WECHAT - ນະໂຍບາຍຄຳຮ້ອງຂໍຂອງລັດຖະບານ

ອັບເດດຫຼ້າສຸດ - 2021-08-19

1. ບົດແນະນຳ

1.1 ຍິນດີຕ້ອນຮັບສູ່ WeChat! ພວກເຮົາມີເປົ້າໝາຍເພື່ອປະຕິບັດຕາມກົດໝາຍທີ່ມີຜົນນຳໃຊ້ຢູ່ສະເໝີ ແລະ ຮ່ວມມືກັບໜ່ວຍງານລັດຖະບານທີ່ກ່ຽວຂ້ອງ. ນະໂຍບາຍທີ່ລະບຸໄວ້ວິທີທີ່ພວກເຮົາຕອບກັບຄຳຮ້ອງຂໍຈາກໜ່ວຍງານລັດຖະບານ, ກະລຸນາຮັບຊາບວ່າພວກເຮົາອາດຈະຕອບກັບຄຳຮ້ອງຂໍດັ່ງກ່າວດ້ວຍວິທີອື່ນທີ່ຖືກຮຽກຮ້ອງຕາມກົດໝາຍທີ່ມີຜົນນຳໃຊ້.

1.2 ພວກເຮົາຮັບຫຼາຍຄຳຮ້ອງຂໍຈາກໜ່ວຍງານລັດຖະບານທີ່ກ່ຽວຂ້ອງກັບ WeChat. ໃນກໍລະນີທີ່ຄຳຮ້ອງຂໍດັ່ງກ່າວຖືກສ້າງ:

ຄຳຮ້ອງຂໍທີ່ຕົກຢູ່ພາຍໃຕ້ວັກ (ຂ) ແລະ ຖືກຄຸ້ມຄອງໂດຍນະໂຍບາຍນີ້ຮວມມີ:

ນະໂຍບາຍນີ້ມີຜົນນຳໃຊ້ກັບຄຳຮ້ອງຂໍຈາກໜ່ວຍງານລັດຖະບານ. ຖ້າທ່ານເປັນໜ່ວຍງານລັດຖະບານ, ພວກເຮົາແນະນຳໃຫ້ທ່ານປະຕິບັດຕາມນະໂຍບາຍນີ້ໃນການເຮັດຄຳຮ້ອງຂໍຂອງທ່ານ, ດັ່ງນັ້ນພວກເຮົາຈຶ່ງສາມາດຕອບກັບຄຳຮ້ອງຂໍຂອງທ່ານໂດຍໄວທີ່ສຸດຕາມທີ່ປະຕິບັດໄດ້ຢ່າງສົມເຫດສົມຜົນ ແລະ ອີງຕາມກົດໝາຍທີ່ມີຜົນນຳໃຊ້.

1.3 ພວກເຮົາອາດຈະແກ້ໄຂນະໂຍບາຍນີ້ໄດ້ຕະຫຼອດເວລາໂດຍບໍ່ມີການແຈ້ງເຕືອນ. ພວກເຮົາສະໜັບສະໜູນໃຫ້ທ່ານກວດເບິ່ງໜ້ານີ້ຄືນສຳລັບການອັບເດດເປັນປະຈຳ.

1.4 ໃນນະໂຍບາຍນີ້:

2. ຄວາມສຳພັນຂອງພວກເຮົາກັບ weixin ແລະ ພາກສ່ວນທີສາມອື່ນ

2.1 ພວກເຮົາຮັບຄຳຮ້ອງຂໍການເປີດເຜີຍຂໍ້ມູນທີ່ບໍ່ໄດ້ເປັນຂອງພວກເຮົາ ແລະ/ຫຼື ບໍ່ໄດ້ຖືກຖືຄອງໂດຍພວກເຮົາເປັນປະຈຳ. ເພື່ອຊີ້ແຈງ:

3. ຫຼັກການທົ່ວໄປຂອງນະໂຍບາຍນີ້

ພວກເຮົານຳໃຊ້ນະໂຍບາຍນີ້ໂດຍອີງຕາມຫຼັກການຕໍ່ໄປນີ້. ລາຍລະອຽດເພີ່ມຕື່ມແມ່ນຖືກລະບຸໄວ້ໃນສ່ວນທີ່ເຫຼືອຂອງນະໂຍບາຍນີ້.

3.1 ພວກເຮົາປະຕິບັດຕາມຄຳຮ້ອງຂໍເມື່ອຖືກຮຽກຮ້ອງຕາມກົດໝາຍໃຫ້ປະຕິບັດແບບນັ້ນ. ພື້ນຖານສຳລັບຄຳຮ້ອງຂໍທີ່ພວກເຮົາປະຕິບັດຕາມອາດຈະອີງຕາມກົດໝາຍ ແລະ ຂໍ້ບັງຄັບສະເພາະ. ການດຳເນີນການດັ່ງກ່າວອາດຈະຮວມມີ:

3.2 ພວກເຮົາບໍ່ຮັກສາຂໍ້ມູນ ແລະ ເນື້ອຫາຜູ້ໃຊ້ທັງໝົດ ແລະ ຂໍ້ມູນ ແລະ ເນື້ອຫາດັ່ງກ່າວອາດຈະຖືກລຶບ, ເຮັດໃຫ້ບໍ່ເປັນສ່ວນຕົວ ແລະ/ຫຼື ແກ້ໄຂເປັນໄລຍະ. ຜູ້ໃຊ້ຂອງພວກເຮົາຍັງຄົງມີສິດປະຕິບັດກັບຂໍ້ມູນຂອງເຂົາເຈົ້າ ແລະ ພວກເຮົາຈະປະຕິບັດຕໍ່ກັບຂໍ້ມູນຂອງເຂົາເຈົ້າ, ໂດຍອີງຕາມຂໍ້ກຳນົດການບໍລິການ ແລະ ນະໂຍບາຍວ່າດ້ວຍຄວາມເປັນສ່ວນຕົວຂອງພວກເຮົາ. ນີ້ໝາຍຄວາມວ່າພວກເຮົາບໍ່ຮັກສາຂໍ້ມູນດັ່ງກ່າວທັງໝົດ ແລະ ພວກອາດຈະຖືກແກ້ໄຂ ຫຼື ຖືກລຶບເປັນໄລຍະ. ຂໍ້ມູນເພີ່ມຕື່ມກ່ຽວກັບວິທີການປະຕິບັດກັບຂໍ້ມູນຂອງພວກເຮົາແມ່ນຖືກລະບຸໄວ້ໃນ ຂໍ້ກຳນົດການບໍລິການ ແລະ ນະໂຍບາຍວ່າດ້ວຍຄວາມເປັນສ່ວນຕົວຂອງພວກເຮົາ.

3.3 ພວກເຮົາມີເປົ້າໝາຍນຳໃຊ້ນະໂຍບາຍນີ້ຢ່າງທົ່ວເຖິງ ແລະ ເທົ່າທຽມຕໍ່ກັບເຂດອຳນາດສານທັງໝົດທີ່ພວກເຮົາດຳເນີນງານ WeChat, ອີງຕາມກົດໝາຍ ແລະ ຂໍ້ບັງຄັບທີ່ມີຜົນນຳໃຊ້ທັງໝົດ ແລະ ການແປຄວາມແຕກຕ່າງທີ່ອາດຈະເກີດຂຶ້ນລະຫວ່າງເຂດອຳນາດສານທີ່ແຕກຕ່າງກັນຂອງພວກເຮົາ. WeChat ສາມາດໃຊ້ໄດ້ໃນທົ່ວໂລກ ແລະ ເພາະແບບນັ້ນພວກເຮົາມີເປົ້າໝາຍນຳໃຊ້ຂໍ້ກຳນົດຂອງພວກເຮົາທັງໝົດ (ລວມທັງນະໂຍບາຍນີ້) ຢ່າງເທົ່າທຽມ ແລະ ທົ່ວເຖິງຕໍ່ກັບເຂດອຳນາດສານທັງໝົດ.

3.4 ໂດຍເພີ່ມຕື່ມຈາກພາກທີ 3.3, ພວກເຮົາອາດຈະບໍ່ອີງຕາມນະໂຍບາຍນີ້ເປັນບາງຄັ້ງຄາວຍ້ອນຫຼາຍເຫດຜົນຕ່າງໆ, ລວມທັງ ຕົວຢ່າງ: ເນື່ອງຈາກກົດໝາຍ ແລະ ຂໍ້ບັງຄັບທີ່ມີຜົນນຳໃຊ້ ຫຼື ອີງຕາມຄຳແນະນຳຂອງຜູ້ຊ່ຽວຊານທີ່ພວກເຮົາໄດ້ຮັບໃນເລື່ອງດັ່ງກ່າວ.

3.5 ພວກເຮົາມີເປົ້າໝາຍໃຫ້ຄວາມໂປ່ງໃສກັບຜູ້ໃຊ້ຂອງພວກເຮົາຕໍ່ກັບການດຳເນີນການທີ່ພວກເຮົາໄດ້ກະທຳໄປ. ກ່ອນ ແລະ/ຫຼື ຫຼັງຈາກທີ່ພວກເຮົາປະຕິບັດຕາມຄຳຮ້ອງຂໍ (ຂຶ້ນກັບຄຳຮ້ອງຂໍ ແລະ ກົດໝາຍ ແລະ ຂໍ້ບັງຄັບທີ່ມີຜົນນຳໃຊ້), ພວກເຮົາຂໍສະຫງວນສິດການແຈ້ງເຕືອນຜູ້ໃຊ້ຂອງພວກເຮົາເລື່ອງຄຳຮ້ອງຂໍດັ່ງກ່າວ (ລວມທັງການດຳເນີນການທີ່ຖືກຮ້ອງຂໍໂດຍຄຳຮ້ອງຂໍດັ່ງກ່າວ). ນີ້ເພື່ອຮັບປະກັນວ່າຜູ້ໃຊ້ຂອງພວກເຮົາມີສິດຕອບກັບຄຳຮ້ອງຂໍ. ນອກຈາກນັ້ນ, ໃນກໍລະນີທີ່ຄຳຮ້ອງຂໍກ່ຽວຂ້ອງກັບການດຳເນີນການທີ່ອາດຈະສົ່ງຜົນກະທົບກັບຜູ້ໃຊ້ອື່ນ, ພວກເຮົາອາດຈະແຈ້ງຜູ້ໃຊ້ອື່ນເລື່ອງຄຳຮ້ອງຂໍທີ່ກ່ຽວຂ້ອງທີ່ພວກເຮົາໄດ້ປະຕິບັດຕາມນຳ.

ຕົວຢ່າງ: ຖ້າພວກເຮົາໄດ້ປະຕິບັດຕາມຄຳຮ້ອງຂໍການລຶບເນື້ອຫາ, ພວກເຮົາອາດຈະໂພສການແຈ້ງເຕືອນແທນທີ່ເນື້ອຫາທີ່ຖືກລຶບອອກ, ໂດຍແຈ້ງຕໍ່ຜູ້ໃຊ້ຂອງພວກເຮົາເຖິງເຫດຜົນທີ່ເນື້ອຫາດັ່ງກ່າວຖືກລຶບອອກ.

3.6 ພວກເຮົາຈະບໍ່ປະຕິບັດຕາມຄຳຮ້ອງຂໍທັງໝົດໂດຍອັດຕະໂນມັດ. ພວກເຮົາຈະກວດເບິ່ງຄຳຮ້ອງຂໍທັງໝົດຢ່າງລະອຽດເພື່ອຮັບປະກັນວ່າພວກເຮົາປະຕິບັດຕາມກົດໝາຍ ແລະ ຂໍ້ບັງຄັບທີ່ມີຜົນນຳໃຊ້ທັງໝົດໃນການຕອບຮັບຂອງພວກເຮົາ, ພ້ອມທັງເຄົາລົບສິດຂອງຜູ້ໃຊ້ຂອງພວກເຮົາ. ອາດຈະຮວມການຮັບຄຳແນະນຳຈາກຜູ້ຊ່ຽວຊານພາກສ່ວນທີສາມ ແລະ ພາຍໃນທີ່ເໝາະສົມ.

4. ວິທີທີ່ພວກເຮົານຳໃຊ້ນະໂຍບາຍນີ້

ຕາມຂ້າງເທິງ, ພວກເຮົາມີເປົ້າໝາຍນຳໃຊ້ນະໂຍບາຍນີ້ຢ່າງເທົ່າທຽມ ແລະ ທົ່ວເຖິງທົ່ວໂລກ. ພວກເຮົາລະບຸຂໍ້ມູນຕໍ່ໄປນີ້ທີ່ກ່ຽວຂ້ອງກັບວິທີທີ່ພວກເຮົານຳໃຊ້ນະໂຍບາຍນີ້:

5. ພາບລວມຂອງວິທີທີ່ພວກເຮົາປະຕິບັດກັບຄຳຮ້ອງຂໍ

5.1 ເມື່ອພວກເຮົາໄດ້ຮັບຄຳຮ້ອງຂໍ, ໂດຍທົ່ວໄປພວກເຮົາຈະປະຕິບັດກັບຄຳຮ້ອງຂໍດັ່ງກ່າວໂດຍອີງຕາມສິ່ງຕໍ່ໄປນີ້ (ແລະ ອີງຕາມກົດໝາຍ ແລະ ຂໍ້ບັງຄັບທີ່ມີຜົນນຳໃຊ້ສະເໝີ):

6. ພວກເຮົາຕອບກັບຄຳຮ້ອງຂໍປະເພດໃດແດ່?

6.1 ຂໍ້ກຳນົດທົ່ວໄປ

ຖ້າທ່ານກຳລັງເຮັດຄຳຮ້ອງຂໍ, ກະລຸນາຮັບປະກັນວ່າຄຳຮ້ອງຂໍຂອງທ່ານ

ພວກເຮົາອາດຈະບໍ່ຕອບກັບຄຳຮ້ອງຂໍທີ່ບໍ່ກົງກັບຂໍ້ກຳນົດດ້ານເທິງ.

6.2 ໃຜສາມາດສົ່ງຄຳຮ້ອງຂໍ?

ໜ່ວຍງານທີ່ຮ້ອງຂໍທີ່ເໝາະສົມອາດຈະແຕກຕ່າງກັນໃນເຂດອຳນາດສານທີ່ແຕກຕ່າງກັນ. ໂດຍອີງຕາມເຂດອຳນາດສານ, ຄຳຮ້ອງຂໍທີ່ຖືກຕ້ອງຕາມກົດໝາຍອາດຈະຖືກສົ່ງໂດຍໜ່ວຍງານລັດຖະບານ ຫຼື ຈາກໜ່ວຍງານອື່ນ (ຕົວຢ່າງ: ຄະນະກຳມະການການເລືອກຕັ້ງ, ໜ່ວຍງານໂທລະຄົມມະນາຄົມ, ໜ່ວຍງານປົກປ້ອງຜູ້ບໍລິໂພກ ແລະ ອື່ນໆ).

ອຳນາດຂອງໜ່ວຍງານເຫຼົ່ານີ້ອາດຈະແຕກຕ່າງກັນຂຶ້ນກັບເຂດອຳນາດສານໃນພື້ນທີ່ດັ່ງກ່າວ. ຕາມທີ່ລະບຸດ້ານເທິງ, ພວກເຮົາຈະກວດເບິ່ງຄຳຮ້ອງຂໍທັງໝົດໂດຍອີງຕາມກົດໝາຍ ແລະ ຂໍ້ບັງຄັບທີ່ມີຜົນນຳໃຊ້.

6.3 ຮູບແບບຄຳຮ້ອງຂໍ

ພວກເຮົາຈະຕອບກັບຄຳຮ້ອງຂໍທີ່ມີຂໍ້ມູນຕໍ່ໄປນີ້ ແລະ ຂໍ້ມູນອື່ນຕາມການຮຽກຮ້ອງຂອງກົດໝາຍ ແລະ ຂໍ້ບັງຄັບທີ່ມີຜົນນຳໃຊ້ເທົ່ານັ້ນ:

ກະລຸນາຮັບຊາບວ່າ ພວກເຮົາບໍ່ສາມາດຕອບກັບຄຳຮ້ອງຂໍທີ່ບໍ່ຊັດເຈນ ຫຼື ບໍ່ສົມບູນ.

7. ການແຈ້ງເຕືອນຜູ້ໃຊ້ຂອງພວກເຮົາ

ພວກເຮົາເຄົາລົບສິດ ແລະ ຄວາມເປັນສ່ວນຕົວຂອງຜູ້ໃຊ້ຂອງພວກເຮົາ. ຕາມທີ່ລະບຸໄວ້ໃນພາກທີ 3.5 ຂ້າງເທິງ, ພວກເຮົາອາດຈະແຈ້ງຜູ້ໃຊ້ທີ່ກ່ຽວຂ້ອງກ່ຽວກັບຄຳຮ້ອງຂໍກ່ອນການດຳເນີນການຕາມພວກມັນ, ເວັ້ນເສຍແຕ່ວ່າພວກເຮົາຖືກຫ້າມຈາກການກະທຳດັ່ງກ່າວພາຍໃຕ້ກົດໝາຍ ຫຼື ຂໍ້ບັງຄັບທີ່ມີຜົນນຳໃຊ້, ໂດຍຂໍ້ກຳນົດຂອງຂະບວນການທາງກົດໝາຍ (ເຊັ່ນ: ຄຳສັ່ງທີ່ປິດລັບ), ຫຼື ທີ່ພວກເຮົາເຊື່ອຢ່າງສົມເຫດສົມຜົນວ່າການດຳເນີນການດັ່ງກ່າວອາດຈະສ້າງຄວາມອັນຕະລາຍ ຫຼື ຄວາມສ່ຽງທີ່ຮຸນແຮງຕໍ່ກັບພວກເຮົາ ຫຼື ພາກສ່ວນທີສາມ. ການແຈ້ງເຕືອນອາດຈະອະນຸຍາດໃຫ້ຜູ້ໃຊ້ຊອກຫາການປົກປ້ອງທີ່ເໝາະສົມ.

ໜ່ວຍງານທີ່ຮ້ອງຂໍທີ່ເຊື່ອວ່າການແຈ້ງເຕືອນດັ່ງກ່າວຈະເຮັດໃຫ້ເກີດຄວາມເສຍຫາຍຕໍ່ກັບການສືບສວນທາງກົດໝາຍທີ່ດຳເນີນຢູ່ຄວນໄດ້ຮັບຄຳສັ່ງສານ ຫຼື ຂະບວນການທາງກົດໝາຍທີ່ເໝາະສົມທີ່ຫ້າມການແຈ້ງເຕືອນຜູ້ໃຊ້ຂອງພວກເຮົາໂດຍສະເພາະ. ມັນແມ່ນຄວາມຮັບຜິດຊອບຂອງໜ່ວຍງານທີ່ຮ້ອງຂໍທີ່ຈະຮ້ອງຂໍບໍ່ໃຫ້ພວກເຮົາແຈ້ງເຕືອນຜູ້ໃຊ້ເລື່ອງຄຳຮ້ອງຂໍ ເນື່ອງຈາກວ່າມັນຈະເຮັດໃຫ້ເກີດຄວາມເສຍະຫາຍຕໍ່ກັບການສືບສວນທາງກົດໝາຍທີ່ດຳເນີນຢູ່.

ຖ້າຄຳຮ້ອງຂໍຂອງທ່ານແມ່ນກ່ຽວຂ້ອງກັບການລະເມີດກ່ອນໜ້າ ຫຼື ກຳລັງດຳເນີນຢູ່ຂອງ ຂໍ້ກຳນົດການບໍລິການຂອງພວກເຮົາ, ພວກເຮົາຈະດຳເນີນການເພື່ອປ້ອງກັນການກະທຳຜິດເພີ່ມຕື່ມ, ລວມທັງການດຳເນີນການທີ່ອາດຈະແຈ້ງຜູ້ໃຊ້ວ່າພວກເຮົາຮັບຮູ້ການກະທຳຜິດດັ່ງກ່າວຂອງເຂົາເຈົ້າ. ຖ້າທ່ານເຊື່ອຢ່າງຈິງໃຈວ່າການດຳເນີນການດັ່ງກ່າວຈະເຮັດໃຫ້ເກີດຄວາມເສຍຫາຍຕໍ່ກັບການສືບສວນທີ່ດຳເນີນຢູ່, ມັນແມ່ນຄວາມຮັບຜິດຊອບຂອງທ່ານທີ່ຈະຮ້ອງຂໍໃຫ້ພວກເຮົາເລື່ອນການກະທຳດັ່ງກ່າວ, ລວມທັງການໃຫ້ຄຳສັ່ງສານ ຫຼື ຂະບວນການທາງກົດໝາຍທີ່ເໝາະສົມທີ່ຫ້າມການແຈ້ງເຕືອນດັ່ງກ່າວແກ່ພວກເຮົາ.

ພວກເຮົາຂໍສະຫງວນສິດທີ່ຈະຕໍ່ຕ້ານກັບຄຳຮ້ອງ ຫຼື ຄຳສັ່ງທີ່ບໍ່ເປີດເຜີຍ, ໂດຍອີງຕາມກົດໝາຍ ແລະ ຂໍ້ບັງຄັບທີ່ມີຜົນນຳໃຊ້.

8. ການທົດແທນຄືນຄ່າໃຊ້ຈ່າຍ

ຕາມຂອບເຂດທີ່ອະນຸຍາດໂດຍກົດໝາຍ ແລະ ຂໍ້ບັງຄັບທີ່ມີຜົນນຳໃຊ້, ພວກເຮົາອາດຈະຮ້ອງຂໍການທົດແທນຄືນຄ່າໃຊ້ຈ່າຍຈາກທ່ານຕໍ່ກັບການຕອບກັບຄຳຮ້ອງຂໍຂອງພວກເຮົາ.

9. ຄຳຮ້ອງຂໍຄວນຖືກສົ່ງໄປໃສ?

ຄຳຮ້ອງຂໍທັງໝົດຄວນຖືກສົ່ງໄປທີ່ອີເມວ policy@wechat.com ພ້ອມກັບຫົວເລື່ອງ "ຄຳຮ້ອງຂໍລັດຖະບານ (ໃສ່ຂໍ້ມູນເຂດອຳນາດສານ)".

ກະລຸນາຮັບຊາບວ່າ: