WECHAT - ນະໂຍບາຍການນຳໃຊ້ທີ່ເປັນທີ່ຍອມຮັບ

ອັບເດດຫຼ້າສຸດ: 2023-08-01

ຍິນດີຕ້ອນຮັບສູ່ WeChat!

ນະໂຍບາຍການນຳໃຊ້ທີ່ເປັນທີ່ຍອມຮັບລະບຸກົດລະບຽບເພື່ອຮັບປະກັນການປະພຶດທີ່ດີສຳລັບການນຳໃຊ້ WeChat.

ນະໂຍບາຍນີ້ (ເຊິ່ງເປັນສ່ວນໜຶ່ງຂອງ ຂໍ້ກຳນົດການບໍລິການ WeChat) ມີຜົນນຳໃຊ້ຕໍ່ກັບທຸກຄົນທີ່ນຳໃຊ້ WeChat. ໂດຍການນຳໃຊ້ WeChat, ທ່ານຍອມຮັບນະໂຍບາຍນີ້. ຖ້າທ່ານບໍ່ຍອມຮັບນະໂຍບາຍນີ້, ກະລຸນາບໍ່ນຳໃຊ້ WeChat.

ນະໂຍບາຍນີ້ອາດຈະຖືກອັບເດດໂດຍພວກເຮົາເປັນບາງຄັ້ງຄາວຕາມການຕັດສິນໃຈຂອງພວກເຮົາເອງ, ໂດຍອີງຕາມ ຂໍ້ກຳນົດການບໍລິການ.

ຂໍ້ກຳນົດທີ່ຖືກນິຍາມໄວ້ໃນນະໂຍບາຍນີ້ຈະມີຄວາມໝາຍໃຫ້ໄວ້ໃນນະໂຍບາຍນີ້ ຫຼື ຖ້າບໍ່ຖືກນິຍາມໄວ້ໃນນະໂຍບາຍນີ້, ຄວາມໝາຍຈະຖືກໃຫ້ໄວ້ໃນ ຂໍ້ກຳນົດການບໍລິການ WeChat.

ຖ້າທ່ານມີຄຳຖາມເພີ່ມຕື່ມກ່ຽວກັບນະໂຍບາຍນີ້, ກະລຸນາຕິດຕໍ່ຫາພວກເຮົາໂດຍນຳໃຊ້ລາຍລະອຽດທີ່ຢູ່ສ່ວນທ້າຍຂອງນະໂຍບາຍນີ້.

1. ທົ່ວໄປ

1.1. ບົດແນະນຳ

ເປົ້າໝາຍຂອງພວກເຮົາສຳລັບ WeChat ແມ່ນເພື່ອມັນຈະສ້າງຜົນກະທົບທາງບວກຕໍ່ກັບຊີວິດຜູ້ໃຊ້ຂອງພວກເຮົາ ແລະ ມັນຈະເປັນແພລດຟອມທີ່ສ້າງປະໂຫຍດໃຫ້ແກ່ຜູ້ທີ່ໃຊ້ມັນ.

ພວກເຮົາຊອກຫາວິທີປັບປຸງ ແລະ ສ້າງນະວັດຕະກຳໃຫ້ WeChat ຢ່າງຕໍ່ເນື່ອງ. ສ່ວນໜຶ່ງຂອງການສຳເລັດເປົ້າໝາຍນີ້ແມ່ນຮັບປະກັນວ່າຜູ້ໃຊ້ສາມາດສືບຕໍ່ນຳໃຊ້ WeChat ຢ່າງປອດໄພ ແລະ WeChat ແມ່ນຖືກນຳໃຊ້ດ້ວຍແນວທາງທີ່ເປັນທີ່ຍອມຮັບຈາກຜູ້ໃຊ້ທັງໝົດ. ນະໂຍບາຍນີ້ລະບຸກົດລະບຽບເພື່ອຮັບປະກັນການປະພຶດທີ່ດີໃນການນຳໃຊ້ WeChat ຈາກຜູ້ໃຊ້. ນອກນັ້ນທ່ານຍັງສາມາດອ້າງເ ຖິງຄູ່ມືຊຸມຊົນ WeChat ເຊິ່ງອະທິບາຍເພີ່ມເຕີມກ່ຽວກັບປະເພດຂອງເນື້ອຫາແລະພຶດຕິກໍາທີ່ຫຼືບໍ່ໄດ້ຮັບອະນຸຍາດໃນ WeChat.

ພວກເຮົາຖືກແນະນຳຈາກຄຳຕິຊົມຢ່າງຕໍ່ເນື່ອງຈາກຜູ້ໃຊ້ ແລະ ຜູ້ຊ່ຽວຊານດ້ານອຸດສາຫະກຳໃນການພັດທະນານະໂຍບາຍນີ້ ແລະ ພວກເຮົາມຸ່ງໝັ້ນເພື່ອຮັບປະກັນວ່ານະໂຍບາຍນີ້ມີຄວາມສະເໝີພາບລະຫວ່າງແນວຄິດ, ມຸມມອງ ແລະ ຂໍ້ມູນທີ່ຫຼາກຫຼາຍ. ພວກເຮົາເປີດຮັບຄຳຕິຊົມຈາກຜູ້ໃຊ້ຂອງພວກເຮົາຢູ່ສະເໝີ - ຖ້າທ່ານຕ້ອງການຈະໃຫ້ຄຳຕິຊົມ, ກະລຸນາຕິດຕໍ່ຫາພວກເຮົາໂດຍນຳໃຊ້ລາຍລະອຽດທີ່ຢູ່ສ່ວນທ້າຍຂອງນະໂຍບາຍນີ້.

1.2. ການບັງຄັບໃຊ້ ແລະ ການລະເມີດ (ຫຼື ການລະເມີດທີ່ອາດເກີດຂຶ້ນ) ນະໂຍບາຍນີ້

ຖ້າທ່ານໄດ້ (ຫຼື ພວກເຮົາເຊື່ອໂດຍມີເຫດຜົນຮອງຮັບວ່າທ່ານໄດ້) ລະເມີດນະໂຍບາຍນີ້, ພວກເຮົາອາດຈະເຮັດສິ່ງໃດໜຶ່ງ ຫຼື ທັງໝົດຕໍ່ໄປນີ້ຕາມການຕັດສິນໃຈຂອງພວກເຮົາເອງ:

ພວກເຮົາພະຍາຍາມນຳໃຊ້ນະໂຍບາຍນີ້ໃຫ້ເໝືອນກັນໃນເຂດອຳນາດສານທັງໝົດ, ແຕ່ໃນບາງເຂດອຳນາດສານ ອາດຈະມີຄວາມຕ້ອງການສະເພາະພາຍໃຕ້ກົດໝາຍທີ່ມີຜົນນຳໃຊ້ເຊິ່ງເຮັດໃຫ້ການນຳໃຊ້ພາກສ່ວນຂອງນະໂຍບາຍນີ້ມີຄວາມຈຳເປັນທີ່ແຕກຕ່າງກັນ. ນອກຈາກນັ້ນ, ກົດໝາຍທີ່ບັງຄັບໃຊ້ກັບ WeChat ມີການພັດທະນາຢ່າງຕໍ່ເນື່ອງ, ດັ່ງນັ້ນ ກະລຸນາຕື່ນຕົວກັບການປ່ຽນແປງຂອງກົດໝາຍ ແລະ ກົດລະບຽບທີ່ບັງຄັບໃຊ້ກັບຜູ້ໃຊ້ໃນເຂດອຳນາດສານອື່ນ.

ຖ້າທ່ານຕ້ອງການລາຍງານຜູ້ໃຊ້ອື່ນທີ່ອາດຈະລະເມີດນະໂຍບາຍນີ້, ກະລຸນາເບິ່ງພາກທີ 12 ຂອງນະໂຍບາຍນີ້ສຳລັບລາຍລະອຽດການຕິດຕໍ່ຂອງພວກເຮົາ.

1.3. ພວກເຮົານຳໃຊ້ນະໂຍບາຍນີ້ແນວໃດ?

ພວກເຮົາຈະດຳເນີນການຢ່າງເໝາະສົມໃນການນຳໃຊ້ນະໂຍບາຍນີ້ ແລະ ພິຈາລະວ່າເນື້ອຫາ ຫຼື ການປະພຶດໃດລະເມີດນະໂຍບາຍນີ້ຫຼືບໍ່. ກະລຸນາເບິ່ງທີ່ສ່ວນທີ່ເຫຼືອຂອງນະໂຍບາຍນີ້ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບສິ່ງທີ່ພວກເຮົາພິຈາລະນາວ່າເປັນເນື້ອໃນ ຫຼື ພືດຕິກຳທີ່ລະເມີດນະໂຍລາຍນີ້:

ພວກເຮົາພົວພັນກັບຜູ້ໃຊ້ຂອງພວກເຮົາ ແລະ ຜູ້ຊ່ຽວຊານພາກສ່ວນທີສາມເປັນບາງຄັ້ງຄາວ, ເພື່ອຮັບປະກັນວ່ານະໂຍບາຍນີ້ສືບຕໍ່ອີງຕາມຄຸນຄ່າຂອງພວກເຮົາ ແລະ ກົດໝາຍ ແລະ ຂໍ້ບັງຄັບທີ່ມີຜົນນຳໃຊ້, ພ້ອມກັບຮັບປະກັນການນຳໃຊ້ WeChat ໃຫ້ມີຄວາມປອດໄພ ແລະ ປະສົບການທີ່ມ່ວນຊື່ນສຳລັບຜູ້ໃຊ້ຂອງພວກເຮົາ.

1.4 ວິທີທີ່ພວກເຮົາອາດຄົ້ນພົບເນື້ອຫາທີ່ເປັນອັນຕະລາຍ

ພວກເຮົາພັດທະນາ ແລະ ນຳໃຊ້ຂະບວນການອັດຕະໂນມັດ ເພື່ອກວດຫາ ແລະ ປ້ອງກັນເນື້ອຫາທີ່ເປັນອັນຕະລາຍທີ່ລະເມີດນະໂຍບາຍນີ້ (ລວມທັງ ເນື້ອຫາທີ່ລະເມີດກົດໝາຍ ຫຼື ຂໍ້ກຳນົດທີ່ບັງຄັບໃຊ້ໃດໆ) ຈາກການເຂົ້າສູ່, ການໃຊ້ ຫຼື ຄົງຢູ່ໃນ WeChat ພາຍໃຕ້ພາລະຜູກພັນຂອງພວກເຮົາ ພາຍໃຕ້ກົດໝາຍທີ່ບັງຄັງໃຊ້ (ລວງທັງ ກົດໝາຍລະຫວ່າງປະເທດທີ່ບັງຄັບໃຊ້ກັບການບໍລິການຂອງບໍລິສັດໃນເຄືອຂອງພວກເຮົາ). ພວກເຮົາອາດຈະປະຕິເສດ ຫຼື ລົບເນື້ອຫາທີ່ເປັນອັນຕະລາຍໃດໆທີ່ມີຢູ່ໃນ ຫຼື ສົ່ງຜ່ານ WeChat ໃນການລະເມີດນະໂຍບາຍນີ້. ທ່ານອາດຈະຕິດຕໍ່ພວກເຮົາໄດ້ທີ່ policy@wechat.com ຖ້າທ່ານມີຄຳຖາມໃດໆກ່ຽວກັບການດຳເນີນການຕາມພາກທີ່ 1.4 ນີ້.

1.5 ການໃຊ້ງານຮ່ວມກັນກັບ WeixinWeChat ສາມາດໃຊ້ງານຮ່ວມກັນໄດ້ກັບ Weixin, ດັ່ງນັ້ນ ທ່ານຈຶ່ງສາມາດສື່ສານກັບຜູ້ໃຊ້ Weixin ໄດ້ ແລະ ໃຊ້ຄຸນສົມບັດບາງຢ່າງທີ່ດຳເນີນງານໂດຍ Weixin.

ເມື່ອທ່ານໃຊ້ຄຸນສົມບັດທີ່ດຳເນີນການໂດຍ Weixin, ທ່ານຈະຢູ່ພາຍໃຕ້ຂໍ້ກຳນົດການບໍລິການຂອງ Weixin ຫຼື ຂໍ້ຕົກລົງການບໍລິການທີ່ກ່ຽວຂ້ອງກັບຄົນສົມບັດດັ່ງກ່າວ. ການລະເມີດຂໍ້ກຳນົດດັ່ງກ່າວອາດຈະສົ່ງຜົນໃຫ້ມີການຈຳກັດການໃຊ້ງານຮ່ວມກັນຂອງ WeChat ກັບ Weixin ຕາມດຸນລະພິນິດຂອງພວກເຮົາ, ລວມທັງຂໍ້ຈຳກັດທີ່ກ່ຽວຂ້ອງກັບການນຳໃຊ້ຄຸນສົມບັດຕ່າງໆຂອງທ່ານທີ່ດຳເນີນການໂດຍ Weixin.

ກະລຸນາຮັບຮູ້ວ່າ ຜູ້ໃຊ້ Weixin ທີ່ທ່ານໂຕ້ຕອບດ້ວຍນັ້ນ ຢູ່ພາຍໃຕ້ ຂໍ້ກຳນົດການບໍລິການຂອງ Weixin, ມາດຕະຖານຂອງການນຳໃຊ້ບັນຊີ Weixin ແລະ ກົດໝາຍ ແລະ ຂໍ້ບັງຄັບທີ່ກ່ຽວຂ້ອງ. ນີ້ໝາຍຄວາມວ່າ ຫາກການໂຕ້ຕອບຂອງທ່ານກັບຜູ້ໃຊ້ Weixin ອາດຈະເຮັດໃຫ້ຜູ້ໃຊ້ Weixin ດັ່ງກ່າວລະເມີດ ຂໍ້ກຳນົດການບໍລິການຂອງ Weixin ແລະ ມາດຕະຖານຂອງການນຳໃຊ້ບັນຊີ Weixin ແລະ ກົດໝາຍ ແລະ ຂໍ້ບັງຄັບທີ່ກ່ຽວຂ້ອງ, Weixin ອາດຈະຈຳກັດ ຫຼື ຈຳກັດການໃຊ້ງານຮ່ວມກັນຂອງ Weixin ກັບ WeChat ຕາມດຸນລະພິນິດຂອງຕົນ, ລວມທັງຈຳກັດ ຫຼື ຈຳກັດຜູ້ໃຊ້ Weixin ຈາກການໂຕ້ຕອບກັບຜູ້ໃຊ WeChat.

ສຸດທ້າຍນີ້, ເມື່ອທ່ານ (ພວກເຮົາເຊື່ອຢ່າງສົມເຫດສົມຜົນວ່າ ທ່ານໄດ້) ລະເມີດນະໂຍບາຍນີ້, ຕາມດຸນລະພິນິດຂອງພວກເຮົາແລ້ວ, ພວກເຮົາຍັງອາດຈະໃຊ້ການດຳເນີນການຕາມນະໂຍບາຍນີ້ດ້ວຍ.

2. ຄວາມຮຸນແຮງ ແລະ ອາຊະຍາກຳ

ພວກເຮົາຫ້າມເນື້ອຫາທີ່ຮຸນແຮງ, ກ່ຽວກັບອາຊະຍາກຳ, ຜິດກົດໝາຍ ຫຼື ບໍ່ເໝາະສົມໃນ WeChat.

ໂດຍສະເພາະ, ພວກເຮົາມີເປົ້າໝາຍເພື່ອຮັບປະກັນວ່າເນື້ອຫາໃດໜຶ່ງທີ່ອາດຈະ (ໃນຄວາມຄິດເຫັນຂອງພວກເຮົາ) ມີສ່ວນໃນຄວາມສ່ຽງ ຫຼື ຄວາມເສຍຫາຍຈິງ ຫຼື ການຂົ່ມຂູ່ໂດຍກົງຕໍ່ກັບຄວາມປອດໄພສາທາລະນະແມ່ນຖືກລຶບອອກໂດຍໄວທີ່ສຸດຕາມທີ່ປະຕິບັດໄດ້.

ນອກຈາກນັ້ນ, ເນື້ອຫາທີ່ລະເມີດກົດໝາຍ ຫຼື ຂໍ້ບັງຄັບທີ່ມີຜົນນຳໃຊ້ຈະຖືກລຶບອອກໂດຍໄວທີ່ສຸດຕາມທີ່ປະຕິບັດໄດ້.

ເນື້ອຫາ ຫຼື ການປະພຶດດັ່ງກ່າວອາດຈະຮວມມີດັ່ງຕໍ່ໄປນີ້:

ພວກເຮົາຍັງຫ້າມອົງກອນ ຫຼື ບຸກຄົນທີ່ກ່ຽວຂ້ອງກັບສິ່ງທີ່ຢູ່ດ້ານເທິງໃດໜຶ່ງ, ລວມທັງການປະສານງານ ຫຼື ການສົ່ງເສີມທີ່ກ່ຽວຂ້ອງໃດໜຶ່ງ.

ກິດຈະກຳທີ່ຜິດກົດໝາຍ ແລະ/ຫຼື ເປັນອາຊະຍາກຳໃນເຂດອຳນາດສານທີ່ແຕກຕ່າງກັນອາດຈະຮວມມີ:

ລາຍລະອຽດເພີ່ມຕື່ມກ່ຽວກັບກິດຈະກຳຜິດກົດໝາຍຫຼາຍຢ່າງທີ່ພວກເຮົາຫ້າມໃນ WeChat ແມ່ນລະບຸໄວ້ໃນສ່ວນທີ່ເຫຼືອຂອງນະໂຍບາຍນີ້.

3. ຄວາມປອດໄພສ່ວນຕົວ

ພວກເຮົາຕ້ອງການຮັບປະກັນວ່າ WeChat ເປັນສະພາບແວດລ້ອມທີ່ປອດໄພສຳລັບຜູ້ໃຊ້ຂອງພວກເຮົາທັງໝົດ.

ເພື່ອແບບນັ້ນ, ພວກເຮົາຈຶ່ງຫ້າມເນື້ອຫາ ຫຼື ການປະພຶດທີ່ກ່ຽວຂ້ອງ, ສະແດງເຖິງ, ສົ່ງເສີມ ຫຼື ສະໜັບສະໜູນການເຂົ້າຮ່ວມໃນ ຫຼື ຊັກຊວນສິ່ງໃດໜຶ່ງຕໍ່ໄປນີ້:

4. ການປົກປ້ອງຄວາມເປັນສ່ວນຕົວ ແລະ ຂໍ້ມູນສ່ວນຕົວ/ເປັນຄວາມລັບ

ພວກເຮົາມຸ່ງໝັ້ນປົກປ້ອງຄວາມເປັນສ່ວນຕົວຂອງຜູ້ໃຊ້ຂອງພວກເຮົາ ແລະ ຂໍ້ມູນສ່ວນຕົວ/ເປັນຄວາມລັບ ແລະ ຫ້າມການແບ່ງປັນ ຫຼື ເຜີຍແຜ່ເນື້ອຫາດັ່ງກ່າວໂດຍປາສະຈາກການຍິນຍອມທີ່ຊັດເຈນຈາກຜູ້ໃຊ້ທີ່ກ່ຽວຂ້ອງ ຫຼື ໂດຍພື້ນຖານທາງກົດໝາຍອື່ນ. ການປະພຶດທີ່ຖືກຫ້າມດັ່ງກ່າວຮວມມີ:

ນອກຈາກນັ້ນ, ພວກເຮົາຍັງປະຕິບັດ ແລະ ປົກປ້ອງຂໍ້ມູນສ່ວນຕົວຂອງຜູ້ໃຊ້ຂອງພວກເຮົາໂດຍອີງຕາມ ນະໂຍບາຍວ່າດ້ວຍຄວາມເປັນສ່ວນຕົວຂອງພວກເຮົາ.

5. ເນື້ອຫາທີ່ບໍ່ໜ້າພຶງພໍໃຈ

ພວກເຮົາຫ້າມເນື້ອຫາ ແລະ ການປະພຶດທີ່ບໍ່ໜ້າພຶງພໍໃຈໃນ WeChat. ພວກເຮົາເບິ່ງເນື້ອຫາ ແລະ ການປະພຶດທີ່ບໍ່ໜ້າພຶງພໍໃຈວ່າເປັນເນື້ອຫາ ຫຼື ການປະພຶດທີ່ອາດຈະສ້າງຄວາມກັງວົນ ແລະ/ຫຼື ບໍ່ພໍໃຈໂດຍມີເຫດຜົນຮອງຮັບ, ຕໍ່ກັບບຸກຄົນ ແລະ/ຫຼື ສາທາລະນະ. ສິ່ງນີ້ອາດຈະຮວມມີ:

6. ເນື້ອຫາ ແລະ ການປະພຶດທີ່ແທ້ຈິງ

ພວກເຮົາມີເປົ້າໝາຍເພື່ອຮັບປະກັນວ່າເນື້ອຫາ ແລະ ການປະພຶດໃນ WeChat ເປັນຄວາມຈິງ, ໂດຍການພະຍາຍາມກຳຈັດຂ່າວປອມ, ການບິດເບືອນຂໍ້ມູນ, ການໃຫ້ຂໍ້ມູນຜິດ, ໂຄສະນາທີ່ບໍ່ເປັນຈິງ, ການສໍ້ໂກງ ແລະ ການລະເມີດຄວາມປອດໄພໃນ WeChat.

ເພື່ອແບບນັ້ນ, ພວກເຮົາຫ້າມເນື້ອຫາຕໍ່ໄປນີ້:

ມີຫຼາຍເຂດອຳນາດສານທີ່ໄດ້ນຳໃຊ້ກົດໝາຍທີ່ຫຼາກຫຼາຍໃນພື້ນທີ່ນີ້. ພວກເຮົາຈະປະຕິບັດຕາມກົດໝາຍທີ່ຮຽກຮ້ອງໃຫ້ປະຕິບັດແບບນັ້ນ (ລວມທັງຄຳຮ້ອງຂໍຂອງລັດຖະບານ ແລະ ຄຳສັ່ງສານທີ່ຖືກສ້າງຂຶ້ນໂດຍອີງຕາມກົດໝາຍດັ່ງກ່າວ). ສຳລັບຂໍ້ມູນເພີ່ມຕື່ມກ່ຽວກັບວິທີທີ່ພວກເຮົາປະຕິບັດກັບຄຳຮ້ອງຂໍຂອງລັດຖະບານ, ກະລຸນາເບິ່ງທີ່ ຄຳແນະນຳຄຳຮ້ອງຂໍຂໍ້ມູນການບັງຄັບໃຊ້ກົດໝາຍ ແລະ ນະໂຍບາຍຄຳຮ້ອງຂໍຂອງລັດຖະບານ.

7. ການນຳໃຊ້ WeChat ໃນທາງທີ່ຜິດ

7.1. ທົ່ວໄປ

ພວກເຮົາຫ້າມການນຳໃຊ້ WeChat ໃນທາງທີ່ຜິດ. ນີ້ຮວມມີ:

7.2. ການລະເມີດສິດຂອງພວກເຮົາ ຫຼື ການຂັດຂ້ອງທາງເຕັກນິກຂອງ WeChat ອື່ນໆ

ພວກເຮົາຫ້າມການນຳໃຊ້ WeChat ທີ່ລະເມີດ (ຫຼື ອາດຈະລະເມີດ) ສິດຂອງພວກເຮົາ ຫຼື ບໍ່ດັ່ງນັ້ນອາດສ້າງຄວາມຂັດຂ້ອງທາງເຕັກນິກກັບ WeChat. ການນຳໃຊ້ດັ່ງກ່າວອາດຈະຮວມມີສິ່ງຕໍ່ໄປນີ້:

7.3. ຜູ້ໃຊ້ທີ່ຖືກຫ້າມ

ທ່ານອາດຈະບໍ່ສາມາດລົງທະບຽນ ຫຼື ນຳໃຊ້ WeChat ຖ້າວ່າ:

8. ສິນຄ້າ ແລະ ການບໍລິການທີ່ຖືກຄວບຄຸມ

ໃນຫຼາຍເຂດອຳນາດສານ, ບາງສິນຄ້າ ຫຼື ການບໍລິການອາດຈະຜິດກົດໝາຍ ຫຼື ພວກມັນອາດຈະຖືກແຈກຢາຍ ແລະ/ຫຼື ຂາຍໂດຍອີງຕາມຄຸນສົມບັດ ແລະ ຂໍ້ຈຳກັດເຫຼົ່ານັ້ນ.

ພວກເຮົາຮັບຮູ້ວ່າເຂດອຳນາດສານທີ່ແຕກຕ່າງກັນອາດຈະປະຕິບັດຕໍ່ກັບສິນຄ້າ ແລະ ການບໍລິການຕ່າງໆແຕກຕ່າງກັນ. ສິ່ງນີ້ຕ້ອງດຸ່ນດ່ຽງກັບເປົ້າໝາຍຂອງພວກເຮົາໃນການນຳໃຊ້ນະໂຍບາຍນີ້ຢ່າງເທົ່າທຽມ ແລະ ທົ່ວເຖິງສຳລັບຜູ້ໃຊ້ທັງໝົດທົ່ວໂລກ.

ດັ່ງນັ້ນ, ໃນບາງສະຖານະການ, ພວກເຮົາອາດຈະຫ້າມການຂາຍ ຫຼື ການແຈກຢາຍບາງລາຍການທັງໝົດ. ໃນສະຖານະການອື່ນ, ພວກເຮົາອາດຈະອະນຸຍາດການຂາຍ ຫຼື ການແຈກຢາຍດັ່ງກ່າວ, ໂດຍອີງຕາມບາງຂໍ້ຈຳກັດທີ່ອອກໂດຍພວກເຮົາ (ຕົວຢ່າງ: ອາຍຸ ຫຼື ຂໍ້ຈຳກັດທາງພູມສາດ). ຂໍ້ຈຳກັດດັ່ງກ່າວຈະຮວມເອົາກົດໝາຍ ແລະ ຄຳແນະນຳທີ່ມີຜົນບັງຄັບໃຊ້ເຂົ້ານຳ ແລະ ອາດຈະຖືກອັບເດດໂດຍພວກເຮົາເປັນບາງຄັ້ງຄາວດ້ວຍການຕັດສິນໃຈຂອງພວກເຮົາເອງ.

ລາຍການດັ່ງກ່າວອາດຈະຮວມມີ:

ຂໍ້ຈຳກັດອື່ນໆ (ແລະ ລາຍລະອຽດກ່ຽວກັບຂໍ້ຈຳກັດດັ່ງກ່າວ) ອາດຈະຖືກລະບຸໄວ້ໃນຂໍ້ກຳນົດ ແລະ ເງື່ອນໄຂທີ່ມີຜົນນຳໃຊ້.

9. ການປະຕິບັດຂອງພວກເຮົາຕໍ່ກັບສິດໃນຊັບສິນທາງປັນຍາ ແລະ ເນື້ອຫາອື່ນໆ

ພວກເຮົາເອົາໃຈໃສ່ສິດໃນຊັບສິນທາງປັນຍາຢ່າງຈິງຈັງ ແລະ ມີເປົ້າໝາຍເພື່ອຮັບປະກັນວ່າ WeChat ປະຕິບັດຕາມກົດໝາຍ ແລະ ຂໍ້ບັງຄັບທີ່ກ່ຽວຂ້ອງກັບສິດໃນຊັບທາງປັນຍາທີ່ມີຜົນນຳໃຊ້ຢູ່ສະເໝີ. ພວກເຮົາອາດຈະລຶບເນື້ອຫາທີ່ລະເມີດສິດໃນຊັບສິນທາງປັນຍາຂອງພາກສ່ວນໃດໜຶ່ງ ແລະ/ຫຼື ພາກສ່ວນທີ່ກ່ຽວຂ້ອງອອກໄດ້ຕະຫຼອດເວລາ.

ການປະຕິບັດຂອງພວກເຮົາຕໍ່ກັບສິດໃນຊັບສິນທາງປັນ ແລະ ເນື້ອຫາອື່ນແມ່ນອີງຕາມ:

ນອກຈາກນັ້ນ, ພວກເຮົາຍັງປະຕິບັດຕາມຄຳຮ້ອງຂໍຕໍ່ໄປນີ້ (ອີງຕາມກົດໝາຍ ແລະ ຂໍ້ບັງຄັບທີ່ມີຜົນນຳໃຊ້ ແລະ ອີງຕາມນະໂຍບາຍ WeChat ທີ່ກ່ຽວຂ້ອງ):

10. ຄຳຮ້ອງຂໍຈາກໜ່ວຍງານລັດຖະບານ

10.1. ພວກເຮົາຮັບຫຼາຍຄຳຮ້ອງຂໍຈາກໜ່ວຍງານລັດຖະບານທີ່ກ່ຽວຂ້ອງກັບ WeChat. ໃນກໍລະນີທີ່ຄຳຮ້ອງຂໍດັ່ງກ່າວຖືກສ້າງຂຶ້ນ:

11. ເນື້ອຫາລັກສະນະສົ່ງເສີມການເມືອງ

11.1. ພວກເຮົາຫ້າມເນື້ອຫາລັກສະນະສົ່ງເສີມການເມືອງໃນ WeChat, ທີ່:

11.2. "ເນື້ອຫາລັກສະນະສົ່ງເສີມການເມືອງ" ແມ່ນເນື້ອຫາທີ່ມີລັກສະນະສົ່ງເສີມທີ່ກ່ຽວຂ້ອງກັບ:

ນອກຈາກນັ້ນ, ພວກເຮົາຍັງບໍ່ຍອມຮັບເນື້ອຫາລັກສະນະສົ່ງເສີມການເມືອງຈາກ ຫຼື ຮັບການຈ່າຍເງິນສຳລັບຜູ້ສະໝັກຮັບເລືອກຕັ້ງ; ພັກການເມືອງ; ຫຼື ພະນັກງານລັດຖະບານທີ່ຖືກເລືອກຕັ້ງ ຫຼື ແຕ່ງຕັ້ງ.

11.3. ເນື້ອຫາລັກສະນະສົ່ງເສີມການເມືອງອາດຈະຮວມມີສິ່ງຕໍ່ໄປນີ້:

11.4. ພວກເຮົາຮັບຮູ້ວ່າເຂດອຳນາດສານທີ່ແຕກຕ່າງກັນມີກົດໝາຍຄຸ້ມຄອງເນື້ອຫາລັກສະນະສົ່ງເສີມການເມືອງທີ່ແຕກຕ່າງກັນ. ພວກເຮົາຈະປະຕິບັດຕາມກົດໝາຍດັ່ງກ່າວທີ່ຮຽກຮ້ອງໃຫ້ປະຕິບັດຕາມ, ລວມທັງການບຳລຸງຮັກສາຂໍ້ມູນກ່ຽວກັບໂຄສະນາທາງການເມືອງ ແລະ ການເປີດເຜີຍຂໍ້ມູນດັ່ງກ່າວກັບໜ່ວຍງານຄຸ້ມຄອງກົດລະບຽບທີ່ກ່ຽວຂ້ອງ. ນອກຈາກນັ້ນ, ໜ່ວຍງານລັດຖະບານອາດຈະຕ້ອງການການລຶບເນື້ອຫາລັກສະນະສົ່ງເສີມການເມືອງດັ່ງກ່າວໂດຍອີງຕາມກົດໝາຍ ແລະ ຂໍ້ບັງຄັບທີ່ມີຜົນນຳໃຊ້ ແລະ ອີງຕາມ ນະໂຍບາຍຄຳຮ້ອງຂໍລັດຖະບານຂອງພວກເຮົາ.

11.5. ພວກເຮົາຈະສືບຕໍ່ກວດເບິ່ງພື້ນທີ່ນີ້ ແລະ ຈະພິຈາລະນາປະຕິບັດຕາມຂໍ້ຈຳກັດ ຫຼື ຄຸນສົມບັດອື່ນໆ ຫຼື ສະເພາະປະເທດເປັນບາງຄັ້ງຄາວ. ພວກເຮົາຈະແຈ້ງຜູ້ໃຊ້ຂອງພວກເຮົາທີ່ພວກເຮົາປະຕິບັດຂໍ້ຈັດກັດ ຫຼື ຄຸນສົມບັດດັ່ງກ່າວນຳ.

12. ວິທີຕິດຕໍ່ຫາພວກເຮົາ

ກະລຸນາຕິດຕໍ່ຫາພວກເຮົາທີ່ policy@wechat.com ເພື່ອລາຍງານການລະເມີດ (ຫຼື ອາດຈະລະເມີດ) ນະໂຍບາຍນີ້ ຫຼື ຖ້າທ່ານມີຄຳຖາມອື່ນໆໃດໜຶ່ງກ່ຽວກັບນະໂຍບາຍນີ້.

##ເອກະສານເພີ່ມເຕີມສຳລັບຜູ້ໃຊ້ພາຍໃຕ້ເຂດອຳນາດສານຂອງເກົາຫຼີໃຕ້

ຖ້າທ່ານຄືຜູ້ໃຊ້ຂອງ WeChat ຊຶ່ງຢູ່ພາຍໃຕ້ເຂດອຳນາດສານຂອງເກົາຫຼີໃຕ້, ຂໍ້ກຳນົດເພີ່ມເຕີມດ້ານລຸ່ມນີ້: (i) ລວມຢູ່ໃນນະໂຍບາຍນີ້; (ii) ນຳໄປໃຊ້ກັບການນຳໃຊ້ WeChat ຂອງທ່ານ; (iii) ແທນຂໍ້ກຳນົດຫຼັກຂອງນະໂຍບາຍນີ້ ໃນຂອບເຂດຂອງຄວາມບໍ່ສອດຄ່ອງກັນ.

  1. ໂພສທີ່ຜູ້ໃຊ້ອັບໂຫຼດທີ່ມີເນື້ອຫາວິດີໂອທີ່ຜິດກົດໝາຍອາດສົ່ງຜົນໃຫ້ເກີດຜົນທາງອາຍາຕາມກົດໝາຍຂອງເກົາຫຼີໃຕ້ທີ່ບັງຄັບໃຊ້.

  2. ໃນກໍລະນີໂພສທີ່ຜູ້ໃຊ້ອັບໂຫຼດທີ່ມີເນື້ອຫາວິດີໂອທີ່ຜິດກົດໝາຍ ແລະ ສົ່ງຜົນທາງອາຍາຕາມກົດໝາຍຂອງເກົາຫຼີໃຕ້ທີ່ບັງຄັບໃຊ້, ພວກເຮົາອາດຈະບລັອກການສະແດງຜົນຂອງໂພສ ຫຼື ລົບພວກມັນອອກ, ຫຼື ປະຕິເສດທີ່ຈະໂພສພວກມັນ, ອີງຕາມມາດຕາ 22-5 (1) ຂອງກົດໝາຍວ່າດ້ວຍທຸລະກິດໂທລະຄົມມະນາຄົມຂອງເກົາຫຼີໃຕ້.