ເພື່ອໃຫ້ທ່ານມີຄວາມເຂົ້າໃຈດີຂຶ້ນວ່າ WeChat ໄດ້ຖືກອອກແບບມາພ້ອມກັບຄວາມເປັນສ່ວນຕົວຢູ່ໃນໃຈຂອງທ່ານແນວໃດ ແລະ ເພື່ອໃຫ້ເຂົ້າໃຈສິດຂອງທ່ານໄດ້ດີຂຶ້ນກ່ຽວກັບຂໍ້ມູນຂອງທ່ານ, WeChat ຮຽກຮ້ອງໃຫ້ທ່ານທົບທວນຄືນເບິ່ງຂໍ້ມູນສຳຄັນຕໍ່ໄປນີ້, ຄຳຍິນຍອມຕໍ່ນະໂຍບາຍຄວາມເປັນສ່ວນຕົວ WeChat ເວີຊັນຫຼ້າສຸດຂອງພວກເຮົາ ແລະ ໃຫ້ຂໍ້ມູນທີ່ຕ້ອງການກ່ຽວກັບຕົວທ່ານເອງນຳອີກ.
ພວກເຮົາເກັບເອົາຂໍ້ມູນໃນເວລາທີ່ທ່ານຕັ້ງບັນຊີ WeChat ຂອງທ່ານ ແລະ ໃຊ້ການບໍລິການຕ່າງໆທີ່ມີໃຫ້ຢູ່ພາຍໃນ WeChat (ເຊັ່ນວ່າ ການໂພສຮູບພາບໃສ່ສັງລວມເນື້ອຫາໃນ Moments ຂອງທ່ານ ຫຼື ຕິດຕາມບັນຊີທາງການ). ເພື່ອຕັ້ງບັນຊີຂອງທ່ານ, ພວກເຮົາເກັບເອົາຊື່ຫຼິ້ນ, ເບີມືຖືຂອງທ່ານ ແລະ ລະຫັດຜ່ານ. ທ່ານສາມາດປັບປຸງ ແລະ ແກ້ໄຂໂປຣໄຟລ໌ຂອງທ່ານດ້ວຍຂໍ້ມູນເພີ່ມເຕີມໄດ້. ເພີ່ມເຕີມ...
ພວກເຮົາໃຊ້ຂໍ້ມູນຂອງທ່ານເພື່ອໃຫ້ WeChat ແກ່ທ່ານ, ອະນຸຍາດໃຫ້ທ່ານສື່ສານກັບຜູ້ໃຊ້ຄົນອື່ນ ແລະ ໃຊ້ຄຸນສົມບັດຕ່າງໆຂອງແພລດຟອມ WeChat. ພວກເຮົາໃຊ້ຂໍ້ມູນຂອງທ່ານສຳລັບການຕັ້ງບັນຊີ, ເພື່ອອຳນວຍຄວາມສະດວກການສື່ສານ, ໃຫ້ການຊ່ວຍເຫຼືອ, ອະນຸຍາດໃຫ້ທ່ານເຂົ້າເຖິງຄຸນສົມບັດຕ່າງໆຂອງ WeChat ແລະ ປັບປຸງ WeChat ໃຫ້ດີຂຶ້ນ. WeChat ໃຊ້ຊ່ອງທາງການຕິດຕໍ່ທີ່ທ່ານສະໜອງໃຫ້ ເຊັ່ນວ່າ ເບີມືຖື ຫຼື ທີ່ຢູ່ອີເມວ ສຳລັບການກວດຢືນຢັນ ແລະ ການປົກປ້ອງບັນຊີຂອງທ່ານ ແລະ ສຳລັບເຫດຜົນດ້ານການບໍລິຫານທີ່ສຳຄັນ ແລະ ບໍ່ໃຊ້ຊ່ອງທາງເຫຼົ່ານີ້ເພື່ອຈຸດປະສົງການສົ່ງເສີມການຂາຍ ຫຼື ການຕະຫຼາດ. ເພີ່ມເຕີມ...
ພວກເຮົາໃຊ້ພາກສ່ວນທີສາມສຳລັບການບໍລິການຊ່ວຍເຫຼືອ ເຊັ່ນວ່າ ຜູ້ໃຫ້ບໍລິການ SMS ສຳລັບການກວດຮັບຮອງບັນຊີ, ການບໍລິການສ້າງແຜນທີ່ ແລະ ຈຸດຄວາມສົນໃຈ, ການບໍລິການແປພາສາ ແລະ ການບໍລິການຊ່ວຍເຫຼືອ. ພວກເຮົາໃຊ້ການບໍລິການພາກສ່ວນທີສາມເຫຼົ່ານີ້ພຽງແຕ່ເພື່ອປະມວນ ຫຼື ເກັບຮັກສາຂໍ້ມູນຂອງທ່ານສຳລັບຈຸດປະສົງທີ່ອະທິບາຍໄວ້ໃນນະໂຍບາຍນີ້ເທົ່ານັ້ນ. ນອກນັ້ນ ພວກເຮົາຍັງແບ່ງປັນຂໍ້ມູນຂອງທ່ານກັບກຸ່ມບໍລິສັດທີ່ກ່ຽວຂ້ອງຂອງ Tencent ແລະ ຕາມທີ່ກົດໝາຍກຳນົດໄວ້. ນອກຈາກຈຸດປະສົງທີ່ເວົ້າເຖິງຜ່ານມາແລ້ວ, WeChat ບໍ່ແບ່ງປັນຂໍ້ມູນຂອງທ່ານກັບພາກສ່ວນທີສາມໂດຍບໍ່ມີການຍິນຍອມເຫັນດີຢ່າງຈະແຈ້ງກ່ອນລ່ວງໜ້າຈາກທ່ານ. ເພີ່ມເຕີມ...
ເຊີບເວີຂອງພວກເຮົາຕັ້ງຢູ່ໃນ ອອນຕາຣີໂອ, ການາດາ ແລະ ຮ່ອງກົງ. ນອກນັ້ນ ພວກເຮົາຍັງມີທີມສະໜັບສະໜຸນ, ທີມວິສະວະກອນ ແລະ ທີມອື່ນໆທີ່ສະໜັບສະໜຸນການໃຫ້ WeChat ແກ່ທ່ານ ເຊິ່ງຕັ້ງຢູ່ທົ່ວໂລກ. ອາດຈະມີການເຂົ້າເຖິງຂໍ້ມູນຂອງທ່ານຈາກສະຖານທີ່ດັ່ງກ່າວໄດ້. ພວກເຮົາດຳເນີນມາດຕະການພາຍໃນທີ່ເຂັ້ມງວດເພື່ອຈຳກັດການເຂົ້າເຖິງຂໍ້ມູນຂອງທ່ານຢ່າງເຄັ່ງຄັດໃຫ້ສະເພາະແຕ່ສະມາຊິກທີມງານທີ່ກຳນົດໄວ້. ເພີ່ມເຕີມ...
ເວລາທີ່ພວກເຮົາຮັກສາຂໍ້ມູນຂອງທ່ານໄວ້ຂຶ້ນຢູ່ກັບປະເພດຂໍ້ມູນ – ຕົວຢ່າງ: ຂໍ້ມູນການເຂົ້າສູ່ລະບົບຖືກຮັກສາໄວ້ເປັນເວລາບໍ່ເກີນ 90 ວັນນັບຈາກວັນທີເກັບເອົາຂໍ້ມູນັ້ນ. ຖ້າທ່ານແນະນຳໃຫ້ພວກເຮົາລຶບບັນຊີ WeChat ຂອງທ່ານ, ຂໍ້ມູນຂອງທ່ານຖືກລຶບພາຍໃນ 60 ວັນນັບຈາກການກວດຢືນຢັນຄວາມເປັນເຈົ້າຂອງບັນຊີ ແລະ ໄດ້ຮັບຄຳຮ້ອງຂໍລຶບບັນຊີຂອງທ່ານ ໂດຍເອົາອັນນຳຫຼັງ. ເພີ່ມເຕີມ...
ທ່ານອາດຈະມີສິດທິພິເສດຕໍ່ກັບຂໍ້ມູນຂອງທ່ານ ແລະ ຕໍ່ກັບວ່າພວກເຮົາໃຊ້ມັນແນວໃດ. ສິດທິເຫຼົ່ານີ້ລວມມີວິທີທີ່ທ່ານສາມາດເຂົ້າເຖິງຂໍ້ມູນ, ການລຶບຂໍ້ມູນ, ການຈຳກັດວ່າຈະໃຫ້ໃຊ້ຂໍ້ມູນຂອງທ່ານແນວໃດ, ການຄັດຄ້ານບໍ່ໃຫ້ໃຊ້ຂໍ້ມູນ ແລະ ການຂໍເອົາສຳເນົາຂໍ້ມູນຂອງທ່ານ. ເພີ່ມເຕີມ...
ຖ້າມີການປ່ຽນແປງທີ່ສຳຄັນຕໍ່ກັບນະໂຍບາຍຄວາມເປັນສ່ວນຕົວນີ້, ພວກເຮົາຈະສົ່ງການແຈ້ງບອກຫາທ່ານກ່ອນທີ່ການປ່ຽນແປງນັ້ນຈະມີຜົນນຳໃຊ້. ຖ້າທ່ານມີບັນຫາກັງວົນໃຈກ່ຽວກັບຄວາມເປັນສ່ວນຕົວ ຫຼື ການໃຊ້ຂໍ້ມູນທີ່ພວກເຮົາຍັງບໍ່ທັນໄດ້ແກ້ໄຂຢ່າງເປັນທີ່ເພິ່ງພໍໃຈ, ກະລຸນາຕິດຕໍ່ຫາຜູ້ໃຫ້ບໍລິການແກ້ໄຂຂໍ້ຂັດແຍ່ງພາກສ່ວນທີສາມຂອງພວກເຮົາທີ່ຢູ່ໃນສະຫະລັດ (ໂດຍບໍ່ເສຍຄ່າ) ໄດ້ທີ່ https://feedback-form.truste.com/watchdog/request. ເພີ່ມເຕີມ...
ຖ້າທ່ານມີຄວາມກັງວົນໃຈ ຫຼື ການຮ້ອງຮຽນໃດໆກໍຕາມ, ກະລຸນາຕິດຕໍ່ຫາພວກເຮົາ ທີ່ນີ້.
ຜູ້ຄວບຄຸມຂໍ້ມູນ:
ຜູ້ໃຊ້ທີ່ຢູ່ໃນເຂດພື້ນທີ່ເສດຖະກິດເອີຣົບ ແລະ ສະວິດເຊີແລນ: Tencent International Service Europe BV.
ຜູ້ໃຊ້ທີ່ຢູ່ນອກເຂດພື້ນທີ່ເສດຖະກິດເອີຣົບ ຫຼື ສະວິດເຊີແລນ (ໂດຍຂຶ້ນກັບສິ່ງຂ້າງລຸ່ມ): Tencent International Service Pte. Ltd.
ຖ້າທ່ານ:
ລົງທະບຽນໂດຍການຜູກມັດເບີມືຖືທີ່ມີໃຫ້ແກ່ທ່ານໃນສາທາລະນະລັດປະຊາຊົນຈີນ (ຍົກເວັ້ນ ໄຕ້ຫວັນ, ຮ່ອງກົງ ຫຼື ມາເກົາ) (ເປັນ "ສປປ ຈີນ) ((ຕົວຢ່າງ: ເບີຕິດຕໍ່ທີ່ໃຊ້ລະຫັດໂທອອກຕ່າງປະເທດ +86)); ຫຼື
ເຮັດສັນຍາກັບ 深圳市腾讯计算机系统有限公司 (Shenzhen Tencent Computer Systems Company Limited) ສຳລັບ Weixin ຫຼື WeChat (ຕົວຢ່າງ: ຖ້າທ່ານໄດ້ດາວໂຫຼດ Weixin ຫຼື WeChat ຈາກ iOS App Store ໃນ ສປປ ຈີນ ຫຼື ຈາກ Android app store ໃນ ສປປ ຈີນ),
ທ່ານຂຶ້ນກັບ ຂໍ້ກຳນົດການບໍລິການຂອງ Weixin ແລະ ນະໂຍບາຍຄວາມເປັນສ່ວນຕົວຂອງ Weixin ແລະ ບໍ່ແມ່ນຂຶ້ນກັບນະໂຍບາຍຄວາມເປັນສ່ວນຕົວນີ້.
ເຈົ້າໜ້າທີ່ຝ່າຍປົກປ້ອງຂໍ້ມູນ:
ອີເມວ: dataprotection@wechat.
ຈົດໝາຍໄປສະນີ: 26.04 on the 26th floor of Amstelplein 54, 1096 BC Amsterdam, the Netherlands
ຍິນດີຕ້ອນຮັບສູ່ WeChat!
ພວກເຮົາໃຫ້ຄວາມສຳຄັນກັບຄວາມເປັນສ່ວນຕົວຂອງທ່ານ. ນະໂຍບາຍຄວາມເປັນສ່ວນຕົວນີ້ແຈ້ງບອກທ່ານກ່ຽວກັບທາງເລືອກຂອງທ່ານ ແລະ ວິປະຕິບັດຂອງພວກເຮົາກ່ຽວກັບຂໍ້ມູນຕ່າງໆທີ່ທ່ານໃຫ້ພວກເຮົາ ຫຼື ທີ່ທ່ານສ້າງຂຶ້ນຢູ່ໃນການໃຊ້ WeChat.
ການໃຊ້ການບໍລິການຂອງພວກເຮົາ (ບໍ່ວ່າຈະເປັນແອັບມືຖື WeChat, ເວັບໄຊ www.
ໂດຍການໃຊ້ WeChat ທ່ານເຫັນດີນຳການປະມວນຜົນຂໍ້ມູນຂອງທ່ານອີງຕາມນະໂຍບາຍຄວາມເປັນສ່ວນຕົວນີ້.
ເມື່ອທ່ານໃຊ້ຄຸນສົມບັດສະເພາະ ຈະມີການຮ້ອງຂໍໃຫ້ທ່ານເຫັນດີນຳການປະມວນຜົນຂໍ້ມູນຂອງທ່ານໃນແບບສະເພາະ (ຕົວຢ່າງ: ເມື່ອທ່ານຕິດຕາມບັນຊີທາງການ, ທ່ານຈະຖືກຖາມວ່າທ່ານເຫັນດີນຳການໂອນຂໍ້ມູນຂອງທ່ານໄປໃຫ້ພາກສ່ວນທີສາມຫຼືບໍ່). ທ່ານສາມາດເບິ່ງຂໍ້ມູນກ່ຽວກັບວິທີຄວບຄຸມການຕັ້ງຄ່າຂອງທ່ານ ແລະ ການໃຊ້ຂໍ້ມູນຂອງທ່ານຜ່ານບັນຊີຂອງທ່ານໄດ້ທີ່ here. ສຳລັບບາງຂໍ້ມູນສະເພາະ ທ່ານສາມາດຖອນການເຫັນດີຂອງທ່ານຕໍ່ກັບການປະມວນຜົນຂໍ້ມູນນັ້ນອີງຕາມນະໂຍບາຍຄວາມເປັນສ່ວນຕົວນີ້ໄດ້.
ຖ້າທ່ານບໍ່ເຫັນດີນຳນະໂຍບາຍຄວາມເປັນສ່ວນຕົວນີ້, ທ່ານຕ້ອງບໍ່ໃຊ້ WeChat.
ຕິດຕໍ່
ໃນນະໂຍບາຍຄວາມເປັນສ່ວນຕົວນີ້, "ພວກເຮົາ" , "ຂອງພວກເຮົາ" ຫຼື "ເຮົາ" ໝາຍເຖິງ:
ຖ້າທ່ານແມ່ນຜູ້ໃຊ້ທີ່ຢູ່ໃນເຂດພື້ນທີ່ເສດຖະກິດເອີຣົບ ແລະ ສະວິດເຊີແລນ: Tencent International Service Europe B.V. ເຊິ່ງເປັນບໍລິສັດເນເທີແລນ ທີ່ຕັ້ງຢູ່ 26.04 on the 26th floor of Amstelplein 54, 1096 BC Amsterdam, the Netherlands; ແລະ
ຖ້າທ່ານແມ່ນຜູ້ໃຊ້ທີ່ຢູ່ນອກເຂດພື້ນທີ່ເສດຖະກິດເອີຣົບ, ສະວິດເຊີແລນ ຫຼື ສາທາລະນະລັດປະຊາຊົນຈີນ (ຍົກເວັ້ນ ໄຕ້ຫວັນ, ຮ່ອງກົງ ແລະ ມາເກົາ): Tencent International Service Pte. Ltd. ເຊິ່ງເປັນບໍລິສັດສິງກະໂປທີ່ຕັ້ງຢູ່ 10 Anson Road, #21-07 International Plaza, Singapore 079903.
ຖ້າທ່ານມີຄຳຖາມ ຫຼື ການຮ້ອງຮຽນໃດໆກໍຕາມກ່ຽວກັບນະໂຍບາຍຄວາມເປັນສ່ວນຕົວນີ້ ຫຼື ການໃຊ້ຂໍ້ມູນສ່ວນຕົວຂອງທ່ານ, ກະລຸນາຕິດຕໍ່ຫາເຈົ້າໜ້າທີ່ຝ່າຍປົກປ້ອງຂໍ້ມູນຂອງພວກເຮົາຜ່ານທາງອີເມວທີ່ dataprotection@wechat.
ຖ້າທ່ານຕ້ອງການເຮັດການຮ້ອງຮຽນໃດໆກໍຕາມກ່ຽວກັບນະໂຍບາຍຄວາມເປັນສ່ວນຕົວນີ້ ຫຼື ການຈັດຕັ້ງປະຕິບັດນະໂຍບາຍນີ້ໂດຍພວກເຮົາ, ກະລຸນາຕິດຕໍ່ຫາພວກເຮົາຜ່ານຂໍ້ມູນຕິດຕໍ່ຂ້າງເທິງ. ກະລຸນາຮັບຊາບວ່າຖ້າທ່ານແມ່ນຜູ້ຢູ່ອາໄສໃນສະຫະພາບເອີຣົບ ທ່ານມີສິດຍື່ນການຮ້ອງຮຽນນຳໜ່ວຍງານປົກປ້ອງຂໍ້ມູນໃນປະເທດຂອງທ່ານໄດ້.
ນະໂຍບາຍຄວາມເປັນສ່ວນຕົວນີ້ນຳໃຊ້ກັບ WeChat ແລະ ການບໍລິການຕ່າງໆທີ່ເຂົ້າເຖິງໄດ້ໃນແພລດຟອມ WeChat ທີ່ລະບຸວ່ານະໂຍບາຍຄວາມເປັນສ່ວນຕົວນີ້ນຳໃຊ້ກັບການໃຊ້ການບໍລິການດັ່ງກ່າວ (ຕົວຢ່າງ: ຜູ້ໃຊ້ທີ່ປະຕິບັດຕາມ ຫຼື ໃຊ້ບັນຊີທາງການ, ມິນິໂປຣແກຣມ ແລະ ການເຂົ້າສູ່ລະບົບດ້ວຍ WeChat ສຳລັບແອັບພລິເຄຊັນຂອງພາກສ່ວນທີສາມ). ການບໍລິການ WeChat ເຫຼົ່ານັ້ນອາດຈະມີຂໍ້ກຳນົດທີ່ກ່ຽວຂ້ອງກັບຄວາມເປັນສ່ວນຕົວເພີ່ມເຕີມທີ່ທ່ານຕ້ອງເຫັນດີນຳ ຖ້າທ່ານໃຊ້ການບໍລິການເຫຼົ່ານັ້ນ. ຄຳສັບທີ່ເປັນຕົວພິມໃຫຍ່ທີ່ໃຊ້ໃນນະໂຍບາຍຄວາມເປັນສ່ວນຕົວນີ້ມີຄວາມໝາຍຄືກັນກັບຄຳສັບທີ່ໃຫ້ນິຍາມໄວ້ທີ່ເທົ່າທຽມກັນໃນຂໍ້ກຳນົດການບໍລິການຂອງ WeChat, ເວັ້ນເສຍແຕ່ວ່າພວກມັນຖືກກຳນົດຄວາມໝາຍເປັນຢ່າງອື່ນໃນນະໂຍບາຍຄວາມເປັນສ່ວນຕົວນີ້.
ກະລຸນາຮັບຊາບວ່ານະໂຍບາຍຄວາມເປັນສ່ວນຕົວນີ້ບໍ່ນຳໃຊ້ກັບຂໍ້ມູນທີ່ທ່ານເລືອກເປີດເຜີຍ ຫຼື ສົ່ງໃຫ້:
a) ການບໍລິການຕ່າງໆນອກຈາກ WeChat (ເຊັ່ນວ່າ ຜະລິດຕະພັນ ຫຼື ການບໍລິການອື່ນໆທີ່ສະໜອງໃຫ້ ຫຼື ດຳເນີນໂດຍພວກເຮົາ ຫຼື ສະມາຊິກຂອງພວກເຮົາ) ທີ່ບໍ່ໄດ້ລະບຸຢ່າງຈະແຈ້ງວ່ານຳໃຊ້ນະໂຍບາຍຄວາມເປັນສ່ວນຕົວນີ້;
b) ການບໍລິການພາກສ່ວນທີສາມຕ່າງໆ (ລວມທັງເວັບໄຊພາກສ່ວນທີສາມ) ທີ່ທ່ານອາດຈະເຂົ້າເຖິງຜ່ານ WeChat; ຫຼື
c) ບໍລິສັດ ຫຼື ອົງການຕ່າງໆທີ່ໂຄສະນາຜະລິດຕະພັນ ຫຼື ການບໍລິການໃນ WeChat.
ຖ້າທ່ານກຳລັງໃຊ້ WeChat ໃນນາມຕາງໜ້າໃຫ້ບໍລິສັດ, ຄູ່ຮ່ວມງານ, ສະມາຄົມ, ລັດຖະບານ ຫຼື ອົງການອື່ນໆ (ເອີ້ນວ່າ "ອົງການ" ຂອງທ່ານ), ທ່ານເຫັນດີແຈ້ງບອກເຈົ້າຂອງທີ່ກ່ຽວຂ້ອງ, ຜູ້ຖືຮຸ້ນ, ຜູ້ອຳນວຍການ, ເຈົ້າໜ້າທີ່, ຜູ້ຈັດການ, ພະນັກງານ ແລະ ບຸກຄົນອື່ນທີ່ກ່ຽວຂ້ອງຂອງອົງການຂອງທ່ານຜູ້ທີ່ພວກເຮົາເກັບເອົາ ຫຼື ທ່ານໃຫ້ຂໍ້ມູນຂອງເຂົາເຈົ້າແກ່ພວກເຮົາໃນບາງຄັ້ງຄາວ (ເອີ້ນວ່າ "ບຸກຄົນກ່ຽວຂ້ອງ" ) ຂອງການເກັບເອົາຂໍ້ມູນສ່ວນຕົວຂອງເຂົາເຈົ້າ ແລະ ທ່ານເຫັນດີຂໍເອົາການຍິນຍອມເຫັນດີຂອງບຸກຄົນກ່ຽວຂ້ອງຂອງທ່ານຕໍ່ກັບການປະມວນຜົນຂໍ້ມູນສ່ວນຕົວຂອງເຂົາເຈົ້າອີງຕາມນະໂຍບາຍຄວາມເປັນສ່ວນຕົວນີ້ ຕາມທີ່ກຳນົດໄວ້ໂດຍກົດໝາຍ ແລະ ກົດລະບຽບທີ່ບັງຄັບໃຊ້. ເມື່ອນະໂຍບາຍຄວາມເປັນສ່ວນຕົວນີ້ກ່າວເຖິງ "ທ່ານ" ຫຼື "ຂອງທ່ານ" ນີ້ລວມເອົາຕົວທ່ານ ແລະ ບຸກຄົນກ່ຽວຂ້ອງຕ່າງໆ. ຖ້າທ່ານ ຫຼື ບຸກຄົນກ່ຽວຂ້ອງຕ່າງໆຕ້ອງການຮ້ອງຂໍໃຫ້ລຶບຂໍ້ມູນສ່ວນຕົວຂອງທ່ານອອກຈາກຖານຂໍ້ມູນຂອງພວກເຮົາ, ກະລຸນາຕິດຕໍ່ຫາພວກເຮົາໄດ້ທີ່ dataprotection@wechat.
ພວກເຮົາອາດຈະປັບປຸງແກ້ໄຂ ຫຼື ເພີ່ມຄຳແນະນຳ, ນະໂຍບາຍ ແລະ ຂໍ້ກຳນົດສະເພາະໃສ່ນະໂຍບາຍຄວາມເປັນສ່ວນຕົວນີ້ເປັນບາງຄັ້ງຄາວ. ຄຳແນະນຳ, ນະໂຍບາຍ ແລະ ຂໍ້ກຳນົດເຫຼົ່ານີ້ປະກອບເປັນສ່ວນໜຶ່ງຂອງນະໂຍບາຍຄວາມເປັນສ່ວນຕົວນີ້.
ໃນທຸກຄັ້ງທີ່ພວກເຮົາເຮັດການປ່ຽນແປງຕໍ່ກັບນະໂຍບາຍຄວາມເປັນສ່ວນຕົວນີ້ເຊິ່ງສຳຄັນວ່າທ່ານຕ້ອງຮູ້, ພວກເຮົາຈະປະກາດນະໂຍບາຍຄວາມເປັນສ່ວນຕົວທີ່ອັບເດດໃໝ່ຢູ່ລິ້ງນີ້ ແລະ ແຈ້ງບອກທ່ານຜ່ານ WeChat ຫຼື ວິທີການອື່ນກ່ອນທີ່ການປ່ຽນແປງດັ່ງກ່າວຈະມີຜົນບັງຄັບໃຊ້.
ພວກເຮົາປະມວນຜົນຂໍ້ມູນປະເພດຕ່າງໆໃນການໃຫ້ WeChat. ຂໍ້ມູນເຫຼົ່ານີ້ມີລາຍລະອຽດຂ້າງລຸ່ມ:
"ຂໍ້ມູນທີ່ຕັ້ງ" ແມ່ນຂໍ້ມູນທີ່ໄດ້ຈາກ GPS, WiFi, ເຂັມທິດ, ເຄື່ອງວັດຄວາມເລັ່ງ, ທີ່ຢູ່ IP ຫຼື ໂພສສາທາລະນະທີ່ປະກອບມີຂໍ້ມູນທີ່ຕັ້ງ. ທ່ານຈະເປີດເຜີຍບາງຂໍ້ມູນທີ່ຕັ້ງສະເພາະກັບພວກເຮົາ ແລະ ກັບຜູ້ໃຊ້ WeChat ຄົນອື່ນ:
ໃນເວລາທີ່ທ່ານໃຊ້ບາງຄຸນສົມບັດສະເພາະທີ່ກ່ຽວຂ້ອງກັບທີ່ຕັ້ງ ເຊັ່ນວ່າ ບຸກຄົນທີ່ຢູ່ໃກ້ຄຽງ, ການຄົ້ນຫາ POI, WeRun ແລະ ໃນເວລາທີ່ທ່ານແບ່ງປັນທີ່ຕັ້ງຂອງທ່ານກັບຜູ້ໃຊ້ WeChat ອື່ນ; ແລະ
ໃນເວລາທີ່ທ່ານເຂົ້າຫາ WeChat, ເມື່ອພວກເຮົາໄດ້ຮັບຂໍ້ມູນທີ່ຕັ້ງຈາກທີ່ຢູ່ IP, ອຸປະກອນ ຫຼື ການບໍລິການອິນເຕີເນັດຂອງທ່ານເພື່ອປ້ອງກັນການເຂົ້າສູ່ລະບົບບັນຊີຂອງທ່ານແບບຫຼາຍບັນຊີ ຫຼື ແບບສໍ້ໂກງ.
"ຂໍ້ມູນບັນທຶກ" ແມ່ນຂໍ້ມູນທີ່ພວກເຮົາເກັບເອົາໂດຍອັດຕະໂນມັດເມື່ອທ່ານໃຊ້ WeChat, ບໍ່ວ່າຈະຜ່ານການໃຊ້ຄຸກກີ້, ເວັບບີຄອນ, ໄຟລ໌ບັນທຶກ, ສະຄຣິບ ຫຼື ETag (ຕາມທີ່ອະທິບາຍໄວ້ໃນລາຍລະອຽດເພີ່ມເຕີມຢູ່ໃນ ນະໂຍບາຍວ່າດ້ວຍຄຸກກີ້ ຂອງພວກເຮົາ ເຊິ່ງລວມມີ:
ຂໍ້ມູນເຕັກນິກ ເຊັ່ນວ່າ ຂໍ້ມູນທີ່ກ່ຽວຂ້ອງກັບຜູ້ໃຫ້ບໍລິການມືຖືຂອງທ່ານ, ຂໍ້ມູນການກຳນົດຄ່າທີ່ມີໃຫ້ແກ່ທ່ານຈາກເວັບບຣາວເຊີຂອງທ່ານ ຫຼື ໂປຣແກຣມອື່ນໆທີ່ທ່ານໃຊ້ເພື່ອເຂົ້າເຖິງ WeChat, ທີ່ຢູ່ IP ຂອງທ່ານ ແລະ ເວີຊັນ ແລະ ໝາຍເລກປະຈຳຕົວຂອງອຸປະກອນຂອງທ່ານ;
ຂໍ້ມູນກ່ຽວກັບສິ່ງທີ່ທ່ານໄດ້ຄົ້ນຫາ ແລະ ເບິ່ງໃນຂະນະທີ່ໃຊ້ WeChat ເຊັ່ນວ່າ ຄຳຄົ້ນຫາໃນເວັບທີ່ໃຊ້, ໂປຣໄຟລ໌ສື່ສັງຄົມອອນລາຍທີ່ເຂົ້າເບິ່ງ ແລະ ລາຍລະອຽດຂອງຂໍ້ມູນ ແລະ ເນື້ອຫາອື່ນທີ່ເຂົ້າເຖິງ ຫຼື ຮ້ອງຂໍເອົາໂດຍທ່ານໃນການໃຊ້ WeChat;
ຂໍ້ມູນທົ່ວໄປກ່ຽວກັບການສື່ສານໃນແພລດຟອມ ເຊັ່ນວ່າ ຕົວຕົນຂອງຜູ້ໃຊ້ທີ່ທ່ານໄດ້ສື່ສານກັບ ແລະ ເວລາ, ຂໍ້ມູນ ແລະ ໄລຍະເວລາຂອງການສື່ສານຂອງທ່ານ (ແຕ່ບໍ່ແມ່ນເນື້ອຫາຂອງການສື່ສານດັ່ງກ່າວ, ຍົກເວັ້ນຖ້າທ່ານສື່ສານກັບບັນຊີທາງການ ຫຼື ທີມບໍລິການຊ່ວຍເຫຼືອຂອງພວກເຮົາ); ແລະ
ຂໍ້ມູນເມຕາ ເຊິ່ງໝາຍເຖິງຂໍ້ມູນທີ່ກ່ຽວຂ້ອງກັບລາຍການຕ່າງໆທີ່ທ່ານໄດ້ເຮັດໃຫ້ມີໃຫ້ຜ່ານ WeChat ເຊັ່ນວ່າ ວັນທີ, ເວລາ ຫຼື ຈຸດທີ່ຕັ້ງທີ່ຮູບຖ່າຍ ຫຼື ວິດີໂອທີ່ແບ່ງປັນຖືກຖ່າຍ ຫຼື ໂພສ.
"ຂໍ້ມູນທີ່ບໍ່ແມ່ນຂໍ້ມູນສ່ວນຕົວ" ແມ່ນຂໍ້ມູນທີ່ບໍ່ສາມາດໃຊ້ເພື່ອລະບຸຕົວຕົນຂອງທ່ານໂດຍກົງ ຫຼື ໂດຍທາງອ້ອມໄດ້.
"ຂໍ້ມູນສ່ວນຕົວ" ແມ່ນຂໍ້ມູນ ຫຼື ການລວມກັນຂອງຂໍ້ມູນທີ່ກ່ຽວຂ້ອງກັບທ່ານ, ທີ່ສາມາດໃຊ້ (ໂດຍກົງ ຫຼື ໂດຍທາງອ້ອມ) ເພື່ອລະບຸຕົວຕົນຂອງທ່ານໄດ້. ພວກເຮົາອະທິບາຍຕົວຢ່າງກ່ຽວກັບຂໍ້ມູນສ່ວນຕົວ (ແລະ ກ່ຽວກັບວ່າພວກເຮົາເກັບເອົາຂໍ້ມູນສ່ວນຕົວດັ່ງກ່າວແນວໃດ) ຢູ່ໃນຂໍ້ "ພວກເຮົາປະມວນຜົນຂໍ້ມູນຂອງທ່ານແນວໃດ" ຢູ່ຂ້າງລຸ່ມ.
"ຂໍ້ມູນທີ່ແບ່ງປັນ" ແມ່ນຂໍ້ມູນກ່ຽວກັບທ່ານ ຫຼື ກ່ຽວຂ້ອງກັບທ່ານທີ່ທ່ານແບ່ງປັນໂດຍສະໝັກໃຈຢູ່ໃນ WeChat. ຂໍ້ມູນທີ່ແບ່ງປັນອາດຈະລວມມີການໂພສຕ່າງໆທີ່ທ່ານເຮັດໃນ WeChat (ລວມທັງໂປຣໄຟລ໌ສາທາລະນະຂອງທ່ານ, ລາຍຊື່ທີ່ທ່ານສ້າງຂຶ້ນ ແລະ ຮູບຖ່າຍ, ວິດີໂອ ແລະ ບັນທຶກສຽງທີ່ເຂົ້າເຖິງໂດຍມີການຍິນຍອມເຫັນດີລ່ວງໜ້າຈາກທ່ານຜ່ານເຊັນເຊີກ້ອງຖ່າຍຮູບ ແລະ/ຫຼື ໄມໂຄຣໂຟນໃນອຸປະກອນຂອງທ່ານ, ການໂພສຕ່າງໆຈາກຄົນອື່ນທີ່ທານໂພສຕອບ ແລະ ຂໍ້ມູນທີ່ຕັ້ງ ແລະ ຂໍ້ມູນບັນທຶກທີ່ເຊື່ອມໂຍງກັບການໂພສດັ່ງກ່າວ. ຂໍ້ມູນທີ່ແບ່ງປັນຍັງລວມເອົາຂໍ້ມູນກ່ຽວກັບທ່ານ (ລວມທັງຂໍ້ມູນທີ່ຕັ້ງ ແລະ ຂໍ້ມູນບັນທຶກ) ທີ່ຄົນອື່ນທີ່ໃຊ້ WeChat ແບ່ງປັນກ່ຽວກັບທ່ານນຳອີກ.
ການກ່າວເຖິງ "ຂໍ້ມູນ" ໃນນະໂຍບາຍຄວາມເປັນສ່ວນຕົວນີ້ໝາຍເຖິງທັງຂໍ້ມູນສ່ວນຕົວ ແລະ ຂໍ້ມູນທີ່ບໍ່ແມ່ນຂໍ້ມູນສ່ວນຕົວ.
ສິ່ງຕໍ່ໄປນີ້ບອກວ່າພວກເຮົາເກັບເອົາຂໍ້ມູນສ່ວນຕົວໃດແດ່, ພວກເຮົາໃຊ້ມັນແນວໃດ (ແລະ ພື້ນຖານດ້ານກົດໝາຍສຳລັບການປະມວນຜົນຂໍ້ມູນສ່ວນຕົວນັ້ນພາຍໃຕ້ກົດໝາຍຂອງສະຫະພາບເອີຣົບໃນຂອບເຂດທີ່ນຳໃຊ້):
ຂໍ້ມູນ | ຈຸດປະສົງຂອງການປະມວນຜົນ |
---|---|
ຂໍ້ມູນການລົງທະບຽນ ແລະ ຂໍ້ມູນການເຂົ້າສູ່ລະບົບ. ຊື່, ນາມແຝງຜູ້ໃຊ້, ເບີໂທລະສັບມືຖື, ລະຫັດຜ່ານ, ເພດ ແລະ ທີ່ຢູ່ IP ຂອງທ່ານ. ພື້ນຖານດ້ານກົດໝາຍ (EU): ສັນຍາ |
|
ຂໍ້ມູນການຄົ້ນຫາໂປຣໄຟລ໌ຜູ້ໃຊ້. ບັນທຶກຄຳຄົ້ນຫາຕ່າງໆ. ພື້ນຖານດ້ານກົດໝາຍ (EU): ສັນຍາ |
|
ຂໍ້ມູນທີ່ແບ່ງປັນ - ຂໍ້ມູນໂປຣໄຟລ໌. ຂໍ້ມູນໃດໆກໍຕາມທີ່ທ່ານລວມເອົາເຂົ້າໃນໂປຣໄຟລ໌ WeChat ທີ່ເປີດເຜີຍຕໍ່ສາທາລະນະຂອງທ່ານ ເຊິ່ງອາດຈະລວມມີ ID, ຊື່ ແລະ ຮູບໂປຣໄຟລ໌ຂອງທ່ານ. ພື້ນຖານດ້ານກົດໝາຍ (EU): ສັນຍາ |
|
ຂໍ້ມູນທີ່ແບ່ງປັນ - ສື່ໂປຣໄຟລ໌. ນີ້ປະກອບມີຂໍ້ມູນທັງໝົດທີ່ທ່ານເຮັດໃຫ້ມີໃຫ້ແກ່ຜູ້ໃຊ້ອື່ນຜ່ານ WeChat ເຊິ່ງປະກອບມີ: ພື້ນຖານດ້ານກົດໝາຍ (EU): ສັນຍາ |
|
ຄວາມປອດໄພບັນຊີເພີ່ມເຕີມ. Voiceprint (ຄຸນສົມບັດຄວາມປອດໄພແບບເລືອກໄດ້ສຳລັບທ່ານ), ລາຍຊື່ຕິດຕໍ່ສຸກເສີນ, ອຸປະກອນທີ່ມີການຈັດການ, ທີ່ຢູ່ອີເມວ, Facebook Connect OpenID, Facebook Connect Token, QQ ID. ພື້ນຖານດ້ານກົດໝາຍ (EU): ສັນຍາ |
|
ຂໍ້ມູນການສົນທະນາ. ເນື້ອຫາຂອງການສື່ສານລະຫວ່າງທ່ານກັບຜູ້ໃຊ້ ຫຼື ກຸ່ມຜູ້ໃຊ້ອື່ນ. ຂໍ້ມູນນີ້ຖືກເກັບໄວ້ໃນອຸປະກອນຂອງທ່ານ ແລະ ອຸປະກອນຂອງຜູ້ໃຊ້ທີ່ທ່ານໄດ້ສົ່ງການສື່ສານຫາ. ພວກເຮົາບໍ່ເກັບຮັກສາຂໍ້ມູນນີ້ໄວ້ໃນເຊີບເວີຂອງພວກເຮົາຢ່າງຖາວອນ ແລະ ມັນພຽງໄປຜ່ານເຊີບເວີຂອງພວກເຮົາ ເພື່ອໃຫ້ສາມາດແຈກຢາຍຂໍ້ມູນນີ້ໃຫ້ແກ່ຜູ້ໃຊ້ທີ່ທ່ານໄດ້ເລືອກສົ່ງການສື່ສານຫາ. ພື້ນຖານດ້ານກົດໝາຍ (EU): ສັນຍາ |
|
ລາຍການລາຍຊື່ຕິດຕໍ່. ລາຍການລາຍຊື່ຕິດຕໍ່ໃນອຸປະກອນຂອງທ່ານ. ພື້ນຖານດ້ານກົດໝາຍ (EU): ສັນຍາ |
|
OpenID. ພວກເຮົາສ້າງ OpenID ຂຶ້ນໃນແຕ່ລະກໍລະນີທີ່ບັນຊີ WeChat ຂອງທ່ານເປີດນຳໃຊ້ການບໍລິການ WeChat Open Platform ຂອງພາກສ່ວນທີສາມ. ມັນແມ່ນຕົວລະບຸສະເພາະທີ່ປະກົດມີສຳລັບບັນຊີດຽວທີ່ເຊື່ອມຕໍ່ກັບການບໍລິການດຽວເທົ່ານັ້ນ ແລະ ອະນຸຍາດໃຫ້ມັນຖືກລະບຸຕົວໂດຍບໍ່ໃຊ້ຂໍ້ມູນສ່ວນຕົວອື່ນ – ເຊັ່ນວ່າ ຊື່ ຫຼື ທີ່ຢູ່ອີເມວຂອງທ່ານ. ນອກນັ້ນ, ພວກເຮົາສ້າງ UnionID ສຳລັບແຕ່ລະກໍລະນີທີ່ບັນຊີ WeChat ເຊື່ອມຕໍ່ກັບການບໍລິການໃດໜຶ່ງ ຫຼື ຫຼາຍການບໍລິການທີ່ດຳເນີນໂດຍຜູ້ໃຫ້ບໍລິການພາກສ່ວນທີສາມ. ນີ້ອະນຸຍາດໃຫ້ຜູ້ໃຫ້ບໍລິການພາກສ່ວນທີສາມເຊື່ອມໂຍງການເຄື່ອນໄຫວຂອງທ່ານໄດ້ງ່າຍຂຶ້ນໃນທົ່ວການບໍລິການທີ່ກ່ຽວຂ້ອງພາຍໃນທີ່ສະໜອງໃຫ້ໂດຍຜູ້ໃຫ້ບໍລິການດຽວກັນ. ພື້ນຖານດ້ານກົດໝາຍ (EU): ສັນຍາ |
|
ຂໍ້ມູນບັນທຶກ. ເບິ່ງຄຳນິຍາມຂ້າງເທິງ. ພື້ນຖານດ້ານກົດໝາຍ (EU): ສິດທິປະໂຫຍດທີ່ຖືກຕ້ອງຕາມກົດໝາຍ |
|
ຂໍ້ມູນທີ່ຕັ້ງ. ເບິ່ງຄຳນິຍາມຂ້າງເທິງ. ພື້ນຖານດ້ານກົດໝາຍ (EU): ສັນຍາ ກະລຸນາຈົດຈຳໄວ້ວ່າ ການໃຊ້ງານຂອງຜະລິດຕະພັນ ແລະ ບໍລິການທີ່ໃຊ້ຂໍ້ມູນຕຳແຫນ່ງ, ເມື່ອໃຊ້ຢູ່ນອກປະເທດສາທາລະນະລັດ ປະຊາຊົນຈີນ ແມ່ນຂຶ້ນຢູ່ກັບ HERE ເງື່ອນໄຂການໃຊ້ງານ ແລະ HERE ນະໂຍບາຍຄວາມເປັນສ່ວນຕົວ. |
|
ຂໍ້ມູນບັດເຄຣດິດ ພື້ນຖານດ້ານກົດໝາຍ (EU): ພວກເຮົາປະມວນຜົນຂໍ້ມູນນີ້ອີງຕາມພັນທະຂອງພວກເຮົາພາຍໃຕ້ກົດໝາຍທີ່ບັງຄັບໃຊ້. |
|
ຂໍ້ມູນການຊ່ວຍເຫຼືອລູກຄ້າ. ຂໍ້ມູນໃດໆກໍຕາມທີ່ທ່ານສະໜອງໃຫ້ແກ່ທີມຊ່ວຍເຫຼືອລູກຄ້າຂອງພວກເຮົາ. ພື້ນຖານດ້ານກົດໝາຍ (EU): ສັນຍາ |
|
ຂໍ້ມູນອຸປະກອນ. ສື່ທີ່ເກັບໄວ້ໃນອຸປະກອນຂອງທ່ານ. ພື້ນຖານດ້ານກົດໝາຍ (EU): ສັນຍາ |
|
ຂໍ້ມູນການເຊື່ອມຕໍ່ສື່ສັງຄົມອອນລາຍ. QQ ID ຫຼື Facebook Connect Token ຂອງທ່ານ (ຕາມທີ່ກ່ຽວຂ້ອງ). ພື້ນຖານດ້ານກົດໝາຍ (EU): ສັນຍາ |
|
ການສໍາຫຼວດ. ຖ້າທ່ານເລືອກເຂົ້າຮ່ວມການສຳຫຼວດໃດໜຶ່ງ, ພວກເຮົາອາດຈະຮ້ອງຂໍເອົາບາງຂໍ້ມູນສ່ວນຕົວສະເພາະຈາກທ່ານ. ພວກເຮົາອາດຈະໃຊ້ຜູ້ໃຫ້ບໍລິການພາກສ່ວນທີສາມເພື່ອດຳເນີນການສຳຫຼວດເຫຼົ່ານີ້ ແລະ ຈະມີການແຈ້ງບອກສິ່ງນີ້ໃຫ້ທ່ານຊາບກ່ອນທີ່ທ່ານຈະເຮັດການສຳຫຼວດ. ພື້ນຖານດ້ານກົດໝາຍ (EU): ການຍິນຍອມເຫັນດີ |
|
ຂໍ້ມູນການແຂ່ງຂັນ. ຂໍ້ມູນໃດໆກໍຕາມທີ່ທ່ານສະໜອງໃຫ້ແກ່ພວກເຮົາໃນການສົ່ງຂໍ້ມູນເຂົ້າຮ່ວມການແຂ່ງຂັນທີ່ສະເໜີໃຫ້ໃນ WeChat. ພື້ນຖານດ້ານກົດໝາຍ (EU): ສັນຍາ |
|
ຂໍ້ມູນທີ່ໃຊ້ນາມແຝງ ແລະ ຂໍ້ມູນແບບລວມກັນ. ພວກເຮົາໃຊ້ນາມແຝງ ແລະ ລວມບາງຂໍ້ມູນສ່ວນຕົວສະເພາະເຂົ້າກັນເພື່ອປັບປຸງການບໍລິການຂອງພວກເຮົາ ພື້ນຖານດ້ານກົດໝາຍ (EU): ສິດທິປະໂຫຍດທີ່ຖືກຕ້ອງຕາມກົດໝາຍ |
|
ຄຸກກີ້. ພວກເຮົາອະທິບາຍການເກັບຂໍ້ມູນດັ່ງກ່າວເພີ່ມເຕີມໃນຂໍ້ "ເຕັກໂນໂລຊີການຕິດຕາມ". ພື້ນຖານດ້ານກົດໝາຍ (EU): ສັນຍາ |
|
ບາງຄົນສົມບັດຂອງ WeChat ພຽງແຕ່ມີໃຫ້ແກ່ຜູ້ໃຊ້ໃນບາງເຂດອຳນາດເທົ່ານັ້ນ. ສຳລັບຄຸນສົມບັດເຫຼົ່ານີ້ ພວກເຮົາເກັບເອົາຂໍ້ມູນເພີ່ມເຕີມດັ່ງຕໍ່ໍໄປນີ້:
ຂໍ້ມູນ | ຈຸດປະສົງຂອງການປະມວນຜົນ |
---|---|
ຂໍ້ມູນການລົງທະບຽນເພີ່ມເຕີມ – ບັນຊີທີ່ກວດຢືນຢັນແລ້ວ. ສັນຊາດ, ວັນເດືອນປີເກີດ, ທີ່ຢູ່ອາໄສ, ສຳເນົາຫຼັກຖານສະແດງທີ່ຢູ່, ສຳເນົາເອກະສານລະບຸຕົວຕົນ (ເຊັ່ນວ່າ ໜັງສືຜ່ານແດນ, ບັດປະຈຳຕົວ, ໃບອະນຸຍາດກັບຄືນບ້ານເກີດ ແລະ ອື່ນໆ), ເລກທີເອກະສານລະບຸຕົວຕົນບຸກຄົນ, ອາຊີບ ແລະ ແຫຼ່ງທຶນ. |
ການມີໃຫ້: ຄຸນສົມບັດນີ້ມີໃຫ້ແກ່ຜູ້ໃຊ້ທີ່ມີເບີມືຖືທີ່ອອກໃຫ້ໃນບາງເຂດອຳນາດສະເພາະເທົ່ານັ້ນ (ເຊັ່ນວ່າ ຮ່ອງກົງ) | ຖ້າທ່ານເລືອກຂໍເອົາການກວດຢືນຢັນບັນຊີ (ເພື່ອປົດລັອກຄຸນສົມບັດການຊຳລະເງິນ ແລະ ການຊຳລະສະສາງເງິນທຶນເພີ່ມເຕີມໃນ WeChat), ພວກເຮົາໃຊ້ຂໍ້ມູນນີ້:
ຂໍ້ມູນສ່ວນຕົວຢູ່ພາຍໃນຄຳຍິນຍອມເຫັນດີຂອງທ່ານ
ຖ້າຂໍ້ມູນສ່ວນຕົວຂອງທ່ານໃດໆກໍຕາມປະກອບເປັນຄຳຍິນຍອມເຫັນດີຂອງທ່ານ (ຕາມທີ່ກຳນົດໄວ້ໃນຂໍ້ກຳນົດການບໍລິການຂອງ WeChat), ພວກເຮົາ ແລະ ບໍລິສັດໃນເຄືອຂອງພວກເຮົາອາດຈະ (ໂດຍປະຕິບັດຕາມນະໂຍບາຍຄວາມເປັນສ່ວນຕົວນີ້) ໃຊ້ຂໍ້ມູນສ່ວນຕົວດັ່ງກ່າວອີງຕາມຂໍ້ "ການຍິນຍອມເຫັນດີຂອງທ່ານ" ຂອງຂໍ້ກຳນົດການບໍລິການຂອງ WeChat.
ພວກເຮົາຈະບໍ່ໂອນຂໍ້ມູນສ່ວນຕົວຂອງທ່ານໃຫ້ພາກສ່ວນທີສາມອື່ນໃດໆ ຍົກເວັ້ນຕາມທີ່ລະບຸໄວ້ຂ້າງລຸ່ມ ຫຼື ໃນສະພາບການທີ່ທ່ານຍິນຍອມເຫັນດີຕໍ່ກັບການໂອນດັ່ງກ່າວ.
ພວກເຮົາແບ່ງປັນຂໍ້ມູນຂອງທ່ານກັບຜູ້ຮັບທີ່ເລືອກໄວ້ຜູ້ທີ່ມີພື້ນຖານດ້ານກົດໝາຍ ແລະ ອຳນາດທີ່ຕ້ອງການໃນການຮ້ອງຂໍເອົາຂໍ້ມູນດັ່ງກ່າວ. ປະເພດຜູ້ຮັບຂໍ້ມູນເຫຼົ່ານີ້ລວມມີ:
ລັດຖະບານ, ພາກລັດ, ໜ່ວຍງານກົດໝາຍ, ສານ ແລະ ໜ່ວຍງານ ຫຼື ເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ: ບ່ອນທີ່ພວກເຮົາຈຳເປັນຕ້ອງປະຕິບັດຕາມກົດໝາຍ ຫຼື ກົດລະບຽບທີ່ບັງຄັບໃຊ້, ຄຳສັ່ງສານ, ໝາຍສານ ຫຼື ຂະບວນການທາງກົດໝາຍອື່ນໆ ຫຼື ມີພື້ນຖານທາງກົດໝາຍໃນການຕອບສະໜອງຕໍ່ກັບຄຳຮ້ອງຂໍເອົາຂໍ້ມູນຈາກໜ່ວຍງານດັ່ງກ່າວ ແລະ ໜ່ວຍງານທີ່ຮ້ອງຂໍເອົາມີສິດອຳນາດທີ່ຖືກຕ້ອງໃນການຂໍເອົາຂໍ້ມູນສ່ວນຕົວຂອງທ່ານ;
ກຸ່ມບໍລິສັດທີ່ກ່ຽວຂ້ອງ: ພວກເຮົາແບ່ງປັນຂໍ້ມູນສ່ວນຕົວຂອງທ່ານຢູ່ພາຍໃນກຸ່ມບໍລິສັດຂອງພວກເຮົາ ເຊິ່ງລວມມີ Tencent International Service Europe BV (ຕັ້ງຢູ່ເນເທີແລນ), Tencent International Service Pte. Ltd (ຕັ້ງຢູ່ສິງກະໂປ), WeChat International Pte Ltd (ຕັ້ງຢູ່ສິງກະໂປ) ແລະ Oriental Power Holdings Limited (ຕັ້ງຢູ່ຫ້ອງຮ່ອງກົງ) ແລະ WeChat International (Canada) Limited (ຕັ້ງຢູ່ການາດາ) ທີ່ດຳເນີນເຊີບເວີໃນຮ່ອງກົງ ແລະ ການາດາ, ເພື່ອຈຸດປະສົງ:
ໃຫ້ WeChat ແກ່ທ່ານ, ຊ່ວຍພວກເຮົາໃນການດຳເນີນຈຸດປະສົງຕ່າງໆທີ່ລະບຸໄວ້ພາຍໃຕ້ຂໍ້ "ພວກເຮົາເກັບເອົາ ແລະ ປະມວນຜົນຂໍ້ມູນຂອງທ່ານແນວໃດ" ຂ້າງເທິງ ແລະ ໃນການປະຕິບັດພັນທະຕ່າງໆຂອງພວກເຮົາ ແລະ ການບັງຄັບໃຊ້ສິດທິຂອງພວກເຮົາພາຍໃຕ້ຂໍ້ກຳນົດການບໍລິການຂອງ WeChat ຫຼື ນະໂຍບາຍຄວາມເປັນສ່ວນຕົວນີ້; ແລະ
ໃນກໍລະນີເກີດການປັບປຸງໂຄງສ້າງພາຍໃນຂອງພວກເຮົາ ຫຼື ທຸລະກິດໃນເຄືອຂອງພວກເຮົາ ຫຼື ການຂາຍ WeChat ຫຼື ຊັບສິນສ່ວນໃດໆກໍຕາມຂອງມັນໃຫ້ແກ່ພາກສ່ວນທີສາມ, ນິຕິບຸກຄົນທີ່ດຳເນີນ WeChat ໃນຕໍ່ມາອາດຈະແມ່ນນິຕິບຸກຄົນທີ່ຕ່າງຈາກພວກເຮົາ ແລະ ພວກເຮົາຈະໂອນຂໍ້ມູນຂອງທ່ານຢ່າງເໝາະສົມ ເພື່ອໃຫ້ການບໍລິການຂອງທ່ານສາມາດສືບຕໍ່ໄດ້;
ຜູ້ໃຫ້ບໍລິການພາກສ່ວນທີສາມ: ຜູ້ໃຫ້ບໍລິການທີ່ສະໜອງການບໍລິການເພື່ອສະໜັບສະໜຸນການບໍລິການຂອງພວກເຮົາ ລວມທັງຜູ້ໃຫ້ບໍລິການທີ່ມີລາຍຊື່ຢູ່ ທີ່ນີ້. ນີ້ລວມມີຜູ້ໃຫ້ບໍລິການດ້ານການສື່ສານຜູ້ທີ່ສົ່ງ SMS ໃນນາມຂອງພວກເຮົາ, ຜູ້ໃຫ້ບໍລິການ VoIP ສຳລັບການເຊື່ອມຕໍ່ກັບການປະມວນຜົນ ແລະ ການກວດຢືນຢັນບັດຂອງການບໍລິການໂທລະສັບແບບເກົ່າ ແລະ ການບໍລິການແປພາສາ. ນອກນັ້ນ ພວກເຮົາຍັງໃຊ້ຜູ້ໃຫ້ບໍລິການເພື່ອຊ່ວຍເລັ່ງການນຳສົ່ງເນື້ອຫາແກ່ທ່ານໃນພາກພື້ນຂອງທ່ານໃຫ້ໄວຂຶ້ນ ໂດຍການໃຊ້ຈຸດເລັ່ງຄວາມໄວ ແລະ ເຄືອຂ່າຍນຳສົ່ງເນື້ອຫາ ແລະ ເພື່ອໃຫ້ຂໍ້ມູນຕຳແໜ່ງ ແລະ ຂໍ້ມູນການເຮັດແຜນທີ່;
ບັນຊີທາງການ WeChat ແລະ ຜູ້ໃຫ້ບໍລິການມິນິໂປຣແກຣມ, ການບໍລິການອື່ນໆທີ່ທ່ານເລືອກເພື່ອໃຊ້ການເຂົ້າສູ່ລະບົບ WeChat ສຳລັບແອັບພາກສ່ວນທີສາມ, ຖ້າທ່ານເລືອກຕິດຕາມ ຫຼື ໃຊ້ບັນຊີທາງການ / ມິນິໂປຣແກຣມ/ ການເຂົ້າສູ່ລະບົບ WeChat ທີ່ກ່ຽວຂ້ອງສຳລັບພາກສ່ວນທີສາມ.
WeChat ເຮັດໃຫ້ສາມາດແບ່ງປັນບາງຂໍ້ມູນສະເພາະໄດ້ຢ່າງເປີດເຜີຍກັບລາຍຊື່ຕິດຕໍ່ໃນ WeChat ແລະ ຜູ້ໃຊ້ WeChat ອື່ນ. ທ່ານສາມາດເຊື່ອງໂປຣໄຟລ໌ຂອງທ່ານຈາກການເບິ່ງເຫັນ ແລະ ການຄົ້ນຫາຂອງສາທາລະນະໄດ້ທຸກເວລາ ໂດຍການຖອນໝາຍເອົາ "ອະນຸຍາດໃຫ້ຊອກເຫັນຕາມເບີໂທລະສັບ, WeChat ID ຫຼື QQ ID" ຢູ່ໃນການຕັ້ງຄ່າບັນຊີຂອງທ່ານ. ນີ້ໝາຍຄວາມວ່າຜູ້ໃຊ້ WeChat ອື່ນຈະບໍ່ສາມາດຊອກເຫັນທ່ານ. ພວກເຮົາເອີ້ນຂໍ້ມູນປະເພດນີ້ຢູ່ຂ້າງເທິງເປັນຂໍ້ມູນທີ່ແບ່ງປັນ. ຂໍ້ມູນທີ່ແບ່ງປັນຈະຍັງຄົງມີໃຫ້ຢ່າງເປີດເຜີຍຕາບໃດທີ່ທ່ານ ຫຼື ຜູ້ໃຊ້ທີ່ໄດ້ແບ່ງປັນຂໍ້ມູນດັ່ງກ່າວຍັງຮັກສາມັນໄວ້ຢູ່. ເຖິງແມ່ນຫຼັງຈາກທີ່ທ່ານລຶບຂໍ້ມູນທີ່ແບ່ງປັນແລ້ວ, ມັນອາດຈະຍັງຖືກຈັດເກັບໄວ້, ອັດສຳເນົາ ຫຼື ເກັບຮັກສາໄວ້ແຍກຕ່າງຫາກ ຫຼື ຍັງຄົງເປີດເຜີຍຕໍ່ສາທາລະນະ ໂດຍຜູ້ໃຊ້ອື່ນ ຫຼື ພາກສ່ວນທີສາມຜູ້ທີ່ບໍ່ກ່ຽວຂ້ອງກັບ ແລະ ບໍ່ຢູ່ພາຍໃຕ້ການຄວບຄຸມຂອງພວກເຮົາ.
ຖ້າທ່ານໄດ້ຮ້ອງຂໍໃຫ້ພວກເຮົາລຶບຂໍ້ມູນສ່ວນຕົວຂອງທ່ານທີ່ພວກເຮົາໄດ້ເປີດເຜີຍຕໍ່ສາທາລະນະ ແລະ ມີເຫດຜົນສຳລັບການລຶບ, ພວກເຮົາຈະໃຊ້ຂັ້ນຕອນທີ່ສົມເຫດສົມຜົນເພື່ອພະຍາຍາມບອກໃຫ້ຄົນອື່ນທີ່ສະແດງຂໍ້ມູນສ່ວນຕົວຂອງທ່ານ ຫຼື ໃຫ້ລິ້ງເຊື່ອມໂຍງກັບຂໍ້ມູນຂອງທ່ານລຶບມັນເຊັ່ນກັນ.
ກະລຸນາພິຈາລະນາສິ່ງທີ່ທ່ານໂພສ ແລະ ສື່ສານຜ່ານ WeChat ຢ່າງລະອຽດ. ໃນບາງກໍລະນີ, ທ່ານອາດຈະຄວບຄຸມໄດ້ວ່າຈະໃຫ້ສາທາລະນະຊົນທົ່ວໄປມີການເຂົ້າເຖິງໃດແດ່ຕໍ່ກັບຂໍ້ມູນທີ່ແບ່ງປັນຂອງທ່ານຜ່ານການຕັ້ງຄ່າຄວາມເປັນສ່ວນຕົວໃນ WeChat.
ພວກເຮົາອາດຈະສົ່ງການປະກາດທີ່ກ່ຽວຂ້ອງກັບການບໍລິການໃຫ້ທ່ານໃນບາງຄັ້ງຄາວເມື່ອພວກເຮົາພິຈາລະນາວ່າມັນຈຳເປັນໃນການເຮັດເຊັ່ນນັ້ນ (ເຊັ່ນວ່າ ເມື່ອພວກເຮົາໂຈະການໃຊ້ WeChat ໄວ້ຊົ່ວຄາວສຳລັບການບຳລຸງຮັກສາ ຫຼື ຄວາມປອດໄພ, ຄວາມເປັນສ່ວນຕົວ ຫຼື ການສື່ສານທີ່ກ່ຽວຂ້ອງກັບການບໍລິຫານ). ພວກເຮົາສົ່ງສິ່ງເຫຼົ່ານີ້ຫາທີ່ຢູ່ອີເມວຂອງທ່ານ ຫຼື ຜ່ານ SMS. ທ່ານສາມາດເລືອກບໍ່ຮັບການປະກາດທີ່ກ່ຽວຂ້ອງກັບການບໍລິການເຫຼົ່ານີ້ໄດ້ ເຊິ່ງບໍ່ມີລັກສະນະດ້ານການສົ່ງເສີມການຂາຍ ແລະ ຖືກໃຊ້ເພື່ອປົກປ້ອງບັນຊີຂອງທ່ານ ແລະ ແຈ້ງບອກທ່າກ່ຽວກັບການປ່ຽນແປງທີ່ສຳຄັນຕໍ່ກັບ WeChat ເທົ່ານັ້ນ.
ໃນບາງເຂດອຳນາດ, ຂໍ້ມູນສ່ວນຕົວບາງປະເພດສະເພາະ ເຊັ່ນວ່າ ຂໍ້ມູນກ່ຽວກັບເຊື້ອຊາດ ຫຼື ຊົນເຜົ່າຂອງທ່ານ, ຄວາມເຊື່ອທາງສາສະໜາ ຫຼື ປັດຊະຍາຂອງທ່ານ ຫຼື ສຸຂະພາບສ່ວນຕົວ ຖືວ່າເປັນຂໍ້ມູນ "ອ່ອນໄຫວ" ແລະ ຂຶ້ນກັບກົດລະບຽບທີ່ເຄັ່ງຄັດກວ່າຂໍ້ມູນສ່ວນຕົວປະເພດອື່ນ. ກະລຸນາຮັບຊາບວ່າເນື້ອຫາ ແລະ ຂໍ້ມູນທີ່ທ່ານປ້ອນເຂົ້າໃນ WeChat ເຊັ່ນວ່າ ຮູບຖ່າຍ ຫຼື ຂໍ້ມູນກ່ຽວກັບໂຮງຮຽນ, ກິດຈະກຳທາງສັງຄົມ ອາດຈະເປີດເຜີຍຂໍ້ມູນສ່ວນຕົວທີ່ອ່ອນໄຫວຕໍ່ກັບຄົນອື່ນໄດ້.
ກ່ອນທີ່ຈະສື່ສານຂໍ້ມູນສ່ວນຕົວໃດໆທີ່ມີລັກສະນະອ່ອນໄຫວຢູ່ພາຍໃນ WeChat, ກະລຸນາພິຈາລະນາວ່າມັນເໝາະສົມໃນການເຮັດເຊັ່ນນັ້ນຫຼືບໍ່.
ໂດຍການໂພສຂໍ້ມູນສ່ວນຕົວທີ່ມີລັກສະນະອ່ອນໄຫວໃດໆກໍຕາມຢູ່ພາຍໃນ WeChat, ທ່ານກຳລັງຍິນຍອມໃຫ້ຂໍ້ມູນດັ່ງກ່າວມີໃຫ້ຢູ່ພາຍໃນການຄວບຄຸມທີ່ທ່ານໄດ້ເລືອກ (ຕົວຢ່າງ: ມີໃຫ້ແກ່ຜູ້ໃຊ້ທີ່ເລືອກເປັນຜູ້ທີ່ສາມາດເບິ່ງໂພສ ຫຼື ຂໍ້ມູນໂປຣໄຟລ໌ຂອງທ່ານໄດ້).
ການແບ່ງປັນຂໍ້ມູນ WeChat ຂອງທ່ານຢູ່ນອກ WeChat
ພວກເຮົາໃຫ້ຄຸນສົມບັດທີ່ກ່ຽວຂ້ອງກັບ WeChat ອື່ນໆທີ່ອະນຸຍາດໃຫ້ທ່ານເປີດເຜີຍຂໍ້ມູນທີ່ແບ່ງປັນຕໍ່ກັບຜູ້ຊົມໃຊ້ທີ່ຢູ່ນອກເຄືອຂ່າຍ WeChat ຂອງທ່ານ – ຕົວຢ່າງ: ບລັອກຂໍ້ມູນ ແລະ ເວທີສົນທະນາທີ່ສາທາລະນະເຂົ້າເຖິງໄດ້ ຫຼື ບາງຄຸນສົມບັດສື່ສັງຄົມອອນລາຍສະເພາະຢູ່ພາຍໃນ WeChat (ເຊັ່ນວ່າ "ປລັກອິນ" (ເຊິ່ງສ້າງລິ້ງເຊື່ອມໂຍງໂດຍກົງລະຫວ່າງສອງເວັບໄຊ) ແລະ "ວິດເຈັດ" (ເຊິ່ງເປັນມິນິໂປຣແກຣໂຕ້ຕອບທີ່ໃຫ້ການບໍລິການພາກສ່ວນທີສາມຢູ່ພາຍໃນ WeChat)) ອະນຸຍາດໃຫ້ທ່ານໂພສໃໝ່ ແລະ ເປີດເຜີຍຂໍ້ມູນທີ່ແບ່ງປັນໄດ້. ຂໍ້ມູນໃດໆກໍຕາມທີ່ທ່ານແຈກຢາຍໂດຍໃຊ້ຄຸນສົມບັດດັ່ງກ່າວອາດຈະຖືກອ່ານ, ເກັບເອົາ ແລະ ນຳໃຊ້ໂດຍພາກສ່ວນທີສາມທີ່ບໍ່ຢູ່ພາຍໃຕ້ການຄວບຄຸມຂອງ WeChat.
ທ່ານອາດຈະເຊື່ອມໂຍງລາຍການລາຍຊື່ຕິດຕໍ່ໃນ WeChat ຂອງທ່ານກັບລາຍການລາຍຊື່ຕິດຕໍ່ໃນອຸປະກອນຂອງທ່ານ ແລະ/ຫຼື ໃນບັນຊີຂອງທ່ານຢູ່ໃນການບໍລິການພາກສ່ວນທີສາມຕ່າງໆ ເພື່ອຄົ້ນຫາ ແລະ ເຊື່ອມຕໍ່ກັບລາຍຊື່ຕິດຕໍ່ໃນລາຍການລາຍຊື່ຕິດຕໍ່ເຫຼົ່ານັ້ນຜູ້ທີ່ມີບັນຊີ WeChat ເຊັ່ນກັນ. WeChat ຈະຮ້ອງຂໍໃຫ້ທ່ານຍິນຍອມເຫັນດີຕໍ່ກັບການເຂົ້າເຖິງລາຍການລາຍຊື່ຕິດຕໍ່ຂອງທ່ານກ່ອນທີ່ຈະເຮັດເຊັ່ນນັ້ນ.
ການເຂົ້າເຖິງ ແລະ ການນຳເຂົ້າຂໍ້ມູນໂດຍໃຊ້ WeChat
WeChat ອະນຸຍາດໃຫ້ທ່ານເຊື່ອມໂຍງການບໍລິການ WeChat ຂອງທ່ານກັບການບໍລິການສື່ສັງຄົມອອນລາຍພາກສ່ວນທີສາມທີ່ເລືອກໄວ້ ແລະ ນຳເຂົ້າບາງເນື້ອຫາ ແລະ ຂໍ້ມູນສະເພາະຈາກການບໍລິການພາກສ່ວນທີສາມດັ່ງກ່າວ. ຕົວຢ່າງ:
ທ່ານອາດຈະແບ່ງປັນເນື້ອຫາຢູ່ໃນ ຫຼື ເຂົ້າສູ່ລະບົບ WeChat ໄດ້ໂດຍໃຊ້ການບໍລິການທີ່ສະໜອງໃຫ້ໂດຍພາກສ່ວນທີສາມ. ການບໍລິການພາກສ່ວນທີສາມເຫຼົ່ານີ້ຈະຮັບຮອງຄວາມຖືກຕ້ອງຂອງຕົວຕົນຂອງທ່ານ ແລະ ໃຫ້ທ່ານມີຕົວເລືອກໃນການແບ່ງປັນຂໍ້ມູນສ່ວນຕົວສະເພາະກັບພວກເຮົາ. ນອກນັ້ນ ພວກມັນອາດຈະຍັງໃຫ້ຕົວເລືອກແກ່ທ່ານໃນການໂພສຂໍ້ມູນຈາກບັນຊີການບໍລິການພາກສ່ວນທີສາມຂອງທ່ານຫາ WeChat ເປັນຂໍ້ມູນທີ່ແບ່ງປັນ.
ທ່ານອາດຈະເຂົ້າສູ່ລະບົບ WeChat ໂດຍໃຊ້ການບໍລິການເຂົ້າສູ່ລະບົບອື່ນ ເຊັ່ນວ່າ ຜູ້ໃຫ້ບໍລິການ Open ID ໄດ້. ການບໍລິການເຂົ້າສູ່ລະບົບເຫຼົ່ານີ້ຈະຮັບຮອງຄວາມຖືກຕ້ອງຂອງຕົວຕົນຂອງທ່ານ ແລະ ໃຫ້ທາງເລືອກແກ່ທ່ານໃນການແບ່ງປັນບາງຂໍ້ມູນສະເພາະກັບພວກເຮົາສຳລັບຈຸດປະສົງການລົງທະບຽນບັນຊີ ແລະ ການເຂົ້າສູ່ລະບົບ ເຊັ່ນວ່າ ຊື່ ແລະ ທີ່ຢູ່ອີເມວຂອງທ່ານ; ແລະ
WeChat ອາດຈະ (ບໍ່ວ່າຈະຢູ່ໃນການໂຄສະນາ ຫຼື ຢູ່ພາຍໃນ WeChat) ໃຫ້ທ່ານມີລິ້ງເຊື່ອມໂຍງ ຫຼື ຄຸນສົມບັດທີ່ອະນຸຍາດໃຫ້ທ່ານເຂົ້າເຖິງການບໍລິການ ຫຼື ເວັບໄຊພາກສ່ວນທີສາມ (ຫຼື ການເຂົ້າເຖິງຢູ່ພາຍໃນເນື້ອຫາ WeChat ທີ່ສະໜອງໃຫ້ຢູ່ໃນການບໍລິການ ຫຼື ເວັບໄຊພາກສ່ວນທີສາມເຫຼົ່ານັ້ນ). ຕົວຢ່າງ: ທ່ານອາດຈະສາມາດເຂົ້າເຖິງວິດີໂອທີ່ສະໜອງໃຫ້ໂດຍພາກສ່ວນທີສາມໂດຍບໍ່ຕ້ອງອອກຈາກແອັບພລິເຄຊັນ WeChat.
ແພລດຟອມສື່ສັງຄົມອອນລາຍພາກສ່ວນທີສາມຖືກສະໜອງໃຫ້ໂດຍພາກສ່ວນທີສາມທີ່ກ່ຽວຂ້ອງນັ້ນ. ການບໍລິການ WeChat ແມ່ນພວກເຮົາເປັນຜູ້ສະໜອງໃຫ້. ພາກສ່ວນທີສາມທີ່ໃຫ້ການບໍລິການພາກສ່ວນທີສາມອາດຈະເກັບເອົາຂໍ້ມູນຂອງທ່ານ (ລວມທັງຂໍ້ມູນສ່ວນຕົວ ແລະ ຂໍ້ມູນບັນທຶກຂອງທ່ານ) ແລະ ຕັ້ງຄຸກກີ້ຢູ່ໃນຄອມພິວເຕີ ຫຼື ອຸປະກອນຂອງທ່ານເພື່ອເຮັດໃຫ້ຄຸນສົມບັດດັ່ງກ່າວສາມາດເຮັດວຽກໄດ້ຢ່າງຖືກຕ້ອງ.
ການໃຊ້ການບໍລິການພາກສ່ວນທີສາມໃດໆກໍຕາມຂອງທ່ານ (ບໍ່ວ່າຈະເປັນການບໍລິການສື່ສັງຄົມອອນລາຍ ຫຼື ຢ່າງອື່ນ) ລວມທັງຂໍ້ມູນສ່ວນຕົວໃດໆກໍຕາມທີ່ທ່ານສະໜອງໃຫ້ແກ່ພາກສ່ວນທີສາມດັ່ງກ່າວ ແລະ ການເກັບເອົາ ແລະ ການໃຊ້ຂໍ້ມູນສ່ວນຕົວຂອງທ່ານໂດຍເຂົາເຈົ້າ ແມ່ນຂຶ້ນກັບຂໍ້ກຳນົດການບໍລິການ ແລະ ນະໂຍບາຍຄວາມເປັນສ່ວນຕົວຂອງພາກສ່ວນທີສາມທີ່ກ່ຽວຂ້ອງນັ້ນ ແລະ ບໍ່ແມ່ນຂຶ້ນກັບຂໍ້ກຳນົດການບໍລິການຂອງ WeChat ຫຼື ນະໂຍບາຍຄວາມເປັນສ່ວນຕົວນີ້, ສະນັ້ນ ກະລຸນາກວດເບິ່ງຂໍ້ກຳນົດຂອງພາກສ່ວນທີສາມເຫຼົ່ານັ້ນໃຫ້ລະອຽດ.
ນະໂຍບາຍຄວາມເປັນສ່ວນຕົວນີ້ນຳໃຊ້ກັບຂໍ້ມູນໃດໆກໍຕາມທີ່ພວກເຮົາເກັບເອົາ ແລະ ບໍ່ນຳໃຊ້ກັບການບໍລິການໃດໆທີ່ສະໜອງໃຫ້ໂດຍ ຫຼື ວິທີປະຕິບັດດ້ານຂໍ້ມູນຂອງພາກສ່ວນທີສາມໃດໆກໍຕາມ. ຖ້າທ່ານເລືອກໃຊ້ການບໍລິການ ຫຼື ຄຸນສົມບັດພາກສ່ວນທີສາມທີ່ມີໃຫ້ຢູ່ພາຍໃນ WeChat (ຕົວຢ່າງ: ທ່ານເລືອກຕິດຕາມບັນຊີທາງການ ຫຼື ໃຊ້ມິນິໂປຣແກຣມ), ຈາກນັ້ນ ພວກເຮົາຈະແບ່ງປັນຂໍ້ມູນສະເພາະກັບພາກສ່ວນທີສາມນັ້ນເພື່ອໃຫ້ທ່ານສາມາດໃຊ້ການບໍລິການພາກສ່ວນທີສາມນັ້ນໄດ້. ມີການອະທິບາຍຂໍ້ມູນທີ່ພວກເຮົາແບ່ງປັນກັບພາກສ່ວນທີສາມດັ່ງກ່າວໃຫ້ທ່ານຮູ້ໃນເວລາທີ່ທ່ານໃຊ້ການບໍລິການ ຫຼື ຄຸນສົມບັດນັ້ນເປັນຄັ້ງທຳອິດ. ທ່ານສາມາດຄວບຄຸມວ່າຈະໃຫ້ພາກສ່ວນທີສາມໃດມີການເຂົ້າເຖິງຂໍ້ມູນນີ້ໄດ້ໃນ ບັນຊີ ຂອງທ່ານ. ທ່ານສາມາດຖອນການເຫັນດີຂອງທ່ານຕໍ່ກັບການແບ່ງປັນຂໍ້ມູນນັ້ນໄດ້ທຸກເວລາໂດຍການປະຕິບັດຕາມຄຳແນະນຳທີ່ກຳນົດໄວ້ຢູ່ ທີ່ນີ້. ແນວໃດກໍຕາມ ກະລຸນາຮັບຊາບວ່າຖ້າທ່ານຕ້ອງຂໍບໍ່ໃຫ້ພວກເຮົາແບ່ງປັນຂໍ້ມູນນັ້ນກັບພາກສ່ວນທີສາມດັ່ງກ່າວ, ທ່ານອາດຈະບໍ່ສາມາດໃຊ້ການບໍລິການ ຫຼື ຄຸນສົມບັດນັ້ນໄດ້ອີກຕໍ່ໄປ. ພວກເຮົາບໍ່ຮັບຜິດຊອບສຳລັບການໃຊ້ຂໍ້ມູນທີ່ທ່ານສະໜອງໃຫ້ເຂົາເຈົ້າຂອງພາກສ່ວນທີສາມໃດໆ.
WeChat ບໍ່ມີຈຸດປະສົງມີໃຫ້ແກ່ເດັກນ້ອຍ. ເດັກນ້ອຍອາຍຸຕໍ່າກວ່າ 16 ປີ ຕ້ອງບໍ່ໃຊ້ WeChat ສຳລັບຈຸດປະສົງໃດໆກໍຕາມໂດຍບໍ່ໄດ້ຮັບການຕົກລົງເຫັນດີຂອງພໍ່ແມ່/ຜູ້ປົກຄອງຕໍ່ກັບນະໂຍບາຍຄວາມເປັນສ່ວນຕົວນີ້ກ່ອນ (ທັງສຳລັບຕົວເຂົາເຈົ້າເອງ ແລະ ໃນນາມຕາງໜ້າໃຫ້ທ່ານ). ພວກເຮົາບໍ່ເຈດຕະນາເກັບເອົາຂໍ້ມູນສ່ວນຕົວຈາກເດັກນ້ອຍອາຍຸຕໍ່າກວ່າ 16 ປີໂດຍບໍ່ມີການຍິນຍອມເຫັນດີດັ່ງກ່າວ. ກະລຸນາຕິດຕໍ່ຫາເຈົ້າໜ້າທີ່ຝ່າຍປົກປ້ອງຂໍ້ມູນຂອງພວກເຮົາ ຖ້າທ່ານເຊື່ອວ່າພວກເຮົາມີຂໍ້ມູນສ່ວນຕົວໃດໆກໍຕາມຈາກເດັກນ້ອຍອາຍຸຕໍ່າກວ່າ 16 ປີ ໂດຍບໍ່ມີການຍິນຍອມເຫັນດີຂອງພໍ່ແມ່/ຜູ້ປົກຄອງດັ່ງກ່າວ – ພວກເຮົາຈະສືບສວນ (ແລະ ລຶບ) ຂໍ້ມູນສ່ວນຕົວດັ່ງກ່າວໃນທັນທີ.
ຂໍ້ມູນສ່ວນຕົວທີ່ພວກເຮົາເກັບເອົາຈາກທ່ານຈະຖືກໂອນໄປ, ເກັບຮັກສາໄວ້ ຫຼື ປະມວນຜົນຢູ່ໃນ:
ອອນຕາຣິໂອ, ປະເທດການາດາ (ເຊິ່ງພົບວ່າມີການປົກປ້ອງຂໍ້ມູນສ່ວນຕົວໃນລະດັບທີ່ພຽງພໍອີງຕາມຄຳຕັດສິນຂອງຄະນະກຳມະການເລກທີ 2002/2/EC ລົງວັນທີ 20 ທັນວາ 2001); ແລະ
ຮ່ອງກົງ (ພວກເຮົາອີງໃສ່ສັນຍາຕົວແບບຂອງຄະນະກະມະການເອີຣົບສຳລັບການໂອນຍ້າຍຂໍ້ມູນສ່ວນຕົວໄປປະເທດທີສາມ (ເຊັ່ນວ່າ ຂໍ້ສັນຍາມາດຕະຖານ), ໂດຍປະຕິບັດຕາມຄຳຕັດສິນ 2001/497/EC (ໃນກໍລະນີການໂອນຍ້າຍຫາຜູ້ຄວບຄຸມຂໍ້ມູນ) ແລະ ຄຳຕັດສິນ 2004/915/EC (ໃນກໍລະນີການໂອນຍ້າຍຫາຜູ້ປະມວນຜົນຂໍ້ມູນ).
ທີມວິສະວະກອນ, ທີມຊ່ວຍເຫຼືອດ້ານເຕັກນິກ ແລະ ທີມອື່ນໆຂອງພວກເຮົາທີ່ສະໜັບສະໜຸນການສະໜອງ WeChat ໃຫ້ແກ່ທ່ານປະຈຳການຢູ່ບັນດາຫ້ອງການຂອງພວກເຮົາໃນທົ່ວໂລກ (ລວມທັງສິງກະໂປ, ຮ່ອງກົງ ແລະ ເນເທີແລນ) ແລະ ອາດຈະມີການເຂົ້າເຖິງຂໍ້ມູນຂອງທ່ານໂດຍບັງເອີນເພື່ອໃຫ້ການບໍລິການ (ຕົວຢ່າງ: ເພື່ອແກ້ໄຂບັນຫາດ້ານເຕັກນິກທີ່ທ່ານລາຍງານ). ພວກເຮົາອີງໃສ່ສັນຍາຕົວແບບຂອງຄະນະກະມະການເອີຣົບສຳລັບການໂອນຍ້າຍຂໍ້ມູນສ່ວນຕົວໄປປະເທດທີສາມດັ່ງກ່າວ (ເຊັ່ນວ່າ ຂໍ້ສັນຍາມາດຕະຖານ), ໂດຍປະຕິບັດຕາມຄຳຕັດສິນ 2001/497/EC (ໃນກໍລະນີການໂອນຍ້າຍຫາຜູ້ຄວບຄຸມຂໍ້ມູນ) ແລະ ຄຳຕັດສິນ 2004/915/EC (ໃນກໍລະນີການໂອນຍ້າຍຫາຜູ້ປະມວນຜົນຂໍ້ມູນ).
ພວກເຮົາໃຊ້ເຕັກໂນໂລຊີ ແລະ ຂັ້ນຕອນການຮັກສາຄວາມປອດໄພທີ່ຫຼາກຫຼາຍເພື່ອຈຸດປະສົງປ້ອງກັນການສູນເສຍ, ການໃຊ້ໃນທາງທີ່ຜິດ, ການເຂົ້າເຖິງທີ່ບໍ່ໄດ້ຮັບອະນຸຍາດ ຫຼື ການເປີດເຜີຍຂໍ້ມູນ – ຕົວຢ່າງ: ພວກເຮົາໃຊ້ເຕັກໂນໂລຊີການເຂົ້າລະຫັດລັບ (ເຊັ່ນວ່າ SSL) ເພື່ອປົກປ້ອງຂໍ້ມູນທີ່ອ່ອນໄຫວສະເພາະ (ເຊັ່ນວ່າ ຂໍ້ມູນທີ່ຕັ້ງ) ທີ່ທ່ານສະໜອງໃຫ້ແກ່ພວກເຮົາ.
ກະລຸນາຮັບຊາບວ່າເຖິງແມ່ນຈະມີຄວາມພະຍາຍາມຕ່າງໆຂອງພວກເຮົາ, ບໍ່ມີມາດຕະການດ້ານການຮັກສາຄວາມປອດໄພຂໍ້ມູນໃດໆສາມາດຮັບປະກັນຄວາມປອດໄພ 100% ຢູ່ຕະຫຼອດເວລາ. ພວກເຮົາບໍ່ຮັບປະກັນ ຫຼື ຄໍ້າປະກັນຄວາມປອດໄພຂອງ WeChat ຫຼື ຂໍ້ມູນໃດໆກໍຕາມທີ່ທ່ານສະໜອງໃຫ້ພວກເຮົາຜ່ານ WeChat.
ພວກເຮົາຈະຮັກສາຂໍ້ມູນສ່ວນຕົວຂອງທ່ານໄວ້ຕາມທີ່ກຳນົດໄວ້ໃນຕາຕະລາງຕໍ່ໄປນີ້, ຍົກເວັ້ນຖ້າພວກເຮົາຖືກກຳນົດເປັນຢ່າງອື່ນໃນການຮັກສາຂໍ້ມູນດັ່ງກ່າວໄວ້ອີງຕາມກົດໝາຍ. ຖ້າທ່ານ ຫຼື ພວກເຮົາຢຸດເຊົາບັນຊີຂອງທ່ານດ້ວຍເຫດຜົນໃດໆກໍຕາມ, ພວກເຮົາຈະດຳເນີນຂັ້ນຕອນເພື່ອຮັບປະກັນບໍ່ໃຫ້ຂໍ້ມູນສ່ວນຕົວຂອງທ່ານມີໃຫ້ຜ່ານ WeChat ຫຼື ໃຊ້ໂດຍພວກເຮົາອີກຕໍ່ໄປ ພາຍໃນໄລຍະເວລາທີ່ເໝາະສົມ (ອີງຕາມຂໍ້ຈຳກັດດ້ານເຕັກນິກ) ຫຼັງຈາກການຢຸດເຊົາບັນຊີດັ່ງກ່າວ.
ປະເພດຂໍ້ມູນ | ໄລຍະເວລາເກັບຮັກສາໄວ້ |
---|---|
ຂໍ້ມູນການລົງທະບຽນ | ຈົນກວ່າຮອດເວລາທີ່ທ່ານແນະນຳໃຫ້ WeChat ລຶບບັນຊີຂອງທ່ານ ຫຼື ທ່ານບໍ່ເຂົ້າສູ່ລະບົບເປັນເວລາ 180 ວັນ. ບັນຊີຂອງທ່ານຈະຖືກລຶບຖິ້ມຢ່າງຖາວອນພາຍໃນ 60 ວັນນັບຈາກທັງການກວດຢືນຢັນຄວາມເປັນເຈົ້າຂອງບັນຊີ ແລະ ຄຳຮ້ອງຂໍລຶບບັນຊີ. |
ຂໍ້ມູນການເຂົ້າສູ່ລະບົບ | ຂໍ້ມູນຖືກຮັກສາໄວ້ເປັນໄລຍະເວລາ 3 ເດືອນນັບຈາກວັນທີເຂົ້າສູ່ລະບົບດັ່ງກ່າວ. |
ຂໍ້ມູນການຄົ້ນຫາໂປຣໄຟລ໌ຜູ້ໃຊ້ | ຈົນກວ່າວ່າທ່ານຮ້ອງຂໍການລຶບອອກ ຫຼື ການປັບປຸງແກ້ໄຂຂໍ້ມູນສ່ວນຕົວ ຫຼື ບັນຊີຂອງທ່ານຖືກລຶບ, ເອົາອັນຮອດກ່ອນ. |
ຂໍ້ມູນໂປຣໄຟລ໌ ແລະ ສື່ໂປຣໄຟລ໌ (ເບິ່ງເຫັນໄດ້ໂດຍຜູ້ໃຊ້ທຸກຄົນ) | ຈົນກວ່າທ່ານຮ້ອງຂໍການລຶບອອກ ຫຼື ການປັບປຸງແກ້ໄຂຂໍ້ມູນສ່ວນຕົວ ຫຼື ບັນຊີຂອງທ່ານຖືກລຶບ ໂດຍເອົາອັນຮອດກ່ອນ (ແນວໃດກໍຕາມ, ຂໍ້ມູນອາດຈະມີໃຫ້ຖ້າຖືກຈັດເກັບໄວ້ໃນການບໍລິການພາກສ່ວນທີສາມ). |
ຂໍ້ມູນໂປຣໄຟລ໌ (ເບິ່ງເຫັນໄດ້ຫຼັງຈາກການກວດຢືນຢັນໝູ່ເພື່ອນ) | ຈົນກວ່າທ່ານຮ້ອງຂໍການລຶບອອກ ຫຼື ການປັບປຸງແກ້ໄຂຂໍ້ມູນສ່ວນຕົວ ຫຼື ບັນຊີຂອງທ່ານຖືກລຶບ ໂດຍເອົາອັນຮອດກ່ອນ (ແນວໃດກໍຕາມ, ຂໍ້ມູນອາດຈະມີໃຫ້ຖ້າຖືກຈັດເກັບໄວ້ໃນການບໍລິການພາກສ່ວນທີສາມ). |
ຄວາມປອດໄພບັນຊີເພີ່ມເຕີມ | ຈົນກວ່າທ່ານຮ້ອງຂໍການລຶບອອກ ຫຼື ການປັບປຸງແກ້ໄຂຂໍ້ມູນສ່ວນຕົວ ຫຼື ບັນຊີຂອງທ່ານຖືກລຶບ ໂດຍເອົາອັນຮອດກ່ອນ (ແນວໃດກໍຕາມ, ຂໍ້ມູນອາດຈະມີໃຫ້ຖ້າຖືກຈັດເກັບໄວ້ໃນການບໍລິການພາກສ່ວນທີສາມ). |
ການສົນທະນາ – ການສື່ສານບໍ່ຕໍ່ເນື່ອງ ແລະ ເຄິ່ງຕໍ່ເນື່ອງລະຫວ່າງຜູ້ໃຊ້ | ຂໍ້ມູນຖືກຮັກສາໄວ້ເປັນໄລຍະເວລາ 72 ຊົ່ວໂມງນັບຈາກເວລາເກີດການຕິດຕໍ່ສື່ສານທີ່ກ່ຽວຂ້ອງ ແລະ ຈາກນັ້ນຖືກລຶບຖິ້ມຢ່າງຖາວອນ. |
ການສົນທະນາ – ມີເດຍເຊັ່ນ: ຮູບ, ວິດີໂອ, ສຽງ ແລະ ໄຟລ໌ | ຂໍ້ມູນຖືກຮັກສາໄວ້ເປັນໄລຍະເວລາ 120 ຊົ່ວໂມງນັບຈາກເວລາເກີດການຕິດຕໍ່ສື່ສານທີ່ກ່ຽວຂ້ອງ ແລະ ຈາກນັ້ນຖືກລຶບຖິ້ມຢ່າງຖາວອນ. |
ລາຍການລາຍຊື່ຕິດຕໍ່ | ຈົນກວ່າວ່າທ່ານຮ້ອງຂໍການລຶບອອກ ຫຼື ການປັບປຸງແກ້ໄຂຂໍ້ມູນສ່ວນຕົວ ຫຼື ບັນຊີຂອງທ່ານຖືກລຶບ, ເອົາອັນຮອດກ່ອນ. |
ການບໍລິການທີ່ອີງໃສ່ທີ່ຕັ້ງ ແລະ ສື່ທີ່ອີງໃສ່ທີ່ຕັ້ງ | ຂໍ້ມູນຖືກຮັກສາໄວ້ເປັນໄລຍະເວລາ 72 ຊົ່ວໂມງນັບຈາກເວລາເກີດການຕິດຕໍ່ສື່ສານທີ່ກ່ຽວຂ້ອງ ແລະ ຈາກນັ້ນຖືກລຶບຖິ້ມຢ່າງຖາວອນ. |
Moments ແລະ ລາຍການທີ່ມັກ -- ຂໍ້ມູນ ແລະ ສື່ | ຈົນກວ່າທ່ານຮ້ອງຂໍການລຶບອອກ ຫຼື ການປັບປຸງແກ້ໄຂຂໍ້ມູນສ່ວນຕົວ ຫຼື ບັນຊີຂອງທ່ານຖືກລຶບ ໂດຍເອົາອັນຮອດກ່ອນ (ແນວໃດກໍຕາມ, ຂໍ້ມູນອາດຈະມີໃຫ້ຖ້າຖືກຈັດເກັບໄວ້ໃນການບໍລິການພາກສ່ວນທີສາມ). |
OpenID ແລະ ສື່ Open ID (ເອົາໃຫ້ພາກສ່ວນທີສາມ) | ຈົນກວ່າວ່າທ່ານເຊົາຕິດຕາມແອັບພລິເຄຊັນຂອງຜູ້ພັດທະນາພາກສ່ວນທີສາມ, ບັນຊີທາງການ, ມິນິໂປຣແກຣມ ຫຼື ຄ້າຍຄືກັນ ຫຼື ບັນຊີຂອງທ່ານຖືກລຶບ, ເອົາອັນຮອດກ່ອນ. |
ການໃຫ້ຜະລິດຕະພັນ ແລະ ການບໍລິການພາກສ່ວນທີສາມ (ເຊັ່ນວ່າ ຖ້າທ່ານແມ່ນຜູ້ໃຫ້ບັນຊີທາງການ ຫຼື ມິນິໂປຣແກຣມ) | ຈົນກວ່າຮອດເວລາທີ່ທ່ານແນະນຳໃຫ້ WeChat ລຶບບັນຊີຂອງທ່ານ. ບັນຊີຂອງທ່ານຈະຖືກລຶບຖິ້ມຢ່າງຖາວອນພາຍໃນ 60 ວັນນັບຈາກທັງການກວດຢືນຢັນຄວາມເປັນເຈົ້າຂອງບັນຊີ ແລະ ຄຳຮ້ອງຂໍລຶບບັນຊີ. ກະລຸນາຮັບຊາບວ່າຂໍ້ມູນທີ່ເປີດເຜີຍຕໍ່ກັບພາກສ່ວນທີສາມແມ່ນເຂົາເຈົ້າເປັນຜູ້ຄວບຄຸມ. ພວກເຮົາຈະໃຊ້ຄວາມພະຍາຍາມຢ່າງສົມເຫດສົມຜົນເພື່ອຮ້ອງຂໍໃຫ້ເຂົາເຈົ້າລຶບຂໍ້ມູນດັ່ງກ່າວເມື່ອພວກເຮົາລຶບ. |
ຂໍ້ມູນທີ່ສະໜອງໃຫ້ແກ່ບັນຊີທາງການ / ມິນິໂປຣແກຣມ | ຈົນກວ່າຮອດເວລາທີ່ທ່ານແນະນຳໃຫ້ WeChat ລຶບບັນຊີຂອງທ່ານ ຫຼື ທ່ານຖອນການອະນຸຍາດຂອງທ່ານ / ເຊົາຕິດຕາມພາກສ່ວນທີສາມດັ່ງກ່າວ. ກະລຸນາຮັບຊາບວ່າຂໍ້ມູນທີ່ເປີດເຜີຍຕໍ່ກັບພາກສ່ວນທີສາມແມ່ນເຂົາເຈົ້າເປັນຜູ້ຄວບຄຸມ. ພວກເຮົາຈະໃຊ້ຄວາມພະຍາຍາມຢ່າງສົມເຫດສົມຜົນເພື່ອຮ້ອງຂໍໃຫ້ເຂົາເຈົ້າລຶບຂໍ້ມູນດັ່ງກ່າວເມື່ອພວກເຮົາລຶບ. |
ຂໍ້ມູນທີ່ສະໜອງໃຫ້ແກ່ການບໍລິການລູກຄ້າ | ຈົນກວ່າຮອດເວລາທີ່ທ່ານແນະນຳໃຫ້ WeChat ລຶບບັນຊີຂອງທ່ານ. ບັນຊີຂອງທ່ານຈະຖືກລຶບຖິ້ມຢ່າງຖາວອນພາຍໃນ 60 ວັນນັບຈາກຄຳຮ້ອງຂໍລຶບບັນຊີ. |
ຂໍ້ມູນເມຕາ / ຂໍ້ມູນບັນທຶກ | ຂໍ້ມູນຖືກຮັກສາໄວ້ເປັນເວລາ 3 ເດືອນນັບຈາກວັນທີເຂົ້າສູ່ລະບົບ ແລະ ຈາກນັ້ນຖືກລຶບຖິ້ມຢ່າງຖາວອນ. |
ຂໍ້ມູນອຸປະກອນ | ຈົນກວ່າຮອດເວລາທີ່ທ່ານແນະນຳໃຫ້ WeChat ລຶບບັນຊີຂອງທ່ານ. ບັນຊີຂອງທ່ານຈະຖືກລຶບຖິ້ມຢ່າງຖາວອນພາຍໃນ 60 ວັນນັບຈາກຄຳຮ້ອງຂໍລຶບບັນຊີ. |
ຂໍ້ມູນການເຊື່ອມຕໍ່ສື່ສັງຄົມອອນລາຍ | ຈົນກວ່າຮອດເວລາທີ່ທ່ານແນະນຳໃຫ້ WeChat ລຶບບັນຊີຂອງທ່ານ ຫຼື ຍົກເລີກການຜູກມັດບັນຊີສື່ສັງຄົມອອນລາຍຂອງທ່ານຈາກບັນຊີ WeChat ຂອງທ່ານ. ບັນຊີຂອງທ່ານຈະຖືກລຶບຖິ້ມຢ່າງຖາວອນພາຍໃນ 60 ວັນນັບຈາກຄຳຮ້ອງຂໍລຶບບັນຊີ. |
ຄຸກກີ້ | ຂໍ້ມູນຖືກຮັກສາໄວ້ເປັນເວລາ 3 ເດືອນນັບຈາກວັນທີເຂົ້າສູ່ລະບົບ ແລະ ຈາກນັ້ນຖືກລຶບຖິ້ມຢ່າງຖາວອນ. |
ຂໍ້ຕໍ່ໄປນີ້ນຳໃຊ້ສະເພາະກັບບຸກຄົນທີ່ອາໄສຢູ່ໃນສະພາບເອີຣົບເທົ່ານັ້ນ.
ທ່ານມີສິດທິສະເພາະທີ່ກ່ຽວຂ້ອງກັບຂໍ້ມູນສ່ວນຕົວທີ່ພວກເຮົາມີກ່ຽວກັບທ່ານ. ບາງສິດທິເຫຼົ່ານີ້ນຳໃຊ້ໃນສະພາບການສະເພາະຕາມທີ່ກຳນົດໄວ້ໃນລາຍລະອຽດເພີ່ມເຕີມຂ້າງລຸ່ມເທົ່ານັ້ນ.
ພວກເຮົາອະທິບາຍວິທີປະຕິບັດສິດທິເຫຼົ່ານັ້ນ. ກະລຸນາຮັບຊາບວ່າພວກເຮົາຈະກຳນົດໃຫ້ທ່ານກວດຢືນຢັນຕົວຕົນຂອງທ່ານກ່ອນທີ່ຈະຕອບສະໜອງຕໍ່ກັບຄຳຂໍຕ່າງໆໃນການປະຕິບັດສິດທິຂອງທ່ານ. ພວກເຮົາຕ້ອງຕອບສະໜອງຕໍ່ກັບຄຳຮ້ອງຂໍຈາກທ່ານໃນການປະຕິບັດສິດທິເຫຼົ່ານັ້ນໂດຍບໍ່ມີການຊັກຊ້າທີ່ບໍ່ຈຳເປັນ ແລະ ຢ່າງໜ້ອຍພາຍໃນໜຶ່ງເດືອນ (ເຖິງແມ່ນວ່ານີ້ອາດຈະຂະຫຍາຍໄດ້ເພີ່ມອີກສອງເດືອນໃນບາງສະພາບການສະເພາະ ເຊັ່ນວ່າ ໃນບ່ອນທີ່ຄຳຮ້ອງຂໍກ່ຽວຂ້ອງກັບປະລິມານຂໍ້ມູນທີ່ຫຼວງຫຼາຍ ຫຼື ມີຄວາມສັບສົນ). ເພື່ອປະຕິບັດສິດທິໃດໆກໍຕາມຂອງທ່ານ, ກະລຸນາປະກອບ ແບບຟອມຄຳຮ້ອງ ແລະ ປະຕິບັດຕາມຂັ້ນຕອນສຳລັບການສົ່ງ.
ການເຂົ້າເຖິງ ແລະ ການແກ້ໄຂໃຫ້ຖືກຕ້ອງ
ຫຼັງຈາກມີການຮ້ອງຂໍ WeChat ຈະໃຫ້ຂໍ້ມູນແກ່ທ່ານກ່ຽວກັບວ່າພວກເຮົາຮັກສາຂໍ້ມູນສ່ວນຕົວຂອງທ່ານໄວ້ຫຼືບໍ່. ນອກນັ້ນ ທ່ານຍັງມີສິດເຂົ້າເຖິງຂໍ້ມູນສ່ວນຕົວທີ່ພວກເຮົາຮັກສາໄວ້ກ່ຽວກັບທ່ານ, ພວກເຮົາໃຊ້ມັນແນວໃດ ແລະ ພວກເຮົາແບ່ງປັນມັນກັບໃຜ. ທ່ານຍັງມີສິດແກ້ໄຂຂໍ້ມູນນັ້ນໃຫ້ຖືກຕ້ອງນຳອີກ.
ທ່ານສາມາດເຂົ້າເຖິງ ແລະ ແກ້ໄຂຂໍ້ມູນສ່ວນຕົວຂອງທ່ານໄດ້ໂດຍການເຂົ້າສູ່ລະບົບ ບັນຊີ WeChat ຂອງທ່ານໄດ້ທຸກເວລາ. ຕົວຢ່າງ: ທ່ານສາມາດລຶບຂໍ້ມູນທີ່ຕັ້ງສະເພາະທີ່ທ່ານເຄີຍສະໜອງໃຫ້ພວກເຮົາຜ່ານການຕັ້ງຄ່າອຸປະກອນຂອງທ່ານ ຫຼື ຕົວເລືອກ "ລຶບລ້າງທີ່ຕັ້ງ" ຢູ່ພາຍໃນ WeChat.
ຖ້າທ່ານເຊື່ອວ່າພວກເຮົາຮັກສາຂໍ້ມູນສ່ວນຕົວອື່ນໄວ້ ຫຼື ທ່ານຕ້ອງການແກ້ໄຂຂໍ້ມູນທີ່ທ່ານບໍ່ສາມາດແກ້ໄຂໂດຍໃຊ້ບັນຊີຂອງທ່ານໄດ້, ກະລຸນາປະກອບແບບຟອມຄຳຮ້ອງໄດ້ ທີ່ນີ້. ພວກເຮົາອາດຈະບໍ່ສາມາດໃຫ້ບາງຂໍ້ມູນສ່ວນຕົວສະເພາະແກ່ທ່ານໄດ້ ຖ້າການໃຫ້ຂໍ້ມູນນັ້ນຈະລົບກວນສິດທິຂອງຄົນອື່ນ (ເຊັ່ນວ່າ ຖ້າການໃຫ້ຂໍ້ມູນສ່ວນຕົວທີ່ພວກເຮົາຮັກສາໄວ້ກ່ຽວກັບທ່ານຈະເປີດເຜີຍຂໍ້ມູນກ່ຽວກັບບຸກຄົນອື່ນ).
ກ່ຽວກັບຄຳຮ້ອງຂໍແກ້ໄຂຂໍ້ມູນ, ຖ້າພວກເຮົາເຫັນດີວ່າຂໍ້ມູນສ່ວນຕົວນັ້ນບໍ່ຖືກຕ້ອງ ຫຼື ບໍ່ຄົບຖ້ວນ, ພວກເຮົາຈະພະຍາຍາມບອກພາກສ່ວນທີສາມຕ່າງໆທີ່ພວກເຮົາໄດ້ເປີດເຜີຍຂໍ້ມູນສ່ວນຕົວທີ່ກ່ຽວຂ້ອງນັ້ນກັບ ເພື່ອໃຫ້ພວກເຂົາສາມາດແກ້ໄຂຂໍ້ມູນສ່ວນຕົວນັ້ນໃຫ້ຖືກຕ້ອງເຊັ່ນກັນ.
ການລຶບ
ທ່ານສາມາດລຶບບັນຊີຂອງທ່ານ ຫຼື ລຶບຂໍ້ມູນສ່ວນຕົວສະເພາະອອກໄດ້ ໂດຍການເຂົ້າສູ່ລະບົບບັນຊີ WeChat ຂອງທ່ານ ແລະ ປະຕິບັດຕາມຄຳແນະນຳການລຶບບັນຊີຢູ່ ທີ່ນີ້. ຖ້າມີຂໍ້ມູນສ່ວນຕົວອື່ນໃດໆກໍຕາມທີ່ທ່ານເຊື່ອວ່າພວກເຮົາປະມວນຜົນທີ່ທ່ານຕ້ອງການໃຫ້ພວກເຮົາລຶບ, ກະລຸນາປະກອບແບບຟອມຄຳຮ້ອງຢູ່ ທີ່ນີ້.
ທ່ານອາດຈະຮ້ອງຂໍໃຫ້ພວກເຮົາລຶບຂໍ້ມູນສ່ວນຕົວທີ່ພວກເຮົາຮັກສາໄວ້ກ່ຽວກັບທ່ານໄດ້ໃນສະພາບການຕໍ່ໄປນີ້:
ທ່ານເຊື່ອວ່າມັນບໍ່ຈຳເປັນອີກຕໍ່ໄປສຳລັບພວກເຮົາໃນການມີຂໍ້ມູນສ່ວນຕົວຂອງທ່ານ;
ພວກເຮົາໄດ້ຮັບການຍິນຍອມຂອງທ່ານໃນການປະມວນຜົນຂໍ້ມູນສ່ວນຕົວ ແລະ ທ່ານຖອນການຍິນຍອມນັ້ນ (ແລະ ພວກເຮົາບໍ່ມີເຫດຜົນອື່ນໃດໆສຳລັບການປະມວນຜົນຂໍ້ມູນສ່ວນຕົວນັ້ນ);
ທ່ານເຊື່ອວ່າພວກເຮົາກຳລັງປະມວນຜົນຂໍ້ມູນສ່ວນຕົວຂອງທ່ານຢ່າງຜິດກົດໝາຍ; ຫຼື
ທ່ານມີອາຍຸ ຫຼື ເຄີຍມີອາຍຸຕໍ່າກວ່າ 13 ປີໃນເວລາທີ່ພວກເຮົາເກັບເອົາຂໍ້ມູນສ່ວນຕົວນັ້ນ ແລະ ພວກເຮົາສາມາດກວດຢືນຢັນອາຍຸຂອງທ່ານໄດ້.
ນອກນັ້ນ ກະລຸນາຮັບຊາບວ່າທ່ານສາມາດປະຕິບັດສິດທິຂອງທ່ານໃນການຈຳກັດການປະມວນຜົນຂໍ້ມູນສ່ວນຕົວຂອງທ່ານໂດຍພວກເຮົາໄດ້ (ຕາມທີ່ອະທິບາຍໄວ້ຂ້າງລຸ່ມ) ໃນຂະນະທີ່ພວກເຮົາພິຈາລະນາຄຳຮ້ອງຂໍລຶບຂໍ້ມູນຂອງທ່ານ.
ແນວໃດກໍຕາມ ກະລຸນາຮັບຊາບວ່າພວກເຮົາອາດຈະຮັກສາຂໍ້ມູນສ່ວນຕົວໄວ້ ຖ້າມີເຫດຜົນທີ່ຖືກຕ້ອງອີງຕາມກົດໝາຍສຳລັບພວກເຮົາໃນການເຮັດເຊັ່ນນັ້ນ (ເຊັ່ນວ່າ ສຳລັບການປົກປ້ອງການຮ້ອງຟ້ອງທາງກົດໝາຍ, ເສລີພາບໃນການສະແດງອອກ ຫຼື ບາງພັນທະທາງກົດໝາຍອື່ນໆ) ແຕ່ພວກເຮົາຈະແຈ້ງໃຫ້ທ່ານຮູ້ຖ້າເປັນເຊັ່ນນັ້ນ.
ຖ້າທ່ານໄດ້ຮ້ອງຂໍໃຫ້ພວກເຮົາລຶບຂໍ້ມູນສ່ວນຕົວຂອງທ່ານທີ່ພວກເຮົາໄດ້ເປີດເຜີຍຕໍ່ສາທາລະນະ ແລະ ມີເຫດຜົນສຳລັບການລຶບ, ພວກເຮົາຈະໃຊ້ຂັ້ນຕອນທີ່ສົມເຫດສົມຜົນເພື່ອພະຍາຍາມບອກໃຫ້ຄົນອື່ນທີ່ສະແດງຂໍ້ມູນສ່ວນຕົວຂອງທ່ານ ຫຼື ໃຫ້ລິ້ງເຊື່ອມໂຍງກັບຂໍ້ມູນຂອງທ່ານລຶບມັນເຊັ່ນກັນ.
ການຈຳກັດການປະມວນຜົນຂໍ້ມູນເປັນການເກັບຮັກສາໄວ້ເທົ່ານັ້ນ
ທ່ານມີສິດຮຽກຮ້ອງໃຫ້ພວກເຮົາຢຸດເຊົາປະມວນຜົນຂໍ້ມູນສ່ວນຕົວທີ່ພວກເຮົາມີກ່ຽວກັບທ່ານ ນອກເໜືອຈາກສຳລັບຈຸດປະສົງການເກັບຮັກສາໄວ້ໃນສະພາບການສະເພາະເທົ່ານັ້ນ. ແນວໃດກໍຕາມ, ກະລຸນາຮັບຊາບວ່າຖ້າພວກເຮົາຢຸດເຊົາປະມວນຜົນຂໍ້ມູນສ່ວນຕົວ, ພວກເຮົາອາດຈະໃຊ້ມັນອີກຄັ້ງຖ້າມີເຫດຜົນທີ່ຖືກຕ້ອງອີງຕາມກົດໝາຍວ່າດ້ວຍການປົກປ້ອງຂໍ້ມູນສຳລັບພວກເຮົາໃນການເຮັດເຊັ່ນນັ້ນ (ເຊັ່ນວ່າ ສຳລັບການປົກປ້ອງການອ້າງສິດທາງກົດໝາຍ ຫຼື ການປົກປ້ອງຄົນອື່ນ).
ຖ້າພວກເຮົາເຫັນດີຢຸດເຊົາປະມວນຜົນຂໍ້ມູນສ່ວນຕົວ, ພວກເຮົາຈະພະຍາຍາມບອກພາກສ່ວນທີສາມຕ່າງໆທີ່ພວກເຮົາໄດ້ເປີດເຜີຍຂໍ້ມູນສ່ວນຕົວທີ່ກ່ຽວຂ້ອງນັ້ນກັບ ເພື່ອໃຫ້ພວກເຂົາສາມາດຢຸດເຊົາປະມວນຜົນຂໍ້ມູນນັ້ນເຊັ່ນກັນ.
ທ່ານສາມາດຮ້ອງຂໍໃຫ້ພວກເຮົາຢຸດເຊົາປະມວນຜົນ ແລະ ພຽງແຕ່ເກັບຮັກສາຂໍ້ມູນສ່ວນຕົວທີ່ພວກເຮົາມີກ່ຽວກັບທ່ານໄວ້ເທົ່ານັ້ນໄດ້ຖ້າ:
ທ່ານເຊື່ອວ່າຂໍ້ມູນສ່ວນຕົວນັ້ນບໍ່ຖືກຕ້ອງ (ສຳລັບໄລຍະເວລາທີ່ພວກເຮົາໃຊ້ເພື່ອກວດຢືນຢັນວ່າມັນຖືກຕ້ອງຫຼືບໍ່);
ພວກເຮົາຕ້ອງການລຶບຂໍ້ມູນສ່ວນຕົວ ເພາະວ່າການປະມວນຜົນທີ່ພວກເຮົາກຳລັງເຮັດແມ່ນຜິດກົດໝາຍ (ແຕ່ທ່ານຕ້ອງການໃຫ້ພວກເຮົາຮັກສາຂໍ້ມູນສ່ວນຕົວນັ້ນໄວ້ ແລະ ພຽງແຕ່ເກັບຮັກສາໄວ້ເທົ່ານັ້ນ); ຫຼື
ພວກເຮົາຕ້ອງການລຶບຂໍ້ມູນສ່ວນຕົວ ເພາະວ່າມັນບໍ່ຈຳເປັນອີກຕໍ່ໄປສຳລັບຈຸດປະສົງຂອງພວກເຮົາ (ແຕ່ທ່ານກຳນົດໃຫ້ມັນຖືກເກັບຮັກສາໄວ້ສຳລັບການສ້າງ, ການປະຕິບັດ ຫຼື ການປົກປ້ອງການອ້າງສິດທາງກົດໝາຍ).
ການໄດ້ຮັບສຳເນົາ
ທ່ານມີສິດໄດ້ຮັບສຳເນົາຂອງຂໍ້ມູນສ່ວນຕົວສະເພາະທີ່ພວກເຮົາເກັບເອົາຈາກທ່ານ. ອັນນີ້ປະກອບດ້ວຍຂໍ້ມູນສ່ວນຕົວໃດໜຶ່ງທີ່ພວກເຮົາດຳເນີນການບົນພື້ນຖານຄຳຍິນຍອມຂອງທ່ານ (ຕົວຢ່າງ: ຂໍ້ມູນໂປຣໄຟລ໌ທີ່ໃຫ້ມາດ້ວຍຄວາມສະໝັກໃຈ, ເນື້ອໃນສື່ສັງຄົມອອນລາຍທີ່ໂພສລົງໃນເຫດການສຳຄັນ, ເນື້ອໃນທີ່ເລືອກເກັບໄປໄວ້ໃນລາຍການທີ່ມັກ ຫຼື ອີງຕາມສັນຍາຂອງພວກເຮົາທີ່ມີກັບທ່ານ) ດັ່ງທີ່ໄດ້ອະທິບາຍໄວ້ຢູ່ໃນພາກ "ພວກເຮົາປະມວນຜົນຂໍ້ມູນຂອງທ່ານແນວໃດ". ທ່ານມີສິດໄດ້ຮັບຂໍ້ມູນນີ້ໃນຮູບແບບທີ່ມີໂຄງສ້າງ, ໃຊ້ກັນທົ່ວໄປ ແລະ ເຄື່ອງຈັກສາມາດອ່ານໄດ້. ນອກນັ້ນ ທ່ານຍັງມີສິດຮ້ອງຂໍໃຫ້ພວກເຮົາໂອນຂໍ້ມູນສ່ວນຕົວນັ້ນໄປໃຫ້ພາກສ່ວນອື່ນໄດ້. ທ່ານສາມາດໃຊ້ສິດທິຂອງທ່ານໃນການສົ່ງອອກຂໍ້ມູນຂອງທ່ານໄດ້ໂດຍການປະຕິບັດຕາມຄຳແນະນຳຢູ່ ທີ່ນີ້.
ຖ້າທ່ານຕ້ອງການໃຫ້ພວກເຮົາໂອນຍ້າຍຂໍ້ມູນສ່ວນຕົວໄປໃຫ້ພາກສ່ວນທີສາມໃດໜຶ່ງ, ກະລຸນາຮັບປະກັນວ່າທ່ານໃຫ້ລາຍລະອຽດຂອງພາກສ່ວນນັ້ນ. ຈົ່ງຮັບຊາບວ່າພວກເຮົາສາມາດເຮັດໄດ້ຖ້າມີຄວາມເປັນໄປໄດ້ທາງເຕັກນິກເທົ່ານັ້ນ. ພວກເຮົາບໍ່ຮັບຜິດຊອບສຳລັບຄວາມປອດໄພຂອງຂໍ້ມູນສ່ວນຕົວນັ້ນ ຫຼື ການປະມວນຜົນຂອງມັນເມື່ອພາກສ່ວນທີສາມໄດ້ຮັບຂໍ້ມູນແລ້ວ. ນອກນັ້ນ ພວກເຮົາອາດຈະບໍ່ສາມາດໃຫ້ຂໍ້ມູນສ່ວນຕົວສະເພາະແກ່ທ່ານໄດ້ ຖ້າການໃຫ້ຂໍ້ມູນນັ້ນຈະລົບກວນສິດທິຂອງຄົນອື່ນ (ເຊັ່ນວ່າ ຖ້າການໃຫ້ຂໍ້ມູນສ່ວນຕົວທີ່ພວກເຮົາຮັກສາໄວ້ກ່ຽວກັບທ່ານຈະເປີດເຜີຍຂໍ້ມູນກ່ຽວກັບບຸກຄົນອື່ນ ຫຼື ເຄັດລັບທາງການຄ້າ ຫຼື ຊັບສິນທາງປັນຍາຂອງພວກເຮົາ).
ການຄັດຄ້ານ
ທ່ານອາດຈະຄັດຄ້ານການໃຊ້ຂໍ້ມູນສ່ວນຕົວຂອງທ່ານໂດຍພວກເຮົາໄດ້ ຖ້າພວກເຮົາໃຊ້ຂໍ້ມູນຂອງທ່ານໂດຍອີງໃສ່ສິດຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍຂອງພວກເຮົາ (ເຊັ່ນວ່າ ໃນເວລາທີ່ພວກເຮົາໃຊ້ຂໍ້ມູນສ່ວນຕົວຂອງທ່ານສຳລັບການຮັກສາຄວາມປອດໄພບັນຊີ ເຊັ່ນວ່າ ເພື່ອປ້ອງກັນການເຂົ້າສູ່ລະບົບທີ່ມີເຈດຕະນາຮ້າຍ). ຖ້າທ່ານຄັດຄ້ານການປະມວນຜົນດັ່ງກ່າວ, ກະລຸນາກວດເບິ່ງ ແລະ ສົ່ງແບບຟອມຢູ່ ທີ່ນີ້ ໂດຍໃຫ້ເຫດຜົນລະອຽດ.
ໃນຂອບເຂດທີ່ກົດໝາຍ ແລະ ກົດລະບຽບທີ່ກ່ຽວຂ້ອງກຳນົດໄວ້, ທ່ານສາມາດຖອນການຍິນຍອມເຫັນດີທີ່ທ່ານເຄີຍໃຫ້ພວກເຮົາໃນເມື່ອກ່ອນໄດ້ ໂດຍການປະຕິບັດຕາມຄຳແນະນຳທີ່ອະທິບາຍໄວ້ຢູ່ ທີ່ນີ້.
Last Modified: 2018-05-10
You are using the WeChat Open Platform because you activated a service from a third-party by following an Official Account, opening a Mini Program, or using WeChat Login on a third-party app or web site. When activating a service, a small amount of data about you (user alias, profile photo, region, gender) is transferred and stored on our secure servers in the China mainland in order to make this information accessible to the third-party service. Transfers of data outside of the European Economic Area are governed by the European Commission’s Standard Contractual Clauses as specified in the WeChat Privacy Policy. Any other information you disclose to the 3rd-party service (e.g. contact info) is governed by the 3rd-party service operator's Privacy Policy and WeChat does not have access to such information.
If you don't wish to use the WeChat Open Platform, Learn how to remove my data from the WeChat Open Platform.
ພວກເຮົາເກັບເອົາຂໍ້ມູນໃນເວລາທີ່ທ່ານຕັ້ງບັນຊີ WeChat ຂອງທ່ານ ແລະ ໃຊ້ການບໍລິການຕ່າງໆທີ່ມີໃຫ້ຢູ່ພາຍໃນ WeChat (ເຊັ່ນວ່າ ການໂພສຮູບພາບໃສ່ສັງລວມເນື້ອຫາໃນ Moments ຂອງທ່ານ ຫຼື ຕິດຕາມບັນຊີທາງການ). ເພື່ອຕັ້ງບັນຊີຂອງທ່ານ, ພວກເຮົາເກັບເອົາຊື່ຫຼິ້ນ, ເບີມືຖືຂອງທ່ານ ແລະ ລະຫັດຜ່ານ. ທ່ານສາມາດປັບປຸງ ແລະ ແກ້ໄຂໂປຣໄຟລ໌ຂອງທ່ານດ້ວຍຂໍ້ມູນເພີ່ມເຕີມໄດ້. ເພີ່ມເຕີມ...
ພວກເຮົາໃຊ້ຂໍ້ມູນຂອງທ່ານເພື່ອໃຫ້ WeChat ແກ່ທ່ານ, ອະນຸຍາດໃຫ້ທ່ານສື່ສານກັບຜູ້ໃຊ້ຄົນອື່ນ ແລະ ໃຊ້ຄຸນສົມບັດຕ່າງໆຂອງແພລດຟອມ WeChat. ພວກເຮົາໃຊ້ຂໍ້ມູນຂອງທ່ານສຳລັບການຕັ້ງບັນຊີ, ເພື່ອອຳນວຍຄວາມສະດວກການສື່ສານ, ໃຫ້ການຊ່ວຍເຫຼືອ, ອະນຸຍາດໃຫ້ທ່ານເຂົ້າເຖິງຄຸນສົມບັດຕ່າງໆຂອງ WeChat ແລະ ປັບປຸງ WeChat ໃຫ້ດີຂຶ້ນ. WeChat ໃຊ້ຊ່ອງທາງການຕິດຕໍ່ທີ່ທ່ານສະໜອງໃຫ້ ເຊັ່ນວ່າ ເບີມືຖື ຫຼື ທີ່ຢູ່ອີເມວ ສຳລັບການກວດຢືນຢັນ ແລະ ການປົກປ້ອງບັນຊີຂອງທ່ານ ແລະ ສຳລັບເຫດຜົນດ້ານການບໍລິຫານທີ່ສຳຄັນ ແລະ ບໍ່ໃຊ້ຊ່ອງທາງເຫຼົ່ານີ້ເພື່ອຈຸດປະສົງການສົ່ງເສີມການຂາຍ ຫຼື ການຕະຫຼາດ. ເພີ່ມເຕີມ...
ພວກເຮົາໃຊ້ພາກສ່ວນທີສາມສຳລັບການບໍລິການຊ່ວຍເຫຼືອ ເຊັ່ນວ່າ ຜູ້ໃຫ້ບໍລິການ SMS ສຳລັບການກວດຮັບຮອງບັນຊີ, ການບໍລິການສ້າງແຜນທີ່ ແລະ ຈຸດຄວາມສົນໃຈ, ການບໍລິການແປພາສາ ແລະ ການບໍລິການຊ່ວຍເຫຼືອ. ພວກເຮົາໃຊ້ການບໍລິການພາກສ່ວນທີສາມເຫຼົ່ານີ້ພຽງແຕ່ເພື່ອປະມວນ ຫຼື ເກັບຮັກສາຂໍ້ມູນຂອງທ່ານສຳລັບຈຸດປະສົງທີ່ອະທິບາຍໄວ້ໃນນະໂຍບາຍນີ້ເທົ່ານັ້ນ. ນອກນັ້ນ ພວກເຮົາຍັງແບ່ງປັນຂໍ້ມູນຂອງທ່ານກັບກຸ່ມບໍລິສັດທີ່ກ່ຽວຂ້ອງຂອງ Tencent ແລະ ຕາມທີ່ກົດໝາຍກຳນົດໄວ້. ນອກຈາກຈຸດປະສົງທີ່ເວົ້າເຖິງຜ່ານມາແລ້ວ, WeChat ບໍ່ແບ່ງປັນຂໍ້ມູນຂອງທ່ານກັບພາກສ່ວນທີສາມໂດຍບໍ່ມີການຍິນຍອມເຫັນດີຢ່າງຈະແຈ້ງກ່ອນລ່ວງໜ້າຈາກທ່ານ. ເພີ່ມເຕີມ...
ເຊີບເວີຂອງພວກເຮົາຕັ້ງຢູ່ໃນ ອອນຕາຣີໂອ, ການາດາ ແລະ ຮ່ອງກົງ. ນອກນັ້ນ ພວກເຮົາຍັງມີທີມສະໜັບສະໜຸນ, ທີມວິສະວະກອນ ແລະ ທີມອື່ນໆທີ່ສະໜັບສະໜຸນການໃຫ້ WeChat ແກ່ທ່ານ ເຊິ່ງຕັ້ງຢູ່ທົ່ວໂລກ. ອາດຈະມີການເຂົ້າເຖິງຂໍ້ມູນຂອງທ່ານຈາກສະຖານທີ່ດັ່ງກ່າວໄດ້. ພວກເຮົາດຳເນີນມາດຕະການພາຍໃນທີ່ເຂັ້ມງວດເພື່ອຈຳກັດການເຂົ້າເຖິງຂໍ້ມູນຂອງທ່ານຢ່າງເຄັ່ງຄັດໃຫ້ສະເພາະແຕ່ສະມາຊິກທີມງານທີ່ກຳນົດໄວ້. ເພີ່ມເຕີມ...
ເວລາທີ່ພວກເຮົາຮັກສາຂໍ້ມູນຂອງທ່ານໄວ້ຂຶ້ນຢູ່ກັບປະເພດຂໍ້ມູນ – ຕົວຢ່າງ: ຂໍ້ມູນການເຂົ້າສູ່ລະບົບຖືກຮັກສາໄວ້ເປັນເວລາບໍ່ເກີນ 90 ວັນນັບຈາກວັນທີເກັບເອົາຂໍ້ມູນັ້ນ. ຖ້າທ່ານແນະນຳໃຫ້ພວກເຮົາລຶບບັນຊີ WeChat ຂອງທ່ານ, ຂໍ້ມູນຂອງທ່ານຖືກລຶບພາຍໃນ 60 ວັນນັບຈາກການກວດຢືນຢັນຄວາມເປັນເຈົ້າຂອງບັນຊີ ແລະ ໄດ້ຮັບຄຳຮ້ອງຂໍລຶບບັນຊີຂອງທ່ານ ໂດຍເອົາອັນນຳຫຼັງ. ເພີ່ມເຕີມ...
ທ່ານອາດຈະມີສິດທິພິເສດຕໍ່ກັບຂໍ້ມູນຂອງທ່ານ ແລະ ຕໍ່ກັບວ່າພວກເຮົາໃຊ້ມັນແນວໃດ. ສິດທິເຫຼົ່ານີ້ລວມມີວິທີທີ່ທ່ານສາມາດເຂົ້າເຖິງຂໍ້ມູນ, ການລຶບຂໍ້ມູນ, ການຈຳກັດວ່າຈະໃຫ້ໃຊ້ຂໍ້ມູນຂອງທ່ານແນວໃດ, ການຄັດຄ້ານບໍ່ໃຫ້ໃຊ້ຂໍ້ມູນ ແລະ ການຂໍເອົາສຳເນົາຂໍ້ມູນຂອງທ່ານ. ເພີ່ມເຕີມ...
ຖ້າມີການປ່ຽນແປງທີ່ສຳຄັນຕໍ່ກັບນະໂຍບາຍຄວາມເປັນສ່ວນຕົວນີ້, ພວກເຮົາຈະສົ່ງການແຈ້ງບອກຫາທ່ານກ່ອນທີ່ການປ່ຽນແປງນັ້ນຈະມີຜົນນຳໃຊ້. ຖ້າທ່ານມີບັນຫາກັງວົນໃຈກ່ຽວກັບຄວາມເປັນສ່ວນຕົວ ຫຼື ການໃຊ້ຂໍ້ມູນທີ່ພວກເຮົາຍັງບໍ່ທັນໄດ້ແກ້ໄຂຢ່າງເປັນທີ່ເພິ່ງພໍໃຈ, ກະລຸນາຕິດຕໍ່ຫາຜູ້ໃຫ້ບໍລິການແກ້ໄຂຂໍ້ຂັດແຍ່ງພາກສ່ວນທີສາມຂອງພວກເຮົາທີ່ຢູ່ໃນສະຫະລັດ (ໂດຍບໍ່ເສຍຄ່າ) ໄດ້ທີ່ https://feedback-form.truste.com/watchdog/request. ເພີ່ມເຕີມ...
ຖ້າທ່ານມີຄວາມກັງວົນໃຈ ຫຼື ການຮ້ອງຮຽນໃດໆກໍຕາມ, ກະລຸນາຕິດຕໍ່ຫາພວກເຮົາ ທີ່ນີ້.
ຜູ້ຄວບຄຸມຂໍ້ມູນ:
ຜູ້ໃຊ້ທີ່ຢູ່ໃນເຂດພື້ນທີ່ເສດຖະກິດເອີຣົບ ແລະ ສະວິດເຊີແລນ: Tencent International Service Europe BV.
ຜູ້ໃຊ້ທີ່ຢູ່ນອກເຂດພື້ນທີ່ເສດຖະກິດເອີຣົບ ຫຼື ສະວິດເຊີແລນ (ໂດຍຂຶ້ນກັບສິ່ງຂ້າງລຸ່ມ): Tencent International Service Pte. Ltd.
ຖ້າທ່ານ:
ລົງທະບຽນໂດຍການຜູກພັນເບີມືຖືທີ່ເຮັດໃຫ້ທ່ານໃຊ້ໄດ້ຢູ່ໃນສາທາລະນະລັດ ປະຊາຊົນຈີນ (ຍົກເວັ້ນສຳລັບໄຕ້ຫວັນ, ຮົງກົງ ຫຼື ມາເກົ້າ) (ເອີ້ນວ່າເປັນ "PRC") (ນັ້ນຄື: ເບີຕິດຕໍ່ທີ່ໃຊ້ລະຫັດກົດໂທຕ່າງປະເທດ +86); ຫຼື
ເຮັດສັນຍາກັບ 深圳市腾讯计算机系统有限公司 (Shenzhen Tencent Computer Systems Company Limited) ສຳລັບ Weixin ຫຼື WeChat (ຕົວຢ່າງ: ຖ້າທ່ານໄດ້ດາວໂຫຼດ Weixin ຫຼື WeChat ຈາກ iOS App Store ໃນ ສປປ ຈີນ ຫຼື ຈາກ Android app store ໃນ ສປປ ຈີນ),
ທ່ານຂຶ້ນກັບ ຂໍ້ກຳນົດການບໍລິການຂອງ Weixin ແລະ ນະໂຍບາຍຄວາມເປັນສ່ວນຕົວຂອງ Weixin ແລະ ບໍ່ແມ່ນຂຶ້ນກັບນະໂຍບາຍຄວາມເປັນສ່ວນຕົວນີ້.
ເຈົ້າໜ້າທີ່ຝ່າຍປົກປ້ອງຂໍ້ມູນ:
ອີເມວ: dataprotection@wechat.
ຈົດໝາຍໄປສະນີ: 26.04 on the 26th floor of Amstelplein 54, 1096 BC Amsterdam, the Netherlands
ຍິນດີຕ້ອນຮັບສູ່ WeChat!
ພວກເຮົາໃຫ້ຄວາມສຳຄັນກັບຄວາມເປັນສ່ວນຕົວຂອງທ່ານ. ນະໂຍບາຍຄວາມເປັນສ່ວນຕົວນີ້ແຈ້ງບອກທ່ານກ່ຽວກັບທາງເລືອກຂອງທ່ານ ແລະ ວິປະຕິບັດຂອງພວກເຮົາກ່ຽວກັບຂໍ້ມູນຕ່າງໆທີ່ທ່ານໃຫ້ພວກເຮົາ ຫຼື ທີ່ທ່ານສ້າງຂຶ້ນຢູ່ໃນການໃຊ້ WeChat.
ການໃຊ້ການບໍລິການຂອງພວກເຮົາ (ບໍ່ວ່າຈະເປັນແອັບມືຖື WeChat, ເວັບໄຊ www.
ໂດຍການໃຊ້ WeChat ທ່ານເຫັນດີນຳການປະມວນຜົນຂໍ້ມູນຂອງທ່ານອີງຕາມນະໂຍບາຍຄວາມເປັນສ່ວນຕົວນີ້.
ເມື່ອທ່ານໃຊ້ຄຸນສົມບັດສະເພາະ ຈະມີການຮ້ອງຂໍໃຫ້ທ່ານເຫັນດີນຳການປະມວນຜົນຂໍ້ມູນຂອງທ່ານໃນແບບສະເພາະ (ຕົວຢ່າງ: ເມື່ອທ່ານຕິດຕາມບັນຊີທາງການ, ທ່ານຈະຖືກຖາມວ່າທ່ານເຫັນດີນຳການໂອນຂໍ້ມູນຂອງທ່ານໄປໃຫ້ພາກສ່ວນທີສາມຫຼືບໍ່). ທ່ານສາມາດເບິ່ງຂໍ້ມູນກ່ຽວກັບວິທີຄວບຄຸມການຕັ້ງຄ່າຂອງທ່ານ ແລະ ການໃຊ້ຂໍ້ມູນຂອງທ່ານຜ່ານບັນຊີຂອງທ່ານໄດ້ທີ່ here. ສຳລັບບາງຂໍ້ມູນສະເພາະ ທ່ານສາມາດຖອນການເຫັນດີຂອງທ່ານຕໍ່ກັບການປະມວນຜົນຂໍ້ມູນນັ້ນອີງຕາມນະໂຍບາຍຄວາມເປັນສ່ວນຕົວນີ້ໄດ້.
ຖ້າທ່ານບໍ່ເຫັນດີນຳນະໂຍບາຍຄວາມເປັນສ່ວນຕົວນີ້, ທ່ານຕ້ອງບໍ່ໃຊ້ WeChat.
ຕິດຕໍ່
ໃນນະໂຍບາຍຄວາມເປັນສ່ວນຕົວນີ້, "ພວກເຮົາ" , "ຂອງພວກເຮົາ" ຫຼື "ເຮົາ" ໝາຍເຖິງ:
ຖ້າທ່ານແມ່ນຜູ້ໃຊ້ທີ່ຢູ່ໃນເຂດພື້ນທີ່ເສດຖະກິດເອີຣົບ ແລະ ສະວິດເຊີແລນ: Tencent International Service Europe B.V. ເຊິ່ງເປັນບໍລິສັດເນເທີແລນ ທີ່ຕັ້ງຢູ່ 26.04 on the 26th floor of Amstelplein 54, 1096 BC Amsterdam, the Netherlands; ແລະ
ຖ້າທ່ານແມ່ນຜູ້ໃຊ້ທີ່ຢູ່ນອກເຂດພື້ນທີ່ເສດຖະກິດເອີຣົບ, ສະວິດເຊີແລນ ຫຼື ສາທາລະນະລັດປະຊາຊົນຈີນ (ຍົກເວັ້ນ ໄຕ້ຫວັນ, ຮ່ອງກົງ ແລະ ມາເກົາ): Tencent International Service Pte. Ltd. ເຊິ່ງເປັນບໍລິສັດສິງກະໂປທີ່ຕັ້ງຢູ່ 10 Anson Road, #21-07 International Plaza, Singapore 079903.
ຖ້າທ່ານມີຄຳຖາມ ຫຼື ການຮ້ອງຮຽນໃດໆກໍຕາມກ່ຽວກັບນະໂຍບາຍຄວາມເປັນສ່ວນຕົວນີ້ ຫຼື ການໃຊ້ຂໍ້ມູນສ່ວນຕົວຂອງທ່ານ, ກະລຸນາຕິດຕໍ່ຫາເຈົ້າໜ້າທີ່ຝ່າຍປົກປ້ອງຂໍ້ມູນຂອງພວກເຮົາຜ່ານທາງອີເມວທີ່ dataprotection@wechat.
ຖ້າທ່ານຕ້ອງການເຮັດການຮ້ອງຮຽນໃດໆກໍຕາມກ່ຽວກັບນະໂຍບາຍຄວາມເປັນສ່ວນຕົວນີ້ ຫຼື ການຈັດຕັ້ງປະຕິບັດນະໂຍບາຍນີ້ໂດຍພວກເຮົາ, ກະລຸນາຕິດຕໍ່ຫາພວກເຮົາຜ່ານຂໍ້ມູນຕິດຕໍ່ຂ້າງເທິງ. ກະລຸນາຮັບຊາບວ່າຖ້າທ່ານແມ່ນຜູ້ຢູ່ອາໄສໃນສະຫະພາບເອີຣົບ ທ່ານມີສິດຍື່ນການຮ້ອງຮຽນນຳໜ່ວຍງານປົກປ້ອງຂໍ້ມູນໃນປະເທດຂອງທ່ານໄດ້.
ນະໂຍບາຍຄວາມເປັນສ່ວນຕົວນີ້ນຳໃຊ້ກັບ WeChat ແລະ ການບໍລິການຕ່າງໆທີ່ເຂົ້າເຖິງໄດ້ໃນແພລດຟອມ WeChat ທີ່ລະບຸວ່ານະໂຍບາຍຄວາມເປັນສ່ວນຕົວນີ້ນຳໃຊ້ກັບການໃຊ້ການບໍລິການດັ່ງກ່າວ (ຕົວຢ່າງ: ຜູ້ໃຊ້ທີ່ປະຕິບັດຕາມ ຫຼື ໃຊ້ບັນຊີທາງການ, ມິນິໂປຣແກຣມ ແລະ ການເຂົ້າສູ່ລະບົບດ້ວຍ WeChat ສຳລັບແອັບພລິເຄຊັນຂອງພາກສ່ວນທີສາມ). ການບໍລິການ WeChat ເຫຼົ່ານັ້ນອາດຈະມີຂໍ້ກຳນົດທີ່ກ່ຽວຂ້ອງກັບຄວາມເປັນສ່ວນຕົວເພີ່ມເຕີມທີ່ທ່ານຕ້ອງເຫັນດີນຳ ຖ້າທ່ານໃຊ້ການບໍລິການເຫຼົ່ານັ້ນ. ຄຳສັບທີ່ເປັນຕົວພິມໃຫຍ່ທີ່ໃຊ້ໃນນະໂຍບາຍຄວາມເປັນສ່ວນຕົວນີ້ມີຄວາມໝາຍຄືກັນກັບຄຳສັບທີ່ໃຫ້ນິຍາມໄວ້ທີ່ເທົ່າທຽມກັນໃນຂໍ້ກຳນົດການບໍລິການຂອງ WeChat, ເວັ້ນເສຍແຕ່ວ່າພວກມັນຖືກກຳນົດຄວາມໝາຍເປັນຢ່າງອື່ນໃນນະໂຍບາຍຄວາມເປັນສ່ວນຕົວນີ້.
ກະລຸນາຮັບຊາບວ່ານະໂຍບາຍຄວາມເປັນສ່ວນຕົວນີ້ບໍ່ນຳໃຊ້ກັບຂໍ້ມູນທີ່ທ່ານເລືອກເປີດເຜີຍ ຫຼື ສົ່ງໃຫ້:
a) ການບໍລິການຕ່າງໆນອກຈາກ WeChat (ເຊັ່ນວ່າ ຜະລິດຕະພັນ ຫຼື ການບໍລິການອື່ນໆທີ່ສະໜອງໃຫ້ ຫຼື ດຳເນີນໂດຍພວກເຮົາ ຫຼື ສະມາຊິກຂອງພວກເຮົາ) ທີ່ບໍ່ໄດ້ລະບຸຢ່າງຈະແຈ້ງວ່ານຳໃຊ້ນະໂຍບາຍຄວາມເປັນສ່ວນຕົວນີ້;
b) ການບໍລິການພາກສ່ວນທີສາມຕ່າງໆ (ລວມທັງເວັບໄຊພາກສ່ວນທີສາມ) ທີ່ທ່ານອາດຈະເຂົ້າເຖິງຜ່ານ WeChat; ຫຼື
c) ບໍລິສັດ ຫຼື ອົງການຕ່າງໆທີ່ໂຄສະນາຜະລິດຕະພັນ ຫຼື ການບໍລິການໃນ WeChat.
ຖ້າທ່ານກຳລັງໃຊ້ WeChat ໃນນາມຕາງໜ້າໃຫ້ບໍລິສັດ, ຄູ່ຮ່ວມງານ, ສະມາຄົມ, ລັດຖະບານ ຫຼື ອົງການອື່ນໆ (ເອີ້ນວ່າ "ອົງການ" ຂອງທ່ານ), ທ່ານເຫັນດີແຈ້ງບອກເຈົ້າຂອງທີ່ກ່ຽວຂ້ອງ, ຜູ້ຖືຮຸ້ນ, ຜູ້ອຳນວຍການ, ເຈົ້າໜ້າທີ່, ຜູ້ຈັດການ, ພະນັກງານ ແລະ ບຸກຄົນອື່ນທີ່ກ່ຽວຂ້ອງຂອງອົງການຂອງທ່ານຜູ້ທີ່ພວກເຮົາເກັບເອົາ ຫຼື ທ່ານໃຫ້ຂໍ້ມູນຂອງເຂົາເຈົ້າແກ່ພວກເຮົາໃນບາງຄັ້ງຄາວ (ເອີ້ນວ່າ "ບຸກຄົນກ່ຽວຂ້ອງ" ) ຂອງການເກັບເອົາຂໍ້ມູນສ່ວນຕົວຂອງເຂົາເຈົ້າ ແລະ ທ່ານເຫັນດີຂໍເອົາການຍິນຍອມເຫັນດີຂອງບຸກຄົນກ່ຽວຂ້ອງຂອງທ່ານຕໍ່ກັບການປະມວນຜົນຂໍ້ມູນສ່ວນຕົວຂອງເຂົາເຈົ້າອີງຕາມນະໂຍບາຍຄວາມເປັນສ່ວນຕົວນີ້ ຕາມທີ່ກຳນົດໄວ້ໂດຍກົດໝາຍ ແລະ ກົດລະບຽບທີ່ບັງຄັບໃຊ້. ເມື່ອນະໂຍບາຍຄວາມເປັນສ່ວນຕົວນີ້ກ່າວເຖິງ "ທ່ານ" ຫຼື "ຂອງທ່ານ" ນີ້ລວມເອົາຕົວທ່ານ ແລະ ບຸກຄົນກ່ຽວຂ້ອງຕ່າງໆ. ຖ້າທ່ານ ຫຼື ບຸກຄົນກ່ຽວຂ້ອງຕ່າງໆຕ້ອງການຮ້ອງຂໍໃຫ້ລຶບຂໍ້ມູນສ່ວນຕົວຂອງທ່ານອອກຈາກຖານຂໍ້ມູນຂອງພວກເຮົາ, ກະລຸນາຕິດຕໍ່ຫາພວກເຮົາໄດ້ທີ່ dataprotection@wechat.
ພວກເຮົາອາດຈະປັບປຸງແກ້ໄຂ ຫຼື ເພີ່ມຄຳແນະນຳ, ນະໂຍບາຍ ແລະ ຂໍ້ກຳນົດສະເພາະໃສ່ນະໂຍບາຍຄວາມເປັນສ່ວນຕົວນີ້ເປັນບາງຄັ້ງຄາວ. ຄຳແນະນຳ, ນະໂຍບາຍ ແລະ ຂໍ້ກຳນົດເຫຼົ່ານີ້ປະກອບເປັນສ່ວນໜຶ່ງຂອງນະໂຍບາຍຄວາມເປັນສ່ວນຕົວນີ້.
ໃນທຸກຄັ້ງທີ່ພວກເຮົາເຮັດການປ່ຽນແປງຕໍ່ກັບນະໂຍບາຍຄວາມເປັນສ່ວນຕົວນີ້ເຊິ່ງສຳຄັນວ່າທ່ານຕ້ອງຮູ້, ພວກເຮົາຈະປະກາດນະໂຍບາຍຄວາມເປັນສ່ວນຕົວທີ່ອັບເດດໃໝ່ຢູ່ລິ້ງນີ້ ແລະ ແຈ້ງບອກທ່ານຜ່ານ WeChat ຫຼື ວິທີການອື່ນກ່ອນທີ່ການປ່ຽນແປງດັ່ງກ່າວຈະມີຜົນບັງຄັບໃຊ້.
ພວກເຮົາປະມວນຜົນຂໍ້ມູນປະເພດຕ່າງໆໃນການໃຫ້ WeChat. ຂໍ້ມູນເຫຼົ່ານີ້ມີລາຍລະອຽດຂ້າງລຸ່ມ:
"ຂໍ້ມູນທີ່ຕັ້ງ" ແມ່ນຂໍ້ມູນທີ່ໄດ້ຈາກ GPS, WiFi, ເຂັມທິດ, ເຄື່ອງວັດຄວາມເລັ່ງ, ທີ່ຢູ່ IP ຫຼື ໂພສສາທາລະນະທີ່ປະກອບມີຂໍ້ມູນທີ່ຕັ້ງ. ທ່ານຈະເປີດເຜີຍບາງຂໍ້ມູນທີ່ຕັ້ງສະເພາະກັບພວກເຮົາ ແລະ ກັບຜູ້ໃຊ້ WeChat ຄົນອື່ນ:
ໃນເວລາທີ່ທ່ານໃຊ້ບາງຄຸນສົມບັດສະເພາະທີ່ກ່ຽວຂ້ອງກັບທີ່ຕັ້ງ ເຊັ່ນວ່າ ບຸກຄົນທີ່ຢູ່ໃກ້ຄຽງ, ການຄົ້ນຫາ POI, WeRun ແລະ ໃນເວລາທີ່ທ່ານແບ່ງປັນທີ່ຕັ້ງຂອງທ່ານກັບຜູ້ໃຊ້ WeChat ອື່ນ; ແລະ
ໃນເວລາທີ່ທ່ານເຂົ້າຫາ WeChat, ເມື່ອພວກເຮົາໄດ້ຮັບຂໍ້ມູນທີ່ຕັ້ງຈາກທີ່ຢູ່ IP, ອຸປະກອນ ຫຼື ການບໍລິການອິນເຕີເນັດຂອງທ່ານເພື່ອປ້ອງກັນການເຂົ້າສູ່ລະບົບບັນຊີຂອງທ່ານແບບຫຼາຍບັນຊີ ຫຼື ແບບສໍ້ໂກງ.
"ຂໍ້ມູນບັນທຶກ" ແມ່ນຂໍ້ມູນທີ່ພວກເຮົາເກັບເອົາໂດຍອັດຕະໂນມັດເມື່ອທ່ານໃຊ້ WeChat, ບໍ່ວ່າຈະຜ່ານການໃຊ້ຄຸກກີ້, ເວັບບີຄອນ, ໄຟລ໌ບັນທຶກ, ສະຄຣິບ ຫຼື ETag (ຕາມທີ່ອະທິບາຍໄວ້ໃນລາຍລະອຽດເພີ່ມເຕີມຢູ່ໃນ ນະໂຍບາຍວ່າດ້ວຍຄຸກກີ້ ຂອງພວກເຮົາ ເຊິ່ງລວມມີ:
ຂໍ້ມູນເຕັກນິກ ເຊັ່ນວ່າ ຂໍ້ມູນທີ່ກ່ຽວຂ້ອງກັບຜູ້ໃຫ້ບໍລິການມືຖືຂອງທ່ານ, ຂໍ້ມູນການກຳນົດຄ່າທີ່ມີໃຫ້ແກ່ທ່ານຈາກເວັບບຣາວເຊີຂອງທ່ານ ຫຼື ໂປຣແກຣມອື່ນໆທີ່ທ່ານໃຊ້ເພື່ອເຂົ້າເຖິງ WeChat, ທີ່ຢູ່ IP ຂອງທ່ານ ແລະ ເວີຊັນ ແລະ ໝາຍເລກປະຈຳຕົວຂອງອຸປະກອນຂອງທ່ານ;
ຂໍ້ມູນກ່ຽວກັບສິ່ງທີ່ທ່ານໄດ້ຄົ້ນຫາ ແລະ ເບິ່ງໃນຂະນະທີ່ໃຊ້ WeChat ເຊັ່ນວ່າ ຄຳຄົ້ນຫາໃນເວັບທີ່ໃຊ້, ໂປຣໄຟລ໌ສື່ສັງຄົມອອນລາຍທີ່ເຂົ້າເບິ່ງ ແລະ ລາຍລະອຽດຂອງຂໍ້ມູນ ແລະ ເນື້ອຫາອື່ນທີ່ເຂົ້າເຖິງ ຫຼື ຮ້ອງຂໍເອົາໂດຍທ່ານໃນການໃຊ້ WeChat;
ຂໍ້ມູນທົ່ວໄປກ່ຽວກັບການສື່ສານໃນແພລດຟອມ ເຊັ່ນວ່າ ຕົວຕົນຂອງຜູ້ໃຊ້ທີ່ທ່ານໄດ້ສື່ສານກັບ ແລະ ເວລາ, ຂໍ້ມູນ ແລະ ໄລຍະເວລາຂອງການສື່ສານຂອງທ່ານ (ແຕ່ບໍ່ແມ່ນເນື້ອຫາຂອງການສື່ສານດັ່ງກ່າວ, ຍົກເວັ້ນຖ້າທ່ານສື່ສານກັບບັນຊີທາງການ ຫຼື ທີມບໍລິການຊ່ວຍເຫຼືອຂອງພວກເຮົາ); ແລະ
ຂໍ້ມູນເມຕາ ເຊິ່ງໝາຍເຖິງຂໍ້ມູນທີ່ກ່ຽວຂ້ອງກັບລາຍການຕ່າງໆທີ່ທ່ານໄດ້ເຮັດໃຫ້ມີໃຫ້ຜ່ານ WeChat ເຊັ່ນວ່າ ວັນທີ, ເວລາ ຫຼື ຈຸດທີ່ຕັ້ງທີ່ຮູບຖ່າຍ ຫຼື ວິດີໂອທີ່ແບ່ງປັນຖືກຖ່າຍ ຫຼື ໂພສ.
"ຂໍ້ມູນທີ່ບໍ່ແມ່ນຂໍ້ມູນສ່ວນຕົວ" ແມ່ນຂໍ້ມູນທີ່ບໍ່ສາມາດໃຊ້ເພື່ອລະບຸຕົວຕົນຂອງທ່ານໂດຍກົງ ຫຼື ໂດຍທາງອ້ອມໄດ້.
"ຂໍ້ມູນສ່ວນຕົວ" ແມ່ນຂໍ້ມູນ ຫຼື ການລວມກັນຂອງຂໍ້ມູນທີ່ກ່ຽວຂ້ອງກັບທ່ານ, ທີ່ສາມາດໃຊ້ (ໂດຍກົງ ຫຼື ໂດຍທາງອ້ອມ) ເພື່ອລະບຸຕົວຕົນຂອງທ່ານໄດ້. ພວກເຮົາອະທິບາຍຕົວຢ່າງກ່ຽວກັບຂໍ້ມູນສ່ວນຕົວ (ແລະ ກ່ຽວກັບວ່າພວກເຮົາເກັບເອົາຂໍ້ມູນສ່ວນຕົວດັ່ງກ່າວແນວໃດ) ຢູ່ໃນຂໍ້ "ພວກເຮົາປະມວນຜົນຂໍ້ມູນຂອງທ່ານແນວໃດ" ຢູ່ຂ້າງລຸ່ມ.
"ຂໍ້ມູນທີ່ແບ່ງປັນ" ແມ່ນຂໍ້ມູນກ່ຽວກັບທ່ານ ຫຼື ກ່ຽວຂ້ອງກັບທ່ານທີ່ທ່ານແບ່ງປັນໂດຍສະໝັກໃຈຢູ່ໃນ WeChat. ຂໍ້ມູນທີ່ແບ່ງປັນອາດຈະລວມມີການໂພສຕ່າງໆທີ່ທ່ານເຮັດໃນ WeChat (ລວມທັງໂປຣໄຟລ໌ສາທາລະນະຂອງທ່ານ, ລາຍຊື່ທີ່ທ່ານສ້າງຂຶ້ນ ແລະ ຮູບຖ່າຍ, ວິດີໂອ ແລະ ບັນທຶກສຽງທີ່ເຂົ້າເຖິງໂດຍມີການຍິນຍອມເຫັນດີລ່ວງໜ້າຈາກທ່ານຜ່ານເຊັນເຊີກ້ອງຖ່າຍຮູບ ແລະ/ຫຼື ໄມໂຄຣໂຟນໃນອຸປະກອນຂອງທ່ານ, ການໂພສຕ່າງໆຈາກຄົນອື່ນທີ່ທານໂພສຕອບ ແລະ ຂໍ້ມູນທີ່ຕັ້ງ ແລະ ຂໍ້ມູນບັນທຶກທີ່ເຊື່ອມໂຍງກັບການໂພສດັ່ງກ່າວ. ຂໍ້ມູນທີ່ແບ່ງປັນຍັງລວມເອົາຂໍ້ມູນກ່ຽວກັບທ່ານ (ລວມທັງຂໍ້ມູນທີ່ຕັ້ງ ແລະ ຂໍ້ມູນບັນທຶກ) ທີ່ຄົນອື່ນທີ່ໃຊ້ WeChat ແບ່ງປັນກ່ຽວກັບທ່ານນຳອີກ.
ການກ່າວເຖິງ "ຂໍ້ມູນ" ໃນນະໂຍບາຍຄວາມເປັນສ່ວນຕົວນີ້ໝາຍເຖິງທັງຂໍ້ມູນສ່ວນຕົວ ແລະ ຂໍ້ມູນທີ່ບໍ່ແມ່ນຂໍ້ມູນສ່ວນຕົວ.
ສິ່ງຕໍ່ໄປນີ້ບອກວ່າພວກເຮົາເກັບເອົາຂໍ້ມູນສ່ວນຕົວໃດແດ່, ພວກເຮົາໃຊ້ມັນແນວໃດ (ແລະ ພື້ນຖານດ້ານກົດໝາຍສຳລັບການປະມວນຜົນຂໍ້ມູນສ່ວນຕົວນັ້ນພາຍໃຕ້ກົດໝາຍຂອງສະຫະພາບເອີຣົບໃນຂອບເຂດທີ່ນຳໃຊ້):
ຂໍ້ມູນ | ຈຸດປະສົງຂອງການປະມວນຜົນ |
---|---|
ຂໍ້ມູນການລົງທະບຽນ ແລະ ຂໍ້ມູນການເຂົ້າສູ່ລະບົບ. ຊື່, ນາມແຝງຜູ້ໃຊ້, ເບີໂທລະສັບມືຖື, ລະຫັດຜ່ານ, ເພດ ແລະ ທີ່ຢູ່ IP ຂອງທ່ານ. ພື້ນຖານດ້ານກົດໝາຍ (EU): ສັນຍາ |
|
ຂໍ້ມູນການຄົ້ນຫາໂປຣໄຟລ໌ຜູ້ໃຊ້. ບັນທຶກຄຳຄົ້ນຫາຕ່າງໆ. ພື້ນຖານດ້ານກົດໝາຍ (EU): ສັນຍາ |
|
ຂໍ້ມູນທີ່ແບ່ງປັນ - ຂໍ້ມູນໂປຣໄຟລ໌. ຂໍ້ມູນໃດໆກໍຕາມທີ່ທ່ານລວມເອົາເຂົ້າໃນໂປຣໄຟລ໌ WeChat ທີ່ເປີດເຜີຍຕໍ່ສາທາລະນະຂອງທ່ານ ເຊິ່ງອາດຈະລວມມີ ID, ຊື່ ແລະ ຮູບໂປຣໄຟລ໌ຂອງທ່ານ. ພື້ນຖານດ້ານກົດໝາຍ (EU): ສັນຍາ |
|
ຂໍ້ມູນທີ່ແບ່ງປັນ - ສື່ໂປຣໄຟລ໌. ນີ້ປະກອບມີຂໍ້ມູນທັງໝົດທີ່ທ່ານເຮັດໃຫ້ມີໃຫ້ແກ່ຜູ້ໃຊ້ອື່ນຜ່ານ WeChat ເຊິ່ງປະກອບມີ: ພື້ນຖານດ້ານກົດໝາຍ (EU): ສັນຍາ |
|
ຄວາມປອດໄພບັນຊີເພີ່ມເຕີມ. Voiceprint (ຄຸນສົມບັດຄວາມປອດໄພແບບເລືອກໄດ້ສຳລັບທ່ານ), ລາຍຊື່ຕິດຕໍ່ສຸກເສີນ, ອຸປະກອນທີ່ມີການຈັດການ, ທີ່ຢູ່ອີເມວ, Facebook Connect OpenID, Facebook Connect Token, QQ ID. ພື້ນຖານດ້ານກົດໝາຍ (EU): ສັນຍາ |
|
ຂໍ້ມູນການສົນທະນາ. ເນື້ອຫາຂອງການສື່ສານລະຫວ່າງທ່ານກັບຜູ້ໃຊ້ ຫຼື ກຸ່ມຜູ້ໃຊ້ອື່ນ. ຂໍ້ມູນນີ້ຖືກເກັບໄວ້ໃນອຸປະກອນຂອງທ່ານ ແລະ ອຸປະກອນຂອງຜູ້ໃຊ້ທີ່ທ່ານໄດ້ສົ່ງການສື່ສານຫາ. ພວກເຮົາບໍ່ເກັບຮັກສາຂໍ້ມູນນີ້ໄວ້ໃນເຊີບເວີຂອງພວກເຮົາຢ່າງຖາວອນ ແລະ ມັນພຽງໄປຜ່ານເຊີບເວີຂອງພວກເຮົາ ເພື່ອໃຫ້ສາມາດແຈກຢາຍຂໍ້ມູນນີ້ໃຫ້ແກ່ຜູ້ໃຊ້ທີ່ທ່ານໄດ້ເລືອກສົ່ງການສື່ສານຫາ. ພື້ນຖານດ້ານກົດໝາຍ (EU): ສັນຍາ |
|
ລາຍການລາຍຊື່ຕິດຕໍ່. ລາຍການລາຍຊື່ຕິດຕໍ່ໃນອຸປະກອນຂອງທ່ານ. ພື້ນຖານດ້ານກົດໝາຍ (EU): ສັນຍາ |
|
OpenID. ພວກເຮົາສ້າງ OpenID ຂຶ້ນໃນແຕ່ລະກໍລະນີທີ່ບັນຊີ WeChat ຂອງທ່ານເປີດນຳໃຊ້ການບໍລິການ WeChat Open Platform ຂອງພາກສ່ວນທີສາມ. ມັນແມ່ນຕົວລະບຸສະເພາະທີ່ປະກົດມີສຳລັບບັນຊີດຽວທີ່ເຊື່ອມຕໍ່ກັບການບໍລິການດຽວເທົ່ານັ້ນ ແລະ ອະນຸຍາດໃຫ້ມັນຖືກລະບຸຕົວໂດຍບໍ່ໃຊ້ຂໍ້ມູນສ່ວນຕົວອື່ນ – ເຊັ່ນວ່າ ຊື່ ຫຼື ທີ່ຢູ່ອີເມວຂອງທ່ານ. ນອກນັ້ນ, ພວກເຮົາສ້າງ UnionID ສຳລັບແຕ່ລະກໍລະນີທີ່ບັນຊີ WeChat ເຊື່ອມຕໍ່ກັບການບໍລິການໃດໜຶ່ງ ຫຼື ຫຼາຍການບໍລິການທີ່ດຳເນີນໂດຍຜູ້ໃຫ້ບໍລິການພາກສ່ວນທີສາມ. ນີ້ອະນຸຍາດໃຫ້ຜູ້ໃຫ້ບໍລິການພາກສ່ວນທີສາມເຊື່ອມໂຍງການເຄື່ອນໄຫວຂອງທ່ານໄດ້ງ່າຍຂຶ້ນໃນທົ່ວການບໍລິການທີ່ກ່ຽວຂ້ອງພາຍໃນທີ່ສະໜອງໃຫ້ໂດຍຜູ້ໃຫ້ບໍລິການດຽວກັນ. ພື້ນຖານດ້ານກົດໝາຍ (EU): ສັນຍາ |
|
ຂໍ້ມູນບັນທຶກ. ເບິ່ງຄຳນິຍາມຂ້າງເທິງ. ພື້ນຖານດ້ານກົດໝາຍ (EU): ສິດທິປະໂຫຍດທີ່ຖືກຕ້ອງຕາມກົດໝາຍ |
|
ຂໍ້ມູນທີ່ຕັ້ງ. ເບິ່ງຄຳນິຍາມຂ້າງເທິງ. ພື້ນຖານດ້ານກົດໝາຍ (EU): ສັນຍາ ກະລຸນາຈົດຈຳໄວ້ວ່າ ການໃຊ້ງານຂອງຜະລິດຕະພັນ ແລະ ບໍລິການທີ່ໃຊ້ຂໍ້ມູນຕຳແຫນ່ງ, ເມື່ອໃຊ້ຢູ່ນອກປະເທດສາທາລະນະລັດ ປະຊາຊົນຈີນ ແມ່ນຂຶ້ນຢູ່ກັບ HERE ເງື່ອນໄຂການໃຊ້ງານ ແລະ HERE ນະໂຍບາຍຄວາມເປັນສ່ວນຕົວ. |
|
ຂໍ້ມູນບັດເຄຣດິດ ພື້ນຖານດ້ານກົດໝາຍ (EU): ພວກເຮົາປະມວນຜົນຂໍ້ມູນນີ້ອີງຕາມພັນທະຂອງພວກເຮົາພາຍໃຕ້ກົດໝາຍທີ່ບັງຄັບໃຊ້. |
|
ຂໍ້ມູນການຊ່ວຍເຫຼືອລູກຄ້າ. ຂໍ້ມູນໃດໆກໍຕາມທີ່ທ່ານສະໜອງໃຫ້ແກ່ທີມຊ່ວຍເຫຼືອລູກຄ້າຂອງພວກເຮົາ. ພື້ນຖານດ້ານກົດໝາຍ (EU): ສັນຍາ |
|
ຂໍ້ມູນອຸປະກອນ. ສື່ທີ່ເກັບໄວ້ໃນອຸປະກອນຂອງທ່ານ. ພື້ນຖານດ້ານກົດໝາຍ (EU): ສັນຍາ |
|
ຂໍ້ມູນການເຊື່ອມຕໍ່ສື່ສັງຄົມອອນລາຍ. QQ ID ຫຼື Facebook Connect Token ຂອງທ່ານ (ຕາມທີ່ກ່ຽວຂ້ອງ). ພື້ນຖານດ້ານກົດໝາຍ (EU): ສັນຍາ |
|
ການສໍາຫຼວດ. ຖ້າທ່ານເລືອກເຂົ້າຮ່ວມການສຳຫຼວດໃດໜຶ່ງ, ພວກເຮົາອາດຈະຮ້ອງຂໍເອົາບາງຂໍ້ມູນສ່ວນຕົວສະເພາະຈາກທ່ານ. ພວກເຮົາອາດຈະໃຊ້ຜູ້ໃຫ້ບໍລິການພາກສ່ວນທີສາມເພື່ອດຳເນີນການສຳຫຼວດເຫຼົ່ານີ້ ແລະ ຈະມີການແຈ້ງບອກສິ່ງນີ້ໃຫ້ທ່ານຊາບກ່ອນທີ່ທ່ານຈະເຮັດການສຳຫຼວດ. ພື້ນຖານດ້ານກົດໝາຍ (EU): ການຍິນຍອມເຫັນດີ |
|
ຂໍ້ມູນການແຂ່ງຂັນ. ຂໍ້ມູນໃດໆກໍຕາມທີ່ທ່ານສະໜອງໃຫ້ແກ່ພວກເຮົາໃນການສົ່ງຂໍ້ມູນເຂົ້າຮ່ວມການແຂ່ງຂັນທີ່ສະເໜີໃຫ້ໃນ WeChat. ພື້ນຖານດ້ານກົດໝາຍ (EU): ສັນຍາ |
|
ຂໍ້ມູນທີ່ໃຊ້ນາມແຝງ ແລະ ຂໍ້ມູນແບບລວມກັນ. ພວກເຮົາໃຊ້ນາມແຝງ ແລະ ລວມບາງຂໍ້ມູນສ່ວນຕົວສະເພາະເຂົ້າກັນເພື່ອປັບປຸງການບໍລິການຂອງພວກເຮົາ ພື້ນຖານດ້ານກົດໝາຍ (EU): ສິດທິປະໂຫຍດທີ່ຖືກຕ້ອງຕາມກົດໝາຍ |
|
ຄຸກກີ້. ພວກເຮົາອະທິບາຍການເກັບຂໍ້ມູນດັ່ງກ່າວເພີ່ມເຕີມໃນຂໍ້ "ເຕັກໂນໂລຊີການຕິດຕາມ". ພື້ນຖານດ້ານກົດໝາຍ (EU): ສັນຍາ |
|
ບາງຄົນສົມບັດຂອງ WeChat ພຽງແຕ່ມີໃຫ້ແກ່ຜູ້ໃຊ້ໃນບາງເຂດອຳນາດເທົ່ານັ້ນ. ສຳລັບຄຸນສົມບັດເຫຼົ່ານີ້ ພວກເຮົາເກັບເອົາຂໍ້ມູນເພີ່ມເຕີມດັ່ງຕໍ່ໍໄປນີ້:
ຂໍ້ມູນ | ຈຸດປະສົງຂອງການປະມວນຜົນ |
---|---|
ຂໍ້ມູນການລົງທະບຽນເພີ່ມເຕີມ – ບັນຊີທີ່ກວດຢືນຢັນແລ້ວ. ສັນຊາດ, ວັນເດືອນປີເກີດ, ທີ່ຢູ່ອາໄສ, ສຳເນົາຫຼັກຖານສະແດງທີ່ຢູ່, ສຳເນົາເອກະສານລະບຸຕົວຕົນ (ເຊັ່ນວ່າ ໜັງສືຜ່ານແດນ, ບັດປະຈຳຕົວ, ໃບອະນຸຍາດກັບຄືນບ້ານເກີດ ແລະ ອື່ນໆ), ເລກທີເອກະສານລະບຸຕົວຕົນບຸກຄົນ, ອາຊີບ ແລະ ແຫຼ່ງທຶນ. |
ການມີໃຫ້: ຄຸນສົມບັດນີ້ມີໃຫ້ແກ່ຜູ້ໃຊ້ທີ່ມີເບີມືຖືທີ່ອອກໃຫ້ໃນບາງເຂດອຳນາດສະເພາະເທົ່ານັ້ນ (ເຊັ່ນວ່າ ຮ່ອງກົງ) | ຖ້າທ່ານເລືອກຂໍເອົາການກວດຢືນຢັນບັນຊີ (ເພື່ອປົດລັອກຄຸນສົມບັດການຊຳລະເງິນ ແລະ ການຊຳລະສະສາງເງິນທຶນເພີ່ມເຕີມໃນ WeChat), ພວກເຮົາໃຊ້ຂໍ້ມູນນີ້:
ຂໍ້ມູນສ່ວນຕົວຢູ່ພາຍໃນຄຳຍິນຍອມເຫັນດີຂອງທ່ານ
ຖ້າຂໍ້ມູນສ່ວນຕົວຂອງທ່ານໃດໆກໍຕາມປະກອບເປັນຄຳຍິນຍອມເຫັນດີຂອງທ່ານ (ຕາມທີ່ກຳນົດໄວ້ໃນຂໍ້ກຳນົດການບໍລິການຂອງ WeChat), ພວກເຮົາ ແລະ ບໍລິສັດໃນເຄືອຂອງພວກເຮົາອາດຈະ (ໂດຍປະຕິບັດຕາມນະໂຍບາຍຄວາມເປັນສ່ວນຕົວນີ້) ໃຊ້ຂໍ້ມູນສ່ວນຕົວດັ່ງກ່າວອີງຕາມຂໍ້ "ການຍິນຍອມເຫັນດີຂອງທ່ານ" ຂອງຂໍ້ກຳນົດການບໍລິການຂອງ WeChat.
ພວກເຮົາຈະບໍ່ໂອນຂໍ້ມູນສ່ວນຕົວຂອງທ່ານໃຫ້ພາກສ່ວນທີສາມອື່ນໃດໆ ຍົກເວັ້ນຕາມທີ່ລະບຸໄວ້ຂ້າງລຸ່ມ ຫຼື ໃນສະພາບການທີ່ທ່ານຍິນຍອມເຫັນດີຕໍ່ກັບການໂອນດັ່ງກ່າວ.
ພວກເຮົາແບ່ງປັນຂໍ້ມູນຂອງທ່ານກັບຜູ້ຮັບທີ່ເລືອກໄວ້ຜູ້ທີ່ມີພື້ນຖານດ້ານກົດໝາຍ ແລະ ອຳນາດທີ່ຕ້ອງການໃນການຮ້ອງຂໍເອົາຂໍ້ມູນດັ່ງກ່າວ. ປະເພດຜູ້ຮັບຂໍ້ມູນເຫຼົ່ານີ້ລວມມີ:
ລັດຖະບານ, ພາກລັດ, ໜ່ວຍງານກົດໝາຍ, ສານ ແລະ ໜ່ວຍງານ ຫຼື ເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ: ບ່ອນທີ່ພວກເຮົາຈຳເປັນຕ້ອງປະຕິບັດຕາມກົດໝາຍ ຫຼື ກົດລະບຽບທີ່ບັງຄັບໃຊ້, ຄຳສັ່ງສານ, ໝາຍສານ ຫຼື ຂະບວນການທາງກົດໝາຍອື່ນໆ ຫຼື ມີພື້ນຖານທາງກົດໝາຍໃນການຕອບສະໜອງຕໍ່ກັບຄຳຮ້ອງຂໍເອົາຂໍ້ມູນຈາກໜ່ວຍງານດັ່ງກ່າວ ແລະ ໜ່ວຍງານທີ່ຮ້ອງຂໍເອົາມີສິດອຳນາດທີ່ຖືກຕ້ອງໃນການຂໍເອົາຂໍ້ມູນສ່ວນຕົວຂອງທ່ານ;
ກຸ່ມບໍລິສັດທີ່ກ່ຽວຂ້ອງ: ພວກເຮົາແບ່ງປັນຂໍ້ມູນສ່ວນຕົວຂອງທ່ານຢູ່ພາຍໃນກຸ່ມບໍລິສັດຂອງພວກເຮົາ ເຊິ່ງລວມມີ Tencent International Service Europe BV (ຕັ້ງຢູ່ເນເທີແລນ), Tencent International Service Pte. Ltd (ຕັ້ງຢູ່ສິງກະໂປ), WeChat International Pte Ltd (ຕັ້ງຢູ່ສິງກະໂປ) ແລະ Oriental Power Holdings Limited (ຕັ້ງຢູ່ຫ້ອງຮ່ອງກົງ) ແລະ WeChat International (Canada) Limited (ຕັ້ງຢູ່ການາດາ) ທີ່ດຳເນີນເຊີບເວີໃນຮ່ອງກົງ ແລະ ການາດາ, ເພື່ອຈຸດປະສົງ:
ໃຫ້ WeChat ແກ່ທ່ານ, ຊ່ວຍພວກເຮົາໃນການດຳເນີນຈຸດປະສົງຕ່າງໆທີ່ລະບຸໄວ້ພາຍໃຕ້ຂໍ້ "ພວກເຮົາເກັບເອົາ ແລະ ປະມວນຜົນຂໍ້ມູນຂອງທ່ານແນວໃດ" ຂ້າງເທິງ ແລະ ໃນການປະຕິບັດພັນທະຕ່າງໆຂອງພວກເຮົາ ແລະ ການບັງຄັບໃຊ້ສິດທິຂອງພວກເຮົາພາຍໃຕ້ຂໍ້ກຳນົດການບໍລິການຂອງ WeChat ຫຼື ນະໂຍບາຍຄວາມເປັນສ່ວນຕົວນີ້; ແລະ
ໃນກໍລະນີເກີດການປັບປຸງໂຄງສ້າງພາຍໃນຂອງພວກເຮົາ ຫຼື ທຸລະກິດໃນເຄືອຂອງພວກເຮົາ ຫຼື ການຂາຍ WeChat ຫຼື ຊັບສິນສ່ວນໃດໆກໍຕາມຂອງມັນໃຫ້ແກ່ພາກສ່ວນທີສາມ, ນິຕິບຸກຄົນທີ່ດຳເນີນ WeChat ໃນຕໍ່ມາອາດຈະແມ່ນນິຕິບຸກຄົນທີ່ຕ່າງຈາກພວກເຮົາ ແລະ ພວກເຮົາຈະໂອນຂໍ້ມູນຂອງທ່ານຢ່າງເໝາະສົມ ເພື່ອໃຫ້ການບໍລິການຂອງທ່ານສາມາດສືບຕໍ່ໄດ້;
ຜູ້ໃຫ້ບໍລິການພາກສ່ວນທີສາມ: ຜູ້ໃຫ້ບໍລິການທີ່ສະໜອງການບໍລິການເພື່ອສະໜັບສະໜຸນການບໍລິການຂອງພວກເຮົາ ລວມທັງຜູ້ໃຫ້ບໍລິການທີ່ມີລາຍຊື່ຢູ່ ທີ່ນີ້. ນີ້ລວມມີຜູ້ໃຫ້ບໍລິການດ້ານການສື່ສານຜູ້ທີ່ສົ່ງ SMS ໃນນາມຂອງພວກເຮົາ, ຜູ້ໃຫ້ບໍລິການ VoIP ສຳລັບການເຊື່ອມຕໍ່ກັບການປະມວນຜົນ ແລະ ການກວດຢືນຢັນບັດຂອງການບໍລິການໂທລະສັບແບບເກົ່າ ແລະ ການບໍລິການແປພາສາ. ນອກນັ້ນ ພວກເຮົາຍັງໃຊ້ຜູ້ໃຫ້ບໍລິການເພື່ອຊ່ວຍເລັ່ງການນຳສົ່ງເນື້ອຫາແກ່ທ່ານໃນພາກພື້ນຂອງທ່ານໃຫ້ໄວຂຶ້ນ ໂດຍການໃຊ້ຈຸດເລັ່ງຄວາມໄວ ແລະ ເຄືອຂ່າຍນຳສົ່ງເນື້ອຫາ ແລະ ເພື່ອໃຫ້ຂໍ້ມູນຕຳແໜ່ງ ແລະ ຂໍ້ມູນການເຮັດແຜນທີ່;
ບັນຊີທາງການ WeChat ແລະ ຜູ້ໃຫ້ບໍລິການມິນິໂປຣແກຣມ, ການບໍລິການອື່ນໆທີ່ທ່ານເລືອກເພື່ອໃຊ້ການເຂົ້າສູ່ລະບົບ WeChat ສຳລັບແອັບພາກສ່ວນທີສາມ, ຖ້າທ່ານເລືອກຕິດຕາມ ຫຼື ໃຊ້ບັນຊີທາງການ / ມິນິໂປຣແກຣມ/ ການເຂົ້າສູ່ລະບົບ WeChat ທີ່ກ່ຽວຂ້ອງສຳລັບພາກສ່ວນທີສາມ.
WeChat ເຮັດໃຫ້ສາມາດແບ່ງປັນບາງຂໍ້ມູນສະເພາະໄດ້ຢ່າງເປີດເຜີຍກັບລາຍຊື່ຕິດຕໍ່ໃນ WeChat ແລະ ຜູ້ໃຊ້ WeChat ອື່ນ. ທ່ານສາມາດເຊື່ອງໂປຣໄຟລ໌ຂອງທ່ານຈາກການເບິ່ງເຫັນ ແລະ ການຄົ້ນຫາຂອງສາທາລະນະໄດ້ທຸກເວລາ ໂດຍການຖອນໝາຍເອົາ "ອະນຸຍາດໃຫ້ຊອກເຫັນຕາມເບີໂທລະສັບ, WeChat ID ຫຼື QQ ID" ຢູ່ໃນການຕັ້ງຄ່າບັນຊີຂອງທ່ານ. ນີ້ໝາຍຄວາມວ່າຜູ້ໃຊ້ WeChat ອື່ນຈະບໍ່ສາມາດຊອກເຫັນທ່ານ. ພວກເຮົາເອີ້ນຂໍ້ມູນປະເພດນີ້ຢູ່ຂ້າງເທິງເປັນຂໍ້ມູນທີ່ແບ່ງປັນ. ຂໍ້ມູນທີ່ແບ່ງປັນຈະຍັງຄົງມີໃຫ້ຢ່າງເປີດເຜີຍຕາບໃດທີ່ທ່ານ ຫຼື ຜູ້ໃຊ້ທີ່ໄດ້ແບ່ງປັນຂໍ້ມູນດັ່ງກ່າວຍັງຮັກສາມັນໄວ້ຢູ່. ເຖິງແມ່ນຫຼັງຈາກທີ່ທ່ານລຶບຂໍ້ມູນທີ່ແບ່ງປັນແລ້ວ, ມັນອາດຈະຍັງຖືກຈັດເກັບໄວ້, ອັດສຳເນົາ ຫຼື ເກັບຮັກສາໄວ້ແຍກຕ່າງຫາກ ຫຼື ຍັງຄົງເປີດເຜີຍຕໍ່ສາທາລະນະ ໂດຍຜູ້ໃຊ້ອື່ນ ຫຼື ພາກສ່ວນທີສາມຜູ້ທີ່ບໍ່ກ່ຽວຂ້ອງກັບ ແລະ ບໍ່ຢູ່ພາຍໃຕ້ການຄວບຄຸມຂອງພວກເຮົາ.
ຖ້າທ່ານໄດ້ຮ້ອງຂໍໃຫ້ພວກເຮົາລຶບຂໍ້ມູນສ່ວນຕົວຂອງທ່ານທີ່ພວກເຮົາໄດ້ເປີດເຜີຍຕໍ່ສາທາລະນະ ແລະ ມີເຫດຜົນສຳລັບການລຶບ, ພວກເຮົາຈະໃຊ້ຂັ້ນຕອນທີ່ສົມເຫດສົມຜົນເພື່ອພະຍາຍາມບອກໃຫ້ຄົນອື່ນທີ່ສະແດງຂໍ້ມູນສ່ວນຕົວຂອງທ່ານ ຫຼື ໃຫ້ລິ້ງເຊື່ອມໂຍງກັບຂໍ້ມູນຂອງທ່ານລຶບມັນເຊັ່ນກັນ.
ກະລຸນາພິຈາລະນາສິ່ງທີ່ທ່ານໂພສ ແລະ ສື່ສານຜ່ານ WeChat ຢ່າງລະອຽດ. ໃນບາງກໍລະນີ, ທ່ານອາດຈະຄວບຄຸມໄດ້ວ່າຈະໃຫ້ສາທາລະນະຊົນທົ່ວໄປມີການເຂົ້າເຖິງໃດແດ່ຕໍ່ກັບຂໍ້ມູນທີ່ແບ່ງປັນຂອງທ່ານຜ່ານການຕັ້ງຄ່າຄວາມເປັນສ່ວນຕົວໃນ WeChat.
ພວກເຮົາອາດຈະສົ່ງການປະກາດທີ່ກ່ຽວຂ້ອງກັບການບໍລິການໃຫ້ທ່ານໃນບາງຄັ້ງຄາວເມື່ອພວກເຮົາພິຈາລະນາວ່າມັນຈຳເປັນໃນການເຮັດເຊັ່ນນັ້ນ (ເຊັ່ນວ່າ ເມື່ອພວກເຮົາໂຈະການໃຊ້ WeChat ໄວ້ຊົ່ວຄາວສຳລັບການບຳລຸງຮັກສາ ຫຼື ຄວາມປອດໄພ, ຄວາມເປັນສ່ວນຕົວ ຫຼື ການສື່ສານທີ່ກ່ຽວຂ້ອງກັບການບໍລິຫານ). ພວກເຮົາສົ່ງສິ່ງເຫຼົ່ານີ້ຫາທີ່ຢູ່ອີເມວຂອງທ່ານ ຫຼື ຜ່ານ SMS. ທ່ານສາມາດເລືອກບໍ່ຮັບການປະກາດທີ່ກ່ຽວຂ້ອງກັບການບໍລິການເຫຼົ່ານີ້ໄດ້ ເຊິ່ງບໍ່ມີລັກສະນະດ້ານການສົ່ງເສີມການຂາຍ ແລະ ຖືກໃຊ້ເພື່ອປົກປ້ອງບັນຊີຂອງທ່ານ ແລະ ແຈ້ງບອກທ່າກ່ຽວກັບການປ່ຽນແປງທີ່ສຳຄັນຕໍ່ກັບ WeChat ເທົ່ານັ້ນ.
ໃນບາງເຂດອຳນາດ, ຂໍ້ມູນສ່ວນຕົວບາງປະເພດສະເພາະ ເຊັ່ນວ່າ ຂໍ້ມູນກ່ຽວກັບເຊື້ອຊາດ ຫຼື ຊົນເຜົ່າຂອງທ່ານ, ຄວາມເຊື່ອທາງສາສະໜາ ຫຼື ປັດຊະຍາຂອງທ່ານ ຫຼື ສຸຂະພາບສ່ວນຕົວ ຖືວ່າເປັນຂໍ້ມູນ "ອ່ອນໄຫວ" ແລະ ຂຶ້ນກັບກົດລະບຽບທີ່ເຄັ່ງຄັດກວ່າຂໍ້ມູນສ່ວນຕົວປະເພດອື່ນ. ກະລຸນາຮັບຊາບວ່າເນື້ອຫາ ແລະ ຂໍ້ມູນທີ່ທ່ານປ້ອນເຂົ້າໃນ WeChat ເຊັ່ນວ່າ ຮູບຖ່າຍ ຫຼື ຂໍ້ມູນກ່ຽວກັບໂຮງຮຽນ, ກິດຈະກຳທາງສັງຄົມ ອາດຈະເປີດເຜີຍຂໍ້ມູນສ່ວນຕົວທີ່ອ່ອນໄຫວຕໍ່ກັບຄົນອື່ນໄດ້.
ກ່ອນທີ່ຈະສື່ສານຂໍ້ມູນສ່ວນຕົວໃດໆທີ່ມີລັກສະນະອ່ອນໄຫວຢູ່ພາຍໃນ WeChat, ກະລຸນາພິຈາລະນາວ່າມັນເໝາະສົມໃນການເຮັດເຊັ່ນນັ້ນຫຼືບໍ່.
ໂດຍການໂພສຂໍ້ມູນສ່ວນຕົວທີ່ມີລັກສະນະອ່ອນໄຫວໃດໆກໍຕາມຢູ່ພາຍໃນ WeChat, ທ່ານກຳລັງຍິນຍອມໃຫ້ຂໍ້ມູນດັ່ງກ່າວມີໃຫ້ຢູ່ພາຍໃນການຄວບຄຸມທີ່ທ່ານໄດ້ເລືອກ (ຕົວຢ່າງ: ມີໃຫ້ແກ່ຜູ້ໃຊ້ທີ່ເລືອກເປັນຜູ້ທີ່ສາມາດເບິ່ງໂພສ ຫຼື ຂໍ້ມູນໂປຣໄຟລ໌ຂອງທ່ານໄດ້).
ການແບ່ງປັນຂໍ້ມູນ WeChat ຂອງທ່ານຢູ່ນອກ WeChat
ພວກເຮົາໃຫ້ຄຸນສົມບັດທີ່ກ່ຽວຂ້ອງກັບ WeChat ອື່ນໆທີ່ອະນຸຍາດໃຫ້ທ່ານເປີດເຜີຍຂໍ້ມູນທີ່ແບ່ງປັນຕໍ່ກັບຜູ້ຊົມໃຊ້ທີ່ຢູ່ນອກເຄືອຂ່າຍ WeChat ຂອງທ່ານ – ຕົວຢ່າງ: ບລັອກຂໍ້ມູນ ແລະ ເວທີສົນທະນາທີ່ສາທາລະນະເຂົ້າເຖິງໄດ້ ຫຼື ບາງຄຸນສົມບັດສື່ສັງຄົມອອນລາຍສະເພາະຢູ່ພາຍໃນ WeChat (ເຊັ່ນວ່າ "ປລັກອິນ" (ເຊິ່ງສ້າງລິ້ງເຊື່ອມໂຍງໂດຍກົງລະຫວ່າງສອງເວັບໄຊ) ແລະ "ວິດເຈັດ" (ເຊິ່ງເປັນມິນິໂປຣແກຣໂຕ້ຕອບທີ່ໃຫ້ການບໍລິການພາກສ່ວນທີສາມຢູ່ພາຍໃນ WeChat)) ອະນຸຍາດໃຫ້ທ່ານໂພສໃໝ່ ແລະ ເປີດເຜີຍຂໍ້ມູນທີ່ແບ່ງປັນໄດ້. ຂໍ້ມູນໃດໆກໍຕາມທີ່ທ່ານແຈກຢາຍໂດຍໃຊ້ຄຸນສົມບັດດັ່ງກ່າວອາດຈະຖືກອ່ານ, ເກັບເອົາ ແລະ ນຳໃຊ້ໂດຍພາກສ່ວນທີສາມທີ່ບໍ່ຢູ່ພາຍໃຕ້ການຄວບຄຸມຂອງ WeChat.
ທ່ານອາດຈະເຊື່ອມໂຍງລາຍການລາຍຊື່ຕິດຕໍ່ໃນ WeChat ຂອງທ່ານກັບລາຍການລາຍຊື່ຕິດຕໍ່ໃນອຸປະກອນຂອງທ່ານ ແລະ/ຫຼື ໃນບັນຊີຂອງທ່ານຢູ່ໃນການບໍລິການພາກສ່ວນທີສາມຕ່າງໆ ເພື່ອຄົ້ນຫາ ແລະ ເຊື່ອມຕໍ່ກັບລາຍຊື່ຕິດຕໍ່ໃນລາຍການລາຍຊື່ຕິດຕໍ່ເຫຼົ່ານັ້ນຜູ້ທີ່ມີບັນຊີ WeChat ເຊັ່ນກັນ. WeChat ຈະຮ້ອງຂໍໃຫ້ທ່ານຍິນຍອມເຫັນດີຕໍ່ກັບການເຂົ້າເຖິງລາຍການລາຍຊື່ຕິດຕໍ່ຂອງທ່ານກ່ອນທີ່ຈະເຮັດເຊັ່ນນັ້ນ.
ການເຂົ້າເຖິງ ແລະ ການນຳເຂົ້າຂໍ້ມູນໂດຍໃຊ້ WeChat
WeChat ອະນຸຍາດໃຫ້ທ່ານເຊື່ອມໂຍງການບໍລິການ WeChat ຂອງທ່ານກັບການບໍລິການສື່ສັງຄົມອອນລາຍພາກສ່ວນທີສາມທີ່ເລືອກໄວ້ ແລະ ນຳເຂົ້າບາງເນື້ອຫາ ແລະ ຂໍ້ມູນສະເພາະຈາກການບໍລິການພາກສ່ວນທີສາມດັ່ງກ່າວ. ຕົວຢ່າງ:
ທ່ານອາດຈະແບ່ງປັນເນື້ອຫາຢູ່ໃນ ຫຼື ເຂົ້າສູ່ລະບົບ WeChat ໄດ້ໂດຍໃຊ້ການບໍລິການທີ່ສະໜອງໃຫ້ໂດຍພາກສ່ວນທີສາມ. ການບໍລິການພາກສ່ວນທີສາມເຫຼົ່ານີ້ຈະຮັບຮອງຄວາມຖືກຕ້ອງຂອງຕົວຕົນຂອງທ່ານ ແລະ ໃຫ້ທ່ານມີຕົວເລືອກໃນການແບ່ງປັນຂໍ້ມູນສ່ວນຕົວສະເພາະກັບພວກເຮົາ. ນອກນັ້ນ ພວກມັນອາດຈະຍັງໃຫ້ຕົວເລືອກແກ່ທ່ານໃນການໂພສຂໍ້ມູນຈາກບັນຊີການບໍລິການພາກສ່ວນທີສາມຂອງທ່ານຫາ WeChat ເປັນຂໍ້ມູນທີ່ແບ່ງປັນ.
ທ່ານອາດຈະເຂົ້າສູ່ລະບົບ WeChat ໂດຍໃຊ້ການບໍລິການເຂົ້າສູ່ລະບົບອື່ນ ເຊັ່ນວ່າ ຜູ້ໃຫ້ບໍລິການ Open ID ໄດ້. ການບໍລິການເຂົ້າສູ່ລະບົບເຫຼົ່ານີ້ຈະຮັບຮອງຄວາມຖືກຕ້ອງຂອງຕົວຕົນຂອງທ່ານ ແລະ ໃຫ້ທາງເລືອກແກ່ທ່ານໃນການແບ່ງປັນບາງຂໍ້ມູນສະເພາະກັບພວກເຮົາສຳລັບຈຸດປະສົງການລົງທະບຽນບັນຊີ ແລະ ການເຂົ້າສູ່ລະບົບ ເຊັ່ນວ່າ ຊື່ ແລະ ທີ່ຢູ່ອີເມວຂອງທ່ານ; ແລະ
WeChat ອາດຈະ (ບໍ່ວ່າຈະຢູ່ໃນການໂຄສະນາ ຫຼື ຢູ່ພາຍໃນ WeChat) ໃຫ້ທ່ານມີລິ້ງເຊື່ອມໂຍງ ຫຼື ຄຸນສົມບັດທີ່ອະນຸຍາດໃຫ້ທ່ານເຂົ້າເຖິງການບໍລິການ ຫຼື ເວັບໄຊພາກສ່ວນທີສາມ (ຫຼື ການເຂົ້າເຖິງຢູ່ພາຍໃນເນື້ອຫາ WeChat ທີ່ສະໜອງໃຫ້ຢູ່ໃນການບໍລິການ ຫຼື ເວັບໄຊພາກສ່ວນທີສາມເຫຼົ່ານັ້ນ). ຕົວຢ່າງ: ທ່ານອາດຈະສາມາດເຂົ້າເຖິງວິດີໂອທີ່ສະໜອງໃຫ້ໂດຍພາກສ່ວນທີສາມໂດຍບໍ່ຕ້ອງອອກຈາກແອັບພລິເຄຊັນ WeChat.
ແພລດຟອມສື່ສັງຄົມອອນລາຍພາກສ່ວນທີສາມຖືກສະໜອງໃຫ້ໂດຍພາກສ່ວນທີສາມທີ່ກ່ຽວຂ້ອງນັ້ນ. ການບໍລິການ WeChat ແມ່ນພວກເຮົາເປັນຜູ້ສະໜອງໃຫ້. ພາກສ່ວນທີສາມທີ່ໃຫ້ການບໍລິການພາກສ່ວນທີສາມອາດຈະເກັບເອົາຂໍ້ມູນຂອງທ່ານ (ລວມທັງຂໍ້ມູນສ່ວນຕົວ ແລະ ຂໍ້ມູນບັນທຶກຂອງທ່ານ) ແລະ ຕັ້ງຄຸກກີ້ຢູ່ໃນຄອມພິວເຕີ ຫຼື ອຸປະກອນຂອງທ່ານເພື່ອເຮັດໃຫ້ຄຸນສົມບັດດັ່ງກ່າວສາມາດເຮັດວຽກໄດ້ຢ່າງຖືກຕ້ອງ.
ການໃຊ້ການບໍລິການພາກສ່ວນທີສາມໃດໆກໍຕາມຂອງທ່ານ (ບໍ່ວ່າຈະເປັນການບໍລິການສື່ສັງຄົມອອນລາຍ ຫຼື ຢ່າງອື່ນ) ລວມທັງຂໍ້ມູນສ່ວນຕົວໃດໆກໍຕາມທີ່ທ່ານສະໜອງໃຫ້ແກ່ພາກສ່ວນທີສາມດັ່ງກ່າວ ແລະ ການເກັບເອົາ ແລະ ການໃຊ້ຂໍ້ມູນສ່ວນຕົວຂອງທ່ານໂດຍເຂົາເຈົ້າ ແມ່ນຂຶ້ນກັບຂໍ້ກຳນົດການບໍລິການ ແລະ ນະໂຍບາຍຄວາມເປັນສ່ວນຕົວຂອງພາກສ່ວນທີສາມທີ່ກ່ຽວຂ້ອງນັ້ນ ແລະ ບໍ່ແມ່ນຂຶ້ນກັບຂໍ້ກຳນົດການບໍລິການຂອງ WeChat ຫຼື ນະໂຍບາຍຄວາມເປັນສ່ວນຕົວນີ້, ສະນັ້ນ ກະລຸນາກວດເບິ່ງຂໍ້ກຳນົດຂອງພາກສ່ວນທີສາມເຫຼົ່ານັ້ນໃຫ້ລະອຽດ.
ນະໂຍບາຍຄວາມເປັນສ່ວນຕົວນີ້ນຳໃຊ້ກັບຂໍ້ມູນໃດໆກໍຕາມທີ່ພວກເຮົາເກັບເອົາ ແລະ ບໍ່ນຳໃຊ້ກັບການບໍລິການໃດໆທີ່ສະໜອງໃຫ້ໂດຍ ຫຼື ວິທີປະຕິບັດດ້ານຂໍ້ມູນຂອງພາກສ່ວນທີສາມໃດໆກໍຕາມ. ຖ້າທ່ານເລືອກໃຊ້ການບໍລິການ ຫຼື ຄຸນສົມບັດພາກສ່ວນທີສາມທີ່ມີໃຫ້ຢູ່ພາຍໃນ WeChat (ຕົວຢ່າງ: ທ່ານເລືອກຕິດຕາມບັນຊີທາງການ ຫຼື ໃຊ້ມິນິໂປຣແກຣມ), ຈາກນັ້ນ ພວກເຮົາຈະແບ່ງປັນຂໍ້ມູນສະເພາະກັບພາກສ່ວນທີສາມນັ້ນເພື່ອໃຫ້ທ່ານສາມາດໃຊ້ການບໍລິການພາກສ່ວນທີສາມນັ້ນໄດ້. ມີການອະທິບາຍຂໍ້ມູນທີ່ພວກເຮົາແບ່ງປັນກັບພາກສ່ວນທີສາມດັ່ງກ່າວໃຫ້ທ່ານຮູ້ໃນເວລາທີ່ທ່ານໃຊ້ການບໍລິການ ຫຼື ຄຸນສົມບັດນັ້ນເປັນຄັ້ງທຳອິດ. ທ່ານສາມາດຄວບຄຸມວ່າຈະໃຫ້ພາກສ່ວນທີສາມໃດມີການເຂົ້າເຖິງຂໍ້ມູນນີ້ໄດ້ໃນ ບັນຊີ ຂອງທ່ານ. ທ່ານສາມາດຖອນການເຫັນດີຂອງທ່ານຕໍ່ກັບການແບ່ງປັນຂໍ້ມູນນັ້ນໄດ້ທຸກເວລາໂດຍການປະຕິບັດຕາມຄຳແນະນຳທີ່ກຳນົດໄວ້ຢູ່ ທີ່ນີ້. ແນວໃດກໍຕາມ ກະລຸນາຮັບຊາບວ່າຖ້າທ່ານຕ້ອງຂໍບໍ່ໃຫ້ພວກເຮົາແບ່ງປັນຂໍ້ມູນນັ້ນກັບພາກສ່ວນທີສາມດັ່ງກ່າວ, ທ່ານອາດຈະບໍ່ສາມາດໃຊ້ການບໍລິການ ຫຼື ຄຸນສົມບັດນັ້ນໄດ້ອີກຕໍ່ໄປ. ພວກເຮົາບໍ່ຮັບຜິດຊອບສຳລັບການໃຊ້ຂໍ້ມູນທີ່ທ່ານສະໜອງໃຫ້ເຂົາເຈົ້າຂອງພາກສ່ວນທີສາມໃດໆ.
WeChat ບໍ່ມີຈຸດປະສົງມີໃຫ້ແກ່ເດັກນ້ອຍ. ເດັກນ້ອຍອາຍຸຕໍ່າກວ່າ 16 ປີ ຕ້ອງບໍ່ໃຊ້ WeChat ສຳລັບຈຸດປະສົງໃດໆກໍຕາມໂດຍບໍ່ໄດ້ຮັບການຕົກລົງເຫັນດີຂອງພໍ່ແມ່/ຜູ້ປົກຄອງຕໍ່ກັບນະໂຍບາຍຄວາມເປັນສ່ວນຕົວນີ້ກ່ອນ (ທັງສຳລັບຕົວເຂົາເຈົ້າເອງ ແລະ ໃນນາມຕາງໜ້າໃຫ້ທ່ານ). ພວກເຮົາບໍ່ເຈດຕະນາເກັບເອົາຂໍ້ມູນສ່ວນຕົວຈາກເດັກນ້ອຍອາຍຸຕໍ່າກວ່າ 16 ປີໂດຍບໍ່ມີການຍິນຍອມເຫັນດີດັ່ງກ່າວ. ກະລຸນາຕິດຕໍ່ຫາເຈົ້າໜ້າທີ່ຝ່າຍປົກປ້ອງຂໍ້ມູນຂອງພວກເຮົາ ຖ້າທ່ານເຊື່ອວ່າພວກເຮົາມີຂໍ້ມູນສ່ວນຕົວໃດໆກໍຕາມຈາກເດັກນ້ອຍອາຍຸຕໍ່າກວ່າ 16 ປີ ໂດຍບໍ່ມີການຍິນຍອມເຫັນດີຂອງພໍ່ແມ່/ຜູ້ປົກຄອງດັ່ງກ່າວ – ພວກເຮົາຈະສືບສວນ (ແລະ ລຶບ) ຂໍ້ມູນສ່ວນຕົວດັ່ງກ່າວໃນທັນທີ.
ຂໍ້ມູນສ່ວນຕົວທີ່ພວກເຮົາເກັບເອົາຈາກທ່ານຈະຖືກໂອນໄປ, ເກັບຮັກສາໄວ້ ຫຼື ປະມວນຜົນຢູ່ໃນ:
ອອນຕາຣິໂອ, ປະເທດການາດາ (ເຊິ່ງພົບວ່າມີການປົກປ້ອງຂໍ້ມູນສ່ວນຕົວໃນລະດັບທີ່ພຽງພໍອີງຕາມຄຳຕັດສິນຂອງຄະນະກຳມະການເລກທີ 2002/2/EC ລົງວັນທີ 20 ທັນວາ 2001); ແລະ
ຮ່ອງກົງ (ພວກເຮົາອີງໃສ່ສັນຍາຕົວແບບຂອງຄະນະກະມະການເອີຣົບສຳລັບການໂອນຍ້າຍຂໍ້ມູນສ່ວນຕົວໄປປະເທດທີສາມ (ເຊັ່ນວ່າ ຂໍ້ສັນຍາມາດຕະຖານ), ໂດຍປະຕິບັດຕາມຄຳຕັດສິນ 2001/497/EC (ໃນກໍລະນີການໂອນຍ້າຍຫາຜູ້ຄວບຄຸມຂໍ້ມູນ) ແລະ ຄຳຕັດສິນ 2004/915/EC (ໃນກໍລະນີການໂອນຍ້າຍຫາຜູ້ປະມວນຜົນຂໍ້ມູນ).
ທີມວິສະວະກອນ, ທີມຊ່ວຍເຫຼືອດ້ານເຕັກນິກ ແລະ ທີມອື່ນໆຂອງພວກເຮົາທີ່ສະໜັບສະໜຸນການສະໜອງ WeChat ໃຫ້ແກ່ທ່ານປະຈຳການຢູ່ບັນດາຫ້ອງການຂອງພວກເຮົາໃນທົ່ວໂລກ (ລວມທັງສິງກະໂປ, ຮ່ອງກົງ ແລະ ເນເທີແລນ) ແລະ ອາດຈະມີການເຂົ້າເຖິງຂໍ້ມູນຂອງທ່ານໂດຍບັງເອີນເພື່ອໃຫ້ການບໍລິການ (ຕົວຢ່າງ: ເພື່ອແກ້ໄຂບັນຫາດ້ານເຕັກນິກທີ່ທ່ານລາຍງານ). ພວກເຮົາອີງໃສ່ສັນຍາຕົວແບບຂອງຄະນະກະມະການເອີຣົບສຳລັບການໂອນຍ້າຍຂໍ້ມູນສ່ວນຕົວໄປປະເທດທີສາມດັ່ງກ່າວ (ເຊັ່ນວ່າ ຂໍ້ສັນຍາມາດຕະຖານ), ໂດຍປະຕິບັດຕາມຄຳຕັດສິນ 2001/497/EC (ໃນກໍລະນີການໂອນຍ້າຍຫາຜູ້ຄວບຄຸມຂໍ້ມູນ) ແລະ ຄຳຕັດສິນ 2004/915/EC (ໃນກໍລະນີການໂອນຍ້າຍຫາຜູ້ປະມວນຜົນຂໍ້ມູນ).
ພວກເຮົາໃຊ້ເຕັກໂນໂລຊີ ແລະ ຂັ້ນຕອນການຮັກສາຄວາມປອດໄພທີ່ຫຼາກຫຼາຍເພື່ອຈຸດປະສົງປ້ອງກັນການສູນເສຍ, ການໃຊ້ໃນທາງທີ່ຜິດ, ການເຂົ້າເຖິງທີ່ບໍ່ໄດ້ຮັບອະນຸຍາດ ຫຼື ການເປີດເຜີຍຂໍ້ມູນ – ຕົວຢ່າງ: ພວກເຮົາໃຊ້ເຕັກໂນໂລຊີການເຂົ້າລະຫັດລັບ (ເຊັ່ນວ່າ SSL) ເພື່ອປົກປ້ອງຂໍ້ມູນທີ່ອ່ອນໄຫວສະເພາະ (ເຊັ່ນວ່າ ຂໍ້ມູນທີ່ຕັ້ງ) ທີ່ທ່ານສະໜອງໃຫ້ແກ່ພວກເຮົາ.
ກະລຸນາຮັບຊາບວ່າເຖິງແມ່ນຈະມີຄວາມພະຍາຍາມຕ່າງໆຂອງພວກເຮົາ, ບໍ່ມີມາດຕະການດ້ານການຮັກສາຄວາມປອດໄພຂໍ້ມູນໃດໆສາມາດຮັບປະກັນຄວາມປອດໄພ 100% ຢູ່ຕະຫຼອດເວລາ. ພວກເຮົາບໍ່ຮັບປະກັນ ຫຼື ຄໍ້າປະກັນຄວາມປອດໄພຂອງ WeChat ຫຼື ຂໍ້ມູນໃດໆກໍຕາມທີ່ທ່ານສະໜອງໃຫ້ພວກເຮົາຜ່ານ WeChat.
ພວກເຮົາຈະຮັກສາຂໍ້ມູນສ່ວນຕົວຂອງທ່ານໄວ້ຕາມທີ່ກຳນົດໄວ້ໃນຕາຕະລາງຕໍ່ໄປນີ້, ຍົກເວັ້ນຖ້າພວກເຮົາຖືກກຳນົດເປັນຢ່າງອື່ນໃນການຮັກສາຂໍ້ມູນດັ່ງກ່າວໄວ້ອີງຕາມກົດໝາຍ. ຖ້າທ່ານ ຫຼື ພວກເຮົາຢຸດເຊົາບັນຊີຂອງທ່ານດ້ວຍເຫດຜົນໃດໆກໍຕາມ, ພວກເຮົາຈະດຳເນີນຂັ້ນຕອນເພື່ອຮັບປະກັນບໍ່ໃຫ້ຂໍ້ມູນສ່ວນຕົວຂອງທ່ານມີໃຫ້ຜ່ານ WeChat ຫຼື ໃຊ້ໂດຍພວກເຮົາອີກຕໍ່ໄປ ພາຍໃນໄລຍະເວລາທີ່ເໝາະສົມ (ອີງຕາມຂໍ້ຈຳກັດດ້ານເຕັກນິກ) ຫຼັງຈາກການຢຸດເຊົາບັນຊີດັ່ງກ່າວ.
ປະເພດຂໍ້ມູນ | ໄລຍະເວລາເກັບຮັກສາໄວ້ |
---|---|
ຂໍ້ມູນລົງທະບຽນ: ຊື່, ນາມແຝງຜູ້ໃຊ້, ລະຫັດຜ່ານ, ເພດ, ທີ່ຢູ່ IP ຂອງທ່ານ | ຈົນກວ່າຮອດເວລາທີ່ທ່ານແນະນຳໃຫ້ WeChat ລຶບບັນຊີຂອງທ່ານ ຫຼື ທ່ານບໍ່ເຂົ້າສູ່ລະບົບເປັນເວລາ 180 ວັນ. ບັນຊີຂອງທ່ານຈະຖືກລຶບຖິ້ມຢ່າງຖາວອນພາຍໃນ 60 ວັນນັບຈາກທັງການກວດຢືນຢັນຄວາມເປັນເຈົ້າຂອງບັນຊີ ແລະ ຄຳຮ້ອງຂໍລຶບບັນຊີ. |
ຂໍ້ມູນລົງທະບຽນ: ເບີມືຖື, QQ, Facebook, Google ຫຼື ບັນຊີອີເມວໃຊ້ເພື່ອລົງທະບຽນບັນຊີ | ຈົນກວ່າຮອດເວລາທີ່ທ່ານແນະນຳໃຫ້ WeChat ລຶບບັນຊີຂອງທ່ານ ຫຼື ທ່ານບໍ່ເຂົ້າສູ່ລະບົບເປັນເວລາ 180 ວັນ. ບັນຊີຂອງທ່ານຈະຖືກລຶບຖິ້ມຢ່າງຖາວອນພາຍໃນ 60 ວັນນັບຈາກທັງການກວດຢືນຢັນຄວາມເປັນເຈົ້າຂອງບັນຊີ ແລະ ຄຳຮ້ອງຂໍລຶບບັນຊີ. ຫຼັງຈາກການລຶບບັນຊີ, ຂໍ້ມູນລົງທະບຽນສັງລວມເຂົ້າກັນແລ້ວຖືກກັກໄວ້ເພື່ອການປ້ອງກັນສະແປມ ແລະ ຈຸດປະສົງຄວາມປອດໄພຂອງລະບົບ. |
ຂໍ້ມູນການເຂົ້າສູ່ລະບົບ | ຂໍ້ມູນຖືກຮັກສາໄວ້ເປັນໄລຍະເວລາ 3 ເດືອນນັບຈາກວັນທີເຂົ້າສູ່ລະບົບດັ່ງກ່າວ. |
ຂໍ້ມູນການຄົ້ນຫາໂປຣໄຟລ໌ຜູ້ໃຊ້ | ຈົນກວ່າວ່າທ່ານຮ້ອງຂໍການລຶບອອກ ຫຼື ການປັບປຸງແກ້ໄຂຂໍ້ມູນສ່ວນຕົວ ຫຼື ບັນຊີຂອງທ່ານຖືກລຶບ, ເອົາອັນຮອດກ່ອນ. |
ຂໍ້ມູນໂປຣໄຟລ໌ ແລະ ສື່ໂປຣໄຟລ໌ (ເບິ່ງເຫັນໄດ້ໂດຍຜູ້ໃຊ້ທຸກຄົນ) | ຈົນກວ່າທ່ານຮ້ອງຂໍການລຶບອອກ ຫຼື ການປັບປຸງແກ້ໄຂຂໍ້ມູນສ່ວນຕົວ ຫຼື ບັນຊີຂອງທ່ານຖືກລຶບ ໂດຍເອົາອັນຮອດກ່ອນ (ແນວໃດກໍຕາມ, ຂໍ້ມູນອາດຈະມີໃຫ້ຖ້າຖືກຈັດເກັບໄວ້ໃນການບໍລິການພາກສ່ວນທີສາມ). |
ຂໍ້ມູນໂປຣໄຟລ໌ (ເບິ່ງເຫັນໄດ້ຫຼັງຈາກການກວດຢືນຢັນໝູ່ເພື່ອນ) | ຈົນກວ່າທ່ານຮ້ອງຂໍການລຶບອອກ ຫຼື ການປັບປຸງແກ້ໄຂຂໍ້ມູນສ່ວນຕົວ ຫຼື ບັນຊີຂອງທ່ານຖືກລຶບ ໂດຍເອົາອັນຮອດກ່ອນ (ແນວໃດກໍຕາມ, ຂໍ້ມູນອາດຈະມີໃຫ້ຖ້າຖືກຈັດເກັບໄວ້ໃນການບໍລິການພາກສ່ວນທີສາມ). |
ຄວາມປອດໄພບັນຊີເພີ່ມເຕີມ | ຈົນກວ່າທ່ານຮ້ອງຂໍການລຶບອອກ ຫຼື ການປັບປຸງແກ້ໄຂຂໍ້ມູນສ່ວນຕົວ ຫຼື ບັນຊີຂອງທ່ານຖືກລຶບ ໂດຍເອົາອັນຮອດກ່ອນ (ແນວໃດກໍຕາມ, ຂໍ້ມູນອາດຈະມີໃຫ້ຖ້າຖືກຈັດເກັບໄວ້ໃນການບໍລິການພາກສ່ວນທີສາມ). |
ການສົນທະນາ – ການສື່ສານບໍ່ຕໍ່ເນື່ອງ ແລະ ເຄິ່ງຕໍ່ເນື່ອງລະຫວ່າງຜູ້ໃຊ້ | ຂໍ້ມູນຖືກຮັກສາໄວ້ເປັນໄລຍະເວລາ 120 ຊົ່ວໂມງນັບຈາກເວລາເກີດການຕິດຕໍ່ສື່ສານທີ່ກ່ຽວຂ້ອງ ແລະ ຈາກນັ້ນຖືກລຶບຖິ້ມຢ່າງຖາວອນ. |
ການສົນທະນາ – ມີເດຍເຊັ່ນ: ຮູບ, ວິດີໂອ, ສຽງ ແລະ ໄຟລ໌ | ຂໍ້ມູນຖືກຮັກສາໄວ້ເປັນໄລຍະເວລາ 120 ຊົ່ວໂມງນັບຈາກເວລາເກີດການຕິດຕໍ່ສື່ສານທີ່ກ່ຽວຂ້ອງ ແລະ ຈາກນັ້ນຖືກລຶບຖິ້ມຢ່າງຖາວອນ. |
ລາຍການລາຍຊື່ຕິດຕໍ່ | ຈົນກວ່າວ່າທ່ານຮ້ອງຂໍການລຶບອອກ ຫຼື ການປັບປຸງແກ້ໄຂຂໍ້ມູນສ່ວນຕົວ ຫຼື ບັນຊີຂອງທ່ານຖືກລຶບ, ເອົາອັນຮອດກ່ອນ. |
ການບໍລິການທີ່ອີງໃສ່ທີ່ຕັ້ງ ແລະ ສື່ທີ່ອີງໃສ່ທີ່ຕັ້ງ | ຂໍ້ມູນຖືກຮັກສາໄວ້ເປັນໄລຍະເວລາ 24 ຊົ່ວໂມງນັບຈາກເວລາເກີດການຕິດຕໍ່ສື່ສານທີ່ກ່ຽວຂ້ອງ ແລະ ຈາກນັ້ນຖືກລຶບຖິ້ມຢ່າງຖາວອນ. |