທີ່ຢູ່:
    - ຂໍ້ມູນສະຖານທີ່ຕັ້ງທີ່ຖືກແບ່ງປັນຜ່ານການແຊັດແມ່ນຈະຖືກລຶບຖິ້ມຢ່າງຖາວອນຫຼັງຈາກ 72 ຊົ່ວໂມງ ນັບຕັ້ງແຕ່ເວລາທີ່ທ່ານແບ່ງປັນ.
    - ຊ່ວງເວລາທີ່ສຳຄັນ ຫຼື ສະຖານະ ເມື່ອທ່ານເລືອກແທັກສະຖານທີ່ຕັ້ງຢູ່ໃນໂພສທ໌ຂອງທ່ານດ້ວຍຕົນເອງ: ເກັບໄວ້ຈົນກວ່າທ່ານຈະລຶບໂພສທ໌ດັ່ງກ່າວ ຫຼື ບັນຊີຂອງທ່ານຖືກລຶບຖິ້ມ, ແລ້ວແຕ່ວ່າອັນໃດຈະເກີດຂຶ້ນກ່ອນ.
    - ຄົນທີ່ຢູ່ໃກ້ຄຽງ ແລະ ສັ່ນ: ຖືກລຶບຖິ້ມຢ່າງຖາວອນຫຼັງຈາກ 1 ຊົ່ວໂມງ ນັບຕັ້ງແຕ່ເວລາທີ່ທ່ານອອກຈາກຟັງຊັນ.
    ຂໍ້ມູນຕຳແໜ່ງທີ່ຕັ້ງທີ່ຖືກນໍາໃຊ້ສຳລັບຈຸດປະສົງອື່ນໆທັງໝົດແມ່ນຖືກເກັບຮັກສາໄວ້ສຳລັບຊ່ວງເວລາ 3 ເດືອນ ນັບຕັ້ງແຕ່ວັນທີທີ່ມີການເກັບກຳ.
    ຂໍ້ມູນຂອງບັດໃນການຊໍາລະ – ການຍິນຍອມຈາກພໍ່ແມ່/ຜູ້ປົກຄອງ. ເພື່ອປະຕິບັດຕາມກົດໝາຍຄຸ້ມຄອງເດັກ, ຂໍ້ມູນບັດໃນການເຮັດການຊຳລະເງິນຂອງພໍ່ແມ່/ຜູ້ປົກຄອງ ຈະຖືກເກັບກຳເພື່ອຢືນຢັນການຍິນຍອມຈາກພໍ່ແມ່/ຜູ້ປົກຄອງ ໃນກໍລະນີທີ່ເດັກພະຍາຍາມສ້າງບັນຊີ WeChat ແລະ ຂໍ້ມູນບັດການຊໍາລະຈະຖືກກວດສອບແລ້ວຜ່ານການບໍລິການປະມວນຜົນການຊຳລະເງິນຂອງບຸກຄົນທີສາມ. ຫຼັງຈາກການຮ້ອງຂໍໃຫ້ມີການກວດສອບຖືກດຳເນີນງານໂດຍການບໍລິການປະມວນຜົນການຊຳລະເງິນຂອງບຸກຄົນທີສາມ, WeChat ຈະເກັບຮັກສາພຽງແຕ່ວັນທີການກວດສອບ ແລະ ເລກບັດການຊໍາລະທີ່ຖືກນໍາມາໃຊ້ອີກຄັ້ງເທົ່ານັ້ນ.ພື້ນຖານດ້ານກົດໝາຍ (ເຂດອຳນາດການປົກຄອງທີ່ກ່ຽວຂ້ອງເທົ່ານັ້ນ):
    ພື້ນຖານທາງດ້ານກົດໝາຍ (ເຂດນ່ານນ້ຳນ່ານຟ້າທີ່ກ່ຽວຂ້ອງເທົ່ານັ້ນ): ພວກເຮົາປະມວນຜົນຂໍ້ມູນນີ້ຕາມພັນທະຂອງພວກເຮົາທີ່ຢູ່ພາຍໃຕ້ກົດໝາຍທີ່ບັງຄັບໃຊ້.
    ເພື່ອຢືນຢັນການຍິນຍອມຈາກພໍ່ແມ່/ຜູ້ປົກຄອງ ໃນກໍລະນີທີ່ເດັກພະຍາຍາມສ້າງບັນຊີ WeChat.ຈົນກວ່າພໍ່ແມ່/ຜູ້ປົກຄອງ ຫຼື ຜູ້ໃຊ້ຈະຮ້ອງຂໍໃຫ້ມີການນໍາອອກຂໍ້ມູນບັດການຊໍາລະ ແລະ ໃນກໍລະນີທີ່ຜູ້ໃຊ້ບັນລຸອາຍຸທີ່ເປັນຜູ້ໃຫຍ່ພາຍໃຕ້ກົດໝາຍທ້ອງຖິ່ນທີ່ກ່ຽວຂ້ອງເທົ່ານັ້ນ.
    ຂໍ້ຄວາມທີ່ທ່ານຮ້ອງຂໍໃຫ້ມີການແປພາສາ.
    ພື້ນຖານທາງດ້ານກົດໝາຍ (ເຂດນ່ານນ້ຳນ່ານຟ້າທີ່ກ່ຽວຂ້ອງເທົ່ານັ້ນ): ຈຳເປັນຕ້ອງມີເພື່ອປະຕິບັດສັນຍາຂອງເຮົາກັບທ່ານ.
    ເພື່ອແປພາສາສຳລັບຂໍ້ຄວາມທີ່ທ່ານຮ້ອງຂໍໃຫ້ແກ່ທ່ານ.ຂໍ້ຄວາມທີ່ຈະຖືກແປພາສາ ແລະ ຂໍ້ຄວາມທີ່ແປພາສາແລ້ວຈະຖືກນໍາມາໃຊ້ອີກຄັ້ງ ແລະ ເກັບໄວ້ເປັນເວລາ 24 ຊົ່ວໂມງ ນັບຕັ້ງແຕ່ເວລາທີ່ທ່ານຮ້ອງຂໍໃຫ້ມີການແປພາສາ.
    ຂໍ້ມູນການຊ່ວຍເຫຼືອລູກຄ້າ ການສື່ສານ ແລະ ຂໍ້ມູນໃດໜຶ່ງທີ່ທ່ານ ຫຼື ຜູ້ໃຊ້ຄົນອື່ນໆໃຫ້ແກ່ທີມງານຊ່ວຍເຫຼືອລູກຄ້າຂອງພວກເຮົາ.
    ພື້ນຖານທາງດ້ານກົດໝາຍ (ເຂດນ່ານນ້ຳນ່ານຟ້າທີ່ກ່ຽວຂ້ອງເທົ່ານັ້ນ): ຈຳເປັນຕ້ອງມີເພື່ອປະຕິບັດສັນຍາຂອງເຮົາກັບທ່ານໃນການສະໜອງ ແລະ ສະໜັບສະໜູນ WeChat.
    - ເພື່ອສືບສວນບັນຫາ ແລະ ໃຫ້ການຊ່ວຍເຫຼືອລູກຄ້າທີ່ກຳນົດເອງ;
    - ເພື່ອພັດທະນາການບໍລິການໃໝ່ ແລະ ປັບປຸງການບໍລິການທີ່ມີຢູ່ແລ້ວ ແລະ ປະສົບການຂອງແອັບ;
    - ສຳລັບຄວາມປອດໄພ, ການກວດຈັບການສໍ້ໂກງ ແລະ ການຈັດການບັນຊີ ແລະ
    - ສຳລັບການກັ່ນຕອງເນື້ອໃນຫາ ຫຼື ພຶດຕິກຳທີ່ຖືກເກືອດຫ້າມໂດຍກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງຕ່າງໆ ຫຼື ການລະເມີດຂໍ້ກຳນົດຂອງການບໍລິການຂອງ WeChat ເປັນຢ່າງອື່ນ ຫຼື ກົດລະບຽບອື່ນໆທີ່ບັງຄັບໃຊ້ກັບຜູ້ໃຊ້ WeChat.
    ຈົນກວ່າບັນຊີຂອງທ່ານຈະຖືກລຶບຖິ້ມ, ຖ້າບໍ່ສອດຄ່ອງດັ່ງກ່າວກໍຕາມທີ່ກົດໝາຍໄດ້ກຳນົດໄວ້.
    ໂທເກັນການເຂົ້າເຖິງທີ່ຈະໄດ້ຮັບ. ໂທເກັນການເຂົ້າເຖິງທີ່ຈະໄດ້ຮັບທີ່ອຳນວຍຄວາມສະດວກໃຫ້ມີການເຊື່ອມໂຍງບັນຊີ WeChat ຂອງທ່ານກັບບັນຊີສື່ສັງຄົມຂອງທ່ານທີ່ເປັນບຸກຄົນທີສາມ.
    ພື້ນຖານທາງດ້ານກົດໝາຍ (ເຂດນ່ານນ້ຳນ່ານຟ້າທີ່ກ່ຽວຂ້ອງເທົ່ານັ້ນ): ຈຳເປັນຕ້ອງມີເພື່ອປະຕິບັດສັນຍາຂອງເຮົາກັບທ່ານໃນການສະໜອງການບໍລິການຂອງ WeChat.
    ຖ້າວ່າທ່ານເຊື່ອມຕໍ່ບັນຊີສື່ສັງຄົມທີ່ເປັນບຸກຄົນທີສາມກັບບັນຊີ WeChat ຂອງທ່ານ, ພວກເຮົາຈະປະມວນຜົນໂທເກັນການເຂົ້າເຖິງທີ່ຈະໄດ້ຮັບ ເພື່ອອຳນວຍຄວາມສະດວກໃຫ້ແກ່ການເຂົ້າສູ່ລະບົບຂອງທ່ານ ແລະ ການແບ່ງປັນເນື້ອໃນຫາຂອງທ່ານລະຫວ່າງບັນຊີເຫຼົ່ານີ້.ຈົນກວ່າທ່ານຈະຕັດການເຊື່ອມຕໍ່ບັນຊີ WeChat ຂອງທ່ານຈາກບັນຊີສື່ສັງຄົມທີ່ເປັນບຸກຄົນທີສາມເຫຼົ່ານີ້.
    ການສຳຫຼວດ. ຖ້າວ່າທ່ານເຂົ້າຮ່ວມໃນການສຳຫຼວດ, ພວກເຮົາອາດຮ້ອງຂໍຂໍ້ມູນສ່ວນຕົວບາງຢ່າງຈາກທ່ານ. ຈຸດປະສົງຂອງການສຳຫຼວດ ແລະ ຂໍ້ມູນປະຈຳຕົວຂອງຜູ້ໃຫ້ການບໍລິການໆສຳຫຼວດ (ຖ້າວ່າພວກເຮົາພົວພັນກັບຜູ້ໃຫ້ບໍລິການ) ຈະຖືກແຈ້ງໃຫ້ແກ່ທ່ານກ່ອນທີ່ທ່ານຈະສຳເລັດການສຳຫຼວດ.
    ພື້ນຖານທາງດ້ານກົດໝາຍ (ເຂດນ່ານນ້ຳນ່ານຟ້າທີ່ກ່ຽວຂ້ອງເທົ່ານັ້ນ): ພວກເຮົາເກັບກຳຂໍ້ມູນນີ້ໂດຍມີການຍິນຍອມຈາກທ່ານ.
    - ເພື່ອເຂົ້າໃຈວິທີການທີ່ທ່ານເຂົ້າເຖິງ ແລະ ນໍາໃຊ້ WeChat ໄດ້ດີຂຶ້ນ;
    - ເພື່ອພັດທະນາການບໍລິການໃໝ່ ແລະ ປັບປຸງການບໍລິການທີ່ມີຢູ່ແລ້ວ ແລະ ປະສົບການຂອງແອັບ;
    - ເພື່ອປັບປຸງ WeChat ແລະ ຕອບໂຕ້ຄຳຮ້ອງຂໍຂອງລູກຄ້າ ແລະ ຄວາມມັກ ແລະ
    - ແລະ ສຳລັບຈຸດປະສົງໃດໜຶ່ງທີ່ຖືກລະບຸໄວ້ໃນການສຳຫຼວດເອງ.
    ຈົນກວ່າບັນຊີຂອງທ່ານຈະຖືກລຶບຖິ້ມ ຫຼື ຕາມທີ່ໄດ້ລະບຸໄວ້ຕ່າງຫາກໃນການສຳຫຼວດ, ແລ້ວແຕ່ກໍລະນີໃດເກີດຂຶ້ນກ່ອນ.

    ພວກເຮົາອາດຍັງໃຊ້ນາມແຝງ ຫຼື ສັງລວມຂໍ້ມູນສ່ວນຕົວສຳລັບຈຸດປະສົງໃນການວິເຄາະ. ສິ່ງນີ້ຊ່ວຍໃຫ້ພວກເຮົາພັດທະນາການບໍລິການໃໝ່ ແລະ ປັບປຸງການບໍລິການທີ່ມີຢູ່ແລ້ວ, ດຳເນີນການກວດຈັບການສໍ້ໂກງ ແລະ ການວິເຄາະຄວາມປອດໄພຂອງບັນຊີ, ວິເຄາະແນວໂນ້ມການນໍາໃຊ້ ແລະ ໃຫ້ສະຖິຕິກ່ຽວກັບການທີ່ຜູ້ໃຊ້ WeChat ນໍາໃຊ້ການບໍລິການຂອງພວກເຂົາ ຕໍ່ຜູ້ໃຫ້ບໍລິການທີ່ເປັນບຸກຄົນທີສາມ.

    ຂໍ້ມູນສ່ວນຕົວທີ່ມີຄວາມລະອຽດອ່ອນ

    ໃນຂອບເຂດອຳນາດຂອງສານບາງແຫ່ງ, ຂໍ້ມູນສ່ວນຕົວບາງປະເພດ ເຊັ່ນ: ຂໍ້ມູນກ່ຽວກັບເຊື້ອຊາດ, ສາສະໜາ, ການເມືອງ ຫຼື ມຸມມອງທາງປັດຊະຍາ, ລົດສະນິຍົມທາງເພດ ແລະ ສຸຂະພາບ ແມ່ນຈະຖືກຈັດປະເພດວ່າເປັນຂໍ້ມູນທີ່ມີຄວາມລະອຽດອ່ອນ ແລະ ຢູ່ພາຍໃຕ້ລະບຽບການທີ່ເຄັ່ງຄັດຫຼາຍກວ່າຂໍ້ມູນສ່ວນຕົວປະເພດອື່ນໆ.

    WeChat ຈະບໍ່ຮຽກຮ້ອງໃຫ້ທ່ານໃຫ້ຂໍ້ມູນສ່ວນຕົວທີ່ມີຄວາມລະອຽດອ່ອນ ເພື່ອນໍາໃຊ້ການບໍລິການ. ໂດຍການໂພສທ໌ ຫຼື ສື່ສານຂໍ້ມູນສ່ວນຕົວໃດໜຶ່ງ ທີ່ມີລັກສະນະມີຄວາມລະອຽດອ່ອນພາຍໃນ WeChat, ທ່ານກຳລັງຈະໃຫ້ການຍິນຍອມທີ່ຈະເປີດເຜີຍຂໍ້ມູນດັ່ງກ່າວ ພາຍໃນການຄວບຄຸມຄວາມເປັນສ່ວນຕົວທີ່ທ່ານຕາມທີ່ທ່ານເລືອກ.

    ການແບ່ງປັນຂໍ້ມູນຂ່າວສານ

    ທ່ານສາມາດຄວບຄຸມວ່າຈະເປີດເຜີຍຂໍ້ມູນຂ່າວສານຜ່ານການແບ່ງປັນຕ່າງໆໄດ້ກັບຜູ້ໃຊ້ WeChat ແລະ Weixin ຄົນອື່ນໆ ຜ່ານການຕັ້ງຄ່າຄວາມເປັນສ່ວນຕົວລົງໃນ WeChat. ຫຼັງຈາກທີ່ທ່ານລຶບຂໍ້ມູນຂ່າວສານທີ່ຖືກແບ່ງປັນ, ມັນອາດຈະຍັງຖືກເກັບຮັກສາໄວ້, ຖ່າຍສຳເນົາ ຫຼື ເກັບບັນທຶກໄວ້ ຫຼື ຍັງຄົງເປີດໃຫ້ເປັນຂໍ້ມູນສາທາລະນະ ໂດຍຜູ້ໃຊ້ ຫຼື ບຸກຄົນທີສາມທີ່ບໍ່ກ່ຽວຂ້ອງ ແລະ ທີ່ບໍ່ໄດ້ຮັບການຄວບຄຸມຈາກພວກເຮົາ. ກະລຸນາພິຈາລະນາຢ່າງຮອບຄອບກ່ຽວກັບສິ່ງທີ່ທ່ານຈະໂພສທ໌ ແລະ ສື່ສານຜ່ານ WeChat.

    ຂໍ້ມູນສ່ວນບຸກຄົນທີ່ຢູ່ພາຍໃນເນື້ອໃນຂອງທ່ານ

    ຖ້າວ່າຂໍ້ມູນສ່ວນບຸກຄົນໃດໜຶ່ງຂອງທ່ານປະກອບມີການຍິນຍອມຂອງທ່ານ (ຕາມທີ່ໄດ້ກຳນົດໄວ້ໃນຂໍ້ກຳນົດການບໍລິການຂອງ WeChat), ພວກເຮົາ ແລະ ບໍລິສັດໃນເຄືອຂອງພວກເຮົາອາດ (ພາຍໃຕ້ນະໂຍບາຍວ່າດ້ວຍຄວາມເປັນສ່ວນຕົວສະບັບນີ້) ນຳໃຊ້ຂໍ້ມູນສ່ວນຕົວດັ່ງກ່າວຕາມພາກ "ການຍິນຍອມຂອງທ່ານ" ໃນຂໍ້ກຳນົດການຂອງບໍລິການຂອງ WeChat. ການຍິນຍອມຂອງທ່ານຈະຖືກປະມວນຜົນ ເພື່ອຮັບປະກັນການປະຕິບັດຕາມ ຂໍ້ກຳນົດຂອງການບໍລິການ ແລະ ນະໂຍບາຍນໍາໃຊ້ທີ່ເປັນທີ່ຍອມຮັບ ຂອງ WeChat.

    ຟັງຊັນໂໝດຜູ້ປົກຄອງຂອງ WECHAT

    ບັນດາຜູ້ໃຊ້ WeChat ທັງໝົດຈະສາມາດໃຊ້ຟັງຊັນໂໝດຜູ້ປົກຄອງຂອງ WeChat ໄດ້, ເຊິ່ງມີທາງເລືອກບາງຢ່າງໃນການສົ່ງ ແລະ ຮັບຄຳຂໍເປັນໝູ່ ແລະ ການເບິ່ງເຫັນ ຊ່ວງເວລາທີ່ສຳຄັນ ທີ່ແບ່ງປັນໃຫ້ກັບຄົນທີ່ບໍ່ແມ່ນໝູ່ຈະຖືກຈຳກັດ. ນອກຈາກນັ້ນ, ໂໝດຜູ້ປົກຄອງຂອງ WeChat ກໍຍັງຈະເປີດໃຊ້ງານການກໍານົດບຸກຄົນ (ທີ່ເອີ້ນວ່າ "ຜູ້ປົກຄອງ") ເຊິ່ງເປັນຜູ້ທີ່ຈະສາມາດກໍານົດຂໍ້ຈໍາກັດໃນການນໍາໃຊ້ WeChat ຂອງຜູ້ໃຊ້ສະເພາະໃດໜຶ່ງໄດ້ ໂດຍການງົດ ຫຼື ຈໍາກັດຟັງຊັນສະເພາະໃດໜຶ່ງ ເຊັ່ນ: ບັນຊີທາງການ ແລະ ໂປຣແກຣມຂະໜາດນ້ອຍ. ສໍາລັບບັນຊີລາຍຊື່ຟັງຊັນທີ່ກ່ຽວຂ້ອງຕ່າງໆສະບັບເຕັມ ແລະ ຂໍ້ມູນເພີ່ມຕື່ມທີ່ກ່ຽວຂ້ອງກັບຟັງຊັນໂໝດຜູ້ປົກຄອງຂອງ WeChat, ກະລຸນາເບິ່ງຂໍ້ກໍານົດການນໍາໃຊ້ຂອງຟັງຊັນດັ່ງກ່າວທີ່ມີຢູ່ ບ່ອນນີ້. ພວກເຮົາຈະບໍ່ເກັບກຳຂໍ້ມູນສ່ວນຕົວຂອງຟັງຊັນຕ່າງໆເຫຼົ່ານັ້ນທີ່ຖືກຈຳກັດໃນນາມເປັນສ່ວນໜຶ່ງຂອງໂໝດຜູ້ຜູ້ປົກຄອງຂອງ WeChat, ໃນຊ່ວງໄລຍະທີ່ຂໍ້ຈຳກັດທີ່ກ່ຽວຂ້ອງດັ່ງກ່າວມີຜົນບັງຄັບໃຊ້ຢູ່.

    5. ພວກເຮົາຈະແບ່ງປັນຂໍ້ມູນຂອງທ່ານໃຫ້ກັບຜູ້ໃດແດ່?

    ພວກເຮົາຈະບໍ່ໂອນຂໍ້ມູນສ່ວນຕົວຂອງທ່ານໃຫ້ບຸກຄົນທີສາມ ນອກຈາກກໍລະນີທີ່ລະບຸໄວ້ຢູ່ຂ້າງລຸ່ມນີ້ ຫຼື ໃນກໍລະນີທີ່ທ່ານຍິນຍອມຕໍ່ການໂອນຂໍ້ມູນດັ່ງກ່າວ.

    ໃນກໍລະນີທີ່ຈຳເປັນເທົ່ານັ້ນ, ພວກເຮົາຈຶ່ງຈະແບ່ງປັນຂໍ້ມູນຂອງທ່ານກັບຜູ້ຮັບທີ່ຖືກຄັດເລືອກ ເຊິ່ງລວມມີດັ່ງຕໍ່ໄປນີ້:

    6. ພວກເຮົາຈະປະມວນຜົນຂໍ້ມູນຂອງທ່ານຢູ່ໃສ?

    WeChat ແມ່ນແພລດຟອມລະດັບໂລກ. ທີມງານວິສະວະກຳ, ທິມງານເຕັກນິກ ແລະ ທີມທີ່ໃຫ້ຄວາມຊ່ວຍເຫຼືອດ້ານອື່ນໆຂອງພວກເຮົາ ແມ່ນຕັ້ງຢູ່ໃນສຳນັກງານຂອງພວກເຮົາທົ່ວໂລກ (ເຊິ່ງລວມມີປະເທດ Singapore ແລະ Netherlands) ແລະ ອາດມີການເຂົ້າເຖິງຂໍ້ມູນໃດໜຶ່ງຂອງທ່ານໂດຍບັງເອີນ ຕົວຢ່າງເຊັ່ນ: ເພື່ອແກ້ໄຂບັນຫາທາງເຕັກນິກທີ່ທ່ານລາຍງານ. ຂໍ້ມູນສ່ວນຕົວທີ່ພວກເຮົາເກັບກຳມາຈາກທ່ານຈະຖືກໂອນເຂົ້າ, ເກັບບັນທຶກ ຫຼື ປະມວນຜົນໃນປະເທດສິງກະໂປ ແລະ ເຂດປົກຄອງພິເສດຮົງກົງ. ພວກເຮົາອີງໃສ່ສັນຍາແບບຈຳລອງຂອງຄະນະກຳມາທິການສະຫະພາບເອີຣົບສຳລັບການໂອນຂໍ້ມູນສ່ວນຕົວໄປປະເທດທີສາມ.

    7. ຄວາມປອດໄພຂອງຂໍ້ມູນສ່ວນຕົວຂອງທ່ານ

    ພວກເຮົາມີສັກກະຍາບັນທີ່ຈະເກັບຮັກສາຂໍ້ມູນຄວາມເປັນສ່ວນຕົວ ແລະ ການເຊື່ອມໂຍງກັບຂໍ້ມູນສ່ວນຕົວຂອງທ່ານ ບໍ່ວ່າຈະເປັນບ່ອນທີ່ໃຊ້ຈັດເກັບ ຫຼື ຊ່ອງທາງໃນການເຂົ້າເຖິງ. ພວກເຮົາປົກປ້ອງຂໍ້ມູນສ່ວນຕົວຂອງທ່ານຜ່ານການນໍາໃຊ້ກົນໄກດ້ານຄວາມປອດໄພຂອງຂໍ້ມູນ ແລະ ບັນດານະໂຍບາຍໃນການເຂົ້າເຖິງ ທີ່ຈະຈຳກັດໃນການເຂົ້າເຖິງລະບົບຂອງພວກເຮົາໂດຍບໍ່ໄດ້ຮັບອະນຸຍາດ ແລະ ມາດຕະການປ້ອງກັນທາງດ້ານເຕັກໂນໂລຊີ ເຊັ່ນ: ການເຂົ້າລະຫັດທີ່ຮັບປະກັນການເປັນຄວາມລັບສຳລັບຂໍ້ມູນສ່ວນຕົວຂອງທ່ານໃນລະຫວ່າງການສົ່ງຕໍ່ ແລະ ການເກັບຮັກສາ.

    ພວກເຮົາບໍ່ເກັບຮັກສາຂໍ້ມູນແຊັດລະຫວ່າງທ່ານ ແລະ ຜູ້ໃຊ້ຄົນອື່ນໆໃນເຊີຟເວີຂອງພວກເຮົາຢ່າງຖາວອນ. ຂໍ້ມູນແຊັດຈະຜ່ານເຊີຟເວີຂອງພວກເຮົາເພື່ອເຮັດໃຫ້ສາມາດແຈກຢາຍຢ່າງປອດໄພແກ່ຜູ້ຮັບທີ່ທ່ານຕ້ອງການເທົ່ານັ້ນ. ຂໍ້​ມູນ​ການ​ແຊັດຈະຖືກ​ເກັບ​ຮັກ​ສາ​ໄວ້​ໃນ​ອຸ​ປະ​ກອນ​ຂອງ​ທ່ານ ​ແລະ ​ອຸ​ປະ​ກອນ​ຂອງ​ຜູ້​ໃຊ້​ທີ່​ທ່ານ​ໄດ້​ສົ່ງ​ການ​ສື່​ສານ​ໄປຫາເທົ່ານັ້ນ​, ເວັ້ນ​ເສຍ​ແຕ່​ວ່າ​ທ່ານ​ຫຼື​ ຜູ້​ຮັບ​ຄົນໃດໜຶ່ງຂອງ​ທ່ານ​ຈະ​ເພີ່ມ​ການ​ສື່​ສານ​ໃດ​ໜຶ່ງ​ຂອງ​ທ່ານ​, ແບ່ງ​ປັນ​ແຊັດທີ່​ກ່ຽວ​ຂ້ອງ​ກັບ​ພາຍ​ນອກ ​ເຊັ່ນ: ​ການ​ບັນ​ທຶກໄປຍັງ ລາຍການທີ່ມັກ ຫຼື​ ການໃສ່​ປະຫວັດການແຊັດໃນເວລາລາຍງານການແຊັດໄປໃນທາງທີ່ຜິດ ຫຼື ເມື່ອແອັດມິນກຸ່ມແຊັດຂອງທ່ານໄດ້ເພີ່ມແຈ້ງການກຸ່ມ, ເຊິ່ງໃນກໍລະນີນີ້ແຈ້ງການກຸ່ມຈະຖືກເກັບຮັກສາໄວ້ ເພື່ອໃຫ້ສະມາຊິກກຸ່ມສາມາດເຂົ້າເຖິງໄດ້ໃນອະນາຄົດ.

    ເຖິງແມ່ນວ່າ ພວກເຮົາຈະຈັດຕັ້ງປະຕິບັດ ແລະ ຮັກສາມາດຕະການທີ່ສົມເຫດສົມຜົນ ເພື່ອປົກປ້ອງຂໍ້ມູນສ່ວນຕົວຂອງທ່ານແລ້ວກໍຕາມ, ແຕ່ກະລຸນາຮັບຊາບວ່າ ການສົ່ງຕໍ່ຂໍ້ມູນໃດໜຶ່ງຜ່ານອິນເຕີເນັດແມ່ນບໍ່ມີຄວາມປອດໄພຢ່າງສົມບູນ.

    8. ການໂຄສະນາ

    ໃນປັດຈຸບັນນີ້ WeChat ບໍ່ໄດ້ສະແດງການໂຄສະນາສະເພາະສ່ວນບຸກຄົນ.

    9. ການສື່ສານຈາກພວກເຮົາ

    ພວກເຮົາອາດສົ່ງແຈ້ງການທີ່ກ່ຽວຂ້ອງກັບການບໍລິການຜ່ານ WeChat, ອີເມວ ຫຼື SMS ຕາມຄວາມຈຳເປັນ ເຊັ່ນ: ເມື່ອພວກເຮົາລະງັບ WeChat ຊົ່ວຄາວສຳລັບການປັບປຸງ ຫຼື ຄວາມປອດໄພ ຫຼື ເຫດຜົນທາງຄວາມເປັນສ່ວນຕົວ. ທ່ານອາດບໍ່ສາມາດເລືອກອອກຈາກແຈ້ງການທີ່ກ່ຽວຂ້ອງກັບການບໍລິການເຫຼົ່ານີ້ ເຊິ່ງບໍ່ມີລັກສະນະທີ່ເປັນການສົ່ງເສີມໂຄສະນາ.

    10. ຂໍ້ຈຳກັດດ້ານອາຍຸ ແລະ ການຄວບຄຸມຈາກພໍ່ແມ່/ຜູ້ປົກຄອງ

    ເດັກນ້ອຍຜູ້ທີ່ມີອາຍຸຕໍ່າກວ່າ 13 ປີ (ຫຼື ອາຍຸທີ່ບັນລຸນິຕິພາວະ ຕາມກົດໝາຍທ້ອງຖິ່ນທີ່ກ່ຽວຂ້ອງຂອງຜູ້ໃຊ້) ("ເດັກ") ຫ້າມນໍາໃຊ້ WeChat ເພື່ອຈຸດປະສົງໃດໜຶ່ງ ໂດຍບໍ່ໄດ້ຮັບການຍິນຍອມຈາກພໍ່ແມ່/ຜູ້ປົກຄອງ ແລະ ການຮັບຮູ້ນະໂຍບາຍວ່າດ້ວຍຄວາມເປັນສ່ວນຕົວສະບັບນີ້ (ທັງສຳລັບພວກເຂົາເອງ ແລະ ໃນນາມລູກຂອງພວກເຂົາ). ໃນບາງເຂດນ່ານນ້ຳນ່ານຟ້າ, ທ່ານອາດຈະຕ້ອງໄດ້ໃຫ້ວັນເດືອນປີເກີດຂອງທ່ານ; ແນວໃດກໍຕາມ, ພວກເຮົາຈະປະມວນຜົນສະເພາະພຽງແຕ່ປີ ແລະ ເດືອນເກີດຂອງທ່ານເທົ່ານັ້ນ. ພວກເຮົາບໍ່ໄດ້ເກັບກຳຂໍ້ມູນສ່ວນຕົວຈາກເດັກຄົນໃດໜຶ່ງ ໂດຍບໍ່ມີການຍິນຍອມ ແລະ ການຮັບຮູ້ດັ່ງກ່າວ. ກະລຸນາຕິດເຈົ້າໜ້າທີ່ປົກປ້ອງຂໍ້ມູນຂອງພວກເຮົາ ຖ້າວ່າທ່ານເຊື່ອວ່າພວກເຮົາມີຂໍ້ມູນສ່ວນຕົວໃດໜຶ່ງຈາກເດັກຄົນໃດໜຶ່ງ ໂດຍບໍ່ມີການຍິນຍອມ ແລະ ການຮັບຮູ້ຈາກພໍ່ແມ່/ຜູ້ປົກຄອງ ເພື່ອພວກເຮົາຈະສາມາດສືບສວນ ແລະ ລຶບຂໍ້ມູນສ່ວນຕົວດັ່ງກ່າວໄດ້ໃນທັນທີ.

    11. ສິດຂອງທ່ານ

    ພາກທີ 11 ນີ້ (ສິດຂອງທ່ານ) ຈະມີຜົນບັງຄັບໃຊ້ກັບຜູ້ໃຊ້ທີ່ຢູ່ໃນຂອບເຂດອຳນາດຂອງສານທີ່ກ່ຽວຂ້ອງ, ນອກຈາກຈະລະບຸໄວ້ຕ່າງຫາກ.

    ຖ້າວ່າທ່ານເປັນຜູ້ໃຊ້ທີ່ອາໄສຢູ່ໃນອົດສະຕາລີ, ບຣາຊິນ, ຄາລິຟໍເນຍ, ການາດາ, ຈີນໄຕ້ຫວັນ, ເຂດປົກຄອງພິເສດຮົງກົງ, ອິນໂດເນເຊຍ, ຍີ່ປຸ່ນ, ເຂດປົກຄອງພິເສດມາເກົາ, ມາເລເຊຍ, ເມັກຊິໂກ, ຟີລິບປິນ, ຣັດເຊຍ, ເຊີເບຍ, ສິງກະໂປ, ເກົາຫຼີໃຕ້, ສີລັງກາ, ໄທ, ຕວກກີ, ສະຫະລັດອາຣັບເອມີເຣດ, ອັງກິດ ແລະ ຫວຽດນາມ, ຂໍ້ກຳນົດທີ່ກຳນົດໄວ້ພາຍໃຕ້ຊື່ເຂດນ່ານນ້ຳນ່ານຟ້າຂອງທ່ານໃນ ໜ້າ ນີ້ ຈະມີຜົນບັງຄັບໃຊ້ກັບທ່ານອີກດ້ວຍ ນອກເໜືອໄປຈາກຂໍ້ກຳນົດທີ່ໄດ້ກຳນົດໄວ້ໃນ ນະໂຍບາຍວ່າດ້ວຍຄວາມເປັນສ່ວນຕົວຂອງພວກເຮົາ.

    ທ່ານອາດຈະມີສິດບາງຢ່າງກ່ຽວກັບຂໍ້ມູນສ່ວນຕົວກ່ຽວກັບທ່ານທີ່ພວກເຮົາເກັບຮັກສາໄວ້. ສິດເຫຼົ່ານີ້ບາງສ່ວນພຽງແຕ່ມີຜົນບັງຄັບໃຊ້ໃນບາງສະຖານະການເທົ່ານັ້ນ (ຕາມທີ່ໄດ້ກໍານົດໄວ້ເປັນລາຍລະອຽດເພີ່ມຕື່ມຂ້າງລຸ່ມນີ້). ກະລຸນາຊາບວ່າ ເພື່ອເປັນການປົກປ້ອງຂໍ້ມູນຂອງທ່ານ, ພວກເຮົາຈຳເປັນຕ້ອງມີການຢືນຢັນຂໍ້ມູນປະຈຳຕົວຂອງທ່ານກ່ອນທີ່ຈະຕອບສະໜອງຕໍ່ຄຳຮ້ອງຂໍໃດໜຶ່ງທີ່ຈະໃຊ້ສິດຂອງທ່ານ ("ການຮ້ອງຂໍ DSR"). ເພື່ອໃຊ້ສິດໃດໜຶ່ງຂອງທ່ານ, ກະລຸນາຕື່ມຂໍ້ມູນໃສ່ແບບຟອມຮ້ອງຂໍຢູ່ ບ່ອນນີ້.

    ການເຂົ້າເຖິງ ແລະ ການແກ້ໄຂ

    ພາກນີ້ຍັງມີຜົນບັງຄັບໃຊ້ກັບຜູ້ໃຊ້ທີ່ອາໄສຢູ່ໃນປະເທດອາກຊັງຕິນ, ການາດາ ແລະ ຣັດເຊຍອີກດ້ວຍ.

    ທ່ານມີສິດທີ່ຈະຮ້ອງຂໍການເຂົ້າເຖິງຂໍ້ມູນສ່ວນຕົວຂອງທ່ານທີ່ພວກເຮົາມີກ່ຽວກັບທ່ານ, ວິທີທີ່ພວກເຮົານໍາໃຊ້ຂໍ້ມູນ ແລະ ຜູ້ທີ່ພວກເຮົາແບ່ງປັນຂໍ້ມູນໃຫ້. ພວກເຮົາອາດບໍ່ສາມາດໃຫ້ຂໍ້ມູນສ່ວນຕົວໃດໜຶ່ງແກ່ທ່ານ ຖ້າການໃຫ້ຂໍ້ມູນດັ່ງກ່າວແກ່ທ່ານ ຈະເປັນການແຊກແຊງສິດຂອງຄົນອື່ນ (ເຊັ່ນ: ໃນກໍລະນີທີ່ການໃຫ້ຂໍ້ມູນສ່ວນຕົວທີ່ພວກເຮົາມີກ່ຽວກັບທ່ານຈະເປີດເຜີຍຂໍ້ມູນກ່ຽວກັບບຸກຄົນອື່ນ).

    ທ່ານຍັງມີສິດທີ່ຈະແກ້ໄຂຂໍ້ມູນນັ້ນ ຖ້າວ່າມັນບໍ່ຖືກຕ້ອງ ຫຼື ບໍ່ຄົບຖ້ວນ.

    ທ່ານສາມາດເຂົ້າເຖິງ ແລະ ແກ້ໄຂຂໍ້ມູນສ່ວນຕົວຂອງທ່ານໄດ້ ໂດຍການເຂົ້າສູ່ລະບົບບັນຊີ WeChat ຂອງທ່ານໃນເວລາໃດກໍໄດ້. ຕົວຢ່າງ: ທ່ານສາມາດລຶບຂໍ້ມູນຕຳແໜ່ງທີ່ຕັ້ງໄດ້ ຜ່ານການຕັ້ງຄ່າໃນອຸປະກອນຂອງທ່ານ ຫຼື ຕົວເລືອກ "ລຶບສະຖານທີ່ຕັ້ງ" ພາຍໃນ WeChat.

    ຖ້າວ່າທ່ານຕ້ອງການໃຫ້ພວກເຮົາແກ້ໄຂຂໍ້ມູນສ່ວນຕົວຂອງທ່ານທີ່ທ່ານບໍ່ສາມາດແກ້ໄຂໄດ້ໂດຍໃຊ້ບັນຊີຂອງທ່ານ, ກະລຸນາປະກອບແບບຟອມການຮ້ອງຂໍຢູ່ ບ່ອນນີ້.

    ໃນກໍລະນີທີ່ພວກເຮົາຕົກລົງທີ່ຈະແກ້ໄຂຂໍ້ມູນສ່ວນຕົວຂອງທ່ານ, ພວກເຮົາຈະໃຊ້ຂັ້ນຕອນທີ່ສົມເຫດສົມຜົນເພື່ອແຈ້ງໃຫ້ແກ່ບຸກຄົນທີສາມໃດໜຶ່ງ ຜູ້ທີ່ພວກເຮົາໄດ້ເປີດເຜີຍຂໍ້ມູນສ່ວນຕົວທີ່ກ່ຽວຂ້ອງ ເພື່ອວ່າພວກເຂົາຈະສາມາດແກ້ໄຂຂໍ້ມູນສ່ວນຕົວໄດ້ເຊັ່ນກັນ.

    ການລຶບຖິ້ມ

    ພາກນີ້ຍັງມີຜົນບັງຄັບໃຊ້ກັບຜູ້ໃຊ້ທີ່ອາໄສຢູ່ໃນປະເທດອາກຊັງຕິນ, ການາດາ ແລະ ຣັດເຊຍອີກດ້ວຍ.

    ທ່ານສາມາດລຶບບັນຊີຂອງທ່ານ ຫຼື ລຶບຂໍ້ມູນສ່ວນຕົວບາງຢ່າງ ໂດຍເຂົ້າສູ່ລະບົບບັນຊີ WeChat ຂອງທ່ານ ແລະ ປະຕິບັດຕາມຄຳແນະນຳໃນການລຶບບັນຊີຢູ່ ບ່ອນນີ້. ຫຼັງຈາກການລຶບບັນຊີ, ຂໍ້ມູນການລົງທະບຽນລວມ ແມ່ນຖືກເກັບຮັກສາໄວ້ເພື່ອຈຸດປະສົງໃນການປ້ອງກັນສະແປມ ແລະ ຄວາມປອດໄພຂອງລະບົບ.

    ຂໍໃຫ້ຊາບວ່າພວກເຮົາຈະບໍ່ສາມາດລຶບບັນຊີຂອງທ່ານ ຖ້າວ່າທ່ານມີຍອດເງິນຍັງເຫຼືອໃນບັນຊີ Weixin Pay ຫຼື WeChat Pay ຂອງທ່ານ ຫຼື ເປັນຜູ້ດູແລບັນຊີທາງການ ຫຼື ໂປຣແກຣມຂະໜາດນ້ອຍໃດໜຶ່ງ.

    ຖ້າວ່າມີຂໍ້ມູນສ່ວນຕົວອື່ນໆທີ່ທ່ານເຊື່ອວ່າ ພວກເຮົາດຳເນີນການ ທີ່ທ່ານຢາກໃຫ້ພວກເຮົາລຶບລ້າງ, ກະລຸນາຕື່ມແບບຟອມຄຳຮ້ອງຢູ່ ບ່ອນນີ້.

    ທ່ານອາດຈະຮ້ອງຂໍໃຫ້ພວກເຮົາລຶບຂໍ້ມູນສ່ວນຕົວທີ່ພວກເຮົາມີກ່ຽວກັບທ່ານຖິ້ມ ໃນກໍລະນີດັ່ງຕໍ່ໄປນີ້:

    ທ່ານອາດຈະໃຊ້ສິດຂອງທ່ານໃນການຈຳກັດການທີ່ພວກເຮົາປະມວນຜົນຂໍ້ມູນສ່ວນຕົວຂອງທ່ານ (ຕາມທີ່ອະທິບາຍຢູ່ຂ້າງລຸ່ມ) ໃນຂະນະທີ່ພວກເຮົາພິຈາລະນາການຮ້ອງຂໍໃຫ້ລຶບຂໍ້ມູນຂອງທ່ານຖິ້ມ.

    ພວກເຮົາອາດເກັບຮັກສາຂໍ້ມູນສ່ວນຕົວ ຖ້າມີເຫດຜົນທີ່ຖືກຕ້ອງຕາມກົດໝາຍໃຫ້ພວກເຮົາເຮັດເຊັ່ນນັ້ນ (ເຊັ່ນ: ເພື່ອປ້ອງກັນການອ້າງສິດຕາມກົດໝາຍ, ເສລີພາບໃນການສະແດງອອກ ຫຼື ພັນທະບາງຢ່າງຕາມກົດໝາຍ) ແຕ່ພວກເຮົາຈະແຈ້ງໃຫ້ທ່ານຮູ້ວ່າມັນເປັນເຊັ່ນນັ້ນ ຫຼື ບໍ່.

    ໃນກໍລະນີທີ່ທ່ານຮ້ອງຂໍໃຫ້ພວກເຮົາລຶບຂໍ້ມູນສ່ວນຕົວຂອງທ່ານ ເຊິ່ງພວກເຮົາໄດ້ເປີດເປັນສາທາລະນະ ແລະ ມີພື້ນຖານທີ່ຖືກຕ້ອງຕາມກົດໝາຍໃຫ້ລຶບຖິ້ມ, ພວກເຮົາຈະໃຊ້ຂັ້ນຕອນທີ່ສົມເຫດສົມຜົນເພື່ອແຈ້ງໃຫ້ແກ່ບຸກຄົນທີສາມໃດໜຶ່ງ ຜູ້ທີ່ພວກເຮົາໄດ້ເປີດເຜີຍຂໍ້ມູນສ່ວນຕົວທີ່ກ່ຽວຂ້ອງ ເພື່ອວ່າພວກເຂົາຈະສາມາດລຶບມັນຖິ້ມໄດ້ເຊັ່ນກັນ.

    ການຈຳກັດການປະມວນຜົນພື້ນທີ່ຈັດເກັບຂໍ້ມູນເທົ່ານັ້ນ

    ພາກນີ້ຍັງມີຜົນບັງຄັບໃຊ້ກັບຜູ້ໃຊ້ທີ່ອາໄສຢູ່ໃນປະເທດຣັດເຊຍອີກດ້ວຍ.

    ທ່ານມີສິດຮຽກຮ້ອງໃຫ້ພວກເຮົາຢຸດການປະມວນຜົນຂໍ້ມູນສ່ວນຕົວຂອງທີ່ນອກເໜືອຈາກຈຸດປະສົງໃນການເກັບຮັກສາ ໃນສະຖານະການໃດໜຶ່ງ. ເຖິງຢ່າງໃດກໍຕາມ, ພວກເຮົາອາດປະມວນຜົນຂໍ້ມູນຖ້າມີເຫດຜົນທີ່ຖືກຕ້ອງຕາມກົດໝາຍໃຫ້ພວກເຮົາເຮັດເຊັ່ນນັ້ນ (ເຊັ່ນ: ເພື່ອປ້ອງກັນການອ້າງສິດຕາມກົດໝາຍ ຫຼື ເພື່ອປົກປ້ອງຄົນອື່ນ).

    ໃນກໍລະນີທີ່ພວກເຮົາຕົກລົງທີ່ຈະຢຸດການປະມວນຜົນຂໍ້ມູນສ່ວນຕົວ, ພວກເຮົາຈະໃຊ້ຂັ້ນຕອນທີ່ສົມເຫດສົມຜົນເພື່ອແຈ້ງໃຫ້ແກ່ບຸກຄົນທີສາມໃດໜຶ່ງ ຜູ້ທີ່ພວກເຮົາໄດ້ເປີດເຜີຍຂໍ້ມູນສ່ວນຕົວທີ່ກ່ຽວຂ້ອງ ເພື່ອວ່າພວກເຂົາຈະສາມາດຢຸດປະມວນຜົນໄດ້ເຊັ່ນກັນ.

    ທ່ານອາດຈະຮ້ອງຂໍໃຫ້ພວກເຮົາຢຸດການປະມວນຜົນ ແລະ ພຽງແຕ່ເກັບຮັກສາຂໍ້ມູນສ່ວນຕົວທີ່ພວກເຮົາມີກ່ຽວກັບທ່ານ ໃນກໍລະນີທີ່:

    ການເຄື່ອນຍ້າຍ

    ທ່ານມີສິດທີ່ຈະໄດ້ຮັບສຳເນົາຂໍ້ມູນສ່ວນຕົວໃດໜຶ່ງຂອງທ່ານໃນຮູບແບບທີ່ເປັນໂຄງສ້າງ, ມີການນໍາໃຊ້ເປັນປະຈຳ ແລະ ເຄື່ອງຈັກສາມາດອ່ານໄດ້. ສິ່ງນີ້ປະກອບດ້ວຍ ຂໍ້ມູນສ່ວນຕົວໃດໜຶ່ງທີ່ພວກເຮົາປະມວນຜົນບົນພື້ນຖານການຍິນຍອມຂອງທ່ານ (ເຊັ່ນ: ຂໍ້ມູນແບ່ງປັນ ແລະ ການຍິນຍອມທີ່ຖືກບັນທຶກໄວ້ໃນລາຍການທີ່ມັກ) ຫຼື ຕາມສັນຍາຂອງພວກເຮົາກັບທ່ານ (ເຊັ່ນ: ຂໍ້ມູນໂປຣໄຟລ໌) ຕາມທີ່ຖືກອະທິບາຍໄວ້ໃນພາກ "ພວກເຮົາຈະນໍາໃຊ້ຂໍ້ມູນຂອງທ່ານແນວໃດ?". ທ່ານສາມາດໃຊ້ສິດຂອງທ່ານເພື່ອສົ່ງອອກຂໍ້ມູນຂອງທ່ານ ໂດຍປະຕິບັດຕາມຄຳແນະນຳຢູ່ ບ່ອນນີ້.

    ທ່ານຍັງມີສິດທີ່ຈະຮ້ອງຂໍໃຫ້ພວກເຮົາໂອນຂໍ້ມູນສ່ວນຕົວນັ້ນໄປຫາອີກຝ່າຍໜຶ່ງ. ຖ້າວ່າທ່ານຕ້ອງການໃຫ້ພວກເຮົາໂອນຂໍ້ມູນສ່ວນຕົວໄປຫາບຸກຄົນທີສາມ, ຂໍໃຫ້ກວດໃຫ້ແນ່ໃຈວ່າ ທ່ານໄດ້ໃຫ້ລາຍລະອຽດຕ່າງໆຂອງພາກສ່ວນທີສາມດັ່ງກ່າວນັ້ນແລ້ວ. ຂໍໃຫ້ຊາບວ່າພວກເຮົາພຽງແຕ່ສາມາດດຳເນີນການໂອນຂໍ້ມູນໄດ້ໃນກໍລະນີທີ່ມີຄວາມເປັນໄປໄດ້ທາງດ້ານເຕັກນິກເທົ່ານັ້ນ. ພວກເຮົາຈະບໍ່ຮັບຜິດຊອບຕໍ່ຄວາມປອດໄພຂອງຂໍ້ມູນສ່ວນຕົວ ຫຼື ການປະມວນຜົນ ຫຼັງຈາກທີ່ບຸກຄົນທີສາມໄດ້ຮັບແລ້ວ.

    ການຄັດຄ້ານ

    ພາກນີ້ຍັງມີຜົນບັງຄັບໃຊ້ກັບຜູ້ໃຊ້ທີ່ອາໄສຢູ່ໃນປະເທດຣັດເຊຍອີກດ້ວຍ.

    ທ່ານອາດຄັດຄ້ານການທີ່ພວກເຮົານໍາໃຊ້ຂໍ້ມູນສ່ວນຕົວຂອງທ່ານເຊິ່ງພວກເຮົານໍາໃຊ້ບົນພື້ນຖານສິດຜົນປະໂຫຍດຕາມກົດໝາຍຂອງພວກເຮົາ (ເຊັ່ນ: ເມື່ອພວກເຮົານໍາໃຊ້ຂໍ້ມູນສ່ວນຕົວຂອງທ່ານເພື່ອຮັບປະກັນຄວາມປອດໄພຂອງບັນຊີ). ຖ້າວ່າທ່ານຄັດຄ້ານການປະມວນຜົນດັ່ງກ່າວ, ກະລຸນາປະກອບແບບຟອມ ການຄຳຮ້ອງນີ້.

    ໃນຂອບເຂດທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການທີ່ບັງຄັບໃຊ້, ທ່ານສາມາດຖອນການຍິນຍອມໃດໜຶ່ງທີ່ທ່ານໄດ້ໃຫ້ແກ່ພວກເຮົາກ່ອນໜ້ານີ້ ໂດຍປະຕິບັດຕາມຄຳແນະນຳທີ່ໄດ້ກຳນົດໄວ້ຢູ່ ບ່ອນນີ້.

    12. ການປ່ຽນແປງນະໂຍບາຍວ່າດ້ວຍຄວາມເປັນສ່ວນຕົວສະບັບນີ້

    ພວກເຮົາອາດຈະມີການປັບປຸງນະໂຍບາຍວ່າດ້ວຍຄວາມເປັນສ່ວນຕົວສະບັບນີ້ໃນແຕ່ລະໄລຍະ. ພວກເຮົາຈະອັບເດດສະບັບປັບປຸງຢູ່ທີ່ນີ້ ພ້ອມກັບການລົງວັນທີເດືອນປີຂອງ "ທີ່ອັບເດດຄັ້ງຫຼ້າສຸດ" ແລະ ແຈ້ງໃຫ້ທ່ານຮັບຊາບທາງ WeChat ຫຼື ວິທີການອື່ນໆ ຕາມຄວາມເໝາະສົມ, ກ່ອນທີ່ການປ່ຽນແປງຈະມີຜົນບັງຄັບໃຊ້.

    13. ພາສາ

    ພວກເຮົາໄດ້ມີການແປພາສາສຳລັບນະໂຍບາຍວ່າດ້ວຍຄວາມເປັນສ່ວນຕົວສະບັບດັ່ງກ່າວນີ້, ແຕ່ວ່າໃນກໍລະນີທີ່ມີຂໍ້ຂັດແຍ່ງລະຫວ່າງສະບັບທີ່ເປັນພາສາທ້ອງຖິ່ນ ແລະ ສະບັບພາສາອັງກິດ, ໃຫ້ຖືເອົາສະບັບພາສາອັງກິດເປັນຫຼັກ ເວັ້ນເສຍແຕ່ວ່າ ຈະໄດ້ກຳນົດໄວ້ເປັນຢ່າງອື່ນໃນກົດໝາຍທີ່ກ່ຽວຂ້ອງເທົ່ານັ້ນ.

    ຜູ້ຕາງໜ້າຂອງພວກເຮົາຢູ່ໃນບາງເຂດນ່ານນ້ຳນ່ານຟ້າ

    ເຂດນ່ານນ້ຳນ່ານຟ້າຜູ້ຕາງໜ້າທີ່ຢູ່ລາຍລະອຽດການຕິດຕໍ່
    ປະເທດເກົາຫຼີTencent Korea Yuhan Hoesa152, Taeheran-ro, Gangnam-gu (Gangnam Finance Center, Yeoksam-dong), Seoul, Koreadataprotection@wechat.com
    ປະເທດເຊີເບຍKaranovic & Partners o.a.d. BeogradResavska 23, Belgrade, 11000, Serbialocal.representative@karanovicpartners.com
    ປະເທດໄທTencent (Thailand) Company Limited8 T-One Building, Floor 10th, 11th & 12th (Unit 3-5), Soi Sukhumvit 40, Sukhumvit Road, Khwaeng Phra Khanong, Khet Khlong Toei, Bangkok 10110, Thailandlocalrepresentative@tencent.co.th
    ປະເທດຕວກກີÖzdağıstanli Ekici Avukatlık Ortaklığı.Nidakule Ataşehir Kuzey, Begonya Sok. No:3 Kat. 17 D: 162 / 34746 Ataşehir / İstanbul, Türkiye

    Özdağıstanli Ekici Avukatlık Ortaklığı ແມ່ນຜູ້ຕາງໜ້າຄວບຄຸມຂໍ້ມູນຂອງພວກເຮົາ ແລະ ສິດອໍານາດຂອງມັນແມ່ນຈໍາກັດສະເພາະພຽງແຕ່ສິດອຳນາດທີ່ໄດ້ກໍານົດໄວ້ພາຍໃຕ້ກົດໝາຍວ່າດ້ວຍການປົກປ້ອງຂໍ້ມູນສ່ວນຕົວ ສະບັບເລກທີ 6698 ເທົ່ານັ້ນ. Özdağıstanli Ekici Avukatlık Ortaklığı ບໍ່ມີສິດອຳນາດສໍາລັບເລື່ອງອື່ນໆ ເຊັ່ນ: ການດຳເນີນການໃນ WeChat, ການຫ້າມ, ການສືບສວນ, ການຮ້ອງທຸກທາງແພ່ງ ຫຼື ທາງອາຍາ.
    tencent@iptech-legal.com

    TRUSTe


    ຕໍ່​ໄປ