ລາຍການຂອງຄຸນສົມບັດຕ່າງໆທີ່ດໍາເນີນງານໂດຍ Weixin

ແກ້ໄຂຫຼ້າສຸດ: 2022-09-09

WeChat ເຮັດວຽກຮ່ວມກັນກັບ Weixin, ໃນລະດັບທີ່ຜູ້ໃຊ້ WeChat ສາມາດສື່ສານກັບຜູ້ໃຊ້ Weixin ແລະ ເບິ່ງຂໍ້ຄວາມ ແລະ ໂພສທ໌ໃນຊ່ວງເວລາທີ່ສຳຄັນ ແລະ ສະຖານະຂອງກັນ ແລະ ກັນໄດ້. ທ່ານຍັງສາມາດນໍາໃຊ້ຄຸນສົມບັດສະເພາະເຊີ່ງດຳເນີນງານໂດຍ Weixin. ລາຍການຂ້າງລຸ່ມນີ້ແມ່ນຂອງຄຸນສົມບັດຕ່າງໆທີ່ດຳເນີນງານໂດຍ Weixin ຢູ່ນະທີ່ນີ້. ພວກເຮົາອາດຈະໄດ້ມີການປັບປຸງລາຍການດັ່ງກ່າວນີ້ໃນແຕ່ລະໄລຍະ. ພວກເຮົາຈະມີການອັບເດດລາຍການທີ່ຖືກປັບປຸງຢູ່ນະທີ່ນີ້ພ້ອມກັບວັນທີເດືອນປີຂອງ "ການອັບເດດຄັ້ງຫຼ້າສຸດ".

ເມື່ອທ່ານນໍາໃຊ້ຄຸນສົມບັດໃດໜຶ່ງທີ່ດຳເນີນງານໂດຍ Weixin (ຫຼື ລາຍຊື່ຜູ້ຕິດຕໍ່ຂອງ Wechat ຂອງທ່ານ ຈື່ງຂໍເຊີນຊວນໃຫ້ທ່ານນຳໃຊ້ຄຸນສົມບັດບາງຢ່າງທີ່ດຳເນີນງານໂດຍ Weixin), ຂໍ້ມູນໂປຣໄຟລ໌ຂອງທ່ານ ແລະ ຂໍ້ມູນອື່ນໆທີ່ທ່ານ ຫຼື ລາຍຊື່ຜູ້ຕິດຕໍ່ໃນ Wechat ຂອງທ່ານທີ່ເປີດເຜີຍຕົວຕົນກ່ຽວກັບທ່ານ ອາດຈະຖືກເກັບຮັກສາໄວ້, ແບ່ງປັນ ຫຼື ເກັບບັນທຶກໄວ້ໂດຍ Weixin ຕາມ ຄໍາແນະນໍາກ່ຽວກັບການປົກປ້ອງຂໍ້ມູນຄວາມເປັນສ່ວນຕົວຂອງ Weixin ແລະ ນັ້ນບໍ່ແມ່ນນະໂຍບາຍວ່າດ້ວຍຄວາມເປັນສ່ວນຕົວຂອງ WeChat:

ແພລດຟອມເປີດຂອງ Weixin

ແພລດຟອມເປີດຂອງ Weixin ແມ່ນຖືກດຳເນີນງານໂດຍ Weixin. ການບໍລິການຕ່າງໆທີ່ສະເໜີໃຫ້ຜ່ານແພລດຟອມເປີດຂອງ Weixin ແມ່ນຈະໄດ້ຮັບການພັດທະນາ, ການດຳເນີນງານ ແລະ ການເປັນເຈົ້າຂອງໂດຍພາກສ່ວນທີສາມ (ເວັ້ນເສຍແຕ່ທີ່ໄດ້ລະບຸໄວ້ເປັນຢ່າງອື່ນ ໃນຂໍ້ກຳນົດຂອງການບໍລິການທີ່ກ່ຽວຂ້ອງສະເພາະເທົ່ານັ້ນ). ໃນເວລາທີ່ທ່ານພົວພັນກັບການບໍລິການຕ່າງໆດັ່ງກ່າວ, ຂໍ້ມູນຂອງທ່ານຈະຖືກເກັບກໍາ, ສະຫງວນໄວ້, ແບ່ງປັນ ແລະ/ຫຼື ເກັບຮັກສາໄວ້ ໂດຍການບໍລິການທີ່ກ່ຽວຂ້ອງ ຕາມນະໂຍບາຍຄວາມເປັນສ່ວນຕົວຂອງພວກເຂົາເຈົ້າເອງ. ພາກສ່ວນທີສາມ ອາດຈະໃຫ້ການບໍລິການຂອງຕົນໂດຍຜ່ານການບໍລິການຕ່າງໆຂອງແພລດຟອມເປີດຂອງ Weixin ດັ່ງຕໍ່ໄປນີ້: